ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ການສຳຫຼວດ ພົບເຫັນວ່າ ໄພຄຸກຄາມຕໍ່ປະຊາທິປະໄຕ ເປັນຄວາມວິຕົກກັງວົນສູງສຸດສຳລັບບັນດາຜູ້ມີສິດເລືອກຕັ້ງ ຂອງສະຫະລັດ


ວີດີໂອລາຍງານກ່ຽວກັບໄພຄຸກຄາມຕໍ່ປະຊາທິປະໄຕ

ໄພຄຸກຄາມຕໍ່ປະຊາທິປະໄຕ ໄດ້ແຊງໜ້າບັນຫາເສດຖະກິດ ແລະ ການຍົກຍ້າຍຖິ່ນຖານໄປແລ້ວ ຖືເປັນຄວາມກັງວົນຫຼັກ ຂອງຜູ້ມີສິດເລືອກຕັ້ງ ກ່ອນຈະມີການເລືອກຕັ້ງປະທານນາທິບໍດີຂອງສະຫະລັດ ປີ 2024 ອີງຕາມຜົນສຳຫຼວດຂອງ IPSOS, ນັກຂ່າວ ວີໂອເອ ທ່ານ ເວີຣໍນິກາ ບອລເດຣັສ ອີເກຣ ຊຽດສ໌ ອະທິບາຍຜົນການສຳຫຼວດແບບລະອຽດ ເຊິ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ.

ເມື່ອພວກຄົນໄປສະແດງຕົວຢູ່ທີ່ໜ່ວຍເລືອກຕັ້ງ ໃນເດືອນມີນາຜ່ານມາ ບັນດາຜູ້ມີສິດເລືອກຕັ້ງພາກັນລົງທະບຽນເຂົ້າ ພັກເດໂມແຄຣັດ ຫຼື ພັກຣີພັບບລີກັນ ໃນລັດອາຣີໂຊນາ ກໍມີຄວາມຊັດເຈນຂຶ້ນ ກ່ຽວກັບວ່າ ທ່ານໃດ ທີ່ພວກເຂົາຕ້ອງການໃຫ້ພັກຂອງເຂົາເຈົ້າ ສະເໜີຊື່ຢ່າງເປັນທາງການ ເພື່ອເຂົ້າຊິງຕຳແໜ່ງປະທານນາທິບໍດີ ໃນປີ 2024.

ທ່ານ ຮາວວອດ ແວບສເຕີ, ຜູ້ລົງຄະແນນໃນລັດອາຣີໂຊນາ ກ່າວວ່າ “ທ່ານ ໂຈ ໄບເດັນ, ຂ້ອຍຄິດວ່າ ເພີ່ນເປັນຜູ້ສະໝັກພຽງຄົນດຽວ ທີ່ສະເໜີໃຫ້ພວກເຮົາ ສິດເສລີພາບ, ປະຊາທິປະໄຕ ແລະ ເສລີພາບສຳລັບໝົດທຸກຄົນ, ບໍ່ພຽງແຕ່ຄົນທີ່ລົງຄະແນນສຽງໃຫ້ກັບເພີ່ນເທົ່ານັ້ນ.’’

ໃນຂະນະດຽວກັນ ທ່ານ ນິໂຄລັສ ເປລາ, ຜູ້ລົງຄະແນນສຽງທ່ານນຶ່ງກ່າວວ່າ “ຂ້ອຍເລືອກ ທ່ານ ດໍໂນລ ທຣໍາ ຂ້ອຍເຊື່ອວ່າ ເພີ່ນຄົນດຽວ ທີ່ມີເຈດຈຳນົງເຮັດເພື່ອລັດຖະທຳມະນູນທີ່ໄດ້ຂຽນໄວ້ ແລະ ເພີ່ນພຽງຄົນດຽວ ທີ່ຖືກໂຈມຕີ ໂດຍຄົນອື່ນໆ ຍ້ອນເຫດຜົນອັນນັ້ນ.”

ລັດທິຫົວຮຸນແຮງທາງການເມືອງ ແລະ ເປັນໄພຄຸກຄາມຕໍ່ປະຊາທິປະໄຕ ກາຍເປັນບັນຫາສຳຄັນທີ່ສຸດ ຊຶ່ງສະຫະລັດກຳລັງປະເຊີນຢູ່. ອີງຕາມຜົນການສຳຫຼວດຜູ້ມີສິດລົງຄະແນນສຽງຂອງ IPSOS ໃນກາງເດືອນເມສາຜ່ານມາ, ພັກເດໂມແຄຣັດ ເປັນຫ່ວງເປັນໃຍ່ກ່ຽວກັບລັດທິຜະເດັດການ.

ທ່ານ ຄຣິບຟວດ ຢັງ, ປະທານຮັບຜິດຊອບວຽກງານສາທາລະນະຢູ່ IPSOS ເວົ້າຜ່ານທາງສະໄກປ໌ ວ່າ “ແນ່ນອນ, ພັກເດໂມແຄຣັດ ເມື່ອພວກເຂົາເວົ້າວ່າ ປົກປັກຮັກສາປະຊາທິປະໄຕ, ແທ້ຈິງ ພວກເຂົາໝາຍເຖິງ ປົກປັກຮັກສາປະຊາທິປະໄຕຈາກ ທ່ານ ທຣຳ.​ ພວກເຮົາເອີ້ນສິ່ງນີ້ວ່າ ການລົງຄະແນນຕໍ່ຕ້ານ ທຣຳ ແລະ ພວກເຮົາກະປະມານ ຄະແນນສຽງຈະຢູ່ປະມານ 25% ຂອງປະຊາກອນໃນກຸ່ມຜູ້ໃຫຍ່.’’

ສ່ວນພວກທີ່ເປັນອິດສະຫຼະ ທີ່ເຂົ້າຂ້າງຝ່າຍເດໂມແຄຣັດ ກໍຮັບຮູ້ຂໍ້ກັງວົນຂອງພວກເຂົາ, ແຕ່ຝ່າຍຣີພັບບລີກັນ ເຫັນການປົກປ້ອງປະຊາທິປະໄຕ ໃນແບບທີ່ແຕກຕ່າງອອກໄປ.

ທ່ານ ຍັງ, ເວົ້າຜ່ານທາງສະໄກປ໌ ຕື່ມອີກວ່າ “ຄຳວິພາກວິຈານຈາກຝ່າຍຂວາພາຍໃນພັກຣີພັບບີລີກັນ ສ່ວນໃຫຍ່ ແມ່ນເວົ້າເຖິງລະບົບທີ່ລົ້ມເຫຼວ, ລະບົບທີ່ຄວບຄຸມໂດຍພວກຄົນຊົນຊັ້ນສູງ ຫຼື ຖືກສໍ້ໂກງໂດຍພວກຄົນຊົນຊັ້ນສູງ. ສະນັ້ນ ໃນທີ່ສຸດ, ເມື່ອພັກຣີພັບບລີກັນ ຕີຄວາມໝາຍຄຳວ່າ ‘ປົກປ້ອງປະຊາທິປະໄຕ’ ແທ້ຈິງແລ້ວ ພວກເຂົາໝາຍເຖິງ ກົນໄກການເລືອກຕັ້ງ ແລະ ຄວາມເປັນທຳຂອງການເລືອກຕັ້ງທົ່ວໄປ.”

ທ່ານ ທຣຳ ເອງ ກໍໄດ້ປູກຝັງຄວາມຮູ້ສືກແບບຮີບດ່ວນ ຕໍ່ພວກທີ່ຜູ້ຕິດຕາມຂອງເພີ່ນ.

ທ່ານ ດໍໂນລ ທຣໍາ ຜູ້ສະໝັກຊິງຕຳແໜ່ງປະທານນາທິບໍດີ ສະຫະລັດ ຈາກພັກຣີພັບບີລີກັນ ກ່າວວ່າ“ຖ້າພວກເຮົາ ບໍ່ຊະນະການເລືອກຕັ້ງ ໃນວັນທີ 5 ພະຈິກນີ້ ຂ້ອຍຄິດວ່າ ປະເທດຂອງເຮົາ ຈະລົ້ມສະລາຍ, ມັນອາດເປັນການເລືອກຕັ້ງຄັ້ງສຸດທ້າຍ ເທົ່າທີ່ເຮົາເຄີຍມີມາ, ຂ້ອຍໝາຍເຖິງແບບນັ້ນ ແທ້ໆ.”

ໃນການແຂ່ງຂັນເລືອກຕັ້ງຄືນໃໝ່ອີກຄັ້ງຂອງທ່ານ, ປະທານນາທິບໍດີ ໂຈ ໄບເດັນ ຍັງໄດ້ເຕືອນກ່ຽວກັບຄວາມສ່ຽງ ທີ່ທ່ານເຫັນ ໃນການກັບຄືນມາປະຈຳການໃນທຳນຽບຂາວ ຂອງທ່ານ ທຣຳ.

ທ່ານ ໄບເດັນ ກ່າວວ່າ “ປະຊາທິປະໄຕຂອງພວກເຮົາ ຢູ່ໃນຄວາມສ່ຽງແທ້ໆ. // ເມື່ອ ລາວເວົ້າເຖິງການເປັນຜະເດັດການ ໃນມື້ທຳອິດ, ລາວໝາຍເຖິງຄວາມສາມາດທີ່ຈະລົບລ້າງອົງປະກອບຕ່າງໆ ຂອງລັດຖະທຳມະນູນໄດ້.”

ດ້ວຍຄຳເຕືອນທີ່ເປັນຜົນມາຈາກການສຳຫຼວດ ແມ່ນພຽງພາບລວມ ໃນຊ່ວງເວລານຶ່ງເທົ່ານັ້ນ ເຊິ່ງການສຳຫຼວດຂອງ Ipsos ບອກວ່າ ມີ 38 ເປີເຊັນຂອງຜູ້ລົງຄະແນນສຽງ ຄິດວ່າ: ທ່ານ ໄບເດັນ ມີແຜນການທີ່ດີກວ່າ ເພື່ອຮັບມືກັບໄພຄຸກຄາມຕໍ່ປະຊາທິປະໄຕ ເມື່ອທຽບກັບຈຳນວນ 29 ເປີເຊັນ ທີ່ເຊື່ອວ່າ ທ່ານ ທຣຳ ດີກວ່າ.

ທ່ານ ຄຣິບຟວດ ຍັງ, ເຈົ້າໜ້າທີ່ຂອງ IPSOS ກ່າວວ່າ “ໄບເດັນ ເປັນຜູ້ຊິງຕຳແໜ່ງຂອງກຸ່ມນັກການເມືອງທີ່ໂດດເດັ່ນ. ລາວເປັນສັດແຫ່ງກຸ່ມທີ່ໂດດເດັ່ນ. ລາວຖືກມອງເຫັນວ່າ ເປັນຄົນມີລະບຽບ ແລະ ມີຄວາມທຸ່ນທ່ຽງ. ສ່ວນ ທຣຳ ໂດຍສະເພາະຢ່າງຍິ່ງແລ້ວ ເປັນປະເພດທີ່ສະແດງເຖິງການບ່າຍບ່ຽງໄປຈາກກຸ່ມທີ່ໂດດເດັ່ນ.”

ເບື້ອງຫຼັງການປົກປ້ອງປະຊາທິປະໄຕຂອງມັນເອງນັ້ນ ພວກຜູ້ມີສິດເລືອກຕັ້ງ ຢູ່ໃນການສຳຫຼວດ ພົບວ່າ ພວກເຂົາເອົາບັນຫາດ້ານເສດຖະກິດ ແລະ ການຍົກຍ້າຍຖິ່ນຖານ ເປັນເລື້ອງທີ່ວິຕົກກົງວົນສູງສຸດ ກ່ອນຈະມີການເລືອກຕັ້ງທົ່ວໄປ.

“Threats to democracy” have overtaken the economy and immigration as the chief concern of U.S. voters ahead of the 2024 presidential election, according to a recent Ipsos poll. VOA’s Veronica Balderas Iglesias breaks down the results.

When they showed up at the polls in March, registered Democratic and Republican voters in Arizona were clear about who they’d like their party to formally nominate for the 2024 presidential race.

(Howard Webster, Arizona Voter)

"Joe Biden, I think he's the only candidate that offers us freedom, democracy and freedom for everybody, not just people that vote for you."

(Nicholas Pela, Arizona Voter)

"I voted for Donald Trump. I believe he's the only one who's willing to stand up for the Constitution as it was written and he's the only one that's being attacked by everybody else for that reason."

Political extremism and threats to democracy are the most important problems facing the United States, according to voters polled by Ipsos in mid-April. Democrats worry about authoritarianism.

(Clifford Young, Ipsos)

“Really, Democrats when they say saving democracy, they're really saying is saving democracy from Trump. // We call this the ‘anti-Trump’ vote and by our estimate it’s about 25% of the adult population.”

Independents side with Democrats in their concerns, but Republicans see the protection of democracy in a different light.

(Clifford Young, Ipsos)

“Many of the critiques on the right among Republicans is of a broken system, a system controlled by the elites, or rigged by elites. So ultimately, when Republicans are defining ‘saving democracy,’ they're really talking about election machinery and the fairness of elections in general.”

Trump himself has instilled a sense of urgency into his followers.

(Donald Trump, Republican Presidential Candidate)

“If we don’t win on November 5, I think our country is going to cease to exist. It could be the last election we ever have. I actually mean that.”

In his reelection bid, President Joe Biden also warns about the risks he sees in Trump returning to the White House.

(Joe Biden, US President)

“Our democracy is really at risk. // When he talks about being a dictator on the first day, he means being able to negate elements of the Constitution.”

With the caveat that polls are only snapshots in time, 38% of voters polled by Ipsos think Biden has a better plan to approach threats to democracy, compared to 29% who believe that Trump does.

(Clifford Young, Ipsos)

“Biden is an establishment candidate. He is a creature of the establishment. He is seen as order and stability. //Trump, more specifically kind of represents that deviation from the establishment.”

Behind the protection of democracy itself, voters polled put the economy and immigration as their top concerns ahead of the general election.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG