ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໕ ເມສາ ໒໐໒໔

ປະຊາຊົນລາວ ໃນ 610 ບ້ານ ຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ ແລະ 2,177 ບ້ານ ຕັ້ງຢູ່ເທິງພື້ນທີ່ ທີ່ມີລະເບີດບໍ່ທັນແຕກ


ປະຊາຊົນລາວ ໃນ 610 ບ້ານ ຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ ແລະ 2,177 ບ້ານທີ່ຕັ້ງຢູ່ເທິງພື້ນທີ່ທີ່ມີລະເບີດບໍ່ທັນແຕກ ຫຼື UXO
ປະຊາຊົນລາວ ໃນ 610 ບ້ານ ຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ ແລະ 2,177 ບ້ານທີ່ຕັ້ງຢູ່ເທິງພື້ນທີ່ທີ່ມີລະເບີດບໍ່ທັນແຕກ ຫຼື UXO

ປະຊາຊົນລາວ ໃນ 610 ບ້ານ ຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ ແລະ 2,177 ບ້ານທີ່ຕັ້ງຢູ່ເທິງພື້ນທີ່ທີ່ມີລະເບີດບໍ່ທັນແຕກ ຫຼື UXO ທີ່ຍັງຕົກຄ້າງຢ່າງຫຼວງຫຼາຍຢູ່ໃນທົ່ວປະເທດລາວ.

ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ຖະແຫລງຢືນຢັນວ່າ ໃນປັດຈຸບັນ ມີປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວທີ່ຄອບຄອງທີ່ດິນທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດໃນເຂດ 32 ເມືອງ 610 ບ້ານ ແລະ 2,177 ບ້ານທີ່ຕັ້ງຢູ່ໃນເຂດທີ່ມີລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢ່າງຫຼວງຫຼາຍ ອັນເຮັດໃຫ້ບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວ ໄດ້ເລີຍ ແຕ່ຈະຕ້ອງຖືກຕັດສິດຄອບຄອງ ແລະຍົກຍ້າຍອອກຈາກເຂດປ່າໄມ້ດັ່ງກ່າວ ເພື່ອໄປຢູ່ໃນເຂດຈັດສັນໃໝ່ ແຕ່ກໍຍັງບໍ່ສາມາດກຳນົດການຍົກຍ້າຍທີ່ຄັກແນ່ໄດ້ໃນເວລານີ້ ເນື່ອງຈາກລັດຖະບານລາວ ບໍ່ມີງົບປະມານສະໜັບສະໜຸນ ຈຶ່ງຕ້ອງລໍຖ້າການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ເຊັ່ນດຽວກັນກັບປະຊາຊົນລາວ ໃນ 2,177 ບ້ານທີ່ຕັ້ງຢູ່ໃນເຂດລະເບີດ UXO ນັ້ນ ກໍຕ້ອງຖືກຍົກຍ້າຍໄປຢູ່ທີ່ເຂດຈັດສັນໃໝ່ ຖ້າຫາກວ່າ ລັດຖະບານບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນໄດ້ຢ່າງແທ້ຈິງ ທັງຍັງລວມເຖິງປະຊາຊົນທີ່ຢູ່ໃນເຂດສະຫງວນຂອງທາງຫຼວງດ້ວຍ ທັ່ງທີ່ ທ່ານນາງ ບຸນຄຳ ໃຫ້ການຢືນຢັນວ່າ:

“ຈາກການສັງລວມເບື້ອງຕົ້ນມີ 32 ເມືອງ 610 ບ້ານ ຕັ້ງຢູ່ເຂດປ່າໄມ້ ແລະມີສຳມະໂນຕອນດິນປູກສ້າງ ແລະດິນກະສິກຳຈຳນວນ 628,000 ຕອນ ແມ່ນນອນໃນເຂດ 3 ປະເພດປ່າ ມີຫຼາຍບ້ານຕັ້ງຢູ່ແຄມທາງ ເຂດສະຫງວນທາງບົກແລະນ້ຳ ອັນນີ້ ພວກເຮົາຍັງບໍ່ທັນໄດ້ມີຕົວເລກຢັ້ງຢືນຈາກກະຊວງທີ່ກ່ຽວຂ້ອງ ແລະເຂດທີ່ມີລະເບີດຍັງບໍ່ທັນແຕກມີປະມານ 2,177 ບ້ານ ຊຶ່ງຈະຕ້ອງໄດ້ມີການກຳນົດເຂດທີ່ມີຄວາມປອດໄພ ແລະບໍ່ມີຜົນກະທົບຕໍ່ການອອກໃບຕາດິນ.”

ແຕ່ຢ່າງໃດກໍຕາມ ການກວດກາສຳປະທານທີ່ດິນໃນທົ່ວປະເທດ ນັບຈາກເດືອນມັງກອນ 2023 ເປັນຕົ້ນມາ ຊຶ່ງສາມາດດຳເນີນການກວດກາໄດ້ພຽງ 460 ກວ່າໂຄງການ ໂດຍຄິດເປັນ 20.7 ເປີເຊັນຂອງສຳປະທານທັງໝົດ 2,223 ໂຄງການໃນທົ່ວປະເທດລາວ ກໍພົບວ່າ ການອະນຸຍາດໃຫ້ສຳປະທານທີ່ດິນສ່ວນຫຼາຍ ບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມການລົງທຶນແຕ່ຢ່າງໃດ ແຕ່ວ່າ ເປັນການສວຍໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດຂອງພະນັກງານລັດ ທີ່ກ່ຽວຂ້ອງໃນທຸກຂັ້ນເປັນດ້ານຫຼັກ ອັນເຮັດໃຫ້ເກີດເປັນການຂັດແຍ້ງຢ່າງກວ້າງຂວາງກັບສິດໃນການຖືຄອງທີ່ດິນລະຫວ່າງປະຊາຊົນລາວ ກັບບັນດາບໍລິສັດຂອງຕ່າງຊາດທີ່ລົງທຶນໃນລາວ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບສຳປະທານທີ່ດິນເພື່ອການຂຸດຄົ້ນແຮ່ທາດແບບເລັ່ງດ່ວນນັ້ນ ຄືພາກສ່ວນທີ່ຂັດແຍ້ງກັບປະຊາຊົນລາວ ຫຼາຍທີ່ສຸດ ເພາະວ່າ ປະຊາຊົນທີ່ຖືກເວນຄືນທີ່ດິນ ໄດ້ຮັບການຊົດເຊີຍໂດຍບໍ່ຍຸຕິທຳ ທັງຍັງໄດ້ສົ່ງຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດໃນລາວ ຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຢືນຢັນວ່າ:

“ເຮົາເຮັດທົດລອງໂຄງການແຮ່ນີ້ໜະ ກະມີໝົດວ່າ ຕ້ອງເຮັດບົດປະເມີນຜົນສິ່ງແວດລ້ອມແນວໃດ ພາຍຫລັງສຳເລັດການຂຸດຄົ້ນແລ້ວ ການປິດບໍ່ແນວໃດ ການຕິດຕາມກວດກາແນວໃດ ເວລາຢາກໄດ້ໂຄງການ ແມ່ນເຫັນດີໝົດ ແຕ່ວ່າ ອະນຸມັດໂຄງການໄປແລ້ວ ບໍ່ເຮັດ ເອົາແຕ່່ແຮ່ໄປຢ່າງດຽວ ສິ່ງແວດລ້ອມກໍບໍ່ໄດ້ສົນ ສິ່ງເສດເຫຼືອຕ່າງໆ ກະຊະຊາຍ ຍ້ອນແນວນັ້ນແຫລະ ເງິນກະສິໃຫ້ນ້ອຍນຶ່ງ ເປັນຕົ້ນແມ່ນ ຄ່າຄ້ຳປະກັນສັນຍາ ຊື້ສິດສຳປະທານ ຖອກພັນທະລ່ວງໜ້າ ທ້ອງຖິ່ນໄດ້ຜົນກະທົບ 2 ອັນ ກະທົບຕໍ່ປະຊາຊົນແລະໄຮ່ນາ-ຮົ້ວສວນ ທຳມາຫາກິນບໍ່ສະດວກ.”

ໂດຍອີງຕາມລາຍງານຂອງກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ລະບຸວ່າ ທາງການລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນເພື່ອການຜະລິດດ້ານກະສິກຳໄປແລ້ວ ຈຳນວນເຖິງ 2,223 ໂຄງການ ທີ່ມີພື້ນທີ່ລວມກວ່າ 11 ລ້ານເຮັກຕາ ແຕ່ມີການໃຊ້ທີ່ດິນຕົວຈິງ 6 ແສນກວ່າເຮັກຕາ ຫຼື 5 ເປີເຊັນເທົ່ານັ້ນ ຂອງພື້ນທີ່ສຳປະທານທັງໝົດ ສ່ວນສາເຫດສຳຄັນທີ່ເຮັດໃຫ້ເກີດການຂັດແຍ້ວກັນຢ່າງກວ້າງຂວາງໃນສັງຄົມລາວນັ້ນ ເພາະວ່າ ພະນັກງານລັດ ໄດ້ໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນໄປສົ່ງມອບໃຫ້ກັບນັກລົງທຶນ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນກັບໄດ້ຮັບການຊົດເຊີຍໃນອັດຕາທີ່ຕ່ຳຫຼາຍ ເມື່ອສົມທຽບກັບລາຄາທີ່ດິນຕົວຈິງນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ ວັນທີ 15 ເມສາ 2024

XS
SM
MD
LG