ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍ​ພົວ​ພັນ ອີ​ຣັກ ກັບ ອີ​ຣ່ານ ໄດ້​ຮັບ​ຜົນກະ​ທົບ​ ຢ່າງ​ໜັກ ຫຼັງ​ຈາກ​ການ​ປະ​ທ້ວງ ທີ່ກວ້າງ​ຂວາງ


ຜູ້​ປະ​ທ້ວງ​ຕີ​ຮູບ​ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້​ນຳ ກອງ​ກຳ​ລັງ​ຕ່າງ​ປະ​ເທດ ຫຼື ກອງ​ກຳ​ລັງກຸດ​ ຂອງກຳ​ລັງພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ ນາຍພົນ ຄາ​ສ​ຊິມ ໂຊ​ເລ​ມາ​ນີ ດ້ວຍ​ເກີບ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ທີ່ນະ​ຄອນຫຼວງ ແບັກ​ແດດ, ປະ​ເທດ ອີ​ຣັກ.
ຜູ້​ປະ​ທ້ວງ​ຕີ​ຮູບ​ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້​ນຳ ກອງ​ກຳ​ລັງ​ຕ່າງ​ປະ​ເທດ ຫຼື ກອງ​ກຳ​ລັງກຸດ​ ຂອງກຳ​ລັງພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ ນາຍພົນ ຄາ​ສ​ຊິມ ໂຊ​ເລ​ມາ​ນີ ດ້ວຍ​ເກີບ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ທີ່ນະ​ຄອນຫຼວງ ແບັກ​ແດດ, ປະ​ເທດ ອີ​ຣັກ.

ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງຈູດ​ຫຸ່ນ​ຈຳ​ລອງ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ ອີ​ຣ່ານ ອາ​ຢາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ ແລະ ຈູດ​ສະ​ຖານ​ກົງ​ສຸດ​ຂອງ ອີ​ຣ່ານ ໃນ​ເມືອງ ຄາ​ບາ​ລາ ນັ້ນ, ຍະ​ໂຍ​ບາຍ 40 ປີ​ຂອງ ອີ​ຣ່ານ ຕໍ່​ປະ​ເທດ​ທີ່​ຢູ່​ກ້ຽງ​ຄຽງ​ຂອງ​ເຂົາ​ເຈົ້າ​ປK​ກົດ​ວ່າ​ ກຳ​ລັງ​ຈະ​ຫາຍ​ໄປ. ເອັດ​ເຫວີດ ເຢ​ຣາ​ນຽນ ມີ​ລາຍ​ງານ​ສຳ​ລັບ ວີ​ໂອ​ເອ ຈາກ​ນະ​ຄອນຫຼວງ ໄຄ​ໂຣ ປະ​ເທດ ອີ​ຈິບ, ເຊິ່ງ ພຸດ​ທ​ະ​ສອນ ຈະ​ນຳ​ລາ​ຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຜູ້​ປະ​ທ້ວງ ອີ​ຣັກ ໃນ​ນະ​ຄອນຫຼວງ ແບັກ​ແດດ ໄດ້​ຮ້ອງ​ຄຳ​ຂວັນ​ຕ່າງໆ​ຕໍ່​ຕ້ານ​ທະ​ຫານບ້ານ​ຊາວ ມຸ​ສ​ລິມ ນິ​ກາຍ ຊີ​ໄອ້ ​ທີ່​ເປັນ​ຕົວ​ແທນ​ຂອງ ອີ​ຣ່ານ​ ໃນ ອີ​ຣັກ ໃນະ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຈູດ​ໄຟ​ເຜົາ​ຮູບ ​ຂອງ​ຜູ້​ນຳ​ສູງ​ສຸ​ດ​ຂອງ ອີ​ຣ່ານ ອາ​ຢາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ ແລະ ຜູ້​ບັນ​ຍາ​ການ​ລະ​ດັບ​ສູງ​ປະ​ຈຳ​ພາກ​ພື້ນ ນາຍ​ພົນ ຄາ​ສ​ເຊັມ ຊູ​ເລ​ມາ​ນີ.

ຝູງ​ຜູ້​ປະ​ທ້ວງ​ທີ່​ສ່ວນ​ໃຫຍ່​ແມ່ນ​ຊາວ​ໜຸ່ມ ອີ​ຣັກ ນັ້ນ​ໄດ້​ຈູດ​ໄຟ​ໃສ່ຫຼາຍ​ພາກ​ສ່ວນ​ຂອງສະ​ຖານ​ກົງ​ສຸນ ອີ​ຣ່ານ ໃນ​ເມືອງ​ສັກ​ສິດ ຄາ​ບາ​ລາ ຂອງ​ຊາວ ຊີ​ໄອ້ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ພວກ​ຜູ້​ຊາຍ​ໜຸ່ມ​ທີ່​ຖື​ທຸງ​ຊາດ ອີ​ຣັກ ໄດ້​ເຕັ້ນ​ລຳຢູ່​ເທິງ​ກຳ​ແພງຢູ່​ຂ້າງນອກ​ຂອງ​ຕຶກ. ຜູ້​ນຳ​ສູງ​ສຸດ​ຂອງ​ ອີ​ຣ່ານ ອາ​ຢາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ ໄດ້​ພາ​ໃຫ້ຊາວ ອີ​ຣັກ ຫຼາຍ​ຄົນ ເກີດຄວາມ​ໂມ​ໂຫ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ທ່ານ​ໄດ້​ກ່າວ​ຫາ​ຕ່າງ​ປະ​ເທດວ່າ ເປັນ​ຜູ້​ຍຸ​ຍົງ​ໃຫ້​ເກີດ​ການ​ປະ​ທ້ວງ​ໃນ ອີ​ຣັກ ແລະ ເລ​ບາ​ນອນ.

ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແລະ ບາງ​ປະ​ເທດ​ຕາ​ເວັນ​ຕົກ ແລະ ປະ​ເທດ​ທີ່​ຕັ້ງ​ຢູ່​ຕາມ​ອ່າວ​ເປີ​ເຊຍ ໄດ້​ໃຊ້​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ເຂົາ​ເຈົ້າ​ເພື່ອ​ສະ​ໜັ​ບ​ສະ​ໜູນ​ການ​ກໍ່​ຈະ​ລາ​ຈົນ ແລະ ຄວາມ​ວຸ້ນ​ວາຍໃນ ເລ​ບາ​ນອນ ແລະ ອີ​ຣັກ.

ຜູ້​ນຳ​ຊີ​ໄອ້​ລະ​ດັບ​ສູງ​ຂອງ ອີ​ຣັກ ແກ​ຣນ ອາ​ຢາ​ໂທ​ລ​ລາ ອາ​ລີ ຊິ​ສ​ຕາ​ນີ ໄດ້​ກ່າວ​ຕໍ່​ຊາວ ອີ​ຣັກ ຜ່ານ​ການ​ເວົ້າ​ຂອງ​ຜູ້​ນຳ​ການ​ສູດ​ມົນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ທ່ານ ເຊ​ຢິດ ອາ​ລີ ຊາ​ຟີ ວ່າ​ບໍ່​ມີກຳ​ລັງ​ຈາກ​ພາຍນອກ​ຂອງ​ຜູ້​ໃດ​ສາ​ມາດບອກໃຫ້ຊາວ ອີ​ຣັກ ວ່າ​ຕ້ອງ​ເຮັດ​ຫຍັງ, ໂດຍ​ອ້າງ​ເຖິງ ອີ​ຣ່ານ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ອາ​ໂບ​ລ​ຮາ​ສ​ຊານ ບາ​ນີ ຊາ​ເດີ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ປະ​ທ້ວງ​ທີ່ກວ້າງ​ຂວາງ​ເຊິ່ງ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ ອີ​ຣັກ ແລະ ເລ​ບາ​ນອນ “ໄດ້ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ນະ​ໂຍ​ບາຍ​ເກືອບ 40 ປີ​ຂອງ​ລະ​ບອບ​ການ​ປົກ​ຄອງ ອີ​ຣ່ານ ເພື່ອ​ສ້າງ​ຮູບ​ອີ​ເກີ້ງ​ທີ່​ນຳ​ເອົາ ອີ​ຣ່ານ ອີ​ຣັກ, ຊີ​ເຣຍ ແລະ ເລ​ບາ​ນອນ ມາຮວມ​ເຂົ້າ​ກັນ.”

ຜູ້​ນຳ​ສູງ​ສຸດຂອງ ອີ​ຣ່ານ ອາ​ຢາ​ໂທ​ລ​ລາ ຄາ​ເມ​ນີ, ກ່າວ​ວ່າທ່ານ “ບໍ່​ສາ​ມາດ​ອະ​ທິ​ບາຍ​ຕໍ່​ປະ​ຊາ​ຊົນ​ຂອງ​ທ່ານ​ເອງວ່າ ​ຄວາມ​ພະ​ຍາ​ຍາມ 40 ປີ ທີ່​ຖືກ​ຄ້ຳ​ຊູ​ໂດຍ​ເລືອດ ແລະ ຊັບ​ສົມ​ບັດ​ນັ້ນ, ໄດ້​ຊຸດ​ໂຊມ​ລົງ​ຢ່າງວ່ອງ​ໄວ ​ພ້ອມກັບ​ການ​ເຄື່ອນ​ໄຫວ​ຢ່າງກວ້າງ​ຂວາງ​ພວກ​ນີ້​ໄດ້​ແນວ​ໃດ.”

As Iraqi protesters burn effigies of Iran's supreme leader and set fire to Iran's consulate in Karbala, 40 years of Iranian policy toward its neighbors appears to be going up in smoke.Edward Yeranian reports for VOA from Cairo.


Protesters in Baghdad chanted slogans against Iran's Shi'ite proxy militias in Iraq as the demonstrators set fire to pictures of Iran's Supreme Leader, Ayatollah Ali Khamenei, and his top regional commander, Gen. Qassem Suleimani.


Crowds of mostly young Iraqi protesters set fire Sunday to parts of the Iranian consulate in the Shi'ite holy city of Karbala, as young men danced on the walls outside the building.
Khamenei provoked the anger of many Iraqis last week when he accused foreign countries of fomenting anti-government protests in both Iraq and Lebanon.


He says the United States and some Western and Gulf states have been supporting the riots and chaos (in Iraq and Lebanon).
Iraq's top Shi'ite leader, Grand Ayatollah Ali Sistani, through his Friday prayer leader Seyyid Ali Safi---told Iraqis that no outside force should be able to impose its will on them, in reference to Iran.


Former Iranian President Abolhassan Bani Sadr tells VOA the ongoing popular protests in both Iraq and Lebanon "have made a shambles of nearly 40 years of policy by the Iranian regime to create a crescent that unites Iran to Iraq, Syria and Lebanon."
(Supreme Leader) Ayatollah Khamenei, he says, "cannot explain to his own people how 40 years of efforts, backed by blood and treasure, have gone down the drain so quickly with these popular movements."

XS
SM
MD
LG