ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມກ່ຽວກັບເສືອ ທີ່ຣັດເຊຍ


ກອງປະຊຸມກ່ຽວກັບເສືອ ທີ່ຣັດເຊຍ
ກອງປະຊຸມກ່ຽວກັບເສືອ ທີ່ຣັດເຊຍ

ໃນວັນອາທິດມື້ອື່ນນີ້ 13 ປະເທດທີ່ມີເສືອປ່າອາໃສຢູ່ ຈະປະຊຸມກັນຢູ່ ປະເທດຣັດເຊຍ ໄປຈົນຮອດວັນທີ 24 ພະຈິກ ເພື່ອຊອກຫາຊ່ອງທາງປ້ອງກັນແມວໃຫຍ່ພວກນີ້ບໍ່ໃຫ້ ສູນພັນໄປ. ພວກປະເທດດັ່ງກ່າວ ຈະພາກັນພິຈາລະນາເບິ່ງໂຄງການຕ່າງໆ ເຊ່ນໂຄງ ການນຶ່ງ ທີ່ເຈົ້າໜ້າທີ່ໄທ ຫວັງວ່າຈະສາມາດເພີ້ມຈຳນວນພວກເສືອຢູ່ໃນປ່າດົງພົງໄພ ຂອງໄທນັ້ນ ຂຶ້ນໄດ້ເຄິ່ງນຶ່ງພາຍໃນ 5 ປີ. ຜູ້ສື່ຂ່າວວີໂອເອ ນາຍ Pros Laput ໄດ້ ໃຊ້ເວລາຢູ່ບ່ອນອະນຸລັກສັດປ່າແຫ່ງນຶ່ງ ທາງທິດຕາເວັນຕົກສຽງເໜືອຂອງບາງກອກ ເພື່ອເບິ່ງວ່ານັກອານຸລັກສັດປ່າຂອງໄທ ນໍາໃຊ້ເທັກໂນໂລຈີແນວໃດ ເພື່ອໃຫ້ບັນລຸເປົ້າ ໝາຍຂອງພວກເຂົາເຈົ້ານັ້ນ.

ຄວາມ​ສາມາດ​ຂອງ​ໄທ ​ໃນການ​ເພີ້ມຈຳນວນ​ປະຊາກອນ​ເສືອຂຶ້ນ​ນັ້ນ ​ແມ່ນອາ​ໃສການ​ປະຕິບັດ​ງານ​ຂອງພວກ​ເຈົ້າໜ້າທີ່​ເຝົ້າປ່າ ເຊ່ນ ນາຍປຣາພາດ ໝັ້ນຄົງ ນັກຮົບ​ເກົ່າທີ່​ເຄີຍຮັບໃຊ້​ກອງທັບ​ມາເປັນ​ເວລາ 20 ປີ​. ລາວຈື່​ໄດ້​ດີ ​ເຖິງການ​ລ່າສັດປ່າຢູ່​ໃນ​ປ່າດົງ​ ເວລາ​ທີ່ລາວຍັງ ໜຸ່ມຢູ່ນັ້ນ.

ນາຍປຣາພາດ​ເວົ້າວ່າ ດຽວນີ້ປ່າ​ສ່ວນ​ໃຫຍ່​ແມ່ນເປົ່າ​ແປນ ບໍ່ມີ​ສັດປ່າ​ອາ​ໃສ​ຢູ່ເລີຍ. ສະນັ້ນ ລາວ​ຈຶ່ງຮູ້ສຶກວ່າ​ ລາວຕ້ອງ​ໄດ້​ເຮັດສິ່ງ​ໃດ​ສິ່ງ​ນຶ່ງ​ກ່ຽວກັບ​ເລື້ອງນີ້.
ບ່ອນຫລົບ​ໄພຫລືເຂດ​ອານຸລັກສັດປ່າຫ້ວຍຂາ​ແຂ້ງ​ ເປັນ​ບ່ອນຢູ່​ອາ​ໃສ​ຂອງ​ເສືອປ່າຢ່າງ ໜ້ອຍ 80 ​ໂຕ ຊຶ່ງ10 ປີ​ກ່ອນ ​ແມ່ນ​ໄດ້​ມີ​ການລັກ ລອບ​ລ່າເສືອກັນຢ່າງໜັກ​ ໃນເຂດ​ນີ້.

