ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

35 ປະເທດ ຕົກລົງ ເພີ້ມມາດຕະຖານ ການຮັກສາ ຄວາມປອດໄພ ດ້ານນີວເຄລຍ (ວີດີໂອ)


nuclearsummit26mar14
please wait
Embed

No media source currently available

0:00 0:00:46 0:00

ເບິ່ງວີດີໂອ ເລື້ອງນີ້.

35 ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຫັນປ່ຽນ​ນະ​ໂຍບາຍ​ຕ່າງໆ
​ວ່າ​ດ້ວຍ​ຄວາມ​ປອດໄພ​ຂອງ​ນີວ​ເຄລຍລະຫວ່າງ​ຊາດ ​ໃຫ້
​ເປັນ​ກົດໝາຍ​ຂອງ​ປະ​ເທດ ໂດຍລົງ​ນາມ​ເຂົ້າຮ່ວມຂໍ້ລິ​ເລີ້ມ
ທີ່​ກອງ​ປະຊຸມ​ສຸດ​ຍອດນີວ​ເຄລຍ ທີ່​ກຸງ Hague ປະເທດ
Netherlands.

ຂໍ້ລິ​ເລີ້ມ​ດັ່ງກ່າວ​ ​ທີ່ຊຸກຍູ້​ໂດຍ Netherlands ສະຫະລັດ​ແລະ​
ເກົາຫຼີ​ໃຕ້ນີ້ ຍັງ ໄດ້ບັງຄັບ​ໃຫ້​ພວກ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ
​ປະຊຸມ ເປີດ​ວິທີ​ການ​ດຳ​ເນີນ​ຂັ້ນ ຕອນ​ດ້ານ​ຄວາມ​ປອດ​ໄພ​ຂອງ​
ເຂົາ​ເຈົ້າ ​ຕໍ່​ການ​ທົບ​ທວນ​ທີ່​ເປັນ​ອິດ​ສະລະ.

ນອກຈາກ​ 3 ປະ​ເທດ​ທີ່​ສົ່ງ​ເສີມ​ຂໍ້ລິເລີ້ມທີ່​ວ່າ​ນີ້ແລ້ວ ກໍ​ຍັງມີອັງກິດຝຣັ່ງ ເຢຍຣະມັນ
ອິສຣາ​ແອ​ລ ຍີ່ປຸ່ນ ​ແລະ​ເທີ​ກີ ​ແມ່ນ​ຢູ່​ໃນຈຳພວກ 35 ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ຂໍ້​ລິ​
ເລີ້ມ​ດັ່ງກ່າວ. ບັນດາ​ຜູ້ຕາງ​ໜ້າ​ຈາກ35 ປະ​ເທດກຳລັງ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​
ຍອດ​ດັ່ງກ່າວ​ເປັນ​ເວລາ 2 ມື້ ທີ່​ກຸງ Hague.

​ໃນ​ລະຫວ່າງ​ການ​ອັດ​ສະ​ໄໝ​ປະຊຸມ ທ່ານ​ໂອ​ບາ​ມາ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ກອງ​ປະຊຸມ
ສຸດ​ຍອດ​ປີ​ນີ້ ມີ​ຄວາມ​ໝາຍຫຼາຍ ​ໃນ​ອັນ​ທີ່​ໄດ້ບັນລຸ​ກັນ​ນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ:“ແບລ
ຢ້ຽມ ​ແລະ​ອີ​ຕາ​ລີ ທີ່​ກຳລັງ​ເສັດ​ສິ້ນ​ການ​ຍົກຍ້າຍສະບຽບ​ທາດ​ຢູ​ເຣ ນຽມ​ລະ
ດັບ​ສູງ ​ແລະ​ທາດ plutonium ຂອງ​ຕົນ ​ເພື່ອ​ວ່າ​ພວກ​ສະບຽງ​ເຫຼົ່າ​ນີ້​ສາ
ມາດ​ກຳຈັດ​ໄປ​ໄດ້. ໃນ​ການ​ໃຫ້​ຄຳ​ໝາຍ​ໝັ້ນ​ສຳຄັນ​ອັນ​ນຶ່ງ ທີ່​ຍີ່ປຸ່ນ​ປະກາດ
ໃຫ້​ຊາບ​ວ່າ ຕົນ​ຈະ​ດຳ​ເນີນ​ງານ​ກັບ​ສະຫະລັດ ​ເພື່ອ​ກຳຈັດ​ວັດຖຸ​ນີວ​ເຄລຍ
ທີ່​ໃຊ້​ສຳລັບ​ຜະລິດ​ອາວຸດ​ໄດ້​ຈຳນວນ​ຫຼາຍ​ຮ້ອບກິ​ໂລກຣາມ ຈາກ​ເຄື່ອງ​ປະ
ຕິ​ກອນ​ນີວ​ເຄລຍ​ເພື່ອ​ທົດ​ລອງຂອງ​ຕົນ ຊຶ່ງ​ຈະເປັນ​ການ​ພຽງພໍ​ສຳລັບ​ຜະລິດ​ອາວຸດ​ນີວ​ເຄລຍ​ໄດ້​ປະມານ 10 ກວ່າລູກ ​ແລະ​ມີ​ຫລາຍ​ກວ່າ​ສິບ​ປະ​ເທດ​ຕື່ມ​ອີກ ​ໄດ້​ຕົກລົງ​ທີ່​ຈະ​ເອົາ​ບາດກ້າວ​ສະພາະ​ເຈາະ​ຈົງ​ຕໍ່​ການ​ປັບປຸງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ນີວ​ເຄລຍ​ໃຫ້​ດີ​ຂຶ້ນ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເອງ ​ແລະ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ໂລກ. ດັ່ງ​ນີ້ ສິ່ງ​ທີ່​ເປັນ​ຄຸນຄ່າ​ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ກໍ​ແມ່ນ​ວ່າ ບໍ່​ພຽງ​ແຕ່​ເປັນ​ການ​ໂອ້​ລົມ​ກັນ​ເທົ່າ​ນັ້ນ ​ແຕ່​ມັນ​ໄດ້​ເປັນ​ການ​ເຄື່ອນ​ໄຫວ​.”
XS
SM
MD
LG