ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສົງລາວ 3 ອົງ ທີ່ໄປສົມໂພດພະພຸດທະຮູບໃຫຍ່ ຢູ່ອາເຈັນຕິນາ ແຕ່ຕົ້ນປີນີ້ ຍັງກັບບ້ານບໍ່ໄດ້ ຍ້ອນໂຄວິດ-19


ພະອາຈານທັງຫັນ ວັນນະໃຈດີ (ຊ້າຍ) ແລະພະອາຈານສົມສັກ ອິນທະວິໄລ ທີ່ວັດລາວ, ເມືອງໂປຊາດາສ, ອາເຈັນຕີນາ (ຮູບຈາກເວັບໄຊຂອງພະອາຈານສົມສັກ ອິນທະວິໄລ)
ພະອາຈານທັງຫັນ ວັນນະໃຈດີ (ຊ້າຍ) ແລະພະອາຈານສົມສັກ ອິນທະວິໄລ ທີ່ວັດລາວ, ເມືອງໂປຊາດາສ, ອາເຈັນຕີນາ (ຮູບຈາກເວັບໄຊຂອງພະອາຈານສົມສັກ ອິນທະວິໄລ)

ພະສົງລາວ 3 ອົງ ທີ່ເປັນຮ່ວມພິທີສົມໂພດພະພຸດທະຮູບໃຫຍ່ ທີ່ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ, ເມືອງໂປຊາດາສ ແຂວງມິຊິໂອເນສ, ປະເທດອາເຈັນຕີນາ ຕັ້ງແຕ່ເດືອນກຸມພາຜ່ານມານັ້ນ ຍັງບໍ່ສາມາດກັບຄືນບ້ານໄດ້ ຍ້ອນລັດຖະບານປິດປະເທດໄວ້ ຫ້າມສາຍການບິນເຂົ້າໄປ ແລະອອກຈາກ ປະເທດ ດັ່ງກ່າວເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ອີງຕາມພະອາຈານທອງຫັນ ວັນນະໃຈດີ, ເຈົ້າອາວາດ ວັດ​ບ້ານ​ວັງ​ມົນ, ເມືອງ​ໂພນ​ໂຮງ ແຂວງວຽງຈັນ ຊຶ່ງພະອາຈານເລົ່າສູ່ວີໂອເອວ່າ:

ລິງໂດຍກົງ


ແຕ່ຢ່າງໃດກໍຕາມ, ພະອາຈານທອງຫັນຫວັງວ່າ ຖ້າບໍ່ມີຫຍັງປ່ຽນແປງ ກໍຈະ ໄດ້ກັບບ້ານໃນທ້າຍເດືອນນີ້ ຫລັງຈາກອາເຈັນຕິນາເລີ້ມເປີດໃຫ້ສາຍການບິນ ໄປຕ່າງປະເທດໄດ້ຄືນອີກ.

ປັດຈຸບັນນີ້ມີຄູບາປະຈໍາຢູ່ໃນວັດແຫ່ງນັ້ນ 2 ອົງ ສ່ວນຄູບາ 3 ອົງທີ່ມາຈາກລາວ ແລະຍັງຄ້າງຢູ່ນັ້ນ ກໍແມ່ນມາຈາກເມືອງປາກເຊ, ຈາກວັດສີເມືອງແລະ ຈາກ ວັດບ້ານວັງມົນ, ແຂວງວຽງຈັນ. ສ່ວນກໍລະນີຄົນເປັນພະຍາດນີ້ ໃນປະເທດດັ່ງກ່າວແມ່ນເພີ້ມຂຶ້ນເລື້ອຍໆ ໂດຍ ສະເພາະແມ່ນຢູ່ເຂດພາກໃຕ້ຂອງປະເທດ ທີ່ມີອາກາດໜາວ ຊຶ່ງທັງໝົດ ມີ ຫລາຍກວ່າ 730 ພັນຄົນ ແລະເສຍຊີວິດໄປ 16,500 ກວ່າຄົນແລ້ວ ມາຮອດ ວັນທີ 29 ກັນຍາຜ່ານມາ. ແຕ່ພະອາຈານທອງຫັນກໍບອກວ່າ ຄົນລາວໃນອາ- ເຈັນຕິນາ ບໍ່ມີ ໃຜຕິດພະຍາດນີ້ ເພາະຄົນລາວ ແມ່ນເຊື່ອຟັງ ແລະປະຕິບັດຕາມ ລະບຽບການສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວທີ່ ລັດຖະບານ ວາງອອກເຊັ່ນການ ຢູ່ຫ່າງກັນ, ບໍ່ມີການຊຸມແຊວຫລືເຕົ້າໂຮມກັນ ຫລາຍຄົນ ແລະໃສ່ໜ້າ ກາກປິດປາກໄວ້ເວລາອອກເຮືອນໄປ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດ

Three Lao Monks Stranding in Argentina Cannot Return Home as the Country is Still in the Lockdown

Three Buddhist monks from Laos who went to Argentina to join the ordaining ceremony for the huge Buddha statute in Lao temple in Posadas, Misiones province in February still cannot return home said monk Thonghun Vannachaidi from Vangmon Temple, Vientiane Province. “I want to go back home very much as laypeople in my temple are waiting for me. There are a lot of things we want to do over there, but I am stuck here because of Covid,” he added. As of September 29, Argentina has seen 730,000 Covid-19 cases and more than 16,500 deaths. However, there is no any Laotians in the country are contracted this deadly disease because the follow the rules of social distancing and wearing the masks when they go outside of their houses, said monk Thonghun.

XS
SM
MD
LG