ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແມ່ຍິງ ຊາວທິເບ​ດ ລະນຶກເຖິງ ວັນລຸກຮືຂຶ້ນ ຕໍ່ຕ້ານຈີນ (ວີດີໂອ)


TIBET CHINA SOTVO
please wait
Embed

No media source currently available

0:00 0:01:16 0:00
ພວກລີ້ໄພຊາວທິເບດຈຳນວນຫລາຍຮ້ອຍຄົນ ໄດ້ພາກັນລົງສູ່ຖະ
ໜົນຫົນທາງທີ່ເມືອງ Dharamsala ປະເທດອິນເດຍໃນມື້ວັນພຸດ
ວານນີ້ເພື່ອເປັນຂີດໝາຍລະນຶກເຖິງວັນລຸກຮືຂຶ້ນແຫ່ງຊາດ ຂອງ
ພວກແມ່ຍິງທິເບດ.

ຍານາງ Meena ໂຄສົກຂອງສະມາຄົມແມ່ຍິງທິເບດ ກ່າວວ່າ
“ເມື່ອ 50 ປີກ່ອນ ໃນວັນທີ 12 ມີນາປີ 1959 ຢູ່ຕໍ່ໜ້າພະລາຊະວັງ Potala ມັນເປັນວັນທີ່
ພວກແມ່ຍິງ ຈາກທົ່ວທຸກແຂວງ ມາເຕົ້າໂຮມກັນ ແລະທຳການປະທ້ວງ. ມັນເປັນການປະ ທ້ວງ ທີ່ບໍ່ໃຊ້ຄວາມຮຸນແຮງ ຕໍ່ຕ້ານການຢຶດຄອງ ແລະການຮຸກຮານ ບ້ານເກີດຂອງຂ້ອຍ ລະບ້ານເກີດຂອງພວກເຮົາແບບຜິດກົດໝາຍ. ດັ່ງນັ້ນໃນມື້ນີ້ ພວກເຮົາຈຶ່ງລະນຶກເຖິງວັນ
ຄົບຮອບ 55 ປີ ໃນການລຸກຮືຂຶ້ນ ໃນທົ່ວປະເທດຂອງແມ່ຍິງຊາວທິເບດ.”

ທີ່ກຸງນິວເດລີ ຕຳຫຼວດອິນເດຍ ໄດ້ຕໍ່ສູ້ກັບພວກແມ່ຍິງຊາວທິເບດ ທີ່ພາກັນປະທ້ວງຫຼາຍ ສິບຄົນຢູ່ນອກສະຖານທູດຈີນ.

ຕຳຫຼວດໄດ້ເຄື່ອນກຳລັງເຂົ້າໄປຈັບພວກປະທ້ວງ ທີ່ພາກັນຖີບແລະຕ້ານຢັນການຈັບກຸມ ພ້ອມທັງພາກັນຮ້ອງຄຳຂວັນ ເຊັ່ນວ່າ ພວກເຮົາຕ້ອງການ ຄວາມຍຸຕິທຳ ແລະທິເບດກຳ ລັງລຸກໄໝ້ເປັນໄຟ.

ພວກແມ່ຍິງເຫຼົ່ານີ້ ຍັງພາກັນສືບຕໍ່ຮ້ອງຄຳຂວັນ ເວລາພວກເຂົາເຈົ້າ ຖືກນຳຕົວອອກໄປ ຈາກບໍລິເວນສະຖານທູດ ໂດຍລົດຕຳຫຼວດ.

ຈີນກ່າວອ້າງວ່າ ທິເບດແມ່ນພາກສ່ວນນຶ່ງຂອງດິນແດນຕົນມາໄດ້ຫລາຍສັດຕະວັດແລ້ວ. ຊາວທິເບດເວົ້າວ່າ ທິເບດ ຊຶ່ງຕັ້ງຢູ່ໃນບໍລິເວນ ພູຫິມະໄລນັ້ນ ແມ່ນເກືອບວ່າ ເປັນເອກະ ລາດມາຈົນຮອດເວລາທີ່ຈີນເຂົ້າຢຶດຄອງ ໃນປີ 1950.

Hundreds of Tibetan exiles took to the streets of Dharamsala, India to mark the Tibetan National Women's Uprising Day.

Tibetan Women Association spokesperson, Neema, say:

"Fifty five years ago, 12th march 1959 inside Tibet, in front of the Potala palace, it is the day when the women from all the provinces got together and protested. It was a non violent protest against the illegal occupation and invasion of my homeland and our homeland. So today we are commemorating the 55th anniversary of the Tibetan women's national uprising day.''

In New Delhi, India police scuffled with dozens of Tibetan women protesting outside the Chinese Embassy.

Police moved in to detain the protesters as the women kicked and resisted while shouting slogans like "we want justice" and "Tibet is burning".

They continued chanting even as they were driven away in a police bus.

China claims Tibet has been part of its territory for centuries. Tibetans say the Himalayan region was virtually independent until China occupied it in 1950.
XS
SM
MD
LG