ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາສູງ ສ​ຫລ ຮຽກ​ຮ້ອງ​ໃຫ້ ​ສືບ​ສວນ ແອັ​ປ TikTok ຍ້ອນ​ຄວາມ​ເປັນ​ຫ່ວງ ດ້ານ​ການສອດ​ແນມ


ເຄື່ອງ​ໝາຍ​ຂອງແອັ​ປຕິກ​ຕົກ (TikTok) ຢູ່ໃນ​ໜ້າ​ຈໍ​ໂທ​ລະ​ສັບມື​ຖື​ອັນ​ນຶ່ງ ທີ່​ໃຫ້ເຮັດ​ໃຫ້​ຄົນໃຊ້ແອັ​ປນີ້ ເອົາ​ວີ​ດິ​ໂອ​ສາກ​ສັ້ນໆ ໄປ​ລົງ​ໃນ​ອິນ​ເຕີ​ແນັດ ແລະສົ່ງ​ຕໍ່​ໃຫ້​ຄົນອື່ນໆ ທີ່ໃຊ້ແອັ​ປນີ້ໄດ້.
ເຄື່ອງ​ໝາຍ​ຂອງແອັ​ປຕິກ​ຕົກ (TikTok) ຢູ່ໃນ​ໜ້າ​ຈໍ​ໂທ​ລະ​ສັບມື​ຖື​ອັນ​ນຶ່ງ ທີ່​ໃຫ້ເຮັດ​ໃຫ້​ຄົນໃຊ້ແອັ​ປນີ້ ເອົາ​ວີ​ດິ​ໂອ​ສາກ​ສັ້ນໆ ໄປ​ລົງ​ໃນ​ອິນ​ເຕີ​ແນັດ ແລະສົ່ງ​ຕໍ່​ໃຫ້​ຄົນອື່ນໆ ທີ່ໃຊ້ແອັ​ປນີ້ໄດ້.

ສະ​ມາ​ຊິກ​ສະ​ພາສູງສອງ​ທ່ານ​ກຳ​ລັງ​ຂໍ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ ທຳ​ການ​ສືບ​ສວນ ຕິກ​ຕົກ (TikTok) ຊຶ່ງ​ເປັນ​ແອັ​ປ​ໃສ່​ຄອມ​ພີວ​ເຕີຂອງ​ຈີນ​ທີ່​ຄົນ​ນິ​ຍົມ​ກັນ​ຫລາຍນັ້ນ ໂດຍ​ເຊື່ອ​ວ່າ ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ຫລາຍ ​ທີ່​ຈະ​ເປັນ​ໄພຂົ່ມ​ຂູ່​ຕໍ່ ຄວາມ​ໝັ້ນ​ຄົງ​ຂອງ​ຊາດ.

ແອັ​ປຕິກ​ຕົກ (TikTok) ອະ​ນຸ​ຍາດ​ໃຫ້​ຄົນໃຊ້ແອັ​ປນີ້ສາ​ມາດ​ເອົາ​ວີ​ດິ​ໂອ​ສາກ​ສັ້ນໆ ໄປ​ລົງ​ໃນ​ອິນ​ເຕີ​ແນັດ ແລະສົ່ງ​ຕໍ່​ໃຫ້​ຄົນອື່ນໆ ທີ່ໃຊ້ແອັ​ປນີ້ໄດ້.

ທ່ານ ຈ​ຊັກ ຊຸມ​ເມີ (Chuck Schumer), ຜູ້​ນຳສະ​ມາ​ຊິກພັກເດ​ໂມ​ແຄ​ຣັດ ​ຢູ່ ສະ​ພາສູງ ແລະ ທ່ານ ທອມ ຄັດ​ຕັນ (Tom Cotton) ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ໄດ້​ສົ່ງ​ໜັງ​ສືໄປຫາ​ຮັກ​ສາ​ການຫົວ​ໜ້າດ້ານ​ການ​ສືບ​ລັບ​ແຫ່ງ​ຊາດໂຈ​ເຊັ​ຟ ແມັກ​ກວາຍ​ເອີ (Joseph McGuire) ເວົ້າ​ວ່າ ຄົນ​ມີ​ຄວາມ​ເປັນ​ຫ່ວງ​ນັບ​ມື້ນ ນັບ​ເພີ້ມ​ຂຶ້ນ​ກ່ຽວ​ກັບ ແອັ​ປຕິກ​ຕົກ (TikTok).

ໜ່ວຍເກັບ​ຂໍ້​ມູນ​ຂອງແອັ​ປຕິກ​ຕົກ (TikTok) ແມ່ນ​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນ​ອີກ​ທີ່​ມີ​ການ​ໃຊ້ແອັ​ປນີ້. ແຕ່​ວ່າ ມັນ​ເປັນ​ຂອງ​ບໍ​ລິ​ສັດໄບ​ທ໌​ແດນ​ສ໌ (ByteDance) ທີ່​ຕັ້ງ​ຢູ່​ນະ​ຄອນ​ປັກ​ກິ່ງ.

ສະ​ມາ​ຊິກ​ສະ​ພາສູງເຫລົ່າ​ນີ້​ເວົ້າ​ວ່າ ເຖິງ​ແມ່ນ​ວ່າ ແອັ​ປຕິກ​ຕົກ (TikTok) ໄດ້​ບອກ​ໃຫ້​ຜູ້​ທີ່​ໃຊ້​ແອັ​ປນີ້​ໄວ້ກ່ອນລ່ວງ​ໜ້າ​ວ່າ ມັນ​ສາ​ມາດ​ເກັບ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ເຂົາ​ເຈົ້າ ແລະ​ກ່ຽວ​ກັບ​ອຸ​ປະ​ກອນ​ຂອງ​ເຂົາ​ເຈົ້າ, ແຕ່​ວ່າ​ພວກ​ເພິ່ນ​ກໍ​ຍັງ​ເປັນ​ຫ່ວງ "ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ການບໍລິ​ການດ້ານ​ສືບ​ລັບ​ ແລະ​ດ້ານຄວາມ​ປອດ​ໄພຂອງຈີນ ໃນ​ການ​ໃຊ້​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູນ​ຂ່າວ​ສານທຳ​ການ​ສອບ​ແນມ​ຢ່າງ​ເປັນປົກ​ກະ​ຕິ ແລະ​ເປັນ​ລະ​ບົບຕໍ່​ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ຂອງ​ປະ​ເທດນີ້."

ທ່ານ ຊຸມ​ເມີ (Schumer) ແລະ ທ່ານຄັດ​ຕັນ (Cotton) ອະ​ທິ​ບາຍ​ວ່າ ການ​ລະ​ດົມ​ໃນ​ດ້ານ​ການ​ສົ່ງ​ອິດ​ທິ​ພົນຂອງ​ຕ່າງ​ປະ​ເທດ ສາ​ມາດ​ທີ່​ຈະ​ໃຊ້ ແອັ​ປຕິກ​ຕົກ (TikTok) ແບບ​ດຽວ​ກັນ​ກັບ​ການ​ທີ່​ເຂົາ​ເຈົ້າ​ໃຊ້ເວ​ທີ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ສົ່ງ​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ປີ 2016.

ພວກ​ເພິ່ນ​ຍັງ​ໄດ້​ຂຽນ​ວ່າ ແອັ​ປຕິກ​ຕົກ (TikTok) ທຳ​ການ​ສອ​ດແນມ​ເບິ່ງຂໍ້​ມູນ​ທີ່​ສຳ​ຄັນ​ຫລໍ່​ແຫລມ​ໃຫ້​ແກ່​ເຈົາ​ໜ້າ​ທີ່ຈີນ ຊຶ່ງ​ລວມ​ທັງ​ຂ່າວ​ກ່ຽວ​ກັບ​ການ​ປະ​ທ້ວງ​ຢູ່​ຮົງ​ກົງ, ການ​ປະ​ພຶດ​ຂອງ​ຈີນ​ຕໍ່​ຊາວ​ມຸ​ສ​ລິມ ແລະ ການ​ກ່າວພາດ​ພິງ​ໃດໆໄປ​ເຖິງການ​ສັງ​ຫານ​ໝູ່​ຢູ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ​ໃນ​ປີ 1989.

"ພວກ​ນັກ​ຊ່​ຽວ​ຊານ​ດ້ານ​ຄວາມໝັ້ນ​ຄົງໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ການສືບ​ລັບ ​ທີ່​ນຳ​ເອົາມາ​ປະ​ຕິດ​ປະ​ຕໍ່​ເຂົ້າ​ກັນ​ແບບ​ຄຸມ​ເຄືອ ຂອງ​ຈີນ, ກົດ​ໝາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ແລະ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ບັງ​ຄັບ​ບໍ​ລິ​ສັດ​ຈີນ ໃຫ້​ສະ​ໜັບ​ສະ​ໜຸນ ແລະ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ວຽກ​ງານ​ສືບ​ລັບທີ່​ຄວບ​ຄຸມ​ໂດຍພັກ​ຄອມ​ມີວ​ນິ​ສ​ຈີນ," ນັ້ນ​ຄື​ຄໍ​າອະ​ທິ​ບາຍ​ຂອງ​ທ່ານ ຊຸມ​ເມີ ແລະ​ທ່ານຄັດ​ຕັນທີ່ຂຽນ​ລົງ ຊຶ່ງ​ຊີ້​ແຈງວ່າ ບໍ​ລິ​ສັດ​ເຫລົ່າ​ນີ້ ບໍ່​ມີ​ຂົງ​ເຂດທາງ​ດ້ານ​ຕຸ​ລາ​ການ​ອິດ​ສະຫລະ ທີ່​ເຂົາ​ເຈົ້າ​ສາ​ມາດ​ຍື່ນ​ເລື້ອງ​ໄປ​ຫາ ຖ້​ຫາກ​ເຂົາ​ເຈົ້າ​ຄັດ​ຄ້ານ​ຕໍ່​ກົດ​ໝາຍນັ້ນ.

ໂຄ​ສົກ​ຂອງບໍ​ລິ​ສັດ​ເຮັດແອັ​ປຕິກ​ຕົກ (TikTok) ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ວ່າ ຈີນບໍ່​ໄດ້​ມີ​ການ​ຄວບ​ຄຸມທາງ​ດ້ານ​ຕຸ​ລາ​ການຕໍ່ TikTok ເພາະ​ວ່າ​ແອັ​ປນີ້ ​ບໍ່​ມີ​ຢູ່​ໃນ​ຈີນ. ທ່ານ​ນາງ​ຍັງ​ໄດ້​ປະ​ຕິ​ເສດ​ວ່າບໍ່​ໄດ້​ທຳ​ການ​ຕິດ​ຕາມ​ສອດ​ແນມ ແຕ່​ຢ່າງ​ໃດ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG