ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼາຍ​ພັນ​ຄົນ ອອກ​ມາ​ປະ​ທ້ວງ​ໃນ ເລ​ບາ​ນອນ ໃນ​ຂະ​ນະ​ທີ່​ ນັກ​ການ​ເມືອງ ເວົ້າ​ໂຈມ​ຕີ​ກັນ​ເອງ


ຜູ້​ປະ​ທ້ວງ​ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ພໍ​ໃຈ ກ່ຽວ​ກັບ ການ​ສໍ້​ລາດ​ບັງຫຼວງ​ຂອງ​ລັດ​ຖະ​ບານ, ການ​ຂາດ​ການ​ບໍ​ລິ​ການ​ໃນ​ຕົວ​ເມືອງ ແລະ ຄວາມ​ທຸກ​ຍາກ​ທີ່​ເພີ່ມ​ຂຶ້ນ​ໃນ​ນະ​ຄອນຫຼວງ ເບ​ຣຸດ, ປະ​ເທດ ເລ​ບາ​ນອນ. 16 ພະ​ຈິກ, 2019. (H. Murdock/VOA)
ຜູ້​ປະ​ທ້ວງ​ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ພໍ​ໃຈ ກ່ຽວ​ກັບ ການ​ສໍ້​ລາດ​ບັງຫຼວງ​ຂອງ​ລັດ​ຖະ​ບານ, ການ​ຂາດ​ການ​ບໍ​ລິ​ການ​ໃນ​ຕົວ​ເມືອງ ແລະ ຄວາມ​ທຸກ​ຍາກ​ທີ່​ເພີ່ມ​ຂຶ້ນ​ໃນ​ນະ​ຄອນຫຼວງ ເບ​ຣຸດ, ປະ​ເທດ ເລ​ບາ​ນອນ. 16 ພະ​ຈິກ, 2019. (H. Murdock/VOA)

ປະ​ເທດ ເລ​ບາ​ນອນ ໄດ້​ຕົກ​ເຂົ້າ​ໃນ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ​ໃນ​ວັນ​ອາ​ທິດ​ວານນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ການ​ເມືອງ ພະ​ຍາ​ຍາມ​ທີ່​ຈະ​ກໍ່​ຕັ້ງ​ລັດ​ຖະ​ບານ.

ປະ​ຊາ​ຊົນ ເລ​ບາ​ນອນ ຫຼາຍ​ສິບ​ພັນ​ຄົນ​ໄດ້​ພາ​ກັນ​ອອກ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຖະ​ໜົນ​ໃນ​ຕົວ​ເມືອງ ແລະ ເມືອງ​ຕ່າງໆ​ທົ່ວ​ປະ​ເທດ ເພື່ອ​ຮຽກ​ຮ້ອງ​ການ​ປັບ​ປຸງອຳ​ນາດ​ທາງ​ການ​ເມືອງ. ຜູ້​ປະ​ທ້ວງ​ໄດ້​ກ່າວ​ຫາ​ຜູ້​ນຳ​ດ້ານ​ການ​ເມືອງ ກ່ຽວ​ກັບ ການ​ສໍ້​ລາດ​ບັງຫຼວງ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ທຳ​ການ​ປະ​ຕິ​ຮູບ​ທາງ​ສັງ​ຄົມ ແລະ ເສດ​ຖະ​ກິດ ແລະ ການ​ບໍ​ລິ​ການຂັ້ນພື້ນ​ຖານ​ທີ່​ພຽງ​ພໍ.

