ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແມ່ຍິງລາວ-ອາເມຣິກັນ ມີຄໍາເຫັນ ກ່ຽວກັບກອງປະຊຸມໃຫຍ່ ພັກເດໂມແຄຣັດ ໃນການແຕ່ງຕັ້ງ ທ. ໂຈ ໄບເດັນ ເປັນຜູ້ຕາງໜ້າພັກ


ທ.ນ. ທີນາ ມະຫາລາດ ທີ່ຖືກເລືອກໃຫ້ເປັນຜູ້ແທນໃນການເລືອກຕັ້ງຈາກລັດໂອຮາຍໂອເພື່ອເລືອກເອົາຜູ້ຕາງໜ້າພັກລົງແຂ່ງຂັນປະທານາທິບໍດີ
ທ.ນ. ທີນາ ມະຫາລາດ ທີ່ຖືກເລືອກໃຫ້ເປັນຜູ້ແທນໃນການເລືອກຕັ້ງຈາກລັດໂອຮາຍໂອເພື່ອເລືອກເອົາຜູ້ຕາງໜ້າພັກລົງແຂ່ງຂັນປະທານາທິບໍດີ

ຂະນະທີ່ກອງປະຊຸມໃຫຍ່ທາງອອນລາຍຂອງພັກເດໂມແຄຣັດກໍາລັງດໍາເນີນໄປເປັນມື້ທີສາມ ເພື່ອແຕ່ງຕັ້ງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໃຫ້ເປັນຜູ້ຕາງໜ້າພັກເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີໃນເດືອນພະຈິກປີ ນີ້ ທາງວີໂອເອ ກໍໄດ້ນໍາເອົາການສໍາພາດ ກັບທ່ານນາງ ທີນາ ມະຫາລາດ, ສະມາຊິກສະພາສູງປະຈໍາລັດໂອຮາຍໂອ ທີ່ໄດ້ຮັບການແຕ່ງຕັ້ງຈາກຄົນໃນພັກ ຢູ່ລັດຂອງທ່ານນາງ ໃຫ້ເປັນ​ຜູ້​ແທນ ​ໃນ​ການ​ເລືອກ​ຕັ້ງຄົນນຶ່ງເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ ແລະ ຄໍາຄິດເຫັນຈາກສະມາຊິກປະຊາຄົມລາວ ຄົນນຶ່ງໃນລັດອໍເຣກອນມາສະເໜີທ່ານ. ຂໍເຊີນທ່ານຮັບຟັງລາຍລະອຽດ ກ່ຽວກັບເລື້ອງນີ້ ຈາກບົວ ສະຫວັນ ໄດ້ ໃນອັນດັບຕໍ່ໄປ

ທ້າມກາງການລະບາດຢ່າງໜັກຂອງພະາຍາດໂຄວິດ-19 ຢູ່ນີ້ ພັກເດໂມ ແຄຣັດກໍໄດ້ຈັດກອງປະຊຸມໃຫຍ່ຂຶ້ນເພື່ອແຕ່ງຕັ້ງຜູ້ຕາງໜ້າພັກເຂົ້າຮ່ວມກັນແຂ່ງ ຂັນເປັນປະທານາທິບໍດີຂອງສະຫະລັດໃນເດືອນພະຈິກຈະມາເຖິງນີ້. ທ່ານນາງ ທີນາມະຫາລາດ ຊຶ່ງເປັນສະມາຊິກສະພາສູງປະຈໍາລັດໂອາຍໂອ ແລະເປັນແມ່ ຍິງເຊື້ອສາຍເອເຊຍຜູ້ທໍາອິດທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ​ຜູ້​ແທນ​ໃນ​ການ​ເລືອກ​ຕັ້ງຄົນນຶ່ງເຂົ້າຮ່ວມໃນກອງປະຊຸມໃຫຍ່ໃນການເລືອກເອົາຜູ້ຕາງໜ້າພັກດັ່ງກ່າວ ໃນຄັ້ງນີ້. ຊຶ່ງທ່ານນາງໄດ້ອະທິບາຍກ່ຽວກັບເລື້ອງນີ້ສູ່ຟັງວ່າ:

“ຢູ່ໃນລັດໂອຮາຍໂອນີ້ມີຜູ້​ແທນ​ໃນ​ການ​ເລືອກ​ຕັ້ງຢູ່ 160 ຄົນ. ຂ້າພະເຈົ້າແມ່ນ ເປັນ PLEO (Party leader elected official) ຫລື ເຈົ້າໜ້າທີ່ຜູ້ນໍາພາພັກ ທີ່ໄດ້ຮັບການເລືອກຕັ້ງ ແລະສິ່ງທີ່ພວກເຮົາເຮັດແທ້ໆ ກໍຄືວ່າຢູ່ກອງປະຊຸມນີ້ ພວກເຮົາຕ້ອງໄດ້ປ່ອນບັດຕາງໜ້າໃຫ້ລັດເຮົາເພື່ອເອົາຜູ້ໃດທີ່ພວກເຮົາຢາກໃຫ້ ເປັນຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ແລະຂ້າພະເຈົ້າເປັນຜູ້​ແທນ ໃຫ້ແກ່ ທ່ານ ໂຈ ໄບເດັນໃນການ​ເລືອກ​ຕັ້ງນີ້.”

ທ່ານນາງອະທິບາຍ ຕໍ່ໄປກ່ຽວກັບພວກເປັນຜູ້ແທນ ໃນການເລືອກຕັ້ງນີ້ອີກວ່າ ພວກເຂົາເຈົ້າໄດ້ຖືກເລືອກຕັ້ງໂດຍເຈົ້າໜ້າໃນພັກ ຫລືບໍ່ແມ່ນເຈົ້າໜ້າທີ່ໃນເຂດ ເລືອກຕັ້ງຂອງພວກເຂົາເຈົ້າ ຊຶ່ງທ່ານນາງໃຫ້ຄໍາເຫັນວ່າ:

“ຕາມປົກກະຕິແລ້ວ ຖ້າຫາກ ວ່າບໍ່ມີໂຄວິດນີ້ ພວກເຮົາກໍຈະໄປປາກົດໂຕໃນກອງ ປະຊຸມ ແລ້ວກໍແບ່ງຜູ້ແທນ ໃນການເລືອກຕັ້ງເປັນແຕ່ລະລັດ ແລ້ວແຕ່ລະລັດກໍ ຈະເລືອກເອົາຜູ້ນຶ່ງ ເປັນປະທານພັກຂອງລັດ ແລ້ວປະທານພັກຂອງລັດ ທີ່ເປັນຜູ້ຢູ່ໃນແຖວໜ້າຂອງລັດ. ຖ້າ ຫາກວ່າກອງປະຊຸມຈັດແບບຕາມປົກກະຕິ ຄືເມື່ອກ່ອນ ສົມມຸດວ່າ ລັດໂອຮາຍໂອ, ປະທານພັກຂອງລັດກໍຈະໄປປາກົດ ໂຕໃນກອງປະຊຸມໃຫຍ່ຂອງພັກ ແລ້ວ ປະກາດວ່າ ມີຜູ້ແທນການເລືອກຕັ້ງ ຈາກລັດໂອຮາຍໂອ ໃນຈໍານວນເທົ່ານີ້ ເທົ່າ ນັ້ນທີ່ເລືອກເອົາທ່ານ ໂຈ ໄບເດັນ ໃຫ້ເປັນຜູ້ຕາງໜ້າພັກ ແລະ ກໍມີຜູ້ແທນການ ເລືອກຕັ້ງໃນຈໍານວນເທົ່ານັ້ນເທົ່ານີ້ ເລືອກເອົາທ່ານເບນນີ ແຊນເດີສ໌ ເຖິງແມ່ນ ວ່າ ທ່ານແຊນເດີສ໌ ຈະອອກຈາກ ການແຂ່ງຂັນໄປແລ້ວກໍຕາມ. ນີ້ ຄືວິທີການ ທີ່ກອງປະຊຸມໃຫຍ່ທັງຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນເລືອກເອົາຜູ້ ຕາງໜ້າພັກເພື່ອລົງແຂ່ງຂັນເປັນປະທານາທິບໍດີ.”

ທ່ານນາງບອກວ່າ ນອກຈາກການເຂົ້າຮ່ວມກອງປະຊຸມໃຫຍ່ ຂອງພັກເດໂມ
ແຄຣັດ ໃນຄືນວັນຈັນຜ່ານມາແລ້ວ ໃນນນາມເປັນຜູ້ແທນໃນການເລືອກຕັ້ງ ສະມາຊິກສະພາສູງຂອງລັດ ທີ່ປ່ວຍຍ້ອນເປັນພະຍາດໂຄວິດ ມາໄດ້ອາທິດ
ນຶ່ງແລ້ວຜູ້ນີ້ ໄດ້ເຂົ້າຮ່ວມກອງປະຊຸມຕ່າງໆ ໃນແຕ່ລະວັນຢ່າງບໍ່ຂາດ ເຊັ່ນ ກອງປະຊຸມຄະນະກໍາມະການຂອງພັກຂອງທ່ານ ທີ່ຈັດຂຶ້ນໃນຕອນເຊົ້າຂອງ ວັນອັງຄານວານນີ້ແລະກໍກອງປະຊຸມອື່ນໆອີກເຖິງແມ່ນວ່າທ່ານນາງຍັງປ່ວຍ ຢູ່ກໍຕາມ ແລະທຸກກອງປະຊຸມແມ່ນລ້ວນແຕ່ຈັດແບບຜ່ານໂທລະສັບແບບມີ ວີດິໂອ.

ໃນນາມວ່າເປັນສະມາຊິກສະພາແມ່ຍິງເຊື້ອສາຍເອເຊຍຜູ້ທໍາອິດ ຈາກລັດໂອຮາຍໂອໄດ້ເປັນ PLEO ຫລື ເຈົ້າໜ້າທີ່ຜູ້ນໍາພາພັກທີ່ໄດ້ຮັບການ ເລືອກຕັ້ງ ໃຫ້ເປັນຜູ້ແທນໃນການເລືອກຕັ້ງ ເອົາຜູ້ຕາງໜ້າພັກເພື່ອລົງສະໝັກ ເລືອກຕັ້ງປະທານາທິບໍດີ ທ່ານເລົ່າເຖິງຄວາມຮູ້ສຶກຂອງຕົນສູ່ຟັງວ່າ:

“ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເປັນຄົນລາວຜູ້ທໍາອິດໃນລັດໂອຮາຍໂອນີ້ ທີ່ໄດ້ ເປັນຜູ້ແທນໃນການເລືອກຕັ້ງ ສໍາລັບກອງປະຊຸມໃຫຍ່ຄັ້ງນີ້. ຂ້າພະເຈົ້າບໍ່ພຽງ ແຕ່ເປັນຜູ້ແທນໃນການເລືອກຕັ້ງ ຈາກເຂດເມືອງຂອງຕົນເທົ່ານັ້ນ ແຕ່ຍັງໄດ້ ເປັນ PLEO ຫລືເຈົ້າໜ້າທີ່ຜູ້ນໍາພາພັກ ທີ່ໄດ້ຮັບການເລືອກຕັ້ງ ຊຶ່ງເປັນຜູ້ທໍາ ໜ້າທີ່ ທີ່ມີກຽດສູງສຸດໃນນາມເປັນຜູ້ແທນໃນການເລືອກຕັ້ງຢູ່ໃນສະຫະລັດ. ສະ ນັ້ນຂ້າພະເຈົ້າຮູ້ສຶກວ່າ ເປັນບຸນອັນລົ້ນເຫລືອ ທີ່ໄດ້ຖືກເປັນເຈົ້າໜ້າທີ່ ທີ່ໄດ້ຮັບ ການເລືອກຕັ້ງທີ່ໄດ້ຮັບການນັບຖືສູງທີ່ສຸດຢູ່ໃນລັດໂອຮາຍໂອໜີ້.”

ເມື່ອຖາມເຖິງບັນຍາກາດຂອງຄືນທໍາອິດໃນການເປີດກອງປະຊຸມໃຫຍ່ຄັ້ງນີ້ ກໍ ຄືໃນຄືນວັນຈັນນັ້ນ ສະມາຊິກສະພາສູງ ທີ່ຖືວ່າຕົນເອງເປັນນັກການເມືອງ ທີ່ ມີຫົວກ້າວໜ້ານັ້ນເວົ້າວ່າ ເຖິງມັນຈະເປັນການປະຊຸມແບບອອນລາຍກໍຕາມ ແຕ່ທ່ານນາງຍັງຮູ້ສຶກວ່າມັນຍັງເປັນກອງປະຊຸມທີ່ມີບັນຍາກາດຕື່ນເຕັ້ນເມື່ອໄດ້ ຍິນ ໄດ້ຟັງຄໍາເວົ້າຂອງທ່ານນາງ ມີແຊລ ໂອບາມາ, ອະດີດສະຕີໝາຍເລກນຶ່ງ ຂອງສະຫະລັດ ຊຶ່ງທ່ານນາງເລົ່າສູ່ວີໂອເອຟັງວ່າ:

“ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມສໍາຄັນຂອງກອງປະຊຸມຈາກຄໍາປາໄສຂອງທ່ານ ນາງມີແຊລ ໂອບາມາທີ່ບອກວ່າ ເຖິງແມ່ນວ່າ ຈະມີການລະບາດຂອງພະຍາດ ກໍຕາມສຽງຂອງພວກເຮົາບໍ່ຄວນຖືກປ່ອຍໃຫ້ມັນຫລຸດໄປ ແລະພວກເຮົາບໍ່ຄວນ ເລີກລົ້ມຄວາມຫວັງຂອງພວກເຮົາ. ພວກເຮົາ ຄວນໄປປ່ອນບັດເລືອກຕັ້ງ ໃນ ເດືອນພະຈິກນີ້. ເຖິງແມ່ນວ່າຈະມີຫຍັງກໍາລັງເກີດຂຶ້ນຢູ່ກໍຕາມ ພວກເຮົາຍັງມີ ສິດອັນນັ້ນຢູ່ ແລະພວກເຮົາຈະຕໍ່ສູ້ເພື່ອສິດອັນນັ້ນ. ທ່ານນາງ ມີແຊລ ໂອບາ ມາ ທີ່ເປັນຜູ້ກ່າວຄໍາປາໄສຄົນສຸດທ້າຍໃນຄືນນັ້ນ ເຮັດໃຫ້ຂ້ອຍຮູ້ສຶກດົນບັນດານໃຈຫລາຍ.”

ເຊັ່ນດຽວກັນ ທ່ານນາງ ຈັນພອນ ສິນລະປະໄຊ ໂອຄາມູຣາ (Chanpone Sinlapasai-Okamura) ທະນາຍຄວາມດ້ານຄົນເຂົ້າເມືອງຂອງບໍລິສັດ ທີ່ ປຶກສາດ້ານກົດໝາຍ ມາແຣນດັສ ສິນລະປະໄຊ ກາເຊຍ (Marandas Sinlapasai Garcia ຜູ້ທີ່ໄດ້ຕິດຕາມເບິ່ງກອງປະຊຸມນີ້ ທາງໂທລະພາບກໍ ບອກວ່າ ທ່ານນາງມີຄວາມປະທັບໃຈຫລາຍກັບຄໍາປາໄສຂອງທ່ານນາງມີແຊລ ໂອບາມາທີ່ກ່າວ ຊຶ່ງທ່ານນາງເປີດເຜີຍເຖິງຄວາມຮູ້ສຶກຂອງທ່ານນາງສູ່ຟັງວ່າ:

