ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວປາກິສຖານ ຊຸມນຸມ ສະໜັບສະໜຸນ ກອງທັບ ໃນການຕໍ່ຕ້ານ ພວກຫົວຮຸນແຮງ (ວີດີໂອ)


pakistanrallyvosot7july14
please wait

No media source currently available

0:00 0:00:47 0:00

ການໂຮມຊຸມນຸມ ທີ່ເມືອງ ກາຣາຈີ ປາກິສຖານ, ວັນທີ 7 ກໍລະກົດ 2014.

ປະຊາຊົນ​ຫຼາຍ​ພັນ​ຄົນ ​ໄດ້​ພາກັນ​ໄປ​ໂຮມ​ຊຸມນຸມ​ ໃນ​ນະຄອນ
ກາຣາຈີ ຂອງ​ປາ​ກິ​ສຖານ ​ເພື່ອ​ສະ​ແດງ​ການ​ສະໜັບສະໜຸນ
​ແກ່ກອງທັບ​ປາ​ກິ​ສຖານ ​ໃນ​ການ​ຕໍ່ສູ້ຕ້ານ​ພວກ​ຫົວ​ຮຸນ​ແຮງ​
ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ການ​ໂຮມ​ຊຸມນຸມ​ດັ່ງກ່າວ ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ໂດຍ​ຂະ​ບວນການ Muttahida Qaumi ຫລື MQM ຊຶ່ງ​ເປັນ​ພັກ​ທີ່​ແຂງແຮງ​ທີ່​ສຸດ​ໃນເມືອງກາຣາຈີ ​ນະຄອນຫຼວງ​ການ​ຄ້າຂອງ​ປະ​ເທດ.

ກອງທັບ​ປາ​ກິ​ສຖານ ​ໄດ້​ເປີດ​ສາກ​ທຳ​ການ​ບຸກລຸກ​ທາງ​ພາກ​ພື້ນດິນ​ໃນ​ເຂດ​ຊົນ​ເຜົ່າ Waziristan ​ເໜືອ ​ໃນ​ວັນ​ທີ 30 ມິຖຸນາ​ຜ່ານ​ມາ ຊຶ່ງ​ເປັນ​ການ​ລິ​ເລີ້ມ​ຂັ້ນ​ຕອນ​ໃໝ່​ໃນ​
ການ​ບຸກ​ໂຈມ​ຕີພວກ​ຫົວ​ຮຸນ​ແຮງຕາ​ລີ​ບານ.

ນັບ​ແຕ່​ການໂຈມ​ຕີ​ທາງ​ອາກາດໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 15 ມິຖຸນາ ເປັນ​ຕົ້ນ​ມາ ພວກ​ຫົວ​
ຮຸນ​ແຮງ​ ​ຫຼາຍ​ກວ່າ 400 ຄົນ​ ໄດ້​ເສຍ​ຊີວິດ. ທ່ານ Haider Abbas Rizvi ຜູ້ນຳ​ໃນ​
ທ້ອງ​ຖິ່ນຂອງຂະ​ບວນການ​ MQM ກ່າວວ່າປາກິສຖານໄດ້ຮັບຄວາມເຈັບປວດຈາກ
ນ້ຳມືຂອງພວກຫົວ ຮຸນແຮງຈັດທາງດ້ານສາສະໜາ ຊຶ່ງທ່ານກ່າວວ່າ:

“ພວກເຮົາກຳລັງໄດ້ຮັບຄວາມເຈັບປວດ ຈາກລັດທິ​ນິຍົມຄວາມຮຸນ ແຮງ
ຈັດ ແລະຄວາມຮຸນແຮງຈັດທາງດ້ານສາສະໜາ ໂດຍສະເພາະ ໃນຊ່ວງ
30 ປີຜ່ານມານີ້ ໃນປາກິສຖານ. ບັດນີ້ ພວກເຮົາກຳລັງປະເຊີນໜ້າກັບ
ຄວາມເຈັບປວດຊ້ຳເຮື້ອ ຊຶ່ງກໍຄືການກໍ່ການຮ້າຍ
.”

ເຊື່ອກັນວ່າ ແມ່ນກຸ່ມຕາລີບານ ເປັນຜູ້ຮັບຜິດຊອບສຳຫລັບການໂຈມຕີຕ່າງໆ ໃນ
ປາກິສຖານ ທີ່ແນໃສ່ເປົ້າໝາຍຕ່າງໆຂອງພົນລະເຮືອນ ແລະທະຫານ ຕະຫຼອດທັງ
ການເຂັ່ນຂ້າກັນຍ້ອນສາສະໜາ ນຳນັ້ນ.

Thousands of people turned out in the Pakistani city of Karachi to show their support for the Pakistani military in its fight against militants in the north of the country.

The rally was organized by the Muttahida Qaumi Movement (MQM), the strongest party in country's commercial capital Karachi.

Pakistan's military launched a ground assault in the North Waziristan tribal area on June 30, beginning a new phase in its offensive against Taliban militants.

Since the air operation began June 15, more than 400 militants have been killed.

Local MQM leader Haider Abbas Rizvi said Pakistan was suffering at the hands of religious extremists.

((SOUNDBITE (English) Haider Abbas Rizvi, local MQM leader))

"We are suffering in the ailment of extremism, and religious extremism, especially for the last 30 years in Pakistan. Right now we are facing one of the chronic ailments that is terrorism."

The Taliban are believed to be responsible for attacks in Pakistan targeting civil and military targets, as well as sectarian killings.

XS
SM
MD
LG