ພະສັນຕະປາປາແຟຣນຊິສ ສະເດັດໄປເຖິງປະເທດໄທໃນວັນພຸດມື້ນີ້ ເພື່ອເລີ້ມການ
ຢ້ຽມຢາມປະເທດ ທີ່ປະຊາຊົນສ່ວນໃຫຍ່ເປັນຊາວພຸດ ເປັນເວລາສາມວັນ.
ພະອົງໄດ້ຖືກຕ້ອນຮັບຢ່າງອົບອຸ່ນໂດຍພີ່ນ້ອງຂອງພະອົງ ຄຸນແມ່ອານາ ໂຣຊາ ຊິວໍຣີ
ອາຍຸ 77 ປີ ພ້ອມທັງເປັນໝູ່ເພື່ອນໃນຕອນທີ່ຍັງເປັນເດັກນ້ອຍ ຈາກປະເທດອາເຈັນ
ຕີນາ ເວລາພະອົງກ້າວອອກມາຈາກເຮືອບິນ ທີ່ສະໜາມບິນສາກົນ ດອນເມືອງ ຢູ່
ບາງກອກ.
ພະສັນຕະປາປາແຟຣນຊິສ ເປັນພະສັນຕະປາປາອົງທຳອິດທີ່ສະເດັດໄປຢ້ຽມຢາມ
ປະເທດໄທ ນັບແຕ່ພະສັນຕະປາປາຈອນ ພອລ ທີສອງ ໃນປີ 1984. ການຢ້ຽມຢາມ
ຂອງພະອົງມີຂຶ້ນໃນເວລາດຽວກັນກັບວັນຄົບຮອບ 350 ປີ ຂອງການໄປເຖິງຂອງ
ພວກນັກເຜີຍແຜ່ສາສະໜາຄາໂທລິກຢູ່ໃນປະເທດໄທ ຊຶ່ງເວລານັ້ນຮູ້ກັນໃນຊື່
ປະເທດສະຫຍາມ. ບັດນີ້ ຊາວຄາໂທລິກປະກອບເປັນສ່ວນນຶ່ງຂອງພົນລະເມືອງ 69
ລ້ານຄົນ ຢູ່ໃນປະເທດໄທ.
ພະສັນຕະປາປາ ຈະພົບປະກັບນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ກະສັດ ມະຫາ
ວະຈິຣາລົງກອນ ແລະພະສັງຄະລາດຂອງພຸທສາສະໜາແຫ່ງປະເທດໄທ ກ່ອນທີ່ພະ
ອົງຈະຈັດພິທີສູດມົນໃຫຍ່ ທີ່ສະໜາມກິລາແຫ່ງຊາດໃນບາງກອກ.
ຫຼັງຈາກການພິທີສູດມົນໃຫຍ່ອີກເທື່ອນຶ່ງ ທີ່ພະວິຫານໃນບາງກອກ ໃນວັນສຸກຈະມາ
ເຖິງນີ້ແລ້ວ ພະສັນຕະປາປາແຟຣນຊິສ ຈະສະເດັດໄປຍັງປະເທດຍີ່ປຸ່ນ ແລະຢ້ຽມ
ຢາມເມືອງຮິໂຣຊິມະ ແລະນາກາຊາກິ ທີ່ໄດ້ຖືກທຳລາຍຈາກລະເບີດ ນິວເຄລຍ ທີ່
ຖິ້ມລົງໃສ່ໂດຍເຮືອບິນລົບສະຫະລັດ ໃນປີ 1945 ໃນຕອນທ້າຍຂອງສົງຄາມໂລກ
ຄັ້ງທີສອງ.
Pope Francis arrived in Thailand Wednesday to begin a three-day visit to the Buddhist-majority nation.
The pontiff was greeted warmly by his 77-year-old cousin and childhood friend from Argentina, Sister Ana Rosa Sivori, when he stepped off his plane at Bangkok's Don Mueang International Airport.
Francis is the first pontiff to visit Thailand since Pope John Paul II in the 1984. His visit coincides with the 350th anniversary of the first arrival of Catholic missionaries in Thailand, which was then known as Siam. Catholics now make up a fraction of Thailand's 69 million citizens.
The pope will meet Thursday with Prime Minister Prayut Chan-ocha, King Maha Vajiralongkorn and Thailand's supreme Buddhist patriarch, before holding Mass at National Stadium in Bangkok. ((:49))
After another Mass at a Bangkok cathedral on Friday, Pope Francis will fly to Japan and visit the cities of Hiroshima and Nagasaki, which were devastated by nuclear bombs dropped by U.S. warships in 1945 at the end of World War II.