ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ເພື່ອອານຸລັກເສືອ


ລັດຖະມົນຕີ ກະຊວງປ່າໄມ້ ແລະແຫລ່ງຊັບພະຍາກອນທຳມະຊາດ ຈາກປະເທດທີ່ມີເສືອ ກຳລັງອອກຫ້ອງ
ປະຊຸມນັກຂ່າວ ຢູ່ທີ່ກອງປະຊຸມວ່າດ້ວຍເສືອສາກົນ ທີ່ວັງ Mariinsky ໃນເມືອງ St.Petersburg ທີ່ຣັດເຊຍ ໃນວັນທີ 21 ພະຈິກ 2010
ລັດຖະມົນຕີ ກະຊວງປ່າໄມ້ ແລະແຫລ່ງຊັບພະຍາກອນທຳມະຊາດ ຈາກປະເທດທີ່ມີເສືອ ກຳລັງອອກຫ້ອງ ປະຊຸມນັກຂ່າວ ຢູ່ທີ່ກອງປະຊຸມວ່າດ້ວຍເສືອສາກົນ ທີ່ວັງ Mariinsky ໃນເມືອງ St.Petersburg ທີ່ຣັດເຊຍ ໃນວັນທີ 21 ພະຈິກ 2010

ພວກນັກອານຸລັກສັດປ່າ ແລະ ຜູ້ນຳຂອງໂລກຫລາຍໆ
ຮ້ອຍຄົນ ໄປເຕົ້າໂຮມກັນທີ່ເມືອງ St. Petersburg
ໃນວັນອາທິດມື້ນີ້ ເພື່ອຊອກຫາທາງວາງແຜນ ທີ່ຈະ
ເພີ້ມຈຳນວນປະຊາກອນເສືອຂຶ້ນເປັນສອງເທົ່າພາຍໃນ
ປີ2022 ຊຶ່ງເປັນປີເສືອ ໃນຮອບໜ້າຕາມປະຕິທິນຈີນ.

ທ່ານ Vladimir Putin ໄດ້ເປັນປະທານຈັດກອງປະຊຸມ
ສຸດຍອດ ໃນວັນອາທິດນີ້ ຊຶ່ງ ເປັນກອງປະຊຸມຂອງ 13
ປະເທດທີ່ປະຊາກອນຂອງເສືອ ຖືກໄພຂົ່ມຂູ່ຢ່າງໜັກ.
ເປົ້າໝາຍຂອງພວກເຂົາເຈົ້າ ໃນກອງປະຊຸມສຸດຍອດ 4
ມື້ນີ້ ແມ່ນສ້າງລາຍການແຜນປະຕິບັດງານຮ່ວມກັນ ທີ່ພວກເຂົາ​ເຈົ້າ ສາມາດນໍາໃຊ້ ​ເພື່ອ​ຈັດ​ຫາເງິນທຶນ ແລະຈັດ​ຕັ້ງປະຕິບັດວີທີການທີ່ຈະສາມາດປົກປ້ອງ ພວກສັດທີ່ກຳລັງຈະສູນພັນປະເພດນີ້.

ຜູ້ເຈົ້າຮ່ວມກອງປະຊຸມຫວັງວ່າ ຈະຕົກລົງກັນ​ໄດ້ກ່ຽວ
ກັບມາດຕະການທາງການເງິນ ເພື່ອຮັບປະກັນທີ່ຢູ່ອາ
ໃສ, ປະຕິບັດກົດໝາຍປາບການລ່າ​ເສືອທີ່ເຄັ່ງຄັດ ແລະ
ສຶກສາປະຊາຊົນໃຫ້ເຂົ້າໃຈ ​ເພື່ອວ່າພວກເຂົາເຈົ້າຈະບໍ່ ທຳລາຍເສືອ.

ຣັດ​ເຊຍ​ໄດ້​ກາຍມາ​ເປັນ​ປະ​ເທດໂຕ​ຢ່າງ ຂອງ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ທີ່​ໄດ້ຜົນ ​ໃນ​ການ​ປົກປັກ​ຮັກສາ​ພວກ​ສັດ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ​ພວກ​ນີ້. ​ເມື່ອ 60 ​ປີ​ກ່ອນ​ນີ້ ຣັດ​ເຊຍ​ມີ​ເສືອ​ບໍ່ຮອດ 100 ​ໂຕ ​ແຕ່​ມາ​ບັດ​ນີ້ ປະຊາກອນ​ເສືອ​ຢູ່​ໃນຣັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ຮອດ 500 ​ໂຕ.

ນອກຈາກຣັດເຊຍແລ້ວ ປະ​ເທດອື່ນໆທີ່ເຂົ້າຮ່ວມກອງປະຊຸມລວມມີ ອິນເດຍ, ບັງກລາເດັສ, ອິນໂດເນເຊຍ, ມຽນມາ, ໄທ ແລະ ຫວຽດນາມ.

ກອງ​ປະຊຸມ​ນີ້​ມີ​ຂຶ້ນ ພຽງ​ບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ທີ່​ກຸ່ມ​ປົກ​ປ້ອງ​ສັດປ່າ​ກຸ່ມ​ນຶ່ງ​ກ່າວ​ວ່າ ພວກ​ຕະຫລາດມືດ ທີ່​ຄ້າຂາຍ​ຊີ້ນ​ສ່ວນ​ຂອງ​ເສື​ອ ກໍາລັງ​ຈະ​ເລີ​ນງອກ​ງາມ ຢູ່​ເລາະ​ຕາ​ມຊາຍ​ແດນ​ມຽນມາ.

XS
SM
MD
LG