ສະຖານີທົດລອງອະວະກາດຂອງຈີນທີ່ລົ້ມແຫຼວ ໄດ້ພົບກັບຈຸດຈົບຕາມຄາດໝາຍ ເມື່ອ
ຕອນເຊົ້າ ວັນຈັນມື້ນີ້ ໃນຂະນະທີ່ຊິ້ນສ່ວນຂອງມັນ ທີ່ຍັງຫລົງເຫຼືອຢູ່ນັ້ນ ຕົກລົງສູ່ມະຫາ
ສະໝຸດ ປາຊີຟິກຕອນໃຕ້.
ສຳນັກງານວິສະວະກຳດ້ານການສົ່ງມະນຸດຂຶ້ນສູ່ອະວະກາດ ຂອງຈີນ ໄດ້ກ່າວວ່າ ຍານ
ອະວະກາດ ທຽນກົງ-ນຶ່ງ (Tiangong-1) “ສ່ວນຫຼາຍ” ແລ້ວ ແມ່ນໄໝ້ລະລາຍຢູ່ໃນບັນ
ຍາກາດ.
ຊິ້ນສ່ວນໃດໆ ທີ່ຍັງບໍ່ແຕກສະຫຼາຍ ໃນລະຫວ່າງທີ່ຕົກລົງກັບຄືນມາສູ່ໂລກ ຢ່າງຮ້ອນ
ແຮງນັ້ນ ກໍຈະຕົກລົງສູ່ມະຫາສະໝຸດ ປາດສະຈາກໄພອັນຕະລາຍໃດໆ.
ມັນໃຊ້ເວລາປະມານສອງຊົ່ວໂມງ ສຳລັບຍານດັ່ງກ່າວ ຈະໄໝ້ລະລາຍຈົນໝົດ ໃນເວລາ
ທີ່ມັນຕົກລົງສູ່ບັນຍາກາດຂອງໂລກ.
ໄດ້ມີການຄາດຄະເນກັນໄວ້ວ່າ ຊິ້ນສ່ວນຂອງສະຖານີທົດລອງອະວະກາດ ຈະຕົກລົງ
ໃນມະຫາສະໝຸດ ແອັດແລນຕິກ ທາງພາກໃຕ້ ໂດຍທີ່ຈະມີບາງຊິ້ນສ່ວນ ອາດເປັນໄພ
ອັນຕະລາຍພຽງເລັກນ້ອຍ ຕໍ່ປະຊາຊົນ ຢູ່ເທິງໜ້າດິນ.
ທຽນກົງ-ນຶ່ງ ມີຂະໜາດເທົ່າກັບລົດເມຂອງໂຮງຮຽນ ແລະ ມີນ້ຳໜັກ 8.5 ໂຕນ.
ທຽນກົງ-ນຶ່ງ ທີ່ໝາຍຄວາມວ່າ “ຜາສາດສະຫວັນ ຫຼື Heavenly Palace” ໃນພາສາ
ອັງກິດ ເປັນວັດຖຸທີ່ໃຫຍ່ທີ່ສຸດ ສ້າງຂຶ້ນໂດຍມະນຸດ ທີ່ຕົກລົງກັບຄືນເຂົ້າມາ ໃນບັນຍາ
ກາດຂອງໂລກ ໃນຮອບສິບປີ.
ທຽນກົງ-ນຶ່ງ ໄດ້ຖືກສົ່ງຂຶ້ນສູ່ອະວະກາດ ໃນປີ 2011 ແລະ ໄດ້ຖືກນຳໃຊ້ເປັນຫ້ອງທົດ
ລອງ ທີ່ບິນຢູ່ໃນວົງໂຄຈອນຂອງດວງຕາເວັນ ສຳລັບ ພາລະກິດການສົ່ງມະນຸດອະວະ
ກາດຂອງຈີນໄປປະຈຳການ ຈົນກວ່າວ່າ ບັນດາເຈົ້າໜ້າທີ່ ໄດ້ກຳນົດວ່າ ຊີວິດການໃຊ້
ງານຂອງມັນນັ້ນ ໄດ້ເສັດສິ້ນລົງ. ມັນຈຶ່ງໄດ້ຖືກຍຸຕິການປະຕິບັດງານ ໃນປີ 2016.