ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

13 ປະເທດໃຫ້ຄໍາໜັ້ນສັນຍາ ຈະອະນຸລັກເສືອໂຄ່ງ


ເສືອ SUMATRAN
ເສືອ SUMATRAN

13 ປະ​ເທດ​ໃນ​ເອ​ເຊຍ ຮວມທັງຣັດ​ເຊຍ ຈີນ​ແລະ​ອິນ​ເດຍ
ໄດ້​ລົງ​ນາມ​ໃນ​ຄໍາ​ໝັ້ນ​ສັນຍາ​ສະບັບ​ນຶ່ງ​ເພື່ອ​ອະນຸລັກ​ປະຊາ
ກອນເສືອ​ປ່າ​ ທີ່​ມີ​ຈໍານວນ​ຫລຸດນ້ອຍ​ຖອຍລົງນັບ​ມື້​ນັ້ນ.

ທີ່​ນະຄອນ St. Petersburg​ ໃນວັນ​ອັງຄານ​ວານ​ນີ້​
ນາຍົກລັດຖະມົນຕີ Vladimir Putin ​ແຫ່ງຣັດ​ເຊຍ​ ໄດ້
ເປັນ​ເຈົ້າພາບຕ້ອນຮັບ​ພວກຜູ້​ນໍາ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງ​ສຸດ​ຈາກ 12 ລັດຖະບານ​ຂອງ​ປະ ເທດອື່ນໆ​ໃນ
ເອ​ເຊຍ​ ທີ່​ໄປ​ຮ່ວມ​ປະຊຸມ International Tiger Forum ​ເປັນ​ເວລາ 4 ມື້ນັ້ນ.

ທ່ານ​ພູ​ຕິນກ່າວ​ຕໍ່​ກອງ​ປະຊຸມ​ວ່າ ມັນ​ເປັນ​ສິ່ງ​ສໍາຄັນ​ທີ່​ຈະ
ຕ້ອງ​ອະນຸລັກ​ ​ອັນ​ທີ່​ທ່ານເອີ້ນ​ວ່າ ສັດ​ທີ່ສະງ່າ​ງາມ​ພວກ​ນີ້ ໄວ້​ໃຫ້​ຄົນ​ລຸ້ນ​ຕໍ່ໆ​ໄປ.

ທ່ານ​ພູ​ຕິນ ກ່າວ​ຕື່ມ​ວ່າ ທ່ານ​ຢາກ​ເຫັນ​ຈໍານວນ​ເສືອ​ໂຄ່ງ
ເອ​ເຊຍ​ທີ່​ອາ​ໄສຢູ່​ໃນ​ປ່າ​ ເພີ່ມຂຶ້ນເປັນ​ສອງ​ເທົ່າ​ພາຍ​ໃນ​ປີ
2022 ຊຶ່ງ​ທ່ານ​ເອີ້ນ​ເປົ້າໝາຍດັ່ງກ່າວນີ້ວ່າ ຍາກ​ແຕ່ກໍ
ສາມາດ​ບັນລຸ​ໄດ້. ນອກ​ນີ້​ ນາຍົກລັດຖະມົນຕີຣັດ​ເຊຍ​
ຍັງ​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ດ້ານການ​ເງິນໃຫ້ແກ່​ພວກ​ປະ​ເທດ​ກໍາລັງ​ພັດທະນາ​
ທີ່ດໍາ​ເນີນການ​ເພື່ອ​ອະນຸລັກ​ເສືອໄວ້ນັ້ນ.

ນາຍົກລັດຖະມຸນຕີຈີນ ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ກ່າວ​ຕໍ່​ກອງ​ປະຊຸມນີ້ວ່າ​ ​ເພື່ອໃຫ້​ຄວາມ
ພະຍາຍາມ​ທີ່​ວ່າ​ນີ້​ບັນ​ລຸຜົນ ກໍ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ສົ່ງ​ເສີມ​ການ​ປາບ​ປາມ​ຂອງ​ນາໆ
ຊາດ ຕໍ່ພວກ​ລັກລອບ​ຍິງ​ເສືອ​ແລະ​ການ​ລັກລອບ​ຄ້າຂາຍ​ຊີ້ນ​ສ່ວນ​ຂອງ​ເສືອຢູ່ໃນ​ໂລກ​.

ບັນດາ​ນັກ​ຊ່ຽວຊານ​ດ້ານ​ສັດປ່າ​ກ່າວ​ວ່າ ຈໍານວນ​ເສືອ​ປ່າ​ໄດ້​ລົດ​ລົງຢ່າງ​ຫລວງຫລາຍ
ຈາກ 100 ພັນ​ໂຕ​ ເມື່ອ​ນຶ່ງ​ສັດຕະວັດ​ກ່ອນ ມາ​ເປັນ​ປະມານ 3200 ​ໂຕ​ໃນ​ປັດຈຸບັນ.

ນອກຈາກຣັດ​ເຊຍ​ແລະ​ຈີນແລ້ວ ​ອີກ 11 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ທີ່​ນະ
ຄອນ St. Petersburg ກໍ​ມີ ສປປ ລາວ, Bangladesh, Bhutan, ມຽນມາ,
ກໍາປູເຈຍ, ອິນ​ເດຍ,ອິນ​ໂດ​ເນ​ເຊຍ, ມາ​ເລເຊຍ, ເນ​ປານ, ​ໄທ ​ແລະ​ຫວຽດນາມ.

XS
SM
MD
LG