ລູກເສືອນ້ອຍທີ່ເອົາມາຈາກຫີບ ທີ່ຖືກຈັບໄດ້ທີ່ເດີ່ນບິນບາງກອກ
ລູກເສືອນ້ອຍທີ່ເອົາມາຈາກຫີບ ທີ່ຖືກຈັບໄດ້ທີ່ເດີ່ນບິນບາງກອກ

ການ​ລັກລອບ​ລ່າ​ເສືອ ​ກໍ​ຄື​ການ​ຂ້າ​ເສືອ​ປ່າໃນ
ທົ່ວ 13 ປະ​ເທດ​ທີ່​ມີ​ເສືອ​ອາ​ໃສ​ຢູ່. ສ່ວນໃຫຍ່
ແລ້ວ ​ເສືອ​ພວກ​ນີ້​ແມ່ນ​ຖືກ​ຂ້າ​ເພື່ອ​ເອົາ​ຂິ້ນ
ສ່ວນ​ຕ່າງໆຂອງ​ໂຕ​ມັນ, ຊຶ່ງ​ໃນ​ບາງ​ປະ​ເທດ
ຄິດ​ວ່າ ຊິ້ນສ່ວນ​ຂອງ​ສັດ​ປະ​ເພດ​ນີ້ ມີ​ພະລັງ​
ໃນ​ການ​ປິ່ນປົວ​ພະຍາດ. ຫວ່າງ​ບໍ່​ນານ​ມາ​ນີ້
ກໍ​ໄດ້​ມີ​ກ ານພົບ​ເຫັນລູກ​ເສືອ​ໂຕນຶ່ງ​ ທີ່​ຖືກ​ສັກ
ຢາ​ໃສ່​ໃຫ້​ນອນ​ຫລັບໃນຫີບໜ່ວຍນຶ່ງ​ ຢູ່​ເດີ່ນ
ບິນບາງກອກທີ່​ກຳລັງ​ຈະ​ຖືກ​ນໍາ​ໄປຍັງອີຣານ.

ໝໍຢາພື້ນ​ເມືອງ​ຈີນ ​ນາງ ຊຸນ​ຈຽນ ​ເວົ້າວ່າໃນ​ທຸກ​ວັນນີ້ ໝໍຢາສ່ວນ​ຫລາຍ​ບໍ່​ໄດ້​ໃຊ້​ກະດູກ
ເສືອ​ເພື່ອ​ປົວ​ພະຍາດ​ແລ້ວ ​ສ່ວນ​ນາງ​ເອງກໍ​ໄດ້ວາງຢາ​ໂດຍ​ໃຊ້​ສະໝຸນ​ໄພ​ແທນ.

ຢາພື້ນເມືອງຈີນຈຳນວນນຶ່ງທີ່ບັນຈຸ ກະດູກເສືອ ແລະສິ້ນສ່ວນຂອງແຮດ ທີ່ຖືກຢຶດຢູ່ເດີ່ນບິນລອສ ແອນເຈີແລັສ ຂອງສະຫະລັດ
ຢາພື້ນເມືອງຈີນຈຳນວນນຶ່ງທີ່ບັນຈຸ ກະດູກເສືອ ແລະສິ້ນສ່ວນຂອງແຮດ ທີ່ຖືກຢຶດຢູ່ເດີ່ນບິນລອສ ແອນເຈີແລັສ ຂອງສະຫະລັດ
ແຕ່ນາງຊຸນ​ຈຽນກໍ​ເວົ້າວ່າ ຫລາຍ​ຄົນ​ຍັງ​ເຊື່ອ​ກັນ​ວ່າ ກະດູກ​ເສືອ​ເປັນ​ຢາ​ທີ່​ດີ​ທີ່​ສຸດ​ໃນ​ການ​ປົວ​ພະຍາ​ດຫ​ລາຍຢ່າງ ​ເຊ່ນ ​ໂຣກຂໍ້​ຕໍ່ອັກ​ເສບ, ​ອາການ​ເຈັບ​ແອວ, ​ແລະ ​ໂຣກຂາດ​ສະມັດ​ຕະພາບຂອງ​ຜູ້​ຊາຍ.

ນອກ​ນີ້​ແລ້ວ ພວກເສືອ​ປ່າຍັງ​ໄດ້ຮັບອັນຕະລາຍ ​ຍ້ອນ​ການ​ສູນ​ເສຍ​ເຫຍື່ອ​ ຫລືສັດ​ທີ່​ເປັນ​ອາຫານ​ເສືອ ເນື່ອງ​ມາ​ຈາກການ​ລ່າ​ສັດຂອງ​ຄົນ​ ​ແລະບ່ອນຢູ່​ອາ​ໃສ ກໍ​ຖືກຈຳກັດຮັດ​ແຄບລົງ ຍ້ອນ​ການ​ພັດທະນາ​ດິນ​ດອນ.

ທ່ານ ອາ​ນັກ ພັດ​ທະນະ​ວິບູນ ຫົວໜ້າ​ໂຄງການ ຂອງ​ສະມາຄົມ ​ອານຸລັກ​ສັດ​ປ່າຂອງ​ໄທ ຫລື Widlife Conservation Society Thailand ​ເວົ້າວ່າ ຖ້າ​ມີ ກວາງ ​ແລະ ໝູປ່າ​ຢ່າງ​ຫລວງຫລາຍ ກໍ​ຈະ​ຊ່ວຍ​ເພີ້ມຈຳນວນ​ເສືອ​ ຢູ່​ໃນ​ເຂດ​ອະນຸລັກ​ຫ້ວຍຂາ​ແຂ້ງ ​ໃຫ້​ຫລາຍ​ຂຶ້ນ​ໄດ້.

“ແລະຖ້າຫາກຢູ່ຕາມຂົງເຂດນີ້ມີເຫຍື່ອ ຫລືສັດທີ່ເປັນອາຫານເສືອຢ່າງ​ພຽງພໍແລ້ວ ພວກ ເຮົາກໍຈະມີເສືອໃນຈໍານວນເພີ່ມຫລາຍຂຶ້ນ ຍ້ອນເຫຍື່ອຫລືສັດທີ່ ເປັນອາຫານເສືອນັ້ນ.”

GPS ຊຶ່ງເປັນອຸປະກອນທີ່ທັນສະໄໝ ທີ່ເຈົ້າໜ້າທີ່ຍາມປ່າຂອງໄທ ໃຊ້ ເພື່ອຊີ້ບອກຈຸດທີ່ຢູ່ໃຫ້ ບ່ອນທີ່ຕ້ອງການ ການລາດຕະເວນຫລາຍກວ່າໝູ່ (FILE).
GPS ຊຶ່ງເປັນອຸປະກອນທີ່ທັນສະໄໝ ທີ່ເຈົ້າໜ້າທີ່ຍາມປ່າຂອງໄທ ໃຊ້ ເພື່ອຊີ້ບອກຈຸດທີ່ຢູ່ໃຫ້ ບ່ອນທີ່ຕ້ອງການ ການລາດຕະເວນຫລາຍກວ່າໝູ່ (FILE).
ເທັກ​ໂນ​ໂລ​ຈີ ​ເປັນ​ຂໍ​ກຸນ​ແຈ​ສຳ
ຄັນ​ໃນ​ຄວາມ​ພະຍາຍາມ​ຂອງ​ໄທ
ເພື່ອ​ເພີ້ມຈຳນວນ​ປະຊາກອນ
ຂອງ​ເສືອນັ້ນ. ເຈົ້າໜ້າທີ່ຍາມ​ປ່າ​
ຂອງ​ໄທພາກັນໃຊ້​ອຸປະກອນ ຊີ້
ບອກ​ຈຸດ​ທີ່ຢູ່​ ຫລື GPS ​ເພື່ອ
ໃຫ້​ຮູ້ວ່າ ບ່ອນ​ໃດ​ຕ້ອງການ
ການລາດຕະ​ເວນ​ຫລາຍ​ກວ່າໝູ່
ເຊ່ນ ຢູ່​ໃນ​ເຂດ​ທີ່​ມີຮ່ອງຮອຍຊີ້​
ໃຫ້​ເຫັນ​ວ່າ ມີການ​ລັກລອບ​ຈັບ
ຫລື​ລ່າ​ເສືອຫລືມີການ​ຕັດ​ໄມ້​ທີ່
ຜິດ​ກົດໝາຍ.

ທຸກໆ​ເດືອນ ​ພວກເຈົ້າໜ້າທີ່​ຍາມປ່າ ​ຈະ​ມາ​ແບ່ງປັນ​ຂໍ້​ມູນ​ ກ່ຽວ​ກັບ​ການ​ລາດຕະ​ເວນ​ປ່າ ​ໃຫ້​ຮູ້ຈັກ​ນຳກັນ. ​ໃນ​ທີ່​ນີ້ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ວ່າ ພວກລ່າ​ເສືອ ໄດ້ເອົາ​ຢາຂ້າ​ແມງ​ໄມ້​ໃສ່​ໃນ​ຊີ້ນ ທີ່​ໃຊ້​ເປັນເຫ​ຍື່ອລໍ້​ເສືອນັ້ນ..

ທະຫານເຮືອ ແລະເຈົ້າໜ້າທີ່ຍາມປ່າໄມ້ ຂອງໄທກຳລັງເບິ່ງເສືອຕາຍທີ່ຖືກຢຶດໄດ້ ຈາກການກວດຄົ້ນເຂດຄ້າສັດປ່າເຖື່ອນ ທີ່ແຄມແມ່ນໍ້າຂອງແຫ່ງນຶ່ງໃນຈັງຫວັດ ທາດພະນົມ ຂອງໄທ ໃນປີ 2008
ທະຫານເຮືອ ແລະເຈົ້າໜ້າທີ່ຍາມປ່າໄມ້ ຂອງໄທກຳລັງເບິ່ງເສືອຕາຍທີ່ຖືກຢຶດໄດ້ ຈາກການກວດຄົ້ນເຂດຄ້າສັດປ່າເຖື່ອນ ທີ່ແຄມແມ່ນໍ້າຂອງແຫ່ງນຶ່ງໃນຈັງຫວັດ ທາດພະນົມ ຂອງໄທ ໃນປີ 2008

ທ່ານຊັດຊະວານ ພິດ​ດຳ​ຂໍາ ຫົວໜ້າ
ຫ້ອງການ ອານຸລັກ​ສັດປ່າ​ຂອງ​ລັດ
ຖະບານ​ເວົ້າວ່າ ​ໂດຍ​ມີເຈົ້າໜ້າທີ່​ຍາມ
ປ່າ ພຽງ​ແຕ່ 170 ຄົນ​ເທົ່າ​ນັ້ນ ພວກ
ເຂົາ​ເຈົ້າກໍສາມາດຮັກສາເຂດ​ຢູ່​ອາ​ໃສ
ຂອງ​ສັດປ່າ ບໍ່​ໃຫ້​ຖືກບຸກລຸກໄດ້​ຮອດ
257 ພັນ​ເຮັກຕາ ຍ້ອນ​ເທັກ​ໂນ​ໂລ​ຈີ
ຫລື GPS ນັ້ນ. ​ແຕ່ທ່ານ​ກ່າວ​ວ່າບັນ​
ຫາ​ກໍ​ຄື​ວ່າ ປ່ານີ້​ແມ່ນຂ້າມ​ໄປຫາ​ດິນ
ມຽນມາ​ອີກ​ດ້ວຍ. ທ່ານເວົ້າ​ວ່າ:

“ມັນບໍ່ມີປະໂຫຍດຫຍັງທີ່ຈະພິທັກ
ປົກປ້ອງສະເພາະໃນປະເທດໄທ
ພຽງແຫ່ງດຽວເທົ່ານັ້ນ ເພາະວ່າ
ປ່າຢູ່ຕາມເຂດຊາຍແດນຂອງ​ພວກ
ເຮົາ ​ແມ່ນຕິດກັນກັບປ່າຂອງປະ
ເທດ ພື່ອນບ້ານ. ​ເພາະສະນັ້ນ ເຖິງ
ແມ່ນວ່າພວກເຮົາຈະທໍາການພິທັກປົກປ້ອງຢ່າງດີ​ທີ່​ສຸດກໍຕາມ ຂ້ອຍ​ຄິດ​ວ່າ ມັນກໍຍັງບໍ່​ເປັນ​ການພຽງພໍ.”

ທ່ານຊັດຊະວານ​ຫວັງ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ກ່ຽວກັບ​ເສືອ ທີ່​ຣັດ​ເຊຍ ຈະ​ຊ່ວຍ​ກະຈາຍ​ຄວາມ​ພະຍາຍາມ​ໃນ​ການ​ອານຸລັກ​ສັດປ່າ​ຊະນິດນີ້ ​ໄປ​ທົ່ວຊາຍ​ແດນ​ປະ​ເທດ​ຕ່າງໆ ​ໃນ​ພາກພື້ນເອ​ເຊຍ.

XS
SM
MD
LG