ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮູບພາບຂອງລະບົບຈັກກະວານ ແບບບໍ່ເຄີຍໄດ້ເຫັນມາກ່ອນ ຈາກກ້ອງໂທລະທັດ ເຈມສ໌ ເວັບ


The Universe as Never Before Seen
please wait

No media source currently available

0:00 0:02:09 0:00

ລາຍງາຍກ່ຽວກັບ ລະບົບຈັກກະວານແບບທີ່ບໍ່ເຄີຍເຫັນມາກ່ອນ.

ກ້ອງໂທລະທັດ ເຈມສ໌ ເວັບ (James Webb) ກໍາລັງເຮັດໃຫ້ຄົນຢູ່ໃນທົ່ວໂລກ ເຫັນຮູບພາບກ່ຽວກັບລະບົບຈັກກະວານ ທີ່ແຈ້ງທີ່ສຸດເທົ່າທີ່ເຄີຍມີມາ. ແອນໂທນີ ເບລຊີ (Antoni Belchi) ນັກຂ່າວ VOA ມີລາຍງານ, ເຊິ່ງ ທິບສຸດາ ​ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັກວິທະຍາສາດທັງຫຼາຍ ເຄີຍເຫັນສ່ວນຕ່າງໆຢູ່ໃນລະບົບຈັກກະວານມາກ່ອນແລ້ວ, ແຕ່ບໍ່ເຄີຍເຫັນພາບທີ່ແຈ້ງ ແລະສວຍງາມ ເຊິ່ງເປັນກຸ່ມຮູບພາບທໍາອິດທີ່ແຈກຢາຍທາງອອນລາຍໂດຍກ້ອງໂທລະທັດ ເຈມສ໌ ເວັບ. ເຊິ່ງເປັນການດໍາເນີນຄວາມພະຍາຍາມຮ່ວມກັນ ໂດຍອົງການ NASA, ອົງ​ການ​ອະວາກາດຂອງຢູໂຣບ ແລະປະເທດການາດາ, ເຊິ່ງກ້ອງໂທລະທັດ ເຈມສ໌ ເວັບ ໄດ້ສ້າງປະຫວັດການຂຶ້ນມາແລ້ວ.

ທ່ານເນັສເຕີ ແອສປິໂນຊາ (Nestor Espinosa), ນັກດາຣາສາດ ຂອງອົງ ການ NASA ກ່າວເປັນພາສາສະເປນ ຜ່ານຊູມວ່າ:

“ກ້ອງໂທລະທັດອະ​ວະ​ກາດເຈມສ໌ ເວັບ ແມ່ນປະຕູໃໝ່ໄປສູ່ລະບົບຈັກກະວານ. ມັນເປັນກ້ອງໂທລະທັດ ທີ່ມີຂະໜາດໃຫຍ່, ເຊິ່ງພວກເຮົາກໍາລັງເວົ້າເຖິງກ້ອງໂທລະທັດທີ່ມີຂະໜາດໃຫຍ່ເທົ່າກັບເດີ່ນເທັນນິສ.”

ຮູບພາບຕ່າງໆກໍາລັງດໍາເນີນຕາມຂັ້ນຕອນຈາກໄລຍະເວລາທີ່ຫ່າງໄກອອກໄປ, ເຊິ່ງແສງທີ່ໄປເຖິງກ້ອງໂທລະທັດນັ້ນ ມີອາຍຸຫຼາຍກວ່າ 13 ພັນລ້ານປີ, ແລະກ້ອງໂທລະທັດເຈມສ໌ ເວັບ ກໍກໍາລັງຊອກຫາແສງທີ່ກັບຄືນຫຼັງໄປຫຼາຍກວ່ານັ້ນ.

ທ່ານນາງມາກາເຣນາ ກາເຊຍ (Macarena García), ນັກວິທະຍາສາດແຫ່ງສະຖານີອະວາກາດຂອງຢູໂຣບ ກ່າວເປັນພາສາສະເປນຜ່ານຊູມວ່າ:

“ດ້ວຍຂໍ້ມູນຕ່າງໆເຫຼົ່ານີ້, ​ກາ​ແລັກ​ຊີທີ່ມີອາຍຸ 13 ພັນ 100 ລ້ານປີ ໄດ້ຖືກຄົ້ນພົບແລ້ວ, ແລະເປົ້າໝາຍ ກໍ່ແມ່ນໄປໄກກວ່ານັ້ນອີກ.”

ກ້ອງໂທລະທັດ ເຈມສ໌ ເວັບ ກໍາລັງເຮັດໃຫ້ນັກດາຣາສາດສາມາດມອງເຫັນດ້ວຍການຍັບໃກ້ເຂົ້າໄປຫາດວງດາວຕ່າງໆທີ່ຢູ່ນອກລະບົບ, ໂລກທີ່ໝຸນໂຄ ຈອນອ້ອມຮອບດາວດວງອື່ນໆຢູ່ໃນກາ​ແລັກ​ຊີຂອງພວກເຮົາ, ເຊັ່ນທາງຊ້າງເຜືອກ. ນັກວິທະຍາສາດທັງຫຼາຍກ່າວວ່າ ກ້ອງໂທລະທັດ ເຈມສ໌໌ ເວັບ ຈະຕ້ອງບອກພວກເຂົາເຈົ້າ ຖ້າຫາກວ່າບັນດາດາວເຄາະທັງຫຼາຍເຫຼົ່ານີ້ມີອົງປະ ກອບຕ່າງໆທີ່ເປັນນໍ້າ ຫຼືເຄມີອື່ນໆ ທີ່ສາມາດອໍານວຍ​ໃຫ້​ເກີດ​ສິ່ງທີ່ມີຊີວິດໄດ້.

ທ່ານນາງມາກາເຣນາ ກາເຊຍ, ນັກວິທະຍາສາດແຫ່ງສະຖານີອະວາກາດຂອງຢູໂຣບ ກ່າວເປັນພາສາສະເປນຜ່ານຊູມວ່າ:

“ໂຄງການທາງວິທະຍາສາດຕ່າງໆເຫຼົ່ານີ້ ກໍາລັງອຸທິດເວລາເປັນຫຼາຍໆຊົ່ວໂມງໃນການສໍາຫຼວດເບິ່ງລະບົບດາວເຄາະຕ່າງໆເຫຼົ່ານັ້ນ, ພວກເຂົາເຈົ້າກໍາລັງຄົ້ນພົບໃນສິ່ງທີ່ໜ້າສົນໃຈອີກຫຼາຍໆອັນ, ຂ້າພະເຈົ້າເຊື່ອໝັ້ນວ່າແນວນັ້ນ.”

ນັກວິທະຍາສາດທີ່ປະຕິບັດງານກັບກ້ອງໂທລະທັດດັ່ງກ່າວນັ້ນ ກ່າວວ່າ ມັນມີພະລັງຫຼາຍ, ມັນສາມາດເປີດເຜີຍລາຍລະອຽດຕ່າງໆກ່ຽວກັບລະບົບຈັກກະວານນີ້ແບບບໍ່ເຄີຍມີມາກ່ອນ.

ທ່ານບີລ ​ແນລຊັນ, ຫົວ​ໜ້າຝ່າຍບໍລິຫານຂອງອົງການ NASA ກ່າວວ່າ:

“ແລະເມື່ອພວກເຈົ້າຫາກເບິ່ງຫຍັງກໍຕາມທີ່ໃຫຍ່ເທົ່າກັບຂະໜາດຂອງມັນແລ້ວ, ພວກເຮົາກໍຈະສາມາດຕອບຄໍາຖາມທັງຫຼາຍ ທີ່ພວກເຮົາກໍຍັງບໍ່ຮູ້ເລີຍວ່າ ຄໍາຖາມຕ່າງໆທັງຫຼາຍເຫຼົ່ານັ້ນແມ່ນຫຍັງ. ນີ້ ແມ່ນສິ່ງທີ່ກໍາລັງຈະເກີດຂຶ້ນ.”

ບັນດານັກວິທະຍາສາດກໍາລັງວາງແຜນທີ່ຈະຈັດວາລະການປະຊຸມກ່ຽວກັບກ້ອງໂທລະທັດ ເຈມສ໌ ເວັບ ພາຍໃນປີໜ້ານີ້. ກ້ອງໂທລະທັດຈະປະຕິບັດງານກ່ຽວກັບຊັ້ນບັນຍາກາດຂອງດາວເຄາະນອກລະບົບຫຼາຍຂຶ້ນ ແລະກໍາລັງພະຍາຍາມຖ່າຍຮູບພາບຕ່າງໆກ່ຽວກັບການກໍ່ໂຕຂຶ້ນຂອງທາງຊ້າງເຜືອກ ໃນຊ່ວງຕົ້ນຂອງລະບົບຈັກກະວານ.

The James Webb telescope is giving the world the clearest ever images of our universe. For VOA News Antoni Belchi has the story.

Scientists have seen this part of the universe before, but never with the stunning clarity provided by these first images from the newly online James Webb telescope. A joint effort by NASA, the European Space Agency and Canada the Webb telescope is already making history.

Nestor Espinosa, NASA Astronomer (Video courtesy: Zoom) ((In Spanish))

“The James Webb Space Telescope is a new window to the universe. It is a giant telescope. We are talking about telescopes which are the size of a tennis court.”

The images it is processing are from so far away, the light hitting the telescope is over 13 billion years old. And Webb is looking for light that’s from even further back in time.

Macarena García, European Space Station Scientist (Video courtesy: Zoom) ((IN SPANISH))

“With these data, galaxies that are 13.1 billion years old have already been seen. And the goal is to go further.”

The Webb telescope is going to allow astronomers to get their closest ever look at exoplanets, worlds orbiting other stars in our galaxy, the Milky Way. Scientists say Webb should be able to tell them if any of these planets have water or chemical compositions that could support life.

Macarena García, European Space Station Scientist (Video courtesy: Zoom) ((IN SPANISH))

“These scientific programs are going to dedicate hours of observation to these planets, they are going to discover really very interesting things. I'm sure about that."

Scientists working with the telescope say it’s so powerful it can reveal unprecedented details about the universe.

(Voicd of Bill Nelson, NASA Administrator)

"And when you look at something as big as this is, we are going to be able to answer questions that we don't even know what the questions are yet. This is what's happening."

Scientists are planning to ramp up the agenda of the Webb telescope over the next year. The telescope will be doing more monitoring of exoplanet atmospheres and trying to capture images of galactic cloud formation in the early days of the universe.

XS
SM
MD
LG