ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍພັນຄົນຕ້ອງ ອົບ​ພະ​ຍົບ​ໜີ ຍ້ອນ​ມີ​ການ​​ສູ້ລົບກັນ​ ທີ່​​ຮ້າຍ​ແຮງ​ຂຶ້ນນັບ​ມື້ ​ຢູ່​​ລັດຣາ​ໄຄ​ນ໌ ຂອງ​ມຽນ​ມາ


ຊາວ​ບ້ານ​ພາ​ກັນ​ຫາມ​ສົບ​ຂອງ​ແມ່​ຍິງ​ຊົນ​ເຜົ່າ​ຄົນ​ນຶ່ງ ໄປ​ຝັງ ຢູ່​ໃນ​ເມືອງ Rathedaung ພາຍ​ຫລັງ​ມີ​ການ​ສູ້​ລົບ​ກັນ​ລະ​ຫວ່າງ ທະ​ຫານ​ຂອງ​ມຽນ​ມາກັບ​ກອງ​ທັບ ອາ​ຣາ​ຄານ ຊຶ່ງ​ເປັນ​ກຳ​ລັງ​ທະ​ຫານ​ຂອງ​ຊົນ​ເຜົ່າ​ນຶ່ງໃນ​ລັດ​ຣາ​ໄຄ​ນ໌, ວັນ​ທີ 21 ກຸ​ມພາ 2019
ຊາວ​ບ້ານ​ພາ​ກັນ​ຫາມ​ສົບ​ຂອງ​ແມ່​ຍິງ​ຊົນ​ເຜົ່າ​ຄົນ​ນຶ່ງ ໄປ​ຝັງ ຢູ່​ໃນ​ເມືອງ Rathedaung ພາຍ​ຫລັງ​ມີ​ການ​ສູ້​ລົບ​ກັນ​ລະ​ຫວ່າງ ທະ​ຫານ​ຂອງ​ມຽນ​ມາກັບ​ກອງ​ທັບ ອາ​ຣາ​ຄານ ຊຶ່ງ​ເປັນ​ກຳ​ລັງ​ທະ​ຫານ​ຂອງ​ຊົນ​ເຜົ່າ​ນຶ່ງໃນ​ລັດ​ຣາ​ໄຄ​ນ໌, ວັນ​ທີ 21 ກຸ​ມພາ 2019

ຫ້ອງ​ການສິດ​ທິ​ມະ​ນຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເວົ້າ​ວ່າ ມີ​ພົນ​ລະ​ເຮືອນຫລາຍ
ກວ່າ 20,000 ຄົນ ​ຢູ່​ໃນ​ລັດ​ຣາ​ໄຄ​ນ໌ ທາງພາກ​ເໜືອ​ຂອງ​ມຽນ​ມາ ​ຖືກບັງຄັບ​ໃຫ້​ຫລົບ
ໜີ​ໄປຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າໃນ​ຫລາຍອາ​ທິດ​ຫາກໍ່ຜ່ານ​ມານີ້ ຍ້ອນປະ​ເຊີນ​ກັບ​
ການສູ້ລົບ​ທີ່​ນັບ​ມື້​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນລະ​ຫວ່າງທະ​ຫານ​ມຽນມາ ກັບ​ກອງ​ທັບ
ຊົນ​ເຜົ່າ​ອາ​ຣາ​ຄານ ​ຂອງ​ລັດຣາ​ໄຄ​ນ໌. Lisa Schlein ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​
ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດປະ​ນາມໃນ​ສິ່ງ​ປາ​ກົດ​ວ່າ​ເປັນການ​ໂຈມ​ຕີ​ຢ່າງບໍ່​ໜ້າ​ຕໍ່​ພົນ​ລະ​ເຮືອນ ​ໂດຍ​ທະ​ຫານ​ມຽນມາ ແລະ​ໂດຍພວກ​ນັ​ກ​ລົບ​ຕິດ​ອາ​ວຸດ ເຊັ່ນ​ກັນຢູ່​ໃນ​ລັດ​ຣາ​ໄຄ​ນ໌.

ອົງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ ຕົນ​ໄດ້​ຮັບ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ ວ່າ​ມີ​ການສັງ​ຫານ​ພົນ​ລະ​ເຮືອນ, ຈູ​ດ​ເຜົາ​ບ້ານ​ເຮືອນ, ການ​ຈັບ​ກຸມ​ໂດຍພາ​ລະ​ການ, ການ​ລັກ​ພາ​ຕົວ ແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດໃນ​ຮູບ​ແບບ​ອື່ນໆ.