“ຂ້າພະເຈົ້າຄິດວ່າ ໂດຍມີໂຄວິດຢູ່ນີ້ ພວກເຮົາຢູ່ໃນໂລກອັນໃໝ່ ແມ່ນບໍ່ ແນ່ ນອນ ມັນກອງປະຊຸມກໍມີຄວາມຫຍຸ້ງຍາກແດ່ ແຕ່ວ່າ ຂ້າພະເຈົ້າກໍຄິດວ່າ ທ່ານນາງມີ ແຊລ ໂອບາມາ ເປັນຈຸດເດັ່ນຂອງກອງປະຊຸມນີ້. ຂ້າພະເຈົ້າຄິດ ວ່າ ຄໍາປາໄສຂອງເພິ່ນເປັນສິ່ງທີ່ຈັບໃຈຫລາຍທີ່ສຸດເພາະວ່າ ເວົ້າແທ້ໆແລ້ວ ປະເທດນີ້ ແມ່ນ ເມື່ອຍລ້າຫລາຍແລ້ວ.”

ແຕ່ຢ່າງໃດກໍຕາມ ທ່ານນາງບອກວ່າ ຖ້າເບິ່ງໃນມຸມມອງຂອງພວກຄົນເຂົ້າ ເມືອງ ແລະຂອງທະນາຍຄວາມດ້ານຄົນເຂົ້າເມືອງແລ້ວ ທັງສອງພັກລ້ວນແຕ່ ເຮັດໃຫ້ພວກຄົນເຂົາເມືອງລໍາບາກ ຊຶ່ງທ່ານນາງໃຫ້ຄໍາເຫັນດັ່ງນີ້:

“ສື່ສັງຄົມອອນລາຍ ເປັນສິ່ງທີ່ເຮັດໃຫ້ທຸກໃຈຫລາຍ ເຮັດໃຫ້ຫງຸດຫງິດສໍາລັບ ຫລາຍຄົນທີ່ບໍ່ເຂົ້າໃຈ. ຫລາຍຄົນບໍ່ເຂົ້າໃຈວ່າ ທຸກໆ ຄັ້ງທີ່ປະທານາທິບໍດີຂຽນ ຂໍ້ຄວາມລົງໃນທວີດເຕີ ແລ້ວລັດຖະບານກໍເຮັດນະໂຍ ບາຍໃໝ່ອອກມານັ້ນ ມີຜົນກະທົບຕໍ່ເຂົາເຈົ້າແນວໃດ. ກອງປະຊຸມພັກເດໂມ ແຄຣັດ ຫລື DNC ມີ ສິ່ງທີ່ເຕີບໂຕຫລາຍຢູ່ໃນສະຖາບັນນີ້. ເຂົາເຈົ້າຍັງມີອົງການ ທີ່ປະເມີນຜົນ ຂັ້ນ ຕອນຢູ່ພາຍໃນພັກຂອງເຂົາເຈົ້າທີ່ຈໍາແນກຄົນອື່ນທີ່ພະຍາຍາມ ອອກປາກອອກ ສຽງໃຫ້ແກ່ປະຊາຄົມ ທີ່ໄດ້ຮັບຄວາມເສຍຫາຍ. ຖ້າຈະຫລຽວເບິ່ງ ແລ້ວທົ່ວທັງ ພັກນັ້ນ ລ້ວນແຕ່ເປັນຜູ້ຊາຍຜິວຂາວອາຍຸແກ່. ຢູ່ພັກຣີພັບລິນກັນ ກໍຄືກັນ. ເວົ້າ ແລ້ວກໍບໍ່ມີລະບົບທີ່ສົມບູນແບບດອກ ບໍ່ວ່າຈະເປັນພັກເດໂມແຄຣັດ ແລະພັກຣີ ພັບບລິກັນ ເມື່ອເບິ່ງໃນແງ່ມອງ ຂອງປະຊາຄົມຂອງຄົນເຂົາເມືອງ. ພວກເຮົາ ຕ້ອງເບິ່ງນະໂຍບາຍໃນແງ່ຂອງສິດທິມະນຸດ ເບິ່ງວ່າ ມີໃຜມາຊ່ວຍເຮົາຄັນວ່າມີ ສົງຄາມ, ມີໃຜຢືນຢູ່ຄຽງຂ້າງເຮົາ, ໃຜເຮັດໃຫ້ເຮົາມີຄວາມຫວັງ, ຜູ້ໃດຈະເອົາ ເຮືອນໃຫ້ເຮົາຊົ້ນຢູ່, ໃຜຈະເອົາເຂົ້າໃຫ້ເຮົາກິນແມ່ນບໍ່? ແລ້ວແມ່ນໃຜຖິ້ມ ປະເຮົາໃຫ້ເປັນອົບພະຍົບທີ່ຊ່ອຍຕົນເອງຫຍັງກໍບໍ່ໄດ້ ຢູ່ທົ່ວໂລກ ເພາະວ່າ ຄົນລາວ ສ່ວນໃຫຍ່ມາສະຫະລັດບໍ່ແມ່ນດ້ວຍວີຊາເຂົາເມືອງ ແຕ່ວ່າມາໃນນາມ ອົບພະຍົບ ເຊັ່ນດຽວກັນກັບອ້າຍນ້ອງກໍາປູເຈຍ ແລະຫວຽດນາມຂອງພວກເຮົາ.”

