ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ການປາບປາມ ຢູ່ທຽນອັນເໝິນ ບົດບັງ ສື່ມວນຊົນ ຂອງຈີນ (ສະໄລດ໌/ວີດີໂອ)


Tiananmen Crackdown Casts Long Shadow Over China’s Press
please wait

No media source currently available

0:00 0:03:06 0:00
​ມັນເປັນເວລາ 25 ປີຜ່ານມາແລ້ວນັບຕັ້ງແຕ່ໄດ້ມີການປາບປາມ
ທີ່ຈະຕຸລັດທຽນອັນເໝິນ ແລະໃນຂະນະທີ່ ຄວາມຊົງຈຳ ກ່ຽວກັບ
ການປາບປາມພວກປະທ້ວງຢ່າງນອງເລືອດຂອງລັດຖະບານຍັງ
ມີຢູ່ຕໍ່ມາ ໃນຈິດໃຈຂອງຫລາຍໆຄົນນັ້ນ ວັນຄົບຮອບດັ່ງກ່າວຈຶ່ງ
ມີທ່າທາງວ່າ ຈະຜ່ານພົ້ນໄປແບບບໍ່ມີການກ່າວເຖິງ ຢູ່ໃນສື່ມວນ
ຊົນຂອງຈີນ. ການປິດຂ່າວແມ່ນເປັນສິ່ງເຕືອນໃຈກ່ຽວກັບວ່າ 25 ປີຫຼັງຈາກເກີດເຫດການໃນລະດູບານໃໝ່ຂອງປີ 1989 ນັ້ນແລ້ວ
ຄະນະນຳພາຂອງຈີນກໍຍັງບໍ່ທັນສະໜອງຕອບ ແມ່ນແຕ່ຕໍ່ຂໍ້ໃດຂໍ້
ນຶ່ງ ໃນຄຳຮຽກຮ້ອງ ທີ່ສຳຄັນຂອງພວກປະທ້ວງເລີຍ ນັ້ນກໍຄືສິດ ເສລີພາບທາງດ້ານຂ່າວສານ. Rebecca Valli ມີລາຍງານເລື່ອງ
ນີ້ ຈາກຮົງກົງ ດັ່ງໄພສານ ຈະນຳມາສະເໜີທ່ານ.

ໃນລະຫວ່າງການປະທ້ວງ ປີ 1989 ເວລາພວກນັກຂ່າວ ເຂົ້າຮ່ວມກັບພວກນັກຮຽນ ນັກສຶກສາ ຢູ່ຕາມຖະໜົນຫົນທາງນັ້ນ ນຶ່ງໃນຫຼາຍໆຄຳຂວັນທີ່ພວກເຂົາເຈົ້າຂຽນຂຶ້ນ
ກໍຄື “ຢ່າບັງຄັບໃຫ້ພວກເຮົາຕ້ອງຕົວະເລີຍ.”

ໃນຂະນະທີ່ການນັ່ງປະທ້ວງ ຢູ່ຈະຕຸລັດທຽນອັນເໝິນ ດຳເນີນມາເປັນເວລາຫຼາຍອາ
ທິດນັ້ນ ໜັງສືພິມບາງສະບັບທີ່ໄດ້ຮັບການສະໜັບສະໜຸນ ໂດຍພວກຜູ້ນຳທີ່ມີຈິດໃຈ ປະຕິຮູບ ແມ່ນໄດ້ເກັບກຳຂ່າວດ້ວຍຄວາມເປັນອິດສະຫຼະຢ່າງສຳຄັນ.

ທ່ານ Lui Ruishao ນັກຂ່າວທີ່ມີຫ້ອງການຢູ່ຮົງກົງ ແມ່ນໄດ້ລາຍງານກ່ຽວກັບ ການ ໂຮມຊຸມດັ່ງກ່າວນີ້ ຈາກປັກກິ່ງ ໃຫ້ແກ່ໜັງສືພິມຮົງກົງສະບັບນຶ່ງ. ທ່ານເວົ້າວ່າ ຄະນະ ນຳພາຂອງຈີນໄດ້ຫວ່ານເມັດພັນ ເພື່ອໃຫ້ມີການລາຍງານຂ່າວທີ່ຖືກຕ້ອງ ກັບຄວາມ ເປັນຈິງຫຼາຍຂຶ້ນ ໃນກອງປະຊຸມໃຫຍ່ຂອງພັກ ໃນປີ 1987.

ທ່ານ Lui Ruishao ເວົ້າວ່າ “ພວກຜູ້ນຳໄດ້ພາກັນຖະແຫຼງ ໂດຍເວົ້າວ່າ ປະຊາ ຊົນຄວນຈະຖືກແຈ້ງໃຫ້ຊາບ ແລະສົນທະນາຫາລືກັນ ກ່ຽວກັບ ຄວາມສຳຄັນ ຂອງເຫດການນີ້ ບັນຍາກາດແມ່ນຂ້ອນຂ້າງເປີດກວ້າງແລະຜູ້ຄົນໃນວົງການ ສື່ມວນຊົນແມ່ນເອົາການເອົາງານຢ່າງຂຸ້ນຂ້ຽວ.”

ການປາບປາມຢ່າງຮຸນແຮງ ໃນວັນທີ 4 ມິຖຸນາ ສະແດງໃຫ້ເຫັນວ່າ ພວກຫົວແຂງກະ ດ້າງພາຍໃນພັກຄອມມູນິສເປັນຜູ້ໄດ້ຮັບໄຊຊະນະ.

ພວກຜູ້ນຳ ທີ່ສະແດງຄວາມເຫັນພ້ອມ ກ່ຽວກັບການປະຕິຮູບຂອງສື່ມວນຊົນ ໄດ້ຖືກ ເຮັດໃຫ້ໝົດຄວາມສຳຄັນໄປແລະຮ່າງກົດໝາຍທີ່ແນໃສ່ເພື່ອເຮັດໃຫ້ສື່ມວນຊົນເປີດ ກວ້າງຫຼາຍຂຶ້ນນັ້ນ ແມ່ນໄດ້ຖືກເກັບມ້ຽນໄວ້ບໍ່ມີການນຳພາພິດຈາລະນາອີກ.

ຄະນະນຳພາຂອງຈີນ ໃນເວລາຕໍ່ມາ ໄດ້ໃຊ້ສື່ມວນຊົນທີ່ລັດເປັນຜູ້ຄວບຄຸມ ກັ່ນກອງ ຂ່າວຄາວຕ່າງໆໂດຍປະນາມຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕ. ພວກນັກ ຂ່າວຫລາຍໆຄົນທີ່ເຂົ້າຂ້າງພວກນັກຮຽນນັກສຶກສາ ໄດ້ຖືກຄຸມຂັງ ຫລືບໍ່ກໍຖືກສັ່ງໃຫ້ ເຊົາເຮັດວຽກເປັນການຊົ່ວຄາວ.

25 ປີຕໍ່ມາ ຈີນຊຶ່ງໃນເວລານີ້ເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ ສຳລັບໜັງສືພິມແລະ ຜູ້ຊົມໃຊ້ອິນເຕີແນັດຊຶ່ງທັງສອງຢ່າງນີ້ຕ່າງກໍໄດ້ມີການຄວບຄຸມຢ່າງໃກ້ຊິດຂອງພວກ
ເຈົ້າໜ້າທີ່.

ເຖິງແມ່ນໄດ້ມີການຄວບຄຸມກວດກາ ຢ່າງບໍ່ຂາດໄລຍະ ກ່ຽວກັບເນື້ອໄນທີ່ເຫັນວ່າ ມີ ຄວາມຫຼໍ່ແຫຼມກໍຈິງຢູ່ ແຕ່ອິນເຕີແນັດກໍຍັງສືບຕໍ່ເປັນກຳລັງອັນສຳຄັນໃນການເຜີຍແຜ່ ຂໍ້ມູນຂ່າວສານແລະການແລກປ່ຽນຄວາມຄິດຄວາມເຫັນຊຶ່ງກັນແລະກັນ.

ພວກໃຊ້ອິນເຕີແນັດ ໄດ້ໃຊ້ສື່ດັ່ງກ່າວ ປຶກສາຫາລືກັນ ກ່ຽວກັບ ຄວາມຄິດຄວາມເຫັນ ທາງດ້ານການເມືອງທີ່ຫຼໍ່ແຫຼມສຳຄັນຂອງພວກເຈົ້າໜ້າທີ່ໆໄດ້ຮັບຄວາມອັບອາຍຂາຍ ໜ້າຍ້ອນການສໍ້ລາດບັງຫຼວງ ຫລືນຳເຜີຍແຜ່ວີດີໂອສຳລັບພວກທີ່ລະເມີດກົດໝາຍ.

