ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ທະ​ຍາ​ສາດ​ ສາມ​ທ່ານ ຮັບ​ລາງວັນໂນແບລ ​ຂະ​ແໜງ​ແພດ​ສາດ ຮ່ວມ​ກັນ ສຳ​ລັບ​ວຽກ​ງານ ກ່ຽວ​ກັບ ອົກ​ຊີ​ເຈັນ ໃນ​ເມັດ​ແຊ​ລ​ສ໌


ທ່ານ ທັອມ​ມັ​ສ ເພີ​ລ​ແມນ, ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ ໂນ​ແບ​ລ, ມອບ​ລາງວັນ​ໃຫ້ ທ່ານ ວິ​ລ​ລຽມ​ ເຄ​ລິນ ຈູ​ເນຍ, ທ່ານ ປີ​ເຕີ ແຣັດ​ຄ​ລິຟ ແລະ ທ່ານ ເກ​ຣັກ ເຊ​ເມັນ​ຊາ ສຳ​ລັບ​ລາງວັນ​ສາ​ຂາ​ແພດ​ສາດ​ຂອງ​ປີນີ້, ນະ​ຄອນຫຼວງ ສ​ຕັອກ​ໂຮມ, ປະ​ເທດ ສວີ​ເດັນ. ເດືອນ ຕຸ​ລາ 2019.
ທ່ານ ທັອມ​ມັ​ສ ເພີ​ລ​ແມນ, ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ ໂນ​ແບ​ລ, ມອບ​ລາງວັນ​ໃຫ້ ທ່ານ ວິ​ລ​ລຽມ​ ເຄ​ລິນ ຈູ​ເນຍ, ທ່ານ ປີ​ເຕີ ແຣັດ​ຄ​ລິຟ ແລະ ທ່ານ ເກ​ຣັກ ເຊ​ເມັນ​ຊາ ສຳ​ລັບ​ລາງວັນ​ສາ​ຂາ​ແພດ​ສາດ​ຂອງ​ປີນີ້, ນະ​ຄອນຫຼວງ ສ​ຕັອກ​ໂຮມ, ປະ​ເທດ ສວີ​ເດັນ. ເດືອນ ຕຸ​ລາ 2019.

ນັກ​ວິ​ທະ​ຍາ​ສາດ ອາ​ເມ​ຣິ​ກັນ ​ສອງຄົນ ແລະ ອັງ​ກິດ ຄົນ​ນຶ່ງ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​
ແໜງແພດ​ສາດ​ ສຳ​ລັບ​ການ​ຄົ້ນ​ພົບ “ວິ​ທີ​ທີ່​ເມັດ​ແຊ​ລ​ຕ່າງໆ ຮັບ​ຮູ້ ແລະ ປັບ​ຕົວ​ເຂົ້າ​ກັບ
​ອົກ​ຊີ​ເຈັນ​ທີ່​ມີ​ຢູ່.”

ຄະ​ນະ​ກຳ​ມະ​ການ​ລາງວັນ ໂນ​ແບ​ລ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ລາງວັນ​ດັ່ງ​ກ່າວ​ແມ່ນ​ໄດ້​
ຮັບ​ຮ່ວມ​ກັນ​ໂດຍ​ທ່ານ ວິນ​ລຽມ ເຄ​ລິນ, ທ່ານ ເກ​ຣັກ ເຊ​ເມັນ​ຊາ ແລະ ທ່ານ ປີ​ເຕີ ແຣັດ​
ຄ​ລິ​ຟ.

ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ເງິນ​ປັນ​ຢ່າງ​ເທົ່າ​ທຽມ ​ຈາກ​ລາງວັນ​ເງິນ​ສົດ 918,000 ໂດ​ລາ.

ຄະ​ນະ​ກຳ​ມະ​ການ​ໄດ້​ກ່າວ​ວ່າ ຜູ້​ຊາຍ​ທັງ​ສາມ “ໄດ້​ສ້າງ​ພື້ນ​ຖານ​ເພື່ອ​ການ​ເຂົ້າ​ໃຈ​ຂອງ
​ພວກ​ເຮົາ ກ່ຽວ​ກັບ ລະ​ດັບ​ອົກ​ຊີ​ເຈັນ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ແຊ​ລຂະ​ບວນ​ການ​ເຜົາ​ຜານ
​ອາ​ຫານ ແລະ ການ​ເຮັດ​ວຽກ​ຂອງ​ຮ່າງ​ກາຍ.”

ເຂົາ​ເຈົ້າ​ເວົ້າ​ວ່າ ຄວາມ​ກ້າວ​ໜ້າ​ດັ່ງ​ກ່າວ​ຈະ​ຊ່ວຍ​ນຳ​ທາງ​ໄປ​ສູ່​ການ​ຫາ​ວິ​ທີ​ໃໝ່ ເພື່ອ​ຕໍ່​
ສູ້​ກັບ ໂຣກ​ເລືອດ​ຈາງ, ມ​ະ​ເຮັງ ແລະ ໂຣກ​ອື່ນໆ.

Two Americans and a British scientist have been awarded the Nobel Prize for Physiology or Medicine for their discoveries of "how cells sense and adapt to oxygen availability."

The Nobel Committee said Monday the award is shared by William Kaelin, Gregg Semenza and Peter Ratcliffe.

They will each get an equal share of the $918,000 cash award.

The committee said the men "established the basis for our understanding of how oxygen levels affect cellular metabolism and physiological function."

It said the advances will help lead to new ways to fight anemia, cancer and other diseases.

XS
SM
MD
LG