ຜູ້ບັນຊາການສູງສຸດຂອງສະຫະລັດໃນຢູໂຣບເຕືອນເຖິງການລົງທຶນຢ່າງຫຼວງຫຼາຍ ຂອງ
ຈີນຢູ່ໃນບັນດາທ່າກຳປັ່ນຕ່າງໆໃນຢູໂຣບ ແລະການເຄື່ອນໄຫວເພີ້ມຂຶ້ນຂອງເຮືອດຳນ້ຳ
ຣັດເຊຍຢູ່ນອກຢູໂຣບ.
ນາຍພົນກອງທັບອາກາດສະຫະລັດ ທ່ານທອດ ວອລເຕີຣສ໌ ຜູ້ບັນຊາການກຳລັງ ສະຫະ
ລັດໃນຢູໂຣບ ແລະຜູ້ບັນຊາການສູງສຸດຂອງກຸ່ມພັນທະມິດ NATO ໃນຢູໂຣບ
(SACEUR) ໄດ້ລາຍງານຕໍ່ຄະນະກຳມະການກອງທັບຂອງສະພາສູງ ໃນວັນອັງຄານ
ວານນີ້ວ່າ “ຈີນໄດ້ຖືກຳມະສິດ 10 ເປີເຊັນ ຂອງການຂົນສົ່ງເຂົ້າສູ່ ແລະອອກຂອງຢູໂຣບ.”
ນາຍພົນວອລເຕີຣສ໌ ກ່າວວ່າ “ເປັນທີ່ຕື່ນຕົກໃຈ. ເວລາທ່ານມີຄວາມສາມາດໃນການ
ຄວບຄຸມ ທີ່ຈະນຳເອົາເຂົ້າມາ ແລະວາງລະບຽບ ກ່ຽວກັບ ຊັບພະຍາກອນ ທ່ານສາມາດ
ສ້າງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ອັນທີ່ຍັງເຫຼືອຢູນັ້ນ ຢູ່ໃນທະວີບດັ່ງກ່າວ ເມື່ອເວົ້າເຖິງ
ຄວາມສາມາດຢ່າງມີປະສິດທິຜົນເພື່ອກໍ່ໃຫ້ເກີດສັນຕິພາບແລະ ຄວາມໝັ້ນຄົງ.
ນາຍພົນວອລເຕີຣສ໌ ກ່າວຕໍ່ບັນດາສະມາຊິກສະພາວ່າ ຈີນ ໄດ້ລົງທຶນທາງດ້ານ “ເສດ
ຖະກິດສ່ວນໃຫຍ່” ຢູ່ຕາມທ່າກຳປັ່ນຕ່າງໆໃນທົ່ວຢູໂຣບ ຮວມທັງຢູ່ໃນ ບັນດາປະເທດ
ພັນທະມິດຂອງ NATO ເຊັ່ນແບລຈ້ຽມ ອີຕາລີ ຝຣັ່ງ ແລະກຣິສ.
ພັນທະມິດໃນຢູໂຣບໄດ້ຕື່ນຕົກໃຈ ແລະມີຄວາມເປັນຫ່ວງກ່ຽວກັບເລື້ອງສິດທິຂອງ
ຈີນ ທີ່ມີຢູ່ ກ່ຽວກັບບັນດາທ່າກຳປັ່ນຕ່າງໆ ອີງຕາມນາຍພົນວອລເຕີຣສ໌.
ນາຍພົນວອລເຕີຣສ໌ ກ່າວວ່າ “ໃນສ່ວນໃຫຍ່ຂອງກໍລະນີ ແມ່ນເປັນຫູເປັນຕາເພີ່ມ
ຂຶ້ນ ເວລາໃດທີ່ພວກເຮົາກາຍລະດັບຂອງການສຶກສາ.”
ຜູ້ບັນຊາການສະຫະລັດ ຍັງໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນຫ່ວງກ່ຽວກັບເທັກ
ໂນໂລ ລະບົບ 5G ຂອງບໍລິສັດຫົວເຫວີຍຂອງຈີນ ຊຶ່ງລັດຖະມົນຕີກະຊວງປ້ອງກັນ
ປະເທດສະຫະລັດ ທ່ານ ມາກສ໌ ແອັສເປີ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ
ໄມຄ໌ ພອມພຽວ ແລະເລຂາທິການໃຫຍ່ອົງການ NATO ທ່ານເຈນສ໌ ສະໂຕລເຕັນ
ເບີກ ໄດ້ສົນທະນາກັນ ຢູ່ທີ່ນະຄອນມິວນິກ ໃນອາທິດແລ້ວນີ້.
ທ່ານແອັສເປີ ໄດ້ເຕືອນໃນວັນທີ 15 ກຸມພາຜ່ານມານີ້ວ່າ ຈີນ ໄດ້ຊອກຫາຄວາມໄດ້
ປຽບຕໍ່ສະຫະລັດແລະປະເທດພັນທະມິດຢູ່ໃນຢູໂຣບ “ດ້ວຍວິທີທາງຕ່າງໆແລະ ບໍ່
ວ່າຈະໃຊ້ເງິນຄຳຫຼາຍປານໃດ.”
The top U.S. commander in Europe is warning of daunting amounts of Chinese investment in European seaports and increases in Russian submarine activity outside of Europe.
U.S. Air Force Gen. Tod Wolters, commander of U.S. European Command and NATO’s Supreme Allied Commander Europe (SACEUR), testified at a Senate Armed Services Committee hearing Tuesday that “China has access to 10% of the shipping rights into and out of Europe.”
“It is very alarming,” Wolters said. “When you control the ability to take in and regulate resources, you have a large impact on what actually exists on the continent with respect to its ability to effectively generate peace and security.”
Wolters told lawmakers that China has invested an “economic majority” in seaports across Europe, including in NATO allies Belgium, Italy, France and Greece.
European allies have been surprised and concerned by the degree of equities China holds with respect to seaports, according to the general.
“In most cases … vigilance increases once we get past the education stage,” Wolters said.
The commander also echoed concerns about the Chinese company Huawei’s 5G wireless technology, which U.S. Secretary of Defense Mark Esper, U.S. Secretary of State Mike Pompeo and NATO Secretary-General Jens Stoltenberg discussed in Munich last week.
Esper warned Feb. 15 that China was seeking advantage over the U.S. and its allies in Europe, “by any means and at any cost.”