ທ່ານ Ching Cheong ນັກຂ່າວອະວຸໂສຂອງຮົງກົງ ກ່າວວ່າ ເຄີຍມີຄວາມຫວັງໃນໝູ່ ປັນຍາຊົນແລະປະຊາຊົນໂດຍທົ່ວໄປໃນຈີນ ທີ່ວ່າອິນເຕີແນັດຈະເປັນໂຕເລັ່ງໃຫ້ເກີດ ປະຕິກິລິຍາສຳລັບສິດເສລີພາບ.

ທ່ານ Ching Cheong ເວົ້າວ່າ “ແຕ່ເປັນທີ່ຈະແຈ້ງວ່າ ນີ້ຈະບໍ່ເກີດຂຶ້ນ ຍ້ອນປະ ທານປະເທດ ທ່ານສີ ຈິ້ນຜິງ ຫາກໍມີຄຳສັ່ງ ໃຫ້ສ້າງຕັ້ງຄະນະກຳມະການແຫ່ງ
ຊາດ ເພື່ອຕິດຕາມເບິ່ງຄວາມປອດໄພທາງອິນເຕີແນັດ ແລະທ່ານຍັງໄດ້ກ່າວ ໃນປີກາຍນີ້ ໃນຄຳປາໄສ ເມື່ອວັນທີ 19 ສິງຫາວ່າ ອິນເຕີແນັດ ໄດ້ກາຍເປັນ ແຫລ່ງຂອງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ.”


ເຖິງແມ່ນໄດ້ມີການປາບປາມຢູ່ເປັນປະຈຳກໍຕາມ ແຕ່ພວກນັກຂ່າວກໍຍັງສືບຕໍ່ພາກັນ ລ່ວງລະເມີດຕໍ່ການກວດກາຂອງລັດຢູ່.

ໃນປີກາຍນີ້ ພວກບັນນາທິການ ຂອງໜັງສືພິມລາຍສັບປະດາ ຫົວເສລີ Southern
Weekly ໄດ້ພາກັນປະທ້ວງຫລັງຈາກຄະນະກວດກາຂອງພັກຄອມມູນິສໄດ້ສັ່ງບໍ່ໃຫ້ ພິມເຜີຍແຜ່ ບົດບັນນາທິການທີ່ຮຽກຮ້ອງໃຫ້ມີການປະຕິຮູບລັດຖະທຳມະນູນ.

ທ່ານ Lui Ruishao ເວົ້າວ່າ “ນະໂຍບາຍກ່ຽວກັບອິດສະຫລະພາບ ຂອງສື່ມວນ
ຊົນ ບໍ່ໄດ້ມີການປ່ຽນແປງຫຍັງເລີຍໃນຮອບ 25 ປີຜ່ານມາ ແຕ່ສິ່ງທີ່ປ່ຽນແປງ
ກໍຄື ມີຄວາມມຸ່ງມາດປາດຖະໜາ ເພີ້ມຂຶ້ນ ເພື່ອຢາກໃຫ້ສື່ມວນຊົນ ມີສິດເສລີ ພາບຫຼາຍຂຶ້ນ ໂດຍພວກຄົນທຳມະດາສາມັນ ພວກພະນັກງານ ໃນອຸດສາຫະ ກຳສື່ມວນຊົນ ພວກປັນຍາຊົນ ແລະພວກນັກຮຽນນັກສຶກສາ.”


ທ່ານກ່າວວ່າ ຄົນທຳມະດາສາມັນແລະພວກນັກຂ່າວບໍ່ໄດ້ປ່ອຍໃຫ້ພວກເຈົ້າໜ້າທີ່ໂຄ ສະນາຊວນເຊື່ອ ທຳການຜູກຂາດກ່ຽວກັບເລື່ອງຂ່າວຄາວຕ່າງໆ ແຕ່ຢ່າງໃດເລີຍ.
XS
SM
MD
LG