ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລັກລອບຂາຍຊິ້ນສ່ວນເສືອ ໃນມຽນມາ


ເສືອກຳລັງຫຼິ້ນ ທີ່ຈັງຫວັດການຈະນະບຸຣີ ປະເທດໄທ
ເສືອກຳລັງຫຼິ້ນ ທີ່ຈັງຫວັດການຈະນະບຸຣີ ປະເທດໄທ

ກຸ່ມປົກປ້ອງສັດປ່າກຸ່ມນຶ່ງກ່າວວ່າ ຕະຫຼາດມືດທີ່ຂາຍຊິ້ນ
ສ່ວນຕ່າງໆຂອງເສືອ ແມ່ນມີກັນຢ່າງແຜ່ກວ້າງ ຢູ່ຕາມບໍ
ລິເວນຊາຍແດນມຽນມາ.

ໃນລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້
ອົງການ Traffic Inter national ທີ່ມີສຳນັກງານ ຢູ່ອັງ
ກິດເວົ້າວ່າ ການສືບສວນທີ່ດຳເນີນມາເປັນເວລາ 1 ທົດ
ສະວັດພົບວ່າມີຊິ້ນສ່ວນຂອງເສືອໂຄ່ງແລະເສືອດາວຈາກ
ເສືອຫຼາຍກວ່າ 400 ໂຕ ໄດ້ຂາຍກັນຢູ່ທີ່ເມືອງລາໃກ້ໆ
ຊາຍແດນຈີນ ແລະເມືອງທ່າຂີ້ເຫຼັກໃນບໍລິເວນຊາຍແດນ
ໄທ-ມຽນມາ.

ພວກພໍ່ຄ້າເຖື່ອນເຫຼົ່ານີ້ໄດ້ພາກັນຂາຍໜັງ ກະດູກ ກະໂຫຼກຫົວ ຕີນ ແຂ້ວແລະອະໄວຍະ
ວະສືບພັນຂອງເສືອ. ຊິ້ນສ່ວນເຫຼົ່ານີ້ໄດ້ຂາຍກັນເພື່ອນຳໄປໃຊ້ ໃນເຫດຜົນຕ່າງໆ ຮວມ
ທັງເຮັດຢາພື້ນບ້ານ ເພື່ອເປັນສິ່ງນຳໂຊກ ຫຼືບໍ່ກໍເອ້ປະ ດັບເຮືອນຊານ.

ອົງການ Traffic Inter national ໄດ້ພິມເຜີຍແຜ່ລາຍງານການສຶກສາຂອງ ຕົນໃນສັບ
ປະແລ້ວທີ່ເວົ້າວ່າ ມີເສືອຫຼາຍກວ່າ 1,000 ໂຕໄດ້ຖືກຂ້າຢູ່ໃນທົ່ວທະວີບອາເຊຍໃນຮອບ
ທົດສະວັດຜ່ານມາ. ການລັກລອບລ່າເສືອໄດ້ມີຂຶ້ນຢູ່ ໃນ 11 ຂອງ 13 ປະເທດທີ່ມີເສືອ
ອາໄສຢູ່ຕາມທຳມະຊາດ ສ່ວນໃຫຍ່ແລ້ວກໍແມ່ນຢູ່ອິນເດຍ ຈີນ ແລະເນປາລ.

XS
SM
MD
LG