ທ່ານ​ນາງ ຣາ​ວິ​ນາ ແຊມ​ດາ​ຊະ​ນີ (Ravina Shamdasani) ໂຄ​ສົກ​ດ້ານ​ສິດ​ທິ​ມະ​ນຸດ ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ ກ່າວ​ໃນ​ວັນ​ທີ 3 ເມ​ສາ​ຜ່ານ​ມາວ່າ ເຮືອ​ບິນເຮ​ລີ​ຄອບ​ເຕີ​ສອງ​ລຳໄດ້​ຍິງ​ໃສ່ພົນລະເຮືອນທີ່ພວມລຽງ​ງົວ​ ແລະເຮັດວຽກຢູ່ໃນ​ທົ່ງ​ນາ. ທ່ານ​ນາງ​ເວົ້າ​ວ່າ ຢ່າງ​ໜ້ອຍ​ມີ​ພົນ​ລະ​ເຮືອນ 7 ຄົນ ຖືກ​ຂ້າ​ຕາຍ ແລະ ອີກ 18 ຄົນ ໄດ້​ຮັບ​ບາດ​ເຈັບ. ທ່ານ​ນາງ​ກ່າວ​ດັ່ງນີ້:
"ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ສາ​ກົນ ກຳ​ລັງ​ເອົາ​ບາດ​ກ້າວ​ມຸ້ງ​ໄປ​ຫາ​ການ​ຮັບ​ຜິດ​ຊອບ​ຕໍ່ ການກໍ່​ອາດ​ຊະ​ຍາ​ກຳຕ້ານພົນ​ລະ​ເຮືອນໃນ​ຫລາຍ​ປີ​ຜ່ານ​ມານີ້, ກອງ​ທັບ​ມຽນ​ມາ ກັບ​ທຳ​ການ​ໂຈມ​ຕີ​ຕໍ່​ພົນ​ລະ​ເຮືອນ​ຂອງ​ຕົນອີກ-ການ​ໂຈມ​ຕີ​ທີ່​ອາດ​ເຮັດ​ໃຫ້​ເປັນ​ອາດ​ຊະ​ຍາ​ກຳສົງ​ຄາມ. ຜົນ​ຕາມ​ມາຂອງ​ການໂຈມຕີ ທີ່ບໍ່​ມີການນຳເອົາ​ຜູ້​ກະ​ທຳ​ຜິດ​ມາ​ລົງ​ໂທດ ຍັງ​ຈະ​ສືບ​ຕໍ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ໄປ​ອີກ."

ທ່ານ​ນາງ ແຊມ​ດາ​ຊະ​ນີ (Shamdasani) ເວົ້າ​ວ່າພວກ​ໄດ້​ຮັບ​ເຄາະ​ຮ້າຍທັງ​ໝົດ​ຈາກ​ການ​ໂຈມ​ຕີ​ໃນ​ອາ​ທິດ​ຜ່ານ​ມານີ້ ແມ່ນຊົນ​ເຜົ່າໂຣ​ຮິງ​ຢາທີ່​ເປັນ​ຄົນ​ມຸ​ສ​ລິມ. ແຕ່​ທ່ານ​ນາງ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ພົນ​ລະ​ເຮືອນ​ຈາກ​ຫລາຍ​ຊົນ​ເຜົ່າ ໃນ​ລັດ​ຣາ​ໄຄ​ນ໌ ແລະ​ລັດ​ຈິ່ນທີ່​ຢູ່​ໃກ້​ຄຽງ​ນັ້ນ ກໍ​ຖືກ​ໂຈມ​ຕີ ເຊັ່ນ​ກັນ.

ຊາວ​ບ້ານ​ຄົນ​ນຶ່ງ ກອບ​ເອົາ​ປອກ​ລູກ​ປືນ​ຂຶ້ນ​ມາ​ເບິ່ງ​ຢູ່​ບ້ານ​ແຫ່ງ​ນຶ່ງ​ໃນລັດ ຣາ​ໄຄ​ນ໌ ພາຍ​ຫລັງ​ມີ​ການ​ສູ້​ລົບ​ກັນ​ລະ​ຫວ່າງ ທະ​ຫານ​ຂອງ​ມຽນ​ມາກັບ​ກອງ​ທັບ ອາ​ຣາ​ຄານ ຊຶ່ງ​ເປັນ​ກຳ​ລັງ​ທະ​ຫານ​ຂອງ​ຊົນ​ເຜົ່າ​ນຶ່ງໃນ​ລັດ​ຣາ​ໄຄ​ນ໌, ວັນ​ທີ 28 ມັງ​ກອນ, 2019
ຊາວ​ບ້ານ​ຄົນ​ນຶ່ງ ກອບ​ເອົາ​ປອກ​ລູກ​ປືນ​ຂຶ້ນ​ມາ​ເບິ່ງ​ຢູ່​ບ້ານ​ແຫ່ງ​ນຶ່ງ​ໃນລັດ ຣາ​ໄຄ​ນ໌ ພາຍ​ຫລັງ​ມີ​ການ​ສູ້​ລົບ​ກັນ​ລະ​ຫວ່າງ ທະ​ຫານ​ຂອງ​ມຽນ​ມາກັບ​ກອງ​ທັບ ອາ​ຣາ​ຄານ ຊຶ່ງ​ເປັນ​ກຳ​ລັງ​ທະ​ຫານ​ຂອງ​ຊົນ​ເຜົ່າ​ນຶ່ງໃນ​ລັດ​ຣາ​ໄຄ​ນ໌, ວັນ​ທີ 28 ມັງ​ກອນ, 2019

