ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

30 ຄົນ ເສຍຊີວິດ ໃນເຫດດິນເຈື່ອນ ຢູ່ບໍ່ແກ້ວຢົກ ໃນມຽນມາ


Myanmar Landslide
please wait
Embed

No media source currently available

0:00 0:00:43 0:00

ເຊີນຊົມວີດີໂອ ລາຍງານນີ້

ສື່ມວນຊົນຂອງທາງການມຽນມາ ກ່າວວ່າ ຢ່າງໜ້ອຍ 30 ສົບ ໄດ້ຖືກເກັບກູ້ມາໄດ້ຈາກເຫດດິນເຈື່ອນຖົມ ຢູ່ໃກ້ບໍ່ແກ້ວຢົກ
ໃນເຂດພາກເໜືອຂອງປະເທດ.

ບັນດາເຈົ້າໜ້າທີ່ທ້ອງຖິນ ກ່າວວ່າ ປະຊາຊົນອີກຫຼາຍຄົນຍັງ
ຫາຍສາບສູນ ຫຼັງຈາກແຜ່ນດິນຍຸບລົງຢ່າງໃຫຍ່ ເມື່ອວັນເສົາ
ວານນີ້ ຢູ່ໃນ ເມືອງ Hpakant ຂອງລັດ Kachin.

ພວກຄົນສ່ວນຫຼາຍ ສ່ຽງຊີວິດໄປກັ່ນກອງຊອກຄົ້ນສ່ວນເສດເຫຼືອ ຂອງບໍ່ແກ້ວຢົກ ໃນ
ຄວາມຫວັງ ທີ່ຈະຫາພົບເສດແກ້ວຢົກເມັດນຶ່ງ ເພື່ອໄປຂາຍ.

ມຽນມາ ເປັນຖິ່ນຖານບໍ່ເກີດ ຂອງແກ້ວຢົກ ທີ່ມີຄຸນນະພາບດີທີ່ສຸດຂອງໂລກ ແລະ
ອຸດສາຫະກຳແກ້ວຢົກ ນຳເອົາລາຍໄດ້ເຂົ້າປະເທດ ຫຼາຍຕື້ໂດລາຕໍ່ປີ.

ອົງການ Global Witness ເປັນອົງການທີ່ທຳການສືບສວນສອບສວນ ການນຳໃຊ້
ລາຍໄດ້ຈາກຊັບພະຍາກອນທຳມະຊາດ ໃນທາງທີ່ບໍ່ຖືກຕ້ອງ ໄດ້ລະບຸມູນຄ່າການ
ຜະລິດ ແກ້ວຢົກຂອງມຽນມາ ເປັນຈຳນວນສູງກວ່າ 31 ຕື້ໂດລາ ໃນປີ 2014. ກຸ່ມນັ້ນ
ກ່າວວ່າ “ຕົວເລກນີ້ ແມ່ນເທົ່າກັບເກືອບ ເຄິ່ງນຶ່ງ ຂອງຜະລິດຕະພັນລວມພາຍໃນ
ທັງໝົດ ຂອງປະເທດ ແລະ ຫຼາຍກວ່າ ການໃຊ້ຈ່າຍໃນດ້ານສາທາລະນະສຸກ ເຖິງ
46 ເທົ່າ ແຕ່ຫາກວ່າ ພົນລະເມືອງໃນທ້ອງຖິ່ນໄດ້ຮັບຜົນປະໂຫຍດພຽງໜ້ອຍດຽວ.”

ອີງຕາມອົງການ Global Witness ການຄ້າຂາຍແກ້ວຢົກຂອງມຽນມາ ແມ່ນ “ຄວບຄຸມ
ຢ່າງປິດລັບ ໂດຍເຄືອຂ່າຍຂັ້ນນຳຂອງທະຫານ ພວກລາຊາຄ້າຢາເສບຕິດ ແລະ
ບໍລິສັດພັກພວກຕ່າງໆ”
ທີ່ມີສ່ວນກ່ຽວຂ້ອງ ກັບ “ມື້ການປົກຄອງ ໂດຍທະຫານຜະ
ເດັດການ ທີ່ມືດມົນຂອງປະເທດ.”

Myanmar state media says at least 30 bodies have been recovered from a landslide near a jade mine in the northern region of the country.

Local officials say more people are missing after the massive collapse Saturday in Hpakant, Kachin State,.

People often risk their lives sifting through the tailings and waste of the mine in the hope of finding a piece of jade to sell.

Myanmar is home to some of the world's highest quality jade and the industry brings in billions of dollars every year.

Global Witness, an organization that investigates the misuse of revenue from natural resources, put the value of Myanmar's jade production as high as $31 billion in 2014.The group says "This figure equates to nearly half of the entire country's GDP ((gross national product )), and over 46 times national spending on health, yet the local population sees little benefit."

According to Global Witness, Myanmar's jade trade is "secretly controlled by networks of military elites, drug lords and crony companies" tied to the country's "darkest days of junta rule."

XS
SM
MD
LG