ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານປະຊາຊົນສູງສຸດ ຕັດສິນ ຄະດີອາຍາໄດ້ 9,147 ຄະດີ ສ່ວນໃຫຍ່ ກ່ຽວກັບຢາເສບຕິດ


ນັກຄ້າຢາເສບຕິດລາຍໃຫຍ່ຖືກຈັບໃນ ສປປ ລາວ.
ນັກຄ້າຢາເສບຕິດລາຍໃຫຍ່ຖືກຈັບໃນ ສປປ ລາວ.

ສານ​ປະຊາຊົນສູງ​ສຸດຕັດສິນ​ຄະດີ​ອາຍາ​ໄດ້​ເຖິງ 9,147 ຄະດີ ​ໂດ​ຍສ່ວນ​ໃຫຍ່​ເປັນ​ຄະດີ ຄວາມ​ຜິດ​ກ່ຽວ​ກັບຢາ​ເສບຕິດ ​ແລະ​ໄດ້​ຕັດສິນ​ຄະດີ​ແພ່ງ 5,412 ຄະດີ​ທີ່​ສ່ວນ​ຫລາຍ​ເປັນ​ ການ​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ຫ້ອງການ​ສານປະຊາຊົນ​ສູງ​ສຸດ​ເປີດ​ເຜີຍ​ວ່າ​ໃນ​ຊ່ວງ​ປີ 2011-2015 ທີ່ຜ່ານ​ມາ​ສານ​ປະຊາ​ຊາ​ຊົນ​ສູງ​ສຸດ​ໄດ້​ຮັບ​ການ​ຟ້ອງ​ຮ້ອງ​ທີ່​ເປັນ​ຄະດີ​ຄວາມ​ຂັດ​ແຍ້​ງທັ້ງ​ໃນ​ພາກຣັດ ​ທະຫານ ແລະເອກ​ກະ​ຊົນ​ຈຳນວນ​ທັງໝົດ 19,145 ຄະດີ ​ແລະ​ໄດ້​ພິຈາລະ ນາ​ຕັດສິນ​ໄປ​ແລ້ວ 17,228 ຄະດີ ຄິດ​ເປັນ 89,99% ຂອງ​ຈຳນວນ​ຄະດີ​ຄວາມທັງ​ໝົດ.

​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ໃນສານ​ປະຊາຊົນ​ສູງ​ສຸດ ໄດ້​ໃຫ້ການ​ຢືນຢັນ​ດ້ວຍວ່າ ​ໃນ​ຈຳນວນ​ຄະດີ​ ທີ່​ໄດ້​ຕັດສິນ​ແລ້ວ​ນັ້ນ​ ມີ​ຄະດີອາດຍາ​ຮວມ​ຢູ່​ດ້ວຍ​ເຖິງ 9,147 ຄະດີ ຊຶ່ງ​ສ່ວນ​ໃຫຍ່​ກໍ​ເປັນ​ ຄະດີ​ຄວາມ​ຜິດ​ທີ່​ກ່ຽວ​ກັບ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ ​ແລະການ​ລັກ​ລອບ​ຂົນ​ຢາ​ບ້າ​ເຂົ້າ​ມາ​ໃນ​ລາວ ​ແລະ​ສົ່ງ​ຕໍ່​ໄປ​ຍັງ​ຕ່າງປະ​ເທດ​ນັ້ນ ຖື​ເປັນ​ຄະດີ​ຄວາມຜິດ​ທີ່​ເກີດຂື້ນ ​ຫລາຍ​ທີ່​ສຸດ ສ່ວນ​ຄະດີ​ແພ່ງ​ກໍ​ໄດ້​ພິຈາລະນາ​ຕັດ​ສິນ​ໄປ​ແລ້ວ 5,412 ຄະດີ​ໂດຍ​ສ່ວນ ​ຫລາຍກໍ​ເປັນ​ຄະ​ດີ​ຄວາມ​ຂັດ​ແຍ້​ງກ່ຽວ​ກັບ​ທີ​ດິນ ​ລະຫວ່າງປະຊາ​ຊາຊົນ​ກັບ​ບໍລິສັດ​ເອກ ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸ​ຍາດ​ສຳ​ປະ​ທານ​ທີ່​ດິນຈາກພາກ​ລັດຖະບານ​ລາວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ ການ​ຕິດ ຕາມ​ກວດກາການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ຕາມ​ການ​ຕັດສິນ​ຂອງ​ສານ​ປະຊາຊົນຫົ່ວປະ​ ເທດໃນ​ປີ 2015 ທີ່​ຜ່ານ​ມາ​ ສາມາດ​ປະຕິບັດ​ສຳ​ເລັດ 2,140 ຄະດີ ຄິດ​ເປັນ 15.62% ຂອງ​ຄະດີ​ອາດຍາ​ທີ່​ສານ​ປະຊາະຊົນ​ທຸກ​ຂັ້ນ ​ໃນ​ທົ່ວ​ປະ​ເທດ​ໄດ້​ພິຈາລະນາ​ຕັດສິນ​ທັງ​ ໝົດ 13,690 ກວ່າ​ຄະດີ ຈຶ່ງ​ເຮັດ​ໃຫ້​ຍັງເຫລືອ​ອີ​ກຫລາຍ​ກວ່າ 11,550 ຄະດີ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ຕິດຕາມ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ຕາມ​ກາ​ນຕັດສິນ​ຂອງສານ ​ໃຫ້​ໄດ້​ຢ່າງ ​ແທ້ຈິງ​ ຊຶ່ງ​ຮວມ​ເຖິງ​ຄະດີ​ຄວາມຜິດກ່ຽວ​ກັບ​ຢາ​ເສບ​ຕິດ​ດ້ວຍ ​ໂດຍ​ໃນ​ປີ 2015 ທີ່​ຜ່ານ​ມາ ທາງ​ການ​ຕຳຫລວດ​ລາວ​ຈັບ​ກຸມ​ແກ້ງ​ຄ້າ​ຢາ​ເສບ​ຕິດ​ໄດ້ 2,258 ກໍລະນີ ​ແລະ​ຄວາມ​ຄຸມ​ ຕົວ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ເຖິງ 3,346 ຄົນ.

ສ່ວນຢາ​ເສ​ບຕິດ​ຂອງ​ກາງ​ທີ່​ຍຶດ​ໄດ້​ຈາກ​ການ​ຈັບ​ກູ​ມດັ່ງກ່າວ​ນີ້ ກໍ​ປະກອບ​ດ້ວຍຢາ​ບ້າ​ ຫລາຍ​ກວ່າ 6,330.000 ​ເມັດ​ ເຮ​ໂຣອິນ 134 ກິ​ໂລກຣາມ ກັນຊາ​ແຫ້ງ 3,257 ກິ​ໂລ ກຣາມ ຢາ​ໄອ 176 ກິ​ໂລກຣາມ ຝິ່ນ​ດິບ​ເກືອບ 50 ກິ​ໂລກຣາມ ສານ​ເຄມີ ​ແລະ​ສ່ວນ​ປະ ສົ​ມຂອງ​ຢາ​ເສບ​ຕິດ​ອີກ 8,242 ກິ​ໂລກຣາມ ​ໂດຍພື້ນ​ທີ່ ທີ່​ມີ​ການ​ຈັບ​ກຸມ ​ແລະ​ຍຶດຢາ​ເສບ ​ຕິດໄດ້​ຫລາຍ​ທີ່​ສຸດ​ກໍ​ຄື​ເຂດ​ນະຄອນຫລວງ​ວຽງ​ຈັນ.

ນອກ​ນີ້ ການ​ຮ່ວມ​ມື​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ທາງ​ການ​ຕຳຫລວດ​ລາວ ກັບ ຫວຽດນາມ ​ໃນ​ປີຜ່ານມາ​ກໍ​ຍັງ​ສາມາດ​ຈັບ​ກຸມ​ສະມາຊິກແກ້ງຄ້າ​ຢາ​ເສບ​ຕິດ​ໄດ້ 11 ຄົນ ​ໂດຍ​ຍຶດກັນ​ຊາ​ແຫ້ງ​ໄດ້​ເຖິງ 1,998 ຫໍ່ ສານ​ເຄມີ​ທີ່​ເປັນ​ສ່ວນ​ຜົນ​ຂອງ​ຢາ​ບ້າ 2,220 ລິດ ​ແລະ​ເຄຶ່ອງ ສຳລັບ​ອົບ​ແຫ້ງ​ກັນຊາ ສ່ວນ​ຕຳຫລວດ​ຢູ່​ແຂ​ວງອຸດົມ​ໄຊ​ກໍ​ສາມາດ​ຈັບ​ກຸມ​ນັັກ​ຄ້າ​ຢາ​ເສບ ​ຕິດ​ລາຍ​ໃຫຍ່ 2 ຄົນ​ ​ແລະ​ຍຶດ​ເຮ​ໂຣອິນ​ໄດ້ 200 ​ແທ່ງ​ນໍ້າໜັກ​ຮ່ວມ​ເຖິງ 77.6 ກິ​ໂລກຣາມ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງໃນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ໃນ​ລາວ ຍອມຮັບ​ວ່າ​ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳນວນ​ບໍ່​ໜ້ອຍກັບໃນ​ວົງ​ການ​ທະຫານ ຕຳຫລວດ ​ແລະ​ລັດຖະບານ ທີ່​ໄດ້​ເຂົ້າ​ໄປ ​ພົວພັນ ​ແລະ​ກ່ຽວຂ້ອງ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​ການ​ເຂົ້າ​ໄປ​ມີ​ຜົນ​ປະໂຫຍ​ດ
​ໃນ​ການ​ຄ້າ​ຢາ​ບ້າ​ນັ້ນ​ກໍ​ຍັງ​ຖື​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ລັກລອບ​ຂົນ​ສົ່ງ ​ແລະ​ການ​ຄ້າ​ຢາ​ບ້າ​ໃນ​ລາວ ​ໄດ້​ມີ​ການຈັດ​ຕັ້ງ​ເປັນ​ຂະ​ບວນທີ່​ມີ​ເຄື່ອຂ່າຍ​ຢ່າງ​ກວ້າງຂວາງ ທັງ​ໃນ ​ລາວ​ ​ແລະຕ່າງ​ປະ​ເທດ​ເພື່ອນ​ບ້ານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຢືນຢັນ​ວ່າ:

“ລັກສະ​ນະ​ຂອງ​ຢາ​ບ້າ​ນີ້ ມີ​ລັກສະນະ​ຂ້າມ​ຊາດ ມີ​ຄົນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ສົມຮູ້ ​ຮ່ວມ​ຄິດ​ກັນ​ເຮັດ​ລັກສະນະ​ຊອກ​ຫາຜົນ​ອີງທີ່​ໜາ​ແໜ້ນ ​ເປັນ​ຕົ້ນແມ່ນ​ຊອກ​ແມ່ນ​ແຊກ ​ຊື່​ມ​ເຂົ້າ​ພະນັກງານ​ຜູ້​ມີ​ສິດ​ອຳນາດ ມີ​ບົດບາດ ​ໃນ​ເມື່ອຖືກ​ເຈົ້າ​ໜ້າ​ທີ່​ດຳ​ເນີນ​ຄະດີ ຈະ​ ໄດ້ແອບແຝງ​ເພື່ອ​ຂົ່ມຂູ່ ​ແລະ​ອຶ່ນໆອັນ​ນີ້​ກໍ​ຄື​ແນວ​ນັ້ນ​ຫັ້ນ​ແຫລະ ຈະ​ແຈ້ງ.”

ທັ້ງນີ້​ໂດຍ​ເຂດ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ໄດ້​ສວຍໃຊ້​ເປັນ​ເສັ້ນທາງ​ລັກ​ລອບ​ສົ່ງຢາ ​ເສບ​ຕິດ​ຈາກ​ເຂດ​ສາມຫລ່ຽມ​ຄຳ ​ໄປ​ຕ່າງປະ​ເທດ​ຫລາຍ​ຂຶ້ນ​ນັບ​ມື້ ຄື​ຊາຍ​ແດນ​ລາວ​ກັບ ​ຫວຽດນາມ ​ໂດຍ​ເສັ້ນທາງ​ທີ່​ແກ້ງ​ຄ້າ​ຢາ​ເສບ​ຕິດ​ນຳ​ໃຊ້​ຫລາຍ​ທີ່​ສຸດ​ໃນ​ລາວ ກໍ​ຄື​ຖະໜົນ ເລກ 13 ຈາກ​ພາກເໜືອ​ຕໍ່​ມາ​ຍັງ​ຖະໜົນເລກ 9 ​ໃນ​ແຂວງ​ສະຫວັນ​ນະ​ເຂດ ຕໍ່ໄປ​ຍັງ ຫວຽດນາມ ​ແລະ​ປະ​ເທດ​ທີ່ 3 ຕາມ​ລຳ​ດັບ.

XS
SM
MD
LG