ທ່ານ​ນາງ​ກ່າວ​ຕໍ່ວີ​ໂອ​ເອ​ວ່າ ກອງ​ທັບຊົນອາ​ຣາ​ຄານ​ຂອງ​ລັດຣາ​ໄຄ​ນ໌ ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ທະ​ຫານ​ມຽນ​ມານັ້ນ ໄດ້​ເກນ​ເອົາ​ທະ​ຫານ​ທີ່​ມາ​ຈາກ​ປະ​ຊາ​ຄົມ ​ທີ່​ນັບ​ຖື​ສາ​ດ​ສະ​ໜາ​ພຸດ​ໃນ​ລັດ​ຣາ​ໄຄ​ນ໌ເປັນ​ຫລັກ. ທ່ານ​ນາງ​ກ່າ​ວ​ອີກວ່າ ກຸ່ມ​ດັ່ງ​ກ່າວ ແລະ​ບັນ​ຫາ​ຂອງ​ກຸ່ມນັ້ນ ແມ່ນ​ແຕກ​ຕ່າງ​ຈາກ​ປະ​ຊາ​ຄົ​ມຊົນ​ເຜົ່າໂຣ​ຮິງ​ຢາທີ່​ເປັນ​ຄົນ​ມຸ​ສ​ລິມ. ທ່ານ​ນາງ​ໃຫ້​ຄຳ​ເຫັນ​ດັ່ງ​ນີ້:

"ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ນີ້​ຄື​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາເກືອບທົດ​ສະ​ວັດແລ້ວ ແລະ​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ບໍ່ພໍໃຈກ່ຽວກັບ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ທີ່​ຖືກ​ຕ້ອງ, ບໍ່​ມີ​ຄຳ​ປຶກ​ສາ​ຈາກ​ລັດ​ຖະ​ບານ​ກາງ​ກັບ​ປະ​ຊາ​ຄົມ​ພວກນີ້. ພວກ​ເຂົາ​ເຈົ້າມີ​ຄວາມ​ບໍ່ພໍໃຈທາງ​ດ້ານ​ເສດ​ຖະ​ກິດ — ມີ​ຄວາມ​ຂຸ່ນ​ເຄືອງ​ໃຈ​ທຸກ​ແບບຕໍ່​ລັດ​ຖະ​ບານ​ກ່ຽວ​ກັບຄວາມບໍ່​ຍຸ​ຕິ​ທຳ ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ທົນ​ທຸກ​ມາ​ເປັນ​ເວ​ລາ​ຫລາຍປີ."

ໂຄ​ສົກອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດຍັງ​ເວົ້າ​ອີກວ່າ ຄວາມ​ຮ້ອງ​ທຸກ​ຂອງ​ເຂົາ​ເຈົ້າ ແມ່ນ​ແຕກ​ຕ່າງ​ຈາກ​ຊາວໂຣ​ຮິງ​ຢາທີ່​ເປັນ​ຄົນ​ມຸ​ສ​ລິມ ຢູ່​ໃນ​ຂົງ​ເຂດ​ດຽວ​ກັນທີ່​ທົນ​ທຸກຕໍ່​ການ​ຈຳ​ແນກເຊື້ອ​ຊາດ​ຢ່າງ​ເປັນ​ລະ​ບົບ​ນັ້ນ ຫລາຍ.

ຫ້ອງ​ການສິດ​ທິ​ມະ​ນຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ພວກກຸ່ມທີ່ ກຳ​ລັງ​ສູ້​ກັນຢູ່ນັ້ນ ​ຢຸດ​ທຳສົງ​ຄາມຕໍ່​ກັນ, ໃຫ້​ຮັບ​ປະ​ກັນ​ວ່າ ພົນ​ລະ​ເຮືອນ​ໄດ້​ຮັບ​ການ​ປົກ​ປ້ອງແລະອະ​ນຸ​ຍາດ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ​ສາ​ມາດ​ເຂົ້າເຖິງ​ທຸກ​ເຂດຢູ່​ໃນ​ລັດ​ຣາ​ໄຄ​ນ໌ ທາງ​ພາກ​ເໜືອ​ຂອງ​ປະ​ເທດນັ້ນ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG