ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດການເມືອງ ຊາວທິເບດ ຫລົບໜີຈາກ ທິເບດ ໄປຮ່ວມຄອບຄົວ ໃນລັດຄາລີຟໍເນຍ


ພວກປະທ້ວງ ທີ່ເອີ້ນວ່າ "ພວກນັກສຶກສາ ເພື່ອປົດປ່ອຍ ທິເບດ ຢູ່ຍີ່ປຸ່ນ" ຮ້ອງໂຮຄຳຂວັນ ໃນລະຫວ່າງ ການເດີນ
ຂະບວນປະທ້ວງ ເພີື່ອຮຽກຮ້ອງ ໃຫ້ປ່ອຍໂຕນັກຖ່າຍທຳ
ຮູບເງົາ ຊາວທິເບດ ທ່ານ ດອນດຸບ ວາງເຈີນ (Dhondup Wangchen) ຜູ້ທີ່ໄດ້ຖືກຈັບກຸມ, ໃນປ້າຍຮູບພາບ, ຢູ່ດ້ານ
ນອກຕໍ່ໜ້າ ສະຖານທູດຈີນ ຢູ່ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ, ວັນທີ 1 ສິງຫາ 2009.
ພວກປະທ້ວງ ທີ່ເອີ້ນວ່າ "ພວກນັກສຶກສາ ເພື່ອປົດປ່ອຍ ທິເບດ ຢູ່ຍີ່ປຸ່ນ" ຮ້ອງໂຮຄຳຂວັນ ໃນລະຫວ່າງ ການເດີນ ຂະບວນປະທ້ວງ ເພີື່ອຮຽກຮ້ອງ ໃຫ້ປ່ອຍໂຕນັກຖ່າຍທຳ ຮູບເງົາ ຊາວທິເບດ ທ່ານ ດອນດຸບ ວາງເຈີນ (Dhondup Wangchen) ຜູ້ທີ່ໄດ້ຖືກຈັບກຸມ, ໃນປ້າຍຮູບພາບ, ຢູ່ດ້ານ ນອກຕໍ່ໜ້າ ສະຖານທູດຈີນ ຢູ່ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ, ວັນທີ 1 ສິງຫາ 2009.

ນັກເຄື່ອນໄຫວ ຊາວທິເບດ ແລະ ເປັນນັກຖ່າຍທຳຮູບເງົາ ທ່ານ ດອນດຸບ ວາງເຈີນ
(Dhondup Wangchen) ຜູ້ທີ່ໄດ້ຢູ່ພາຍໃຕ້ການຄວບຄຸມໂຕ ຂອງທາງການຈີນ
ເປັນເວລາເກືອບສິບປີ ສາມາດຫລົບໜີ ຈາກທິເບດ ແລະ ໄດ້ໄປຮ່ວມກັບພັນລະຍາ
ຂອງລາວ ແລະ ລູກ 4 ຄົນ ຢູ່ທີ່ນະຄອນ ແຊນ ແຟຣນສິສໂກ.

ທ່ານ ວາງເຈີນ ໄດ້ຖືກຄວບຄຸມໂຕ ໂດຍທາງການຈີນ ໃນເດືອນມີນາ 2008 ໃນຂໍ້ຫາ
ທີ່ກ່ຽວພັນກັບ ການຖ່າຍທຳຮູບເງົາສາລະຄະດີ ຄວາມຍາວ 25 ນາທີ ຊື່ວ່າ “ປະຄວາມ ຢ້ານກົວໄວ້ ຫຼື Leaving Fear Behind.” ຮູບເງົານີ້ ໄດ້ຖືກບັນລະຍາຍໂດຍວາລະສານ New York Times ວ່າ ເປັນ “ການຟ້ອງຮ້ອງ ຂອງລັດຖະບານຈີນ ໂດຍປາດສະຈາກ
ການຕົບແຕ່ງ.”

ອົງການ “ການຖ່າຍທຳ ເພື່ອທິເບດ” ທີ່ມີຫ້ອງການຕັ້ງຢູ່ໃນ ສະວິດເຊີແລນ ຊຶ່ງໄດ້ລົນ
ນະລົງ ເພື່ອການປ່ອຍໂຕ ທ່ານ ດອນດຸບ ວາງເຈີນ ມາໄດ້ຫຼາຍປີແລ້ວນັ້ນ ກ່າວວ່າ
ລາວໄດ້ມາເຖິງ ໃນວັນທີ 25 ທັນວາ ນີ້.

ພາບວີດີໂອ ທີ່ປະກອບດ້ວຍ ຊາວທິເບດໂອ້ລົມກັນ ກ່ຽວກັບ ອົງດາໄລ ລາມະ ແລະ
ການແຂ່ງຂັນໂອລິມປິກປີ 2008 ຢູ່ທີ່ປັກກິ່ງ ສະຖານະການສິດທິມະນຸດ ຢູ່ໃນພື້ນທີ່
ຕ່າງໆຂອງທິເບດ ແລະ ບັນຫາອື່ນໆ.

ມັນຍັງໄດ້ສະແດງໃຫ້ເຫັນ ການຖ່າຍທອດສົດ ລາຍງານຂອງວີໂອເອ ພະແນກພາສາ
ທິເບດ ກ່ຽວກັບການມອບຫຼຽນຄຳຂອງລັດຖະສະພາ ແກ່ ອົງດາໄລ ລາມະ ຢູ່ທີ່ ລັດຖະ
ສະພາສະຫະລັດ ຫຼື Capitol Hill. ບໍ່ດົນຫຼັງຈາກນັ້ນ ຮູບເງົາ ດັ່ງກ່າວ ໄດ້ຖືກກະຈາຍ
ອອກໄປນອກປະເທດຈີນ ເຊິ່ງທ່ານ ດອນດຸບ ວາງເຈີນ ແລະ ຜູ້ຊ່ວຍຂອງທ່ານ ທ່ານ
ຈິກມີ ຈີຢັດໂສ (Jigme Gyatso) ພະສົງຜູ້ອາວຸໂສ ຂອງທິເບດອົງນຶ່ງ ໄດ້ຖືກຈັບກຸມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG