ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍພັນຄົນຖືກຄວບຄຸມຕົວ ໃນການຊຸມນຸມຄັ້ງໃໝ່ ເພື່ອຮຽກຮ້ອງໃຫ້ປ່ອຍຕົວ ຜູ້ນຳຝ່າຍຄ້ານ ຣັດເຊຍ


ເຈົ້າໜ້າທີ່ຕຳຫຼວດ ຄວບຄຸມຕົວຜູ້ຊາຍຄົນນຶ່ງທີ່ປະທ້ວງຕໍ່ຕ້ານການຂັງຄຸກ ຜູ້ນຳຝ່າຍຄ້ານ ຣັດເຊຍ ໃນເມືອງ ວລາດິວອສຕັອກ, ຣັດເຊຍ. 31 ມັງກອນ, 2021.
ເຈົ້າໜ້າທີ່ຕຳຫຼວດ ຄວບຄຸມຕົວຜູ້ຊາຍຄົນນຶ່ງທີ່ປະທ້ວງຕໍ່ຕ້ານການຂັງຄຸກ ຜູ້ນຳຝ່າຍຄ້ານ ຣັດເຊຍ ໃນເມືອງ ວລາດິວອສຕັອກ, ຣັດເຊຍ. 31 ມັງກອນ, 2021.

ປະຊາຊົນຫຼາຍພັນຄົນໄດ້ປະທ້ວງໃນເມືອງຕ່າງໆທົ່ວປະເທດ ຣັດເຊຍ ໃນວັນອາທິດວານນີ້, ຄັດ ຄ້ານການຂົ່ມຂູ່ຈັບກຸມໂດຍລັດຖະບານເປັນອາທິດທີສອງລຽນຕິດ, ເພື່ອຮຽກຮ້ອງໃຫ້ປ່ອຍຕົວຜູ້ນຳຝ່າຍຄ້ານທີ່ຖືກຈັບເຂົ້າຄຸກ ທ່ານ ອາເລັກເຊ ນາວາລນີ.

ໃນການຊຸມນຸມຫຼາຍຂະໜາດແຕກຕ່າງກັນໃນທົ່ວ 11 ເຂດເວລາທີ່ແຕກຕ່າງກັນຂອງ ຣັດເຊຍ ນັ້ນ, ພວກປະທ້ວງໄດ້ທົນອຸນຫະພູມໜາວ ແລະ ໄດ້ເຕືອນວ່າ ລັດຖະບານພິຈາລະນາວ່າການປະທ້ວງທັງຫຼາຍເປັນການປະທວ້ງທີ່ “ບໍ່ໄດ້ຮັບອະນຸຍາດ” ແລະ ຈະດຳເນີນການຕາມລະບຽບການ. ເຊິ່ງຫຼາຍພັນຄົນໄດ້ຖືກຄວບຄຸມຕົວ.

ທ້າວ ອານເດຣ, ຜູ້ປະທ້ວງໃນນະຄອນຫຼວງ ມົສກູ ໄດ້ກ່າວໃນການສຳພາດກັບວີໂອເອວ່າ “ຂ້າ ພະເຈົ້າສະໜັບສະໜູນທ່ານ ນາວາລນີ, ແຕ່ນີ້ແມ່ນສຳຄັນຫຼາຍກວ່າລາວ.”

ລາວໄດ້ກ່າວຕື່ມວ່າ “ມັນກ່ຽວກັບການປ່ຽນແປງລັດຖະບານຂອງພວກເຮົາ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນ.”

ທ້າວ ລິວບັອຟ, ຜູ້ຮັບບຳນານທີ່ໄດ້ອອກມາເພື່ອປະທ້ວງໄດ້ກ່າວວ່າ “ຂ້ອຍໄດ້ສະໜັບສະໜູນຄວາມຍຸຕິທຳມາຕະຫຼອດຊີວິດ. ແມ່ນກະທັ້ງໝູ່ຂອງຂ້ອຍຜູ້ທີ່ບໍ່ມັກທ່ານ ນາວາລນີ, ຜູ້ທີ່ບໍ່ໄດ້ສະ ໜັບສະໜູນລາວເຫັນວ່ານີ້ແມ່ນບໍ່ຖືກຕ້ອງ.”

ຮອດຕອນແລງວານນີ້, ກຸ່ມສິ້ງຊອມອິດສະຫຼະໄດ້ລາຍງານການຈັບກຸມຫຼາຍກວ່າ 5,000 ຄົນ ລວມທັງທ່ານນາງ ຢູເລຍ, ພັນລະຍາຂອງທ່ານ ນາວາລນີ.

ນາງ ວິກຕໍເຣຍ, ອາຍຸ 28 ປີ, ນັກເຄື່ອນໄຫວດ້ານການເມືອງໄດ້ກ່າວວ່າ “ປະຊາຊົນເຫັນມັນຄືຄວາມບ້າ ແລະ ເຂົາເຈົ້າຈະອອກມາເລື້ອຍໆ. ອຳນາດການປົກຄອງບໍ່ເຄີຍຢາກເສຍອຳນາດ ແລະ ກໍລະນີຂອງທ່ານ ນາວາລນີ ກໍໄດ້ຢືນຢັນໃຫ້ເຫັນແລ້ວ.”

ທ່ານ ນາວາລນີ ຖືກຂັງຄຸກສຳລັບການກ່າວຫາລະເມີດການປ່ອຍຕົວເວລາທີ່ທ່ານເດີນທາງກັບ ຣັດເຊຍ ຈາກ ເຢຍຣະມັນໃນເດືອນມັງກອນ, ລຸນຫຼັງການພັກຟື້ນໄລຍະຍາວຈາກການໂຈມຕີວາງຢາພິດເກືອບເຖິງແກ່ຊີວິດ ທີ່ນັກການເມືອງຝ່າຍຄ້ານນັ້ນໄດ້ຖິ້ມໂທດໃສ່ລັດຖະບານຂອງປະທາ ນາທິບໍດີ ວລາດິເມຍ ປູຕິນ.

ວັງເຄຣັມລິນ ໄດ້ປະຕິເສດການມີສ່ວນຮ່ວມແຕ່ບໍ່ຍອມທີ່ຈະສືບສວນສອບສວນການພະຍາຍາມລອບສັງຫານດັ່ງກ່າວ, ໂດຍອ້າງວ່າຂາດຫຼັກຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG