ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ແຂ່ງຂັນ ທີ່ຈະມາແທນຕຳແໜ່ງ ຂອງທ່ານນາງ ກິນສເບີກ ມີຫຼັກຖານອ້າງອີງເຖິງ ຫົວອະນຸລັກນິຍົມ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃຫ້ຄຳເຫັນ ກ່ຽວກັບ ການເສຍຊີວິດຂອງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ຫຼັງຈາກການໂຄສະນາຫາສຽງ ຢູ່ສະໜາມບິນ ເບມິດຈີ, 18 ກັນຍາ 2020, ເມືອງ ເບມິດຈີ, ລັດ ມິນເນໂຊຕ້າ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃຫ້ຄຳເຫັນ ກ່ຽວກັບ ການເສຍຊີວິດຂອງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ຫຼັງຈາກການໂຄສະນາຫາສຽງ ຢູ່ສະໜາມບິນ ເບມິດຈີ, 18 ກັນຍາ 2020, ເມືອງ ເບມິດຈີ, ລັດ ມິນເນໂຊຕ້າ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າທ່ານຈະສະເໜີຊື່ແມ່ຍິງຄົນນຶ່ງມາແທນຕຳແໜ່ງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ, ເຊິ່ງແມ່ນຜູ້ພິພາກສາເສລີນິ ຍົມ ຜູ້ທີ່ໄດ້ເສຍຊີວິດໃນວັນສຸກທີ່ຜ່ານມາດ້ວຍອາຍຸ 87 ປີ ຫຼັງຈາກໄດ້ຮັບໃຊ້ໜ້າທີ່ໃນຕັ່ງຂອງສານສູງສຸດຂອງປະເທດເປັນເວລາ 27 ປີ.

ຕໍ່ໄປນີ້ແມ່ນຜູ້ແຂ່ງຂັນທີ່ນຳໜ້າຂອງທ່ານ ທຣຳ ທີ່ຈະໄປແທນຕຳແໜ່ງຂອງ ທ່ານນາງ ກິນສເບີກ, ເຊິ່ງແມ່ນແມ່ຍິງຄົນທີ່ສອງທີ່ເປັນຜູ້ພິພາກສາສົມທົບ ຂອງສານ ຫຼັງຈາກທ່ານນາງ ແຊນດຣາ ເດ ໂອຄອນເນີ.

ຄົນທີນຶ່ງ ທ່ານນາງ ເອມີ ໂຄນີ ບາເຣັດ, ອາຍຸ​ 48 ປີ, ເປັນຊາວກາໂຕລິກ ແລະ ຜູ້ຄັດຄ້ານການແທ້ງລູກ ທີ່ໄດ້ຮັບຄວາມນິຍົມໃນບັນດາຊາວຄຣິສຕຽນ ຜູ້ທີ່ເຊື່ອຄຳສອນຂອງພະເຍຊູ, ເຊິ່ງແມ່ນຜູ້ສະໜັບສະໜູນທີ່ຈົງຮັກພັກດີທີ່ສຸດຈຳນວນນຶ່ງຂອງທ່ານ ທຣຳ. ລາວໄດ້ຂຽນການພິຈາລະນາຄະດີຂອງລາວຫຼາຍກວ່າ 100 ຄັ້ງນັບຕັ້ງແຕ່ການຢືນຢັນຕຳແໜ່ງຂອງລາວຕໍ່ສານອຸທອນ ສະຫະລັດ ສຳລັບເຂດທີ 7 ໃນປີ 2017.

ຄົນທີສອງ ທ່ານນາງ ບາບາຣາ ລາໂກອາ, ອາຍຸ 52​ ປີ, ເປັນແມ່ຍິງອາເມຣິ ກັນ ເຊື້ອສາຍ ຄິວບາ, ຜູ້ທີ່ຖືກລ້ຽງໃນເຂດຊານເມືອງທີ່ມີຊາວອາເມຣິກາ ລາຕິນ ສ່ວນໃຫຍ່ອາໃສຢູ່ໃນນະຄອນ ໄມອາມີ, ລັດຟລໍຣິດາ, ເຊິ່ງແມ່ນລັດບ່ອນທີ່ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ມີຄະແນນນຳໜ້າທ່ານ ທຣຳ ພຽງເລັກນ້ອຍ. ທ່ານນາງແມ່ນລູກສາວຂອງຊາວ ຄິວບາ ພັດຖິ່ນ ຜູ້ທີ່ໄດ້ຫຼົບໜີຈາກລັດຖະບານ ຄອມມູນິສຂອງທ່ານ ຟີແດລ ຄາສໂຕຣ ແລະ ມີປະຫວັດ ກ່ຽວກັບ ພິຈາລະນາຄະດີຫົວອະນຸລັກນິຍົມທີ່ດີເລີດ. ທ່ານນາງໄດ້ຣັບໃຊ້ໜ້າທີ່ໃນສານອຸທອນເຂດທີ 11, ດ້ວຍການໄດ້ຊະນະການຢືນ ຢັນຕຳແໜ່ງຢ່າງງ່າຍ ດາຍໃນປີ 2019.

ຄົນທີ 3 ທ່ານນາງ ໂຈອານ ລາສັນ, ອາຍຸ 52 ປີ, ເປັນອະດີນັກສຶກສາກົດ ໝາຍມະຫາວິທະຍາໄລ ມິິຊິແກນ ຜູ້ທີ່ໄດ້ສະໜັບສະໜູນການຂະຫຍາຍອຳ ນາດສຳລັບການເປັນປະທານາທິບໍດີ. ທ່ານ ທຣຳ ໄດ້ລວມເອົາທ່ານນາງ ລາສັນ ເຂົ້າໃນລາຍຊື່ເປັນຄັ້ງທຳອິດສຳລັບຜູ້ຖືກສະເໜີຊື່ສານສູງສຸດທີ່ອາດເປັນໄປໄດ້ ເວລາທີ່ທ່ານໄດ້ໂຄສະນາຫາສຽງສຳລັບຕຳແໜ່ງປະທານາທິບໍດີ ໃນການເລືອກ ຕັ້ງປີ 2016. ທ່ານໄດ້ສະເໜີຊື່ຊາວ ໄອໂອວາ ດັ້ງເດີມຄົນດັ່ງກ່າວໄປຕື່ມຕຳແໜ່ງຫວ່າງໃນສານອຸທອນເຂດທີ 6. ອະດີດຜູ້ພິພາກສາສານຍຸຕິທຳດັ່ງ ໄດ້ຮັບການຢືນຢັນຕຳແໜ່ງໃນປີ 2017.

ຄົນທີ 4 ທ່ານນາງ ອາລິສັນ ໂຈນສ໌ ຣັສຊິງ, ອາຍຸ 38 ປີ, ໄດ້ຣັບການຢືນຢັນຕຳແໜ່ງໃນສານອຸທອນເຂດທີ 4 ເມື່ອປີ 2019. ຫຼັງຈາກໄດ້ຣັບປະລິນຍາ ໃນຂະແໜງກົດໝາຍຈາກມະຫາວິທະ ຍາໄລ ດູກຄ໌. ຊາວ ໄຄໂຣໄລນາເໜືອ ດັ່ງກ່າວໄດ້ເປັນພະນັກງານຂອງຜູ້ພິພາກສາທ່ານ ນຽລ ກໍຊັດຈ໌ ເວລາທີ່ທ່ານຍັງເປັນຜູ້ພິພາກສາສານອຸທອນ, ແລະ ສຳລັບຜູ້ພິພາກສາສານສູງສຸດທ່ານ ແຄລເຣັນສ໌ ທອມມັສ. ໃນໂຮງຮຽນກົດໝາຍນັ້ນ, ລາວໄດ້ຝຶກງານກັບ ອົງການ Alliance Defending Freedom, ເຊິ່ງແມ່ນກຸ່ມທີ່ຄັດຄ້ານການແຕ່ງງານຂອງຄົນເພດດຽວກັນ ແລະ ສິດທິພິເສດສຳລັບຄົນປ່ຽນເພດ. ພັກເດໂມແຄຣັດ ໄດ້ເອີ້ນລາວວ່າ “ຊາວໜຸ່ມທີ່ມີຄວາມຄິດຫົວຮຸນ ແຮງ.”

ຄົນທີ 5, ທ່ານນາງ ເຄດ ຄຳເມີຝອດ ທອດ, ອາຍຸ 45 ປີ, ເປັນຮອງທີ່ປຶກສາທຳນຽບຂາວ ຜູ້ທີ່ບໍ່ໄດ້ຮັບໃຊ້ໜ້າທີ່ເປັນຜູ້ພິພາກສາມາກ່ອນ. ທ່ານນາງໄດ້ເປັນພະນັກງານສຳລັບຜູ້ພິພາກສາສານສູງ ສຸດ ທ່ານ ແຄລເຣັນສ໌ ທອມມັສ ຫຼັງຈາກໄດ້ຮຽນຈົບໂຮງຮຽນກົດໝາຍຂອງມະຫາວິທະຍາໄລ ຮາເຫວີດ. ຜູ້ທີ່ອາໄສ ຢູ່ລັດ ເວີຈິເນຍ ດັ່ງກ່າວເຄີຍເຮັດກິດຈະການສ່ວນຕົວ ກ່ອນປະຕິບັດໜ້າທີ່ເປັນ ຮອງປະທານອາວຸໂສ ແລະ ຫົວໜ້າທີ່ປຶກສາສຳລັບອົງການກົດໝາຍຂອງສະ ພາການຄ້າ ສະຫະລັດ. ການຂາດປະຫວັດ ກ່ຽວກັບ ການພິຈາລະນາຄະດີ ເຮັດໃຫ້ລາວມີຂໍ້ມູນພຽງເລັກນ້ອຍທີ່ຈະສືບສວນຫາຂໍ້ມູນ ກ່ຽວກັບ ມູມມອງໃດທີ່ລາວອາດເອົາໃນບັນຫາຕ່າງໆທີ່ຖືກພິຈາລະນາໂດຍສານສູງສຸດ.

U.S. President Donald Trump said he would nominate a woman to replace Supreme Court Justice Ruth Bader Ginsburg, a liberal jurist who died Friday at age 87 after serving on the bench of the nation’s highest court for 27 years.

Here are Trump’s leading contenders to replace Ginsburg, the court’s second female associate justice after Sandra Day O’Connor.

Amy Coney Barrett, 48, is a Catholic and abortion opponent popular among conservative evangelical Christians, some of Trump’s most loyal supporters. She has written more than 100 opinions since her 2017 confirmation to the U.S. Court of Appeals for the 7th Circuit.

Barbara Lagoa, 52, is a Cuban American who was raised in a Latino-majority suburb of Miami, Florida, a state where polls show Democratic presidential candidate Joe Biden holds a narrow lead over Trump. She is the daughter of Cuban exiles who fled the communist government of Fidel Castro and has a solidly conservative judicial record.

She serves on the 11th Circuit Court of Appeals, easily winning confirmation in 2019.

Joan Larsen, 52, is a former University of Michigan legal scholar who has advocated for the expansion of the powers of the presidency. Trump included Larsen on his first list of potential Supreme Court nominees when he was campaigning for president before the 2016 election. He nominated the Iowa native to fill a vacancy on the

6th Circuit Court of Appeals. The former Department of Justice attorney was confirmed in 2017.

Allison Jones Rushing, 38, was confirmed in 2019 to the 4th Circuit Court of Appeals. After earning a law degree from Duke University, the North Carolina native clerked for Justice Neil Gorsuch when he was an appeals court judge, and for Supreme Court Justice Clarence Thomas. In law school, she interned at Alliance Defending Freedom, a group that opposes same-sex marriage and additional rights for transgender people. Democrats have called her a “young, ideological extremist.”

Kate Comerford Todd, 45, is a deputy White House counsel who has never served as a judge. She clerked for Supreme Court Justice Clarence Thomas after graduating from Harvard Law School. The Virginia resident worked in private practice before serving as senior vice president and chief counsel for the legal arm of the U.S. Chamber of Commerce. Her lack of a judicial record leaves little information to scrutinize for clues about what positions she may take on issues considered by the Supreme Court.

XS
SM
MD
LG