ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານປະຊາຊົນລາວ ມີຄະດີຄວາມ ຫຼາຍກວ່າ 15,000 ຄະດີ ຍັງຄົງຄ້າງ


ພວກນັກຄ້າຢາເສບຕິດ ລາຍໃຫຍ່ ທີ່ເຈົ້າໜ້າທີ່ທາງການ ຈັບໄດ້ ພ້ອມດ້ວຍຂອງກາງ ຫຼາຍລາຍການ.
ພວກນັກຄ້າຢາເສບຕິດ ລາຍໃຫຍ່ ທີ່ເຈົ້າໜ້າທີ່ທາງການ ຈັບໄດ້ ພ້ອມດ້ວຍຂອງກາງ ຫຼາຍລາຍການ.

ສານປະຊາຊົນລາວມີຄະດີຄວາມຫຼາຍກວ່າ 15,000 ຄະດີ
ທີ່ຍັງຄົງຄ້າງ ແລະ ຍັງບໍ່ສາມາດບັງຄັບຄະດີ ໃຫ້ສິ້ນສຸດໄດ້
ຕາມການຕັດສິນຂອງສານ ເນື່ອງຈາກບັນຫາອາຊະຍາກຳ
ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ.


ທ່ານຄຳສານ ສຸວົງ ຫົວໜ້າໄອຍະການປະຊາຊົນສູງສຸດ
ຖະແຫລງວ່າ ໃນໄລຍະ 6ເດືອນ ຕົ້ນປີ 2015 ນີ້ ມີຄະດີຄວາມ
ທີ່ເປັນການກະທຳຄວາມຜິດ ທີ່ກ່ຽວກັບຢາເສບຕິດ ເກີດຂຶ້ນ ຫຼາຍກວ່າ 2,000 ຄະດີ
ຈາກຄະດີຄວາມທັງໝົດ 2,883 ຄະດີ ທີ່ໄດ້ມີການສັ່ງຟ້ອງຕໍ່ສານປະຊາຊົນ ຊຶ່ງໃນນີ້
ກໍປາກົດວ່າ ສານປະຊາຊົນໄດ້ຕັດສິນໄປແລ້ວ 2,595 ຄະດີ.

ແຕ່ສຳຫລັບໃນດ້ານຂອງການບັງຄັບຄະດີ ໃຫ້ເປັນຕາມການຕັດສິນ ຂອງສານປະຊາຊົນ
ລາວນັ້ນ ກໍຍັງຖືວ່າ ມີປະສິດທິພາບທີ່ຕ່ຳຫຼາຍ ໂດຍໃນໄລຍະ 6 ເດືອນຕົ້ນປີ 2015 ນີ້
ກໍປາກົດວ່າ ສາມາດບັງຄັບຄະດີຕາມການຕັດສິນ ຂອງສານປະຊາຊົນ ໄດ້ພຽງ 637 ຄະດີ
ເທົ່ານັ້ນ ຈາກທັງໝົດ 2,595 ຄະດີທີ່ໄດ້ມີການຕັດສິນແລ້ວ ແລະ ພາຍໃຕ້ສະພາບການ
ດັ່ງກ່າວ ກໍຍັງເຮັດໃຫ້ມີຄະດີຄວາມຫຼາຍກວ່າ 15,000 ຄະດີ ທີ່ຍັງຄ້າງ ແລະຍັງບໍ່ສາມາດ
ບັງຄັບຄະດີໄດ້ເລີຍ ໃນປັດຈຸບັນນີ້.

ສູນບຳບັດ ພວກຄົນ ທີ່ຕິດຢາເສບຕິດ ແຫ່ງໜຶ່ງໃນລາວ
ສູນບຳບັດ ພວກຄົນ ທີ່ຕິດຢາເສບຕິດ ແຫ່ງໜຶ່ງໃນລາວ

ທາງດ້ານທ່ານຄຳພັນ ສິດທິດຳພາ ປະທານສານປະຊາຊົນ
ສູງສຸດ ຖະແຫລງວ່າໃນຮອບ 1 ປີ ທີ່ຜ່ານມາ ສານປະຊາຊົນ
ໃນທົ່ວປະເທດລາວ ໄດ້ພິຈາລະນາຕັດສິນຄະດີ ຄວາມໄປແລ້ວ
ຫຼາຍກວ່າ 8,700 ຄະດີ ໂດຍໃນນີ້ກໍໄດ້ຮັບການແກ້ໄຂໄປແລ້ວ
7,000 ກວ່າຄະດີ ຈຶ່ງຍັງເຫຼືອຄົງຄ້າງອີກຫຼາຍກວ່າ 1,600 ຄະດີ
ທີ່ຈະຕ້ອງມີການບັງຄັບຄະດີໃຫ້ໄດ້ ຕາມການຕັດສິນຂອງສານ
ປະຊາຊົນຕໍ່ໄປ.

ກ່ອນໜ້ານີ້ ພົນຈັດຕະວາ ສິນທະວົງ ໄຊຍະກອນ ລັດຖະມົນຕີ
ຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງວ່າ ໃນຮອບປີ 2014 ທີ່
ຜ່ານມາ ມີຄະດີອາຊະຍາກຳເກີດຂຶ້ນທັງໝົດ 3,956 ຄະດີ ມີຜູ້ຕ້ອງຫາ ທີ່ຖືກຈັບກຸມ
ທັງໝົດ 4,543 ຄົນ ຊຶ່ງໃນນີ້ ກໍປາກົດວ່າ ເປັນຜູ້ຕ້ອງຫາເພດຍິງ ເຖິງ 819 ຄົນ.

ຍິ່ງໄປກວ່ານັ້ນ ທາງການລາວຍັງຈັບກຸມຊາວຕ່າງຊາດໄດ້ເຖິງ 45 ຄົນ ທີ່ເປັນເຄືອຂ່າຍ
ຂະບວນການຄ້າຢາເສບຕິດຂ່າມຊາດ ທີ່ເຊື່ອມໂຍງເຂົ້າມາ ໃນລາວຫຼາຍຂຶ້ນນັບມື້ ສ່ວນ
ຢາເສບຕິດທີ່ຍຶດໄດ້ ກໍຄືຢາບ້າ 363.31 ກິໂລກຣາມ ເຮໂຣອິນ 163.94 ກິໂລກຣາມ
ຢາໄອຊ໌ 8.85 ກິໂລກຣາມ ຝິ່ນ 15.1 ກິໂລກຣາມ ກັນຊາແຫ້ງ 1,252 ກິໂລກຣາມ
ພ້ອມທັງຍຶດຍານພາຫະນະໄດ້ອີກເຖິງ 288 ຄັນ.

ທາງດ້ານທ່ານກຸ ຈັນສີນາ ປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ
ແຫ່ງຊາດ ໄດ້ຖະແຫລງຍອມຮັບວ່າ ການຊົມໃຊ້ ແລະ ການລັກລອບຄ້າຢາເສບຕິດ ໄດ້ເປັນ ບັນຫາທີ່ມີລະດັບຄວາມຮຸນເພີ້ມຂຶ້ນທັງໃນຕົວເມືອງ ແລະ ເຂດຊົນນະບົດ ໂດຍສະພາບ ການທີ່ໜ້າເປັນຫ່ວງທີ່ສຸດ ກໍຄືຜູ້ກະທຳຄວາມຜິດທີ່ເພີ້ມຂຶ້ນນັບມື້ ໂດຍເຖິງແມ່ນວ່າ ທາງການລາວຈະໄດ້ດຳເນີນ ມາດຕະການປາບປາມ ຢ່າງເຂັ້ມງວດ ຫຼາຍຂຶ້ນ ທັງຍັງໄດ້ ລົງໂທດຕໍ່ຜູ້ກະທຳຄວາມຜິດໃນຂັ້ນສູງສຸດ ທີ່ກຳນົດໄວ້ໃນກົດໝາຍ ກໍຕາມ.

ຍິ່ງໄປກວ່ານັ້ນ ການດຳເນີນມາດຕະການດັ່ງກ່າວນີ້ ຍັງໄດ້ມີການນຳໃຊ້ ຕໍ່ບັນດາເຍົາ
ວະຊົນທີ່ຕິດຢາ ຫຼື ເປັນນັກຄ້າຢາເສບຕິດລາຍຍ່ອຍທີ່ເຄີຍຖືກຈັບກຸມ ແລະ ຜ່ານການ
ສຶກສາ ອົບຮົມມາແລ້ວ ແຕ່ກໍຍັງບໍ່ມີການປະພຶດຕົວໃຫ້ດີຂຶ້ນ ແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່
ຝ່າຍປາບປາມຢາເສບຕິດຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ພວກຢາບ້າມັນກໍພົບຄວາມຫຍຸ້ງຍາກ ບາງຄົນກະເອົາໄປດັດສ້າງ ບາງຄົນກໍເອົາ
ໄປດຳເນີນຄະດີ ຫຼາຍຄັ້ງ ອອກມາກໍບໍ່ມີການປ່ຽນແປງ ພວກນີ້ນິ ຖ້າເຫັນນີ້ ຈະດຳ
ເນີນ ການຈັບກຸມໂລດ ເພາະວ່າມັນມີການກະທຳຜິດແລ້ວ.”

ສ່ວນສູນບຳບັດຄົນຕິດຢາ ທັງ 9 ແຫ່ງກໍໄດ້ຮອງຮັບເຍົາວະຊົນ ທີ່ຕິດຢາຈຳນວນທັງໝົດ
6,600 ກວ່າຄົນ ແຕ່ເກີນກວ່າ 60 ເປີເຊັນ ທີ່ຜ່ານການບຳບັດໄປແລ້ວນັ້ນ ໄດ້ກັບຄືນ ໄປເສບຢາອີກເທື່ອໃໝ່ ຈຶ່ງເຊື່ອວ່າ ໃນປີ 2015 ນີ້ ມີເຍົາວະຊົນລາວ ຕິດຢາບ້າເພີ້ມຂຶ້ນ
ເປັນຫຼາຍກວ່າ 1 ແສນຄົນແລ້ວ.

XS
SM
MD
LG