ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ​ອັງ​ກິ​ດ ປະ​ເຊີນ​ກັບ​ ການ​ລົງ​ຄະ​ແນ​ນ​ສຽງ ບ​ໍ່​ໄວ້ວາງໃຈ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ອັງ​ກິດ ທ່ານ​ນາງ ເທ​ຣີ​ຊາ ເມ ຍ່າງ​ກັບ​ເຂົ້າ​ໄປ​ໃນທຳ​ນຽບ ຖະ​ໜົນ ດາວ​ນິງ 10 ຫຼັງ​ຈາກ​ໄດ້​ມີ​ການ​ປະ​ກາດ​ວ່າ ພັກ​ອ​ະ​ນຸ​ລັກ​ນິ​ຍົມ​ຈະຈັດ​ການ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບຄວາມບໍ່​ໄວ້ວາງ​ໃຈ ໃນ​ການ​ນຳ​ພາ​ຂອງ​ທ່ານ​ນາງ. ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 12 ທັນ​ວາ, 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ອັງ​ກິດ ທ່ານ​ນາງ ເທ​ຣີ​ຊາ ເມ ຍ່າງ​ກັບ​ເຂົ້າ​ໄປ​ໃນທຳ​ນຽບ ຖະ​ໜົນ ດາວ​ນິງ 10 ຫຼັງ​ຈາກ​ໄດ້​ມີ​ການ​ປະ​ກາດ​ວ່າ ພັກ​ອ​ະ​ນຸ​ລັກ​ນິ​ຍົມ​ຈະຈັດ​ການ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບຄວາມບໍ່​ໄວ້ວາງ​ໃຈ ໃນ​ການ​ນຳ​ພາ​ຂອງ​ທ່ານ​ນາງ. ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 12 ທັນ​ວາ, 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ເທ​ຣີ​ຊາ ເມ ຈະ​ປະ​ເຊີນ​ກັບ​ການ​ລົງ​ຄະ​ແນນ​ສຽງ
ກ່ຽວກັບ ຄວາມບໍ່ໝັ້ນໃຈ ຈາກບັນດາສະມາຊິກສະພາພັກອະນຸລັກນິຍົມຂອງທ່ານນາງ
ໃນວັນພຸດມື້ນີ້, ເຊິ່ງແມ່ນບັນຫາຄັ້ງຫຼ້າສຸດຈາກການຮັບມືຂອງທ່ານນາງ ກ່ຽວກັບ ຂັ້ນ
ຕອນການຖອນ ອັງກິດ ອອກຈາກສະຫະພາບ ຢູໂຣບ.

ຖ້າ​ສະ​ມາ​ຊິກ​ພັກ​ອະ​ນຸ​ລັກ​ນິ​ຍົມ​ສ່ວນຫຼາຍ​ໃນສະ​ພາ​ຕ່ຳ ​ລົ​ງ​ຄະ​ແນນ​ສຽ​ງ​ຄັດ​ຄ້ານ​ທ່ານ
ນາງ ເມ, ທ່ານນາງຈະຕ້ອງໄດ້ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ. ແຕ່ຖ້າທ່ານ
ນາງລອດພົ້ນ ຈາກການລົງຄະແນນສຽງຄວາມໝັ້ນໃຈໄດ້, ການລົງຄະແນນສຽງອີກ
ຄັ້ງນຶ່ງ ຈະບໍ່ສາມາດຖືກຮຽກຮ້ອງໃຫ້ຈັດຂຶ້ນຈົນອີກນຶ່ງປີ.

ທ່ານ​ນາງ ເມ ໄດ້​ປະ​ຕິ​ຍານ​ວ່າ ຈະ​ຕໍ່​ສູ້​ການ​ລົງ​ຄະ​ແນນ​ສຽງ “ກັບ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​
ມີຢູ່”, ແລະ ໄດ້ກ່າວວ່າ ການປ່ຽນຜູ້ນຳໃນຕອນນີ້ ຈະເປັນການສ້າງອັນຕະລາຍຕໍ່ຂະ
ບວນການ ແບຣັກຊິດ (Brexit).

ທ່ານ ອຽນ ລາ​ເວ​ຣີ, ປະ​ທານ​ຂອງ​ພັກ​ແຮ​ງ​ງານ ເຊິ່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ, ໄດ້​
ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຄວາມອ່ອນແອ ແລະ ຄວາມລົ້ມແຫຼວຂອງທ່ານ
ນາງ ເມ ໄດ້ກີດກັ້ນການເຄື່ອນໄຫວຂອງລັດຖະບານ ໃນເວລາທີ່ຫຍຸ້ງຍາກນີ້ສຳລັບ
ປະເທດ.”

ເຈົ້າ​ໜ້າ​ທີ່​ອະ​ນຸ​ລັກ​ນິ​ຍົມ ທ່ານ ແກ​ຣມ ເບ​ຣ​ດີ ໄດ້​ປະ​ກາດ​ການ​ລົງ​ຄະ​ແນນ​ສຽງ​ເມື່ອ
ວັນພຸດມື້ນີ້ ວ່າ ຂໍ້ກຳນົດຢ່າງໜ້ອຍ 15 ເປີເຊັນຂອງບັນດາສະມາຊິກສະພາໃນພາ ທີ່
ໄດ້ທຳການຮ້ອງຂໍມັນໄປ ແມ່ນໄດ້ບັນລຸແລ້ວ. ທ່ານໄດ້ກ່າວວ່າ ຜົນຂອງການລົງຄະ
ແນນສຽງຈະຖືກເປີດເຜີຍຕໍ່ສາທາລະນະ “ໄວເທົ່າທີ່ເປັນໄປໄດ້.”

ອັງ​ກິດ ​ມີ​ກຳ​ນົດ​ທີ່​ຈະ​ອອກ​ຈາກ​ສະ​ຫະ​ພາບ ຢູ​ໂຣບ ​ໃນ​ວັນ​ທີ 29 ມີ​ນາ 2019, ຈາກ
ຜົນຂອງການລົງປະຊາມະຕິເມື່ອປີ 2016. ທັງສອງຝ່າຍໄດ້ແກ້ໄຂຂໍ້ຕົກລົງ ກ່ຽວກັບ
ເງື່ອນໄຂການແຍກອອກຈາກກັນ ຫຼັງຈາກການເຈລະຈາທີ່ໃຊ້ເວລາດົນນານ, ແຕ່ມັນ
ຕ້ອງໄດ້ຖືກຮອງຮັບ ໂດຍສະພາແຫ່ງຊາດຂອງ ອັງກິດ ແລະ ໃນຕົ້ນອາທິດນີ້ ທ່ານ
ນາງ ເມ ໄດ້ຍົກເລີກການລົງຄະແນນສຽງທີ່ໄດ້ວາງແຜນເອົາໄວ້ ໃນລະຫວ່າງເວລາ
ທີ່ມັນເບິ່ງຄືວ່າ ຈະປະສົບຄວາມລົ້ມແຫຼວ.

ທ່ານ​ນາງ ເມ ຕໍ່​ມາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ຂໍ້​ຕົກ​ລົງ​ໄວ້ ​ຜ່ານ​ການ​ເຈ​ລະ​ຈາ​ກັບ​ບັນ
ດາຜູ້ນຳ ຢູໂຣບ. ແຕ່ບັນດາເຈົ້າໜ້າທີ່ ສະຫະພາບ ຢູໂຣບ ໄດ້ຢືນຢັດ ກ່ຽວກັບວ່າ ບໍ່
ຢາກເຈລະຈາເລື່ອງເງື່ອນໄຂຂອງເຂົາເຈົ້າຄືນອີກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG