ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ລີເບຍ ສະຫຼອງ ວັນຄົບຮອບ ປີ​ທີ​ 3​ ​ຂອງ​ການ​ປະຕິ​ວັດ (ວີດີໂອ)


Libyans Mark Anniversary of Revolution
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ

ວີດີໂອ: ລີເບຍສະຫຼອງຄົບຮອບ 3 ປີ ຂອງການປະຕິວັດ ທີ່ໂຄ່ນລົ້ມ ຜູ້ນໍາຜະເດັດການ ມວມມາ ກາດດາຟີ.

ຊາວ​ລີເບຍ ຫລາຍ​ພັນ​ຄົນ ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ ຢູ່ ຈະ​ຕຸ​
ລັດ Martyrs ​ໃນ​ນະຄອນຫລວງ Tripoli ຕອນ​ແລງ​ວັນ​ອາ
ທິດ​ວານ​ນີ້ ​ເພື່ອ​ສະຫລອງລ່ວງ​ໜ້າ ວັນຄົບຮອບປີ​ທີ​ສາມ​ ​
ຂອງ​ການ​ປະຕິ​ວັດລີເບຍ ​ເມື່ອ ປີ 2011 ນັ້ນ.

ການ​ສະຫລອງ​ເພີ້​ມຕື່ມ ​ໄດ້​ວາງ​ແຜ​ນ​ໃສ່​ວັນ​ຈັນ​ມື້​ນີ້ ​ແຕ່​ວ່າ
ຊາວ​ລີ​ເບ​ຍ ຫລາຍ​ຄົນ ​ໃນເມືອງ​ຫລວງ ​ໄດ້​ພາກັນອອກ​ມາ​ຢູ່​ຕາມຖະໜົນ​ຫົນທາງ​ ໃນ​
ຕອນ​ແລ​ງ ວັນ​ອາທິດ ​ເພື່ອ​ເບິ່ງບັ້ງ​ໄຟ​ດອກ ຮ້ອງ​ໂຮເຊຍ ​ແລະ​ໂບກ​ທຸງຊາດ.

ວັນ​ຈັນ​ມື້​ນີ້ ​ເປັນ​ຂີດ​ໝາຍ ປີ​ທີ່​ສາມ​ຂອ​ງການ​ເລີ້ມ​ຕົ້ນ ການ​ປະຕິວັດ ທີ່​ໄດ້​ຂັບ​ໄລ່ຜູ້​ນໍາ
​ຜະ​ເດັດ​ການ Moammar Gadhafi ອອກ​ຈາກ​ອໍານາດ​ ໃນ​ປີ 2011.

ຊາວ​ເມືອງ Tripoli ຄົນ​ນຶ່ງ​ກ່າວ​ ຢູ່​ບ່ອນສະ​ຫລອງວ່າ ນາ​ງ ມີ​ຄວາມ​ຮູ້ສຶກມ່ວນ ຊຶ່ນດີ​
ອົກດີ​ໃຈ ​ແບບ​ທີ່​ບັນ​ລະ​ຍາຍ​ບໍ່​ໄດ້​.

“ມື້​ນີ້ ຄວາມ​ດີ​ອົກ​ດີ​ໃຈ​ຂອງ​ຂ້າພະ​ເຈົ້າ ​ແມ່ນບັນ​ລະ​ຍາຍ​ບໍ່​ໄດ້​ເລີຍ. ​ມັນ​ເປັນ ຄວາມ​
ມ່ວນ​ຊື່ນ​ທີ່​ໃຫຍ່ຫລວງ​. ຂ້າພະ​ເຈົ້າ ບໍ່​ສາມາດ​ກ່າວ​ຫຍັງ​ໄດ້​ອີກ? ຂ້າ​ພະ​ເຈົ້າ ຄິດວ່າ
ຂ້າພະ​ເຈົ້າ​ຈະ​ບິນ​ຂຶ້ນດ້ວຍ​ຄວາມມ່ວນ​ຊື່ນ. ຂ້າພະ​ເຈົ້າ ຫວັງ​ວ່າ ປະ​ເທດ​ຂອງຂ້າພະ
​ເຈົ້າ ຈະ​ທ້ອນໂຮມ​ເຂົ້າກັນ ​ແລະຂໍ​ໃຫ້​ພະ​ເຈົ້າ ຈົ່ງປົກປ້ອງ​ຄຸ້ມ​ຄອງຊາວ​ລິີເບຍ​ທັງໝົດ
ຈາກ​ຕາ​ເວັນ​ອອກ ຫາ​ຕາ​ເວັນ​ຕົກ ຈາ​ກທິດ​ໃຕ້ ຫາ​ທິດ​ເໜືອ ​ແລະ​ຂໍໃຫ້ພະ​ເຈົ້າ ຈົ່ງ​ຮັກ
ສາ​ເຂົາ​ເຈົ້າ​ທັງ​ໝົດ ບໍ່​ວ່າຜູ້​ເຖົ້າ ​ຫລືພວກ​ຊາວ​ໜຸ່ມ.”

ລີເບຍ ​ໄດ້ຕົກຢູ່​ໃນ​ຄວາມວຸ້ນວາຍຮຸນ​ແຮງ ແລະ ບໍ່​ມີສະຖຽນ​ລະ​ພາບ ມາ​ຕັ້ງ​ແຕ່ ລັດຖະ
ບານ Gadhafi ​ໄດ້​ຖືກ​ຂັບ​ໄລ່​ອອກ​ ໃນທ້າຍ​ປີ 2011​.

Libya anniversary 2-17-14
please wait

No media source currently available

0:00 0:00:45 0:00


Thousands of Libyans gathered in Tripoli's Martyrs' Square late Sunday to celebrate the eve of the third anniversary of the 2011 Libyan revolution.

More celebrations are planned for Monday, but many in the Libyan capital took to the streets late Sunday to watch the fireworks, cheering and waving flags.

Monday will mark the third anniversary of the start of the revolution that ousted Moammar Gadhafi from power in 2011.

One Tripoli resident at the celebrations said she felt indescribable joy.

((SOUNDBITE (Arabic) Zenab Nashnoush, Tripoli resident))

"Today my happiness is indescribable. Great, great joy. What can I say? I think I'm going to fly with joy. I hope that my country will be united together, and may God protect all Libyans, from the East to West, from South to North, may God protect them all, elders and youngsters."

Libya has been roiled by instability and violence since the ouster of Gadhafi's government in late 2011.
XS
SM
MD
LG