ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີພຽງແຕ່ເຂດເສດຖະກິດພິເສດແຫ່ງດຽວ ໃນ​ຈຳ​ນວນ 5 ແຫ່ງ​ ຢູ່​ນະຄອນຫຼວງວຽງຈັນ ທີ່ຜະລິດສິນຄ້າສົ່ງ​ອອກໄປຕ່າງປະເທດໄດ້


ທ່ານທະນົງໄຊ ຄຸດໄພທູນ (ຂວາ) ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນວຽງຈັນ
ທ່ານທະນົງໄຊ ຄຸດໄພທູນ (ຂວາ) ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນວຽງຈັນ

ເຂດເສດຖະກິດພິເສດ 5 ແຫ່ງໃນນະຄອນວຽງຈັນ ໃນປັດຈຸບັນມີພຽງແຕ່ເຂດດຽວ ທີ່​ສາ​ມາດຜະລິດສິນຄ້າສົ່ງ​ອອກໄປຕ່າງປະເທດໃນ​ປີທີ່ຜ່ານມາ ສ່ວນອີກ 4 ເຂດນັ້ນ ມີ​ແຕ່​ນ້ຳ​ເຂົ້າສິນຄ້າເປັນ​ຫລັກ. ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ນັກທຸລະກິດໃນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວ ເປີດເຜີຍວ່າສາເຫດ ທີ່ ສຳຄັນປະການນຶ່ງທີ່ເຮັດໃຫ້ພາກທຸລະກິດໃນລາວ ປະເຊີນກັບການຂາດແຄນເງິນຕາ ຕ່າງປະເທດຢ່າງໜັກໜ່ວງ ກໍ່ຄືການຂາດດຸນການຄ້າຂອງບັນດາບໍລິສັດຕ່າງຊາດ ທີ່ ລົງທຶນໃນເຂດເສດຖະກິດພິເສດ 5 ແຫ່ງ ທີ່ຢູ່ໃນເຂດນະຄອນຫຼວງວຽງຈັນ ເຊິ່ງໃນປີ 2022 ທີ່ຜ່ານມາໄດ້ມີການນຳເຂົ້າສິນຄ້າຈາກຕ່າງປະເທດ ຄິດເປັນມູນຄ່າລວມ 3,087 ລ້ານ ໂດລາ ແຕ່ກໍ່ມີມູນຄ່າການສົ່ງອອກພຽງ 289 ລ້ານໂດລາ ແລະ ມີພຽງແຕ່ເຂດ ເສດຖະກິດພິ​ເສດໄຊເສດຖາເທົ່ານັ້ນທີ່ສາມາດຜະລິດສິນຄ້າສົ່ງອອກ. ສ່ວນອີກ 4 ເຂດລ້ວນແຕ່ນຳເຂົ້າເປັນດ້ານຫຼັກ.

ໃນປັດຈຸບັນ ເຂດເສດຖະກິດພິເສດທັງ 5 ແຫ່ງໃນເຂດນະຄອນວຽງຈັນ ມີການລົງທຶນ ຈາກຕ່າງປະເທດຈຳນວນທັງໝົດ 176 ບໍລິສັດ ທີ່ມີມູນຄ່າການລົງທຶນລວມກັນ 5.7 ຕື້​ໂດ​ລາ ໃນນີ້ ໄດ້ນຳເງິນລົງທຶນຕົວຈິງເຂົ້າມາລາວແລ້ວ 2.8 ຕື້ໂດລາ ສ່ວນລັດຖະບານ ລາວກໍ່ມີລາຍຮັບຈາກຄ່າທຳນຽມຕ່າງໆ ຄິດເປັນມູນຄ່າລວມ 227 ຕື້ກີບ ນັບແຕ່ປີ 2010 ເປັນຕົ້ນມາ ແລະໄດ້ມີການຈ້າງງານ 6,200 ກວ່າຄົນ ໃນນີ້ເປັນແຮງງານລາວ 5,200 ກວ່າຄົນ ດັ່ງເຈົ້າໜ້າທີ່ເຂດເສດຖະກິດພິ​ເສດນະຄອນຫຼວງ ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ສາມາດດຶງດູດການລົງທຶນເຂົ້າມາໃນເຂດເສດຖະກິດພິເສດນະຄອນຫຼວງ ໄດ້ທັງໝົດແມ່ນ 176 ບໍລິສັດ ມີແຜນການລົງທຶນທັງໝົດແມ່ນ 5.7 ຕື້ໂດລາ ແຕ່ມາ ຮອດປັດຈຸບັນນີ້ ຖືວ່າການລົງທຶນຕົວຈິງ ກໍມີທັງໝົດ 2.8 ຕື້ໂດລາ ຄັນນັບຈາກ 2010 ມາຮອດປັດຈຸບັນ ກະຖືວ່າ ໄດ້ປະກອບສ່ວນພັນທະເຂົ້າງົບປະມານຂອງລັດນີ້ ກະຖືວ່າ 227 ຕື້ກີບ ແລ້ວກໍສ້າງວຽກເຮັດງານທຳໄດ້ 6,296 ຄົນ ໃນນີ້ກະແມ່ນແຮງງານລາວ 5,203 ຄົນ ແຮງງານຕ່າງປະເທດ 1,093 ຄົນ.”

ເຂດເສດຖະກິດ 5 ແຫ່ງໃນນະຄອນຫຼວງວຽງຈັນປະ​ກອບ​ດ້ວຍເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດ​ລ່ອງ​ແທ່ງ, ​ເຂດ​ດົງ​ໂພ​ສີ, ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ​ແລະ​ເຂດ​ໂລ​ຈິດ​ສຕິກ (Logistic) ​ນະຄອນຫຼວງ​ວຽງ​ຈັນ. ນອກ​ຈາກນີ້ ລັດຖະບານລາວຍັງ​ໄດ້ອະ​ນຸ​ຍາດໃຫ້​ຕັ້ງເຂດເສດຖະກິດພິເສດໃນ 7 ແຂວງ ຈຳນວນ 19 ສັນຍາໃນ​ຊ່ວງ 5 ປີຜ່ານ​ມາ ໂດຍ​ມີ​ທຶນ​ຈົດ​ທະ​ບຽນ​ລວ​ມ​ກັນເຖິງ 12 ຕື້ໂດລາ ແຕ່ຖ້າ​ຫາກລວມກັນກັບ​ກາ​ນ​ລົງ​ທຶນ​ຂອງ 743 ບໍລິສັດທີ່ລົງທຶນໃນ 12 ເຂດເສດຖະກິດໃນລາວ ໃນ​ໄລ​ຍະ​ກ່ອນ​ໜ້ານີ້ ກໍ​ຈະ​ເຮັດ​ໃຫ້ມີ​ການລົງທຶນ ຄິດເປັນມູນ​ຄ່າລວມທັງໝົດຫຼາຍກວ່າ 36 ຕື້ໂດ​ລາ ໃນນີ້ໄດ້​ມີການ​ນຳ​ເງິນ​ລົງທຶນຕົວ ຈິງເຂົ້າ​ມາໃນລາວແລ້ວ ຫລາຍກວ່າ 3.6 ຕື້ໂດ​ລາ ຫຼືເທົ່າກັບ 10 ເປີ​ເຊັນເທົ່ານັ້ນຂອງມູນຄ່າການ​ລົງ​ທຶນທັງໝົດ ໂດຍ​ສາເຫດທີ່​ເຮັດ​ໃຫ້​ເກີດ​ສະ​ພາບ​ການ​ດັ່ງ​ກ່າວ ກໍ​ຍ້ອນ​ວ່ານິ​ຕິ​ກຳ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ເສດ​ຖະ​ກິດ​ພິ​ເສດ​ໃນ​ລາວ ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ດັ່ງ​ທີ່ນັກ​ທຸ​ລະ​ກິດ​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

"ນິ​ຕິ​ກຳ ກ່ຽວ​ກັບ ເຂດ​ເສດ​ຖ​ະ​ກິດ​ພິ​ເສດ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ນີ້​ ຍັງ​ບໍ່​ທັນ​ໜັກ​ແໜ້ນ​ພຽງ​ພໍ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ພົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ລົງ​ທຶນ ອັນ​ສອງນີ້​ ກະ​ແມ່ນ​ການ​ຈັດ​ສັນ ແລະ ການ​ກຳ​ນົດ​ເນື້ອ​ທີ່​ດິນ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ ອັນ​ທີ​ສາມ​ແມ່ນ​ການ​ສ້າງ ແລະ ສະ​ໜອງ​ແຮງ​ງານ​ເພື່ອ​ປ່ຽນ​ແທນ​ແຮງ​ງານ​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ເປັນ​ລະ​ບົບ ການ​ສ້າງ​ໂຄງ​ການ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ການ​ຜະ​ລິດ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃຫ້​ແກ່​ຄວາມ​ຕ້ອງ​ການ ກະ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ."

ສ່ວນຄະນະ​ກຳມະ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສ​ດ​ຖະ​ກິດ​ສະ​ເພາະ ​ແຫ່ງ​ຊາດ​ລາວ ​ໄດ້​ລາຍ​ງານ​ວ່າ ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສດ​ຖະ​ກິດ​ສະ​ເພາະທັງ 12 ​ແຫ່ງ​ໃນ​ລາວໃນ​ປັດ​ຈຸ​ບັນ​ນີ້ ​ມີ​ບໍລິສັດ​ເອກະ​ຊົນເຂົ້າ​ມາ​ລົງ​ທຶນຈຳ​ນວນ​ເຖິງ 806 ລາຍ. ​ໃນ​ນັ້ນ​ມີ​ບໍລິສັດ​ຕ່າງປະ​ເທດ 688 ​ລາຍ, ແລະ ​ບໍ​ລິ​ສັດ​ຮ່ວມ​ທຶນລະ​ຫວ່າງເອກະ​ຊົນ​ລາວກັບ​ຕ່າງ​ປະ​ເທດ 118 ລາຍ, ​ມີມູນ​ຄ່າລົງທຶນລວມຫຼາຍກວ່າ 4.5 ຕື້ໂດລາ ໂດຍ​ທີ່ເຂດເສດຖະກິດພິເສດ 12 ເຂດດັ່ງ​ກ່າວນີ້ ເປັນການລົງທຶນຂອງຈີນເຖິງ 9 ເຂດ.

XS
SM
MD
LG