ສະຫລຸບແລ້ວແມ່ຍິງອາເມຣິກັນເຊື້ອສາຍລາວ ທີ່ມີບົດບາດສໍາຄັນໃນການຮັບໃຊ້ ແລະພັດທະນາຊຸມຊົນທັງສອງທ່ານລ້ວນແຕ່ເຫັນວ່າກອງປະຊຸມໃຫຍ່ຂອງ ພັກເດໂມແຄຣັດ ໃນຄືນທໍາອິດນີ້ ມີການກ່າວຄໍາ ປາໄສຂອງທ່ານນາງມີແຊລ ໂອບາມາ, ອະດີດສະຕີໝາຍເລກນຶ່ງຂອງສະ ຫະລັດໄດ້ສ້າງ ຄວາມປະທັບໃຈຫລາຍໃຫ້ພວກເພິ່ນຫລາຍ.

ແຕ່ໃນຂະນະດຽວກັນ ພັກຣີິພັບບລີກັນກໍກໍາລັງກຽມຈັດກອງປະຊຸມໃຫຍ່ຂອງພັກໃນອາທິດໜ້າ ແລະ ກໍຍັງມີສະມາຊິກປະຊາຄົມລາວຫລາຍຄົນ ທີ່ນິຍົມພັກທີ່ວ່ານີ້ຫລາຍກວ່າ ເຊັ່ນຍານາງສົມ ດິດທະວົງ ທີ່ລັດວໍຊິງຕັນ. ທ່ານນາງຄິດວ່າ ປະທານາທິບໍດີ ດໍໂນລ ທຣຳທີ່ສັງກັດໃນພັກຣີພັບລິກັນມີຄວາມສາມາດຫລາຍກວ່າ ໃນເລື້ອງການພັດທະນາເສດຖະກິດ, ການເຮັດທຸລະກິດແລ້ວ ແລະການສ້າງວຽກເຮັດງານທໍາ. ພວກເຮົາຈະເອົາລາຍລະອຽດກ່ຽວກັບຄໍາຄິດເຫັນຂອງເຂົາເຈົ້າມາສະເໜີທ່ານ ໃນມື້ໜ້າ.

ເບິ່ງວີດິໂອການສໍາພາດທ່ານນາງ ທີນາ ມະຫາລາດ ເປັນພາສາອັງກິດ


XS
SM
MD
LG