ວິ​ກິດ​ການ​ທາງ​ການ​ເມືອງ​ໄດ້​ຮຸນ​ແຮງ​ຂຶ້ນ ຫຼັງ​ຈາກ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທ່ານ ໂມ​ຮຳ​ມັດ ຊາ​ຟາ​ດີ ໄດ້​ຖອນ​ຊື່​ຂອງ​ທ່ານ​ອອກ​ຈາກ​ການ​ພິ​ຈາ​ລະ​ນາ​ສຳ​ລັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ຂອງ​ທ່ານ​ນັ້ນ, ທ່ານ ຊາ​ຟາ​ດີ ໄດ້​ກ່າວ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຊາ​ອາດ ອາ-ຮາ​ຣີ​ຣີ ທີ່​ກຳ​ລັງ​ຈະ​ອອກ​ຈາກ​ຕຳ​ແໜ່ງ​ນັ້ນ​ຄວນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ກຳ​ຕຳ​ແໜ່ງ​ຄືນ.

ທານ ຮາ​ຣີ​ຣີ ໄດ້​ລາ​ອອກ​ໃນ​ວັນ​ທີ 29 ຕຸ​ລາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ປະ​ທ້ວງ ຫຼາຍ​ອາ​ທິດ.

ໃນ​ວັນ​ອາ​ທິດ​ວານນີ້, ທ່ານ ຮາ​ຣີ​ຣີ ໄດ້​ຖິ້ມ​ໂທດ​ການ​ປະ​ທ້ວງ ແລະ ການ​ຂາດ​ລັດ​ຖະ​ບານ​ໃສ່​ພັກ​ການ​ເມືອງ​ຂອງປະ​ທາ​ນາ​ທິ​ບໍ​ດີ ມິ​ແຊ​ລ ອາ​ອູນ, ໂດຍ​ເວົ້າ​ວ່າ ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ “ແມ່ນບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ກ່ຽວ​ກັບ ວິ​ກິດ​ການ​ລະດັບ​ປະ​ເທດ​ ທີ່​ປະ​ເທດ​ກຳ​ລັງ​ຜ່ານ​ຜ່າ​ນັ້ນ.”

ພັກ​ຂອງ​ທ່ານ ອາ​ອູນ ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການ​ເວົ້າ​ວ່າ ທ່ານ ຮາ​ຣີ​ຣີ ຢາກ​ທີ່​ຈະ​ຄອບ​ງຳ​ຄະ​ນະ​ລັດ​ຖະ​ບານ​ໃໝ່.

ປະ​ຊາ​ຊົນຫຼາຍ​ສິບ​ພັນ​ຄົນ​ໄດ້​ສືບ​ຕໍ່​ປະ​ທ້ວງ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ການ​ເມືອງ​ລະ​ດັບ​ສູງ​ໄດ້​ໂຈມ​ຕີ​ກັນ​ເອງ. ຝູງ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຮ້ອງວ່າ, “ປະ​ຊາ​ຊົນ​ຢາກ​ໂຄ່ນ​ລົ້ມ​ລະ​ບອບ​ການ​ປົກ​ຄອງ.”

ການ​ປະ​ທ້ວງ​ໃນ ເລ​ບາ​ນອນ ແມ່ນບໍ່​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ທຽບ​ໃສ່​ພາກ​ສ່ວນ​ອື່ນໆ​ຂອງ​ໂລກ. ບັນ​ດາ​ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​ອອກ​ລາດ​ຕະ​ເວນ​ຕາມ​ຖະ​ໜົນ​ຕ່າງໆ ແຕ່​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ຢຸດ​ການ​ປະ​ທ້ວງ.

ຫົວ​ໜ້າ​ກອງ​ທັບ​ບົກ ນາຍ​ພົນ ໂຈ​ເຊັ​ຟ ອາ​ອູນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຫ້າມ​ຄົນ​ໃດ​ຜູ້​ທີ່​ໄດ້​ປະ​ທ້ວງ​ຢູ່​ໃນ​ຈະ​ຕຸ​ລັດ​ຕ່າງໆ​ນັ້​ນ, ແຕ່​ເມື່ອ​ເຂົາ​ເຈົ້າ​ຢາກ​ຂ້າມ​ຫົນ​ທາງ ແລະ ຮາ​ວີ​ລົບ​ກວນ​ຄົນ ​ພວກ​ເຮົາ​ຈະ​ເຂົ້າໄປ​ຂັດ​ຂວາງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG