ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທິລເລີສັນ ສົ່ງເສີມ ສາຍພົວພັນ ອັນໃກ້ຊິດ ລະຫວ່າງ ອີຣັກ ກັບ ຊາອຸດີ ອາເຣເບຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກ ທິລເລີສັນ ແລະ ກະສັດ ຊາລມານ ແຫ່ງຊາອຸດີ ອາເຣເບຍ ລົມກັນ
ກ່ອນກອງປະຊຸມຂອງພວກເພິ່ນໃນນະຄອນຫຼວງ ຣີຢາດ ປະເທດ ຊາອຸດີ ອາເຣເບຍ. 22 ຕຸລາ, 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກ ທິລເລີສັນ ແລະ ກະສັດ ຊາລມານ ແຫ່ງຊາອຸດີ ອາເຣເບຍ ລົມກັນ ກ່ອນກອງປະຊຸມຂອງພວກເພິ່ນໃນນະຄອນຫຼວງ ຣີຢາດ ປະເທດ ຊາອຸດີ ອາເຣເບຍ. 22 ຕຸລາ, 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ ທິລເລີສັນ ໃນວັນອາທິດວານ
ນີ້ ໄດ້ສົ່ງເສີມການປັບປຸງສາຍພົວພັນລະຫວ່າງ ປະເທດ ຊາອຸດີ ອາເຣເບຍ ກັບ ອີຣັກ
ວ່າເປັນວິທີເພື່ອຕໍ່ຕ້ານການຮຸກຮານທາງທະຫານທີ່ທະວີຂຶ້ນໃນພາກພື້ນໂດຍ ອີຣ່ານ.

ທ່ານ ທິລເລີສັນ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງທຳອິດຂອງຄະນະກໍາມະການ ການ
ປະສານງານ ຊາອຸດີ ອາເຣເບຍ ແລະ ອີຣັກ ໃນນະຄອນຫຼວງ ຣີຢາດ, ໄດ້ກ່າວຕໍ່ກະ
ສັດ ຊາລມານ ແຫ່ງຊາອຸ ແລະ ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ ອາລ-ອາບາດີ
ວ່າ ການປັບປຸງສາຍພົວພັນຂອງເຂົາເຈົ້າໄດ້ສະແດງໃຫ້ເຫັນ “ສັກກະຍະພາບ ທີ່ຍິ່ງ
ໃຫຍ່.”
ທ່ານໄດ້ອ້າງເຖິງການເປີດຄືນ ເຂດຊາຍແດນທີ່ສຳຄັນລະຫວ່າງສອງປະເທດ
ໃນເດືອນສິງຫາທີ່ຜ່ານມາ ແລະ ການສືບຕໍ່ສາຍການບິນໂດຍກົງ ລະຫວ່າງ ນະຄອນ
ຫຼວງ ແບັກແດັດ ກັບ ຣີຢາດ.

ທ່ານ ທິລເລີສັນ ກ່າວວ່າ “ທັງສອງຢ່າງເປັນຕົວແທນການເລີ່ມຕົ້ນຂອງສິ່ງທີ່ພວກເຮົາ
ຫວັງວ່າ ຈະເປັນໄປ ໃນການດຳເນີນການທີ່ມີຕົວຕົນ ຍິ່ງຂຶ້ນກວ່າເກົ່າ, ເພື່ອເສີມຂະ
ຫຍາຍສາຍພົວພັນ ແລະ ການຮ່ວມມື ທີ່ເຂັ້ມແຂງໃນຫຼາຍບັນຫາ. ສາຍພົວພັນທີ່ກຳ
ລັງເຕີບໂຕລະຫວ່າງ ລາຊະອານາຈັກ ແລະ ປະເທດ ອີຣັກ ແມ່ນສຳຄັນ ເພື່ອສະໜັບ
ສະໜູນຄວາມປອດໄພ ແລະ ຄວາມຈະເລີນຮັ່ງມີຮ່ວມກັນ ແລະ ພວກເຮົາກໍໃຫ້ຄວາມ
ສົນໃຈ ກ່ຽວກັບ ມັນເປັນຢ່າງຍິ່ງ.”

ກະສັດ ຊາລມານ ໄດ້ຊົງຕັດວ່າ “ພວກເຮົາກຳລັງປະເຊີນໜ້າ ກັບສິ່ງທ້າທາຍທີ່ຮ້າຍ
ແຮງໃນພາກພື້ນຂອງພວກເຮົາ ໃນຮູບແບບຂອງລັດທິຫົວຮຸນແຮງ, ລັດທິກໍ່ການຮ້າຍ
ພ້ອມກັບຄວາມພະຍາຍາມທີ່ຈະສ້າງຄວາມບໍ່ໝັ້ນຄົງໃນບັນດາປະເທດຂອງພວກເຮົາ.
ຄວາມພະຍາຍາມພວກນີ້ ຕ້ອງການຄວາມເອົາໃຈໃສ່ຢ່າງເຕັມສ່ວນຂອງພວກເຮົາ.
ພວກເຮົາຢືນຢັນອີກຄັ້ງນຶ່ງ ກ່ຽວກັບ ການສະໜັບສະໜູນຂອງພວກເຮົາສຳລັບຄວາມ
ສາມັກຄີ ແລະ ຄວາມໝັ້ນຄົງ ກ່ຽວກັບ ປະເທດອ້າຍນ້ອງ ອີຣັກ ຂອງພວກເຮົາ.”

ທ່ານ ອາບາດີ ກໍໄດ້ກ່າວເຫັນດີ ກ່ຽວກັບ “ສາຍພົວພັນທີ່ກ້າວໜ້າ ລະຫວ່າງ ສອງປະ
ເທດອ້າຍນ້ອງຂອງພວກເຮົາ. ພວກເຮົາເປີດກວ້າງ ແລະ ພວກເຮົາຢາກຍ້າຍໜີໄປ
ຈາກອະດີດ. ພາກພື້ນນີ້ບໍ່ສາມາດອົດກັ້ນກັບການແບ່ງແຍກໃດໆອີກຕໍ່ໄປ. ການແຊກ
ແຊງໃນບັນຫາພາຍໃນຂອງປະເທດອື່ນໆຄວນຍຸຕິລົງ.”

ປະເທດ ອີຣັກ ທີ່ມີຄົນມຸສລິມນິກາຍ ຊີໄອ ອາໄສຢູ່ສ່ວນໃຫຍ່ ແລະ ປະເທດຊາອຸດີ
ອາເຣເບຍ ທີ່ນຳໜ້າໂດຍຊາວມຸສລິມນິກາຍ ຊຸນນີ ໄດ້ເຫີນຫ່າງກັນເປັນເວລາຫຼາຍ
ທົດສະວັດ ລຸນຫຼັງການຮຸກຮານປະເທດ ຄູເຫວດ ໃນປີ 1990 ໂດຍຜູ້ນຳຜະເດັດການ
ອີຣັກ ທ່ານ ຊັດດາມ ຮຸສເຊນ. ແຕ່ ຊາອຸດີ ອາເຣເບຍ ກໍໄດ້ເປີດສະຖານທູດໃນ
ນະຄອນຫຼວງ ແບັກແດັດ ຄືນໃໝ່ໃນປີ 2015 ຫຼັງຈາກ 25 ປີ, ດ້ວຍລັດຖະມົນຕີການ
ຕ່າງປະເທດ ຊາອຸ ເດີນທາງຢ້ຽມຢາມໃນເດືອນກຸມພາທີ່ຜ່ານມາ, ຕາມມາດ້ວຍການ
ເປີດຄືນ ເຂດຊາຍແດນ ແລະ ການສືບຕໍ່ສາຍການບິນຕ່າງໆ ລະຫວ່າງ ນະຄອນຫຼວງ
ຂອງທັງສອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG