ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈຳນວນຜູ້​ເສຍ​ຊີ​ວິດ ​ສູງ​ສຸດໃນ​ ອິນ​ໂດ​ເນ​ເຊຍ ເພີ່ມ​ຂຶ້ນ​ເປັນ 832 ຄົນ


ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ, ກາງ, ເດີນ​ທາງ​ຮອດ​ເມືອງ ປາ​ລູ, ພາກ​ກາງ​ຂອງ​ແຂວງ ຊຸ​ລາ​ເວ​ຊີ, ເພື່ອກວດ​ກາ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ ແລະ ຄື້ນ ຊຸ​ນາ​ມິ ຢູ່​ຫາດ ຕາ​ລີ​ເຊ ພ້ອມ​ກັບ​ຕົວ​ເມືອງ ປາ​ລູ. 30 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ, ກາງ, ເດີນ​ທາງ​ຮອດ​ເມືອງ ປາ​ລູ, ພາກ​ກາງ​ຂອງ​ແຂວງ ຊຸ​ລາ​ເວ​ຊີ, ເພື່ອກວດ​ກາ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ ແລະ ຄື້ນ ຊຸ​ນາ​ມິ ຢູ່​ຫາດ ຕາ​ລີ​ເຊ ພ້ອມ​ກັບ​ຕົວ​ເມືອງ ປາ​ລູ. 30 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ ໄດ້​ເດີນ​ທາງ​ຮອດ​ເມືອງ ປາ​ລູ
ໃນວັນອາທິດມື້ນີ້, ເຊິ່ງແມ່ນນຶ່ງ ໃນສະຖານທີ່ຫຼາຍແຫ່ງ ທີ່ໄດ້ຮັບຄວາມເສຍຫາຍ
ຈາກແຜ່ນດິນໄຫວ ແລະ ຄື້ນຊຸນາມິ, ເພື່ອທຳການສຳຫຼວດ ຄວາມເສຍຫາຍດ້ວຍຕົວ
ທ່ານເອງ.

ທ່ານ​ໄດ້ເວົ້າ​ກັບກອງ​ກຳ​ລັງ​ທັງຫຼາຍ ​ທີ່​ຖືກ​ສົ່ງ​ໄປ​ພື້ນ​ທີ່ ແລະ ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ “ກຽມ​
ພ້ອມທີ່ຈະເຮັດວຽກໝົດມື້ ແລະ ໝົດຄືນ.”

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ໄພ​ພິ​ພັດ​ແຜ່ນ​ດິນ​ໄຫວ ແລະ ຊຸ​ນາ​ມິ ໃນອິນ​ໂດ​ເນເຊຍ
ໃນວັນອາທິດມື້ນີ້ ແມ່ນສູງກວ່າ 832 ຄົນຂອງຈຳນວນໃນວັນເສົາວານນີ້ສອງເທົ່າ, ອີງ
ຕາມໂຄສົກການຈັດການໄພພິບັດຂອງ ອິນໂດເນເຊຍ ທ່ານ ຊຸໂຕໂປ ເປີໂວ ນູໂກຣໂຮ.

ປະ​ຊາ​ຊົນ​ໄດ້ຕິດ​ຄ້າງ​ຢູ່​ຊາກ​ຫັກ​ພັງໃນ​ເມືອງ ປາ​ລູ ເຊິ່ງ​ເປັນ​ບ່ອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​
ໜັກສຸດ ແລະ ຍັງສາມາດໄດ້ຍິນສຽງເດັກນ້ອຍຮ້ອງໃຫ້ຂໍຄວາມຊ່ວຍເຫຼືອດ້ວຍ, ອີງ
ຕາມ ທ່ານ ມູຮຳມັດ ຊີໂອກີ, ຫົວໜ້າຂອງອົງການກວດຄົ້ນ ແລະ ກູ້ໄພຂອງ ອິນໂດເນ
ເຊຍ.

ທ່ານ ຊີ​ໂອ​ກີ ໄດ້​ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ​ຢ່າງ​ຍິ່ງ​ໃນ​ຕອນນີ້​ກໍ​ແມ່ນ​ເຄື່ອງ​ຍົກ​
ຂອງໜັກ ເພື່ອເກັບກູ້ຊາກຫັກພັງທັງຫຼາຍ. ຂ້າພະເຈົ້າໄດ້ສົ່ງພະນັກງານຂອງຂ້າພະ
ເຈົ້າໄປພື້ນທີ່, ແຕ່ມັນເປັນໄປບໍ່ໄດ້ ທີ່ຈະອາໄສກຳລັງແຮງຂອງເຂົາເຈົ້າພຽງຢ່າງດຽວ
ເພື່ອເກັບກູ້ຂີ້ເຫຍື້ອພວກນີ້.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຢູ​ຊັ​ຟ ຄາ​ລ​ລາ ໄດ້​ຄາດຄະເນ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ
ອາດເພີ່ມເປັນຫຼາຍພັນຄົນ ໃນເມື່ອບັນດາເຈົ້າໜ້າທີ່ໄດ້ມີບັນຫາກັບການສົ່ງຂໍ້ມູນຈາກ
ເຂດຊົນນະບົດ ຍ້ອນສາຍໄຟຟ້າຂາດ.

ເຮືອ​ບິນ​ບັນ​ທຸກ​ ຂອງ​ທະ​ຫານ ​ໄດ້​ອົບ​ພະ​ຍົບ​ຜູ້​ບາດ​ເຈັບ ແລະ ​ຜູ້ຕິດ​ຄ້າງ​ອອກ​ຈາກ​
ເມືອງ ປາລູ ໃນວັນອາທິດມື້ນີ້.

ຄື້ນ​ນ້ຳ​ຂະ​ໜາດ​ໃຫຍ່​ໄດ້​ພັດ​ເຂົ້າ​ເມືອງ ປາ​ລູ ແລະ ເມືອງ ດົງ​ກາ​ລາ ໃນເກາະ ຊຸ​ລາ​ເວ​ຊີ.
ຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ຈາກແຜ່ນດິນໄຫວ ຄວາມແຮງ 7.5 ເຊິ່ງໄດ້ກະຕຸ້ນໃຫ້
ເກີດຄືນ ຊຸນາມິ ສູງ 6 ແມັດ. ລາຍງານຂ່າວໄດ້ເວົ້າວ່າ ຂົງເຂດດັ່ງກ່າວ ຍັງມີແຜ່ນດິນ
ໄຫວນ້ອຍ ຕິດຕາມມາ ແລະ ສະໜາມບິນ, ຫົນທາງ, ການຄົມມະນາຄົມ ແລະ ໂຄງລ່າງ
ພື້ນຖານ ທີ່ສຳຄັນອື່ນໆ ແມ່ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.

Indonesian President Joko Widodo arrived Sunday in the city of Palu, one of the places devastated by an earthquake and a subsequent tsunami, to personally survey the destruction.

He addressed the troopsdeployed to the area and asked them to "be ready to work day and night."

The death toll Sunday from the earthquake-tsunami disaster in Indonesia has more than doubled from its total Saturday to 832, according to Disaster Management spokesman Sutopo Purwo Nugroho.

People are trapped in the rubble in the hard-hit city of Palu and can still be heard crying for help, said Muhammad Syaugi, the head of Indonesia's search and rescue agency.

"What we now desperately need is heavy machinery to clear the rubble," Syaugi said."I have my staff on the ground, but it's impossible just to rely on their strength alone to clear this."

Vice President Jusuf Kalla predicts the death toll could reach into the thousands since officials have had trouble relaying information from remote areas because of downed power lines.

A military cargo plane evacuated the injured and stranded Sunday from Palu.

The massive wave hit Palu and Donggala in central Sulawesi province.Hundreds were injured Friday by the 7.5-magnitude earthquake that triggered the six-meter high tsunami.News accounts say the area has been plagued by aftershocks and serious damage to the airport, roads, communications and other important infrastructure.

XS
SM
MD
LG