ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ພວກ​ປະ​ທ້ວງ​ຊາວ ອີ​ຣັກ ຫຼາຍ​ພັນ​ຄົນ ອອກ​ມາ​ປະ​ທ້ວງ ກ່ອນ​ໜ້າ ຂີດ​ເສັ້ນ​ຕາຍ ຂອງ​ການ​ສະ​ເໜີ​ຊື່ ນາ​ຍົກ​ຄົນ​ໃໝ່


​ລົດ​ຕຸກ​ຕຸກ ແລ່ນ​ຜ່ານ​ຢາງ​ລົດ​ທີ່​ຖືກ​ເຜົາ​ໄໝ້ ໃນ​ລ​ະ​ຫວ່າງ ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ເມືອງ​ເຄີ​ບາ​ລາ ຂອງ​ອີ​ຣັກ ທີ່​ຍັງ​ມີ​ຢູ່​ຕໍ່​ເນື່ອງ, ວັນ​ທີ 23 ທັນ​ວາ 2019. REUTERS/Abdullah Dhiaa al-Deen
​ລົດ​ຕຸກ​ຕຸກ ແລ່ນ​ຜ່ານ​ຢາງ​ລົດ​ທີ່​ຖືກ​ເຜົາ​ໄໝ້ ໃນ​ລ​ະ​ຫວ່າງ ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ເມືອງ​ເຄີ​ບາ​ລາ ຂອງ​ອີ​ຣັກ ທີ່​ຍັງ​ມີ​ຢູ່​ຕໍ່​ເນື່ອງ, ວັນ​ທີ 23 ທັນ​ວາ 2019. REUTERS/Abdullah Dhiaa al-Deen

ຊາວ​ອີ​ຣັກ ຫຼາຍ​ພັນ​ຄົນ ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນຫົນ​ທາງສາຍ​ຕ່າງໆ ໃນ​ວັນ​ອາ​ທິດ​ວານນີ້ ກ່ອນ​ໜ້າ​ຂີດເສັ້ນ​ຕາຍຂອງ​ການ​ສະ​ເໜີ​ຊື່ນາ​ຍົກ​ລັດ​ຖະ​ມົນ​ຕີຊົ່ວ​ຄາວ ທີ່ຈະ​ໝົດ​ກຳ​ນົດ​ໃນ​ຕອນ​ກາງ​ຄືນ​ມື້​ດຽວ​ກັນ​ນັ້ນ.

ການ​ຊຸມ​ນຸມ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໄດ້​ສັ່ນ​ຄອນ​ນະ​ຄອນຫຼວງ​ແບກ​ແດດ ແລະ​ເຂດ​ພາກ​ໃຕ້ທີ່​ມີ​ຊາວ​ນິ​ກາຍ​ຊີ​ໄອ​ອາ​ໃສ​ຢູ່​ເປັນ​ສ່ວນຫຼາຍ ນັບ​ຕັ້ງ​ແຕ່​ເດືອນ​ຕຸ​ລາ​ ເປັນ​ຕົ້ນ​ມາ ຊຶ່ງ​ການ​ປະ​ທ້ວງນັ້ນ ແມ່ນ​ເພື່ອ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ການ​ບໍ​ລິ​ການ​ທີ່​ຂີ້​ຮ້າຍ ແລະ​ການ​ຂາດ​ວຽກ​ເຮັດ​ງານ​ທຳ. ພວກ​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ລະ​ບົບ​ການ​ເມືອງທີ່​ໄດ້ຖືກຈັດ​ຕັ້ງ​ຂຶ້ນ ຫຼັງ​ຈາກ​ການ​ບຸກ​ລຸກ​ຂອງ​ສະ​ຫະ​ລັດ ​ໃນ​ປີ 2003.

​ນັບຕັ້ງ​ແຕ່​ ມີການ​ລາ​ອອກ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ແດ​ລ ອັບ​ດູ​ລ ມາ​ດີ ​ໃນ​ວັນ​ສຸກ​ຜ່ານ​ມານີ້ ປະ​ທານ​າ​ທິ​ບໍ​ດີ ບາ​ຣ​ຮຳ ຊາ​ລີ ແລະ​ສະ​ພາ​ແຫ່ງ​ຊາດ ກໍໄດ້​ພາດ​ເສັ້ນ​ຕາຍໃນການ​ແຕ່ງ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ມາ​ແລ້ວ​ສອງ​ສາມ​ຄັ້ງ. ທ່ານ​ມາ​ດີ ແລະ​ລັດ​ຖະ​ບານ​ຂອງ​ທ່ານ ໄດ້​ຕົກ​ລົງ​ທີ່​ຈະ​ຢູ່​ຕໍ່​ໄປ ໃນ​ບົດ​ບາດ​ຮັກ​ສາ​ການ ຈົນ​ກວ່າ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ​ຈະໄດ້​ຮັບ​ການ​ຮັ​ບ​ຮອງ.

ແຕ່​ການ​ລາ​ອອກ​ຂອງ​ທ່ານ​ມາ​ດີນັ້ນ ບໍ່​ໄດ້ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຜູ້​ທີ່​ໄດ້​ກ່າວ​ໄປ​ແລ້ວ​ວ່າ ມັນ​ບໍ່​ພຽງ​ພໍ ທີ່​ຈະ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ເຂົ້າ​ມາ​ກຳ​ອຳ​ນາດ--ພວກ​ເຂົາ​ເຈົ້​າ ຕ້ອງ​ການ​ໃຫ້​ປ່ຽນ​ແປງ​ລະ​ບົບ​ການ​ເມືອງ​ທັງ​ໝົດ ຊຶ່ງ​ພວກ​ເຂົາ​ເອີ້ນ​ມັນ​ວ່າ ສໍ້​ໂກງ ບໍ່ມີ​ຄວາມ​ສາ​ມາດ ແລະ​ວ່າ ມັນ​ບໍ່​ເຮັດ​ຫຍັງ​ເລີຍ​ທີ່​ຊ່ອຍ​ເຫຼືອ​ພວກ​ຊາວ​ອີ​ຣັກ​ທີ່​ທຸກ​ຍາກ ເຖິງ​ແມ່ນ​ວ່າ ປະ​ເທດ​ຊາດ​ຈະ​ອຸ​ດົມ​ສົມ​ບູນໄປ​ດ້ວຍ​ນ້ຳ​ມັນ ກໍ​ຕາມ.

ພວກ​ປະ​ທ້ວງ ໃນ​ວັນ​ອາດ​ທິດ​ວານນີ້ ​ບໍ່​ພໍ​ອົກ​ພໍ​ໃຈ ໃນສິ່ງ​ທີ່ເປັນ​ໄປ​ໄດ້​ສູງວ່າ ​ຈະ​ມີການ​ເລືອກ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ​ຄືອະ​ດີດ​ລັດ​ຖະ​ມົ​ນ​ຕີ ການ​ສຶກ​ສາ​ຊັ້ນ​ສູງ ທ່ານ​ຄູ​ເຊ ອາ​ລ-ຊູ​ແຮ​ລ ຜູ້​ທີ່​ຖືກ​ຄັດ​ຄ້ານ​ໂດຍ​ພວກ​ຕ້ອງ​ຕິ​ທັງຫຼາຍ ສຳ​ລັບ​ການ​ມີ​ສາຍ​ສຳ​ພັນ​ກັບ​ອີ​ຣ່ານ​ຂອງ​ທ່ານນັ້ນ. ພວກ​ປະ​ທ້ວງ​ທັງຫຼາຍ ກໍ​ໄດ້​ປະ​ຕິ​ເສດ​ຢ່າງສິ້ນ​ເຊີງ​ຕໍ່ການ​ສະ​ໝັກ​ຂອ​ງທ່ານ​ອາ​ລ-ຊູ​ແຮ​ລ ພ້ອມ​ກັນ​ກັບ ​ຜູ້​ສະ​ໝັກທີ່ອາດເປັນ​ໄປ​ໄດ້ຄົນ​ອື່ນໆ, ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ລັດ​ຖະ​ບານ​ນັບ​ຕັ້ງ​ແຕ່​ປີ 2003.

ຢ່າງ​ໜ້ອຍ 460 ຄົນ ໄດ້​ຖືກ​ຂ້າ​ຕາຍ ແລະອີກຫຼາຍ​ສິບ​ພັນ​ຄົນ ​ໄດ້​ຮັບ​ບາດ​ເຈັບ ນັບ​ຕັ້ງ​ແຕ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ ໃນ​ເດືອນ​ຕຸ​ລາ ເປັນ​ຕົ້ນ​ມາ ຢູ່​ໃນ​ນະ​ຄອນຫຼວງ​ແບັ​ກ​ແດດ ແລະ​ໃນ​ພື້ນ​ທີ່​ທາງ​ພາກ​ໃຕ້​ຂອງ​ອີ​ຣັກ ​ທີ່​ມີ​ຊາວ​ນິ​ກາຍ​ຊີ​ໄອ​ອາ​ໃສ​ຢູ່​ເປັນ​ສ່ວນ​ໃຫຍ່.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG