ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ເອກກະຊົນລາວ ແລະຕ່າງຊາດ 593 ບໍລິສັດ ໄດ້ລົງທຶນຫຼາຍກວ່າ 4 ພັນລ້ານໂດລາ ໃນລາວ


ການລົງທຶນພັດທະນາເຂດເສດຖະກິດໃໝ່ ສີ່ພັນດອນ ທີ່ເມືອງໂຂງ ແຂວງຈຳປາສັກ ຂອງບໍລິສັດຈາກຈີນ ທີ່ມີມູນຄ່າລວມເຖິງ 1 ໝື່ນລ້ານໂດລາ.
ການລົງທຶນພັດທະນາເຂດເສດຖະກິດໃໝ່ ສີ່ພັນດອນ ທີ່ເມືອງໂຂງ ແຂວງຈຳປາສັກ ຂອງບໍລິສັດຈາກຈີນ ທີ່ມີມູນຄ່າລວມເຖິງ 1 ໝື່ນລ້ານໂດລາ.

ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ 593 ບໍລິສັດ ໄດ້ລົງທຶນຫຼາຍກວ່າ
4,000 ລ້ານໂດລາ ໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທັງ 13
ແຫ່ງໃນລາວ ນອກນັ້ນຍັງມີທ່າອ່ຽງທີ່ຈະເພີ້ມຂຶ້ນນັບມື້.

ທ່ານຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ ໄດ້ລາຍ
ງານຕໍ່ກອງປະຊຸມສະລຸບວຽກງານ ຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນ
ຂັ້ນສູນກາງ ຂັ້ນແຂວງ ແລະນະຄອນຫຼວງ ປະຈຳສົກປີ 2018 ທີ່ຈັດຂຶ້ນຢ່າງເປັນທາງ
ການ ຢູ່ນະຄອນວຽງຈັນ ເມື່ອບໍ່ດົນມານີ້ ວ່າ ໃນຮອບປີ 2018 ທີ່ໄດ້ພິຈາລະນາອະນຸມັດ
ກິດຈະການ ສຳປະທານ 43 ໂຄງການ ໃນນີ້ ເປັນສຳປະທານ ໃນຂະແໜງການໄຟຟ້າ
14 ໂຄງການ ຂະແໜງການບໍ່ແຮ່ 15 ໂຄງການ ຂະແໜງການ ກະສິກຳ 5 ໂຄງການ
ຂະແໜງການບໍລິການ ແລະທ່ອງທ່ຽວ 9 ໂຄງການ.

ການພັດທະນາ ຢູ່ໃນເຂດເສດຖະກິດພິເສດ ຄອນພະເພັງ ທີ່ແຂວງຈຳປາສັກ
ການພັດທະນາ ຢູ່ໃນເຂດເສດຖະກິດພິເສດ ຄອນພະເພັງ ທີ່ແຂວງຈຳປາສັກ

ສ່ວນຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດ-
ຖະກິດສະເພາະ ລາຍງານວ່າ ການລົງທຶນຢູ່ເຂດເສດຖະກິດພິເສດ ແລະເຂດເສດຖະ-
ກິດ ສະເພາະ ທັງ 13 ແຫ່ງຂອງລາວ ໃນປັດຈຸບັນ ມີມູນຄ່າລວມ ຫຼາຍກວ່າ 4,500
ລ້ານໂດລາ ທີ່ເປັນການລົງທຶນຂອງບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ 593
ລາຍ ຊຶ່ງໃນນີ້ ແບ່ງເປັນບໍລິສັດເອກກະຊົນ 89 ລາຍ ບໍລິສັດຕ່າງປະເທດ 474 ລາຍ
ແລະບໍລິສັດຮ່ວມທຶນ ລະຫວ່າງ ເອກກະຊົນລາວ ກັບຊາວຕ່າງຊາດ 29 ລາຍ.

ໂດຍເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ ຂອງກຸ່ມບໍລິສັດດອກງິ້ວຄຳ
ຈາກຈີນ ມີບໍລິສັດຕ່າງຊາດເຂົ້າມາລົງທຶນແລ້ວ 147 ລາຍ ເຂດເສດຖະກິດສະເພາະ
ບໍ່ເຕັນແດນງາມ ຢູ່ແຂວງຫລວງນ້ຳທາ ກໍມີບໍລິສັດຈີນ ເຂົ້າມາລົງທຶນແລ້ວ 128 ລາຍ
ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ຢູ່ແຂວງສະຫວັນນະເຂດ ກໍມີບໍລິສັດຕ່າງຊາດ
ເຂົ້າມາລົງທຶນແລ້ວ 117 ລາຍ ເຂດກວມລວມໄຊເສດຖາ ນະຄອນວຽງຈັນ 48 ລາຍ
ເຂດນິຄົມອຸດສາຫະກຳ ແລະການຄ້າ ວຽງຈັນ-ໂນນທອງ 47 ລາຍ ເຂດເສດຖະກິດ
ພິເສດ ຈຳປາສັກ 33 ລາຍ ແລະເຂດອື່ນໆ 73 ລາຍ ຊຶ່ງເຮັດໃຫ້ລັດຖະບານລາວ ມີ
ລາຍຮັບ ຈາກພັນທະ ແລະອາກອນຕ່າງໆ ຄິດເປັນມູນຄ່າລວມ 111.37 ຕື້ກີບ ຫຼື
ຫຼາຍກວ່າ 13 ລ້ານໂດລາ ໃນປີ 2018 ຊຶ່ງເພີ້ມຂຶ້ນເຖິງ 3 ເທົ່າ ທຽບໃສ່ປີ 2017 ແລະ
ມີການຈ້າງງານຫຼາຍກວ່າ 23,000 ຄົນ.

ແຕ່ຢ່າງໃດກໍຕາມ ກະຊວງການເງິນຂອງສະຫະລັດອາເມຣິກາ ກໍໄດ້ຂຶ້ນບັນຊີດຳ ແລະ
ຖືວ່າ ທ້າວ ຈ້າວ ເຫວີຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນພັດທະນາເຂດເສດຖະ-
ກິດພິເສດ ສາມຫຼ່ຽມຄຳນັ້ນ ເປັນອາຊະຍາກອນ ຜູ້ທີ່ມີສ່ວນກ່ຽວຂ້ອງໃນການຄ້າຢາ
ເສບຕິດ ການຄ້າມະນຸດ ການຟອກເງິນ ການໃຫ້ສິນບົນ ແລະການຄ້າສັດປ່າຂ້າມຊາດ
ນັບແຕ່ເດືອນມັງກອນ ປີ 2018 ເປັນຕົ້ນມາ ສ່ວນທ້າວຈ້າວ ເຫວີຍ ກໍໄດ້ໃຫ້ການປະຕິ
ເສດ ຕໍ່ທຸກຂໍ້ກ່າວຫາ ແລະຕອບໂຕ້ວ່າ ເປັນການກະທຳຝ່າຍດຽວທີ່ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງ
ຜົນກະທົບຕໍ່ແຜນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳແຕ່ຢ່າງໃດ ເພາະ
ເປັນການລົງທຶນທີ່ຖືກຕ້ອງຕາມລະບຽບກົດໝາຍຂອງລາວ ໃນທຸກໆດ້ານນັ້ນເອງ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ ການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ ການເງິນ

ສ່ວນທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ພັດທະນາປັບປຸງລະບຽບກົດໝາຍຕ່າງໆ
ເພື່ອອຳນວຍຄວາມສະດວກໃຫ້ການລົງທຶນຂອງຕ່າງປະເທດໃນລາວ ທີ່ເພີ້ມຂຶ້ນນັບມື້
ໂດຍສະເພາະແມ່ນການລົງທຶນຂອງກຸ່ມທຸລະກິດຈາກຈີນນັ້ນ ຖືເປັນເປົ້າໝາຍບຸລິມະ-
ສິດ ທີ່ລັດຖະບານລາວ ຢາກໃຫ້ເຂົ້າມາລົງທຶນໃນລາວໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່
ທ່ານສົມດີ ໄດ້ໃຫ້ການຢືນຢັນ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າຈີນ-
ອາຊຽນ ຄັ້ງທີ 15 ທີ່ເມືອງໜານໜິງ ແຂວງກວາງສີຈ້ວງ ເມື່ອທ້າຍປີ 2018 ທີ່ຜ່ານມາ
ວ່າ:

“ປັດຈຸບັນ ໄດ້ມີການລົງທຶນຂອງນັກລົງທຶນຈີນ ຢູ່ ສປປ ລາວ ຫຼາຍສົມຄວນ ເຖິງ
ແມ່ນວ່າ ປະເທດພວກເຮົາ ຍັງມີລະບຽບກົດໝາຍບໍ່ທັນຄົບຖ້ວນ ການບໍລິການ
ຫຼາຍອັນ ຍັງຂາດຕົກບົກພ່ອງ ລັດຖະບານລາວ ພວກຂ້າພະເຈົ້າ ມີຄວາມພະຍາ
ຍາມ ທີ່ຈະສ້າງຄວາມເຊື່ອໝັ້ນ ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ມີການ
ສະດວກວ່ອງໄວ ແລະເປັນລະບຽບຮຽບຮ້ອຍກວ່າເກົ່າ ຂ້າພະເຈົ້າ ຫວັງຢ່າງຍິ່ງ
ວ່າ ນັກທຸລະກິດຈາກ ສປປ ຈີນ ຈະເຂົ້າມາລົງທຶນ ແລະຊ່ອຍຊຸກຍູ້ ການພັດທະນາ
ເສດຖະກິດຂອງ ສປປ ລາວ.”

ໃນປັດຈຸບັນ ຈີນນັບເປັນຜູ້ລົງທຶນອັນດັບ 1 ມີມູນຄ່າການລົງທຶນລວມຫຼາຍກວ່າ 1 ໝື່ນລ້ານໂດລາ ໃນ 700 ກວ່າໂຄງການໃນລາວ ໂດຍບໍ່ລວມເຖິງການລົງທຶນພັດທະນາເຂດເສດຖະກິດໃໝ່ ສີ່ພັນດອນ ທີ່ເມືອງໂຂງ ແຂວງຈຳປາສັກ ຂອງບໍລິສັດຈາກຈີນທີ່ມີມູນຄ່າລວມເຖິງ 1 ໝື່ນລ້ານໂດລາ ແຕ່ຢ່າງໃດ.

XS
SM
MD
LG