ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ຕິເບດ ພາກັນສະຫຼອງວັນຄົບຮອບ 60 ປີ ຂອງ ການເດີນທາງຮອດ ອິນເດຍ ຂອງອົງ ດາໄລ ລາມະ


ຜູ້ນຳທາງສາສະໜາ ຕິເບດ ອົງ ດາໄລ ລາມະ ມອບຂອງ
ທີ່ລະນຶກໃຫ້ລັດຖະມົນຕີວັດທະນະທຳ ໄວໜຸ່ມ ອິນເດຍ ທ່ານ ມາເຮັສ ຊາມາ, ທີສອງຈາກຂວາ, ໃນຂະນະທີ່ເດີນທາງເຂົ້າ
ຮ່ວມງານ ສະເຫຼີມສະຫຼອງການເລີ່ມຕົ້ນຂອງການອາໄສ
ຢູ່ປະເທດ ອິນເດຍ ຂອງອົງ ດາໄລ ລາມະ ຄົບຮອບ 60 ປີ, ເມືອງ ດາລຳຊາລາ, ອິນເດຍ.
ຜູ້ນຳທາງສາສະໜາ ຕິເບດ ອົງ ດາໄລ ລາມະ ມອບຂອງ ທີ່ລະນຶກໃຫ້ລັດຖະມົນຕີວັດທະນະທຳ ໄວໜຸ່ມ ອິນເດຍ ທ່ານ ມາເຮັສ ຊາມາ, ທີສອງຈາກຂວາ, ໃນຂະນະທີ່ເດີນທາງເຂົ້າ ຮ່ວມງານ ສະເຫຼີມສະຫຼອງການເລີ່ມຕົ້ນຂອງການອາໄສ ຢູ່ປະເທດ ອິນເດຍ ຂອງອົງ ດາໄລ ລາມະ ຄົບຮອບ 60 ປີ, ເມືອງ ດາລຳຊາລາ, ອິນເດຍ.

ໃນຂະນະທີ່ ລັດຖະບານ ນິວ ເດລີ ພະຍາຍາມທີ່ຈະຟື້ນຟູສາຍພົວພັນກັບ ຈີນ ຢູ່ນີ້,
ລັດຖະບານ ຕິເບດ ທີ່ອາໄສຢູ່ໃນປະເທດ ອິນເດຍ ກໍໄດ້ເປີດການສະເຫຼີມສະຫຼອງ
ຕະຫຼອດປີ ເມື່ອວັນເສົາວານນີ້ ເພື່ອເປັນຂີດໝາຍຄົບຮອບ 60 ປີຂອງການເດີນທາງ
ຮອດປະເທດ ອິນເດຍ ໂດຍຜູ້ນຳທາງສາສະໜາ ຕິເບດ, ອົງ ດາໄລ ລາມະ, ໃນເມືອງ
ພູຜາ ດາຣຳຊາລາ, ແທນທີ່ຈະເປັນນະຄອນຫຼວງຂອງປະເທດ ອິນເດຍ, ຕາມທີ່ໄດ້
ວາງແຜນໄວ້.

ຈາກການກ່າວຫາວ່າ ຈີນ ໄດ້ທຳລາຍຄວາມສີວິໄລ, ວັດທະນະທຳ ແລະ ເອກະລັກ
ຂອງຊາວ ຕີເບດ ນັ້ນ, ນາຍົກລັດຖະມົນຕີຂອງລັດຖະບານ ຕິເບດພັດຖິ່ນ, ທ່ານ ລອບ
ຊັງ ຊາງເກ, ກໍໄດ້ຮຽກຮ້ອງໃຫ້ຊາວ ຕິເບດ ເພີ່ມຄວາມພະຍາຍາມເພື່ອເຮັດໃຫ້ການ
ເດີນທາງກັບດິນແດນບ້ານເກີດຂອງເພິ່ນກາຍເປັນຄວາມຈິງຂຶ້ນມາ.

ທ່ານໄດ້ກ່າວວ່າ “ປະຊາຊົນ ຕິເບດ ຫຼາຍພັນຄົນໄດ້ຖືກຂ້າຕາຍ ແລະ ໄດ້ເສຍຊີວິດ
ເພື່ອຜົນປະໂຫຍດຂອງ ຕິເບດ. ຫຼາຍຄົນໄດ້ຈູດໄຟເຜົາຕົນເອງໃນຂະນະທີ່ຍັງມີຊີວິດ
ຢູ່.”

ໂດຍກ່າວວ່າທ່ານໄດ້ຫຼົບໜີອອກຈາກ ຕິເບດ ໃນສະຖານະການທີ່ຫຍຸ້ງຍາກນັ້ນ, ອົງ
ດາໄລ ລາມະ ໄດ້ເວົ້າວ່່າ ມັນໄດ້ເປັນເວລາ ຂອງຄວາມຮູ້ສຶກປະສົມລະຫວ່າງຄວາມ
ໂສກເສົ້າ ກັບ ຄວາມສຸກ. ພະອົງໄດ້ເວົ້າ ໂດຍບໍ່ໄດ້ໃຫ້ຄຳອະທິບາຍວ່າ “ໃນເວລານັ້ນ,
ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດໃນອີກ 40 ຫາ 50 ປີຂ້າງໜ້າ. ແຕ່ມື້ນີ້, ພວກ
ເຮົາໄດ້ສະເຫຼີມສະຫຼອງວັນຄົບຮອບ 60 ປີ ໃນການຢູ່ນອກປະເທດ, ສະນັ້ນຕອນນີ້
ພວກເຮົາສາມາດໄດ້ເຫັນພໍປະມານວ່າ ແມ່ນຫຍັງຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້.”

ງານ “ຂອບໃຈ ອິນເດຍ” ໄດ້ຖືກຍ້າຍອອກຈາກນະຄອນຫຼວງຂອງປະເທດ ອິນເດຍ
ໄປເມືອງ ດາຣຳຊາລາ ລຸນຫຼັງມີຂໍ້ຄວາມຈາກຂ້າລັດຖະການລະດັບສູງຂອງ ອິນເດຍ
ໃນເດືອນທີ່ຜ່ານມາ ເຊິ່ງໄດ້ແນະນຳບັນດາລັດຖະມົນຕີອາວຸໂສ ແລະ ເຈົ້າໜ້າທີ່ ໃຫ້
ຢູ່ຫ່າງຈາກງານດັ່ງກ່າວ, ໂດຍເວົ້າວ່າ “ມັນບັງເອີນເກີດຂຶ້ນກົງກັບ “ເວລາທີ່ມີຄວາມ
ລະອຽດອ່ອນຫຼາຍ” ສຳລັບສາຍພົວພັນກັບ ປັກກິ່ງ.

ການຕັກເຕືອນຂອງ ນິວ ເດລີ ຕໍ່ງານຫຼາຍແຫຼ່ງທີ່ຖືກວາງແຜນໄວ້ໂດຍຊາວ ຕິເບດ
ແມ່ນໄດ້ຖືກພິຈາລະນາເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຫຼຸດຜ່ອນການຢືນ
ຢັດທີ່ໜັກແໜ້ນຂອງເຂົາເຈົ້າຕໍ່ ຈີນ ລຸນຫຼັງນຶ່ງປີ ເມື່ອຄວາມເຄັ່ງຕຶງລະຫວ່າງ ປະ
ເທດເອເຊຍນັ້ນ ໄດ້ຊຸດໂຊມລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG