ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການສະຫະປະຊາຊາດ ກ່າວວ່າ ອົບພະຍົບຢູ່ເອເຊຍ ຫຼາຍລ້ານຄົນ ຍັງບໍ່ທັນສັກຢາວັກຊີນ ກັນໂຄວິດ-19 ເທື່ອ


ທະຫານເຮືອຄົນນຶ່ງກໍາລັງຊ່ວຍເດັກນ້ອຍໃສ່ຫນ້າກາກອະນາໄມ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19) ກ່ອນຂຶ້ນກໍາປັ່ນໄປເກາະ ບາຊານ ໃນເມືອງ ຊັຕໂຕກຣາມ (Chattogram), ປະເທດບັງກລາແດັສ, ວັນທີ 29 ເດືອນທັນວາ ປີ 2020.
ທະຫານເຮືອຄົນນຶ່ງກໍາລັງຊ່ວຍເດັກນ້ອຍໃສ່ຫນ້າກາກອະນາໄມ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19) ກ່ອນຂຶ້ນກໍາປັ່ນໄປເກາະ ບາຊານ ໃນເມືອງ ຊັຕໂຕກຣາມ (Chattogram), ປະເທດບັງກລາແດັສ, ວັນທີ 29 ເດືອນທັນວາ ປີ 2020.

ອົງການອົບພະຍົບຂອງສະຫະປະຊາຊາດໄດ້ເຕືອນເຖິງການຂາດຢາວັກຊີນກັນໂຄວິດ-19 ຢ່າງຮ້າຍແຮງໃນເຂດເອເຊຍປາຊີຟິກ ອັນເຮັດໃຫ້ຊີວິດຂອງພວກອົບພະຍົບແລະຜູ້ຂໍລີ້ໄພຕົກຢູ່ໃນຄວາມສ່ຽງ ເນື່ອງຈາກພະຍາດທີ່ເປັນອັນ ຕະລາຍນີ້ ຍັງຄົງແຜ່ກະຈາຍເໝືອນດັ່ງໄຟປ່າ ໄປທົ່ວທຸກພູມີພາກ. ເຊິ່ງ ລິຊາ ຊະໄລນ໌ (Lisa Schlein) ນັກຂ່າວ VOA ມີລາຍງານ ຈາກນະຄອນເຈນີວາ.


ປະເທດຕ່າງໆໃນເຂດເອເຊຍປາຊີຟິກໃຫ້ບ່ອນພັກພາອາໄສແກ່ຜູ້ພັດຖິ່ນສ່ວນໃຫຍ່ຈຳນວນ 80 ລ້ານຄົນໃນໂລກ. ປະເທດເລົ່ານີ້ໃຫ້ຄໍາໝັ້ນສັນຍາ ທີ່ຈະລວມເອົາພວກອົບພະຍົບ ແລະຜູ້ຂໍລີ້ໄພເຂົ້າໃນໂຄງການການສັກຢາວັກຊີນ ກັນໂຄວິດ-19 ຂອງພວກເຂົາເຈົ້າ.

ຢ່າງໃດກໍ່ຕາມ ຢາວັກຊີນມີບໍ່ພຽງພໍທີ່ຈະສັກໃຫ້ທົ່ວເຖິງ, ດັ່ງນັ້ນກຸ່ມຄົນທໍາມະດາສາມັນເຫລົ່ານີ້ ຈຶ່ງເປັນກຸ່ມສຸດທ້າຍ ທີ່ຈະໄດ້ຮັບປະໂຫຍດຈາກໂຄງການດັ່ງກ່າວ. ໃນຊ່ວງສອງເດືອນທີ່ຜ່ານມາ ອົງການອະນາໄມໂລກໄດ້ບັນທຶກໂຕເລກຜູ້ຕິດເຊື້ອໂຄວິດ-19​ປະມານ 38 ລ້ານຄົນ ແລະມີຜູ້ເສຍຊີວິດຫລາຍກ່ວາເຄິ່ງລ້ານຄົນຢູ່ໃນພູມິພາກເອເຊຍປາຊີຟິກ, ເຊິ່ງເປັນການເພີ້ມຂຶ້ນທີ່ຫລາຍທີ່ສຸດໃນໂລກ.

ອົງການອົບພະຍົບຂອງສະຫະປະຊາຊາດ ລາຍງານວ່າ ພວກອົບພະຍົບທີ່ອາ ໄສຢູ່ໃນສະຖານທີ່ແອອັດ ແລະບໍ່ຖືກສຸຂະອະນາໄມມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງ COVID-19. ໂຄສົກຂອງອົງການອົບພະຍົບສະຫະປະຊາຊາດ
ຫຼື UNHCR ທ່ານອັນເດຣຈ ມະເຮຊິກ (Andrej Mahecic) ກ່າວວ່າ ມີຜູ້ປ່ວຍຊາວໂຣຮິງຍາ ເພີ້ມຂຶ້ນຢ່າງຫລວງຫລາຍ ໃນເຂດເມືອງຄັອກສ໌ບາຊາໃນຊ່ວງເດືອນເມສາທີ່ຜ່ານມານີ້.

ທ່ານໃຫ້ຂໍ້ສັງເກດວ່າ ມີອົບພະຍົບເກືອບ 900,000 ຄົນທີ່ອາໄສຢ່າງແອອັດຢູ່ ແຫ່ງນີ້ ເຊິ່ງເປັນສູນທີ່ໃຫຍ່ທີ່ສຸດໃນໂລກ.

“ມາເຖິງວັນທີ 31 ພຶດສະພາ ມີຜູ້ປ່ວຍທີ່ໄດ້ຮັບການຢັ້ງຢືນຫລາຍກ່ວາ 1,188 ຄົນໃນຫມູ່ປະຊາກອນອົບພະຍົບ ໂດຍຫລາຍກ່ວາເຄິ່ງນຶ່ງ ຂອງຜູ້ປ່ວຍເລົ່ານັ້ນໄດ້ຖືກບັນທຶກໃນເດືອນພຶດສະພາພຽງເດືອນດຽວ. ນອກຈາກນັ້ນ ເຮົາຍັງພົບວ່າ ຈໍານວນຜູ້ປ່ວຍ ໂຄວິດ-19 ເພີ້ມຂຶ້ນຢ່າງໜ້າເປັນຫ່ວງ ໃນກຸ່ມພວກອົບພະຍົບ ແລະຜູ້ຂໍລີ້ໄພໃນ ເນປານ, ອິຣ່ານ, ປາກິສຖານ, ໄທ, ມາເລເຊຍ ແລະອິນໂດເນເຊຍ”.

ເຖິງແມ່ນວ່າ ສະຖານະການໃນທົ່ວໂລກອາດເບິ່ງຄືວ່າກໍາລັງຈະຟື້ນຕົວມາຈາກການລະບາດ, ແຕ່ອົງການຊ່ວຍເຫລືອລາຍງານວ່າ ລະບົບຮັບສາສຸຂະພາບທີ່ອ່ອນແອໃນຫລາຍໆປະເທດໃນພູມີພາກນີ້ ກໍາລັງດີ້ນຮົນ ໃນການຮັບມືກັບຈໍານວນຜູ້ປ່ວຍທີ່ເພີ້ມຂຶ້ນ. ພວກເຂົາເຈົ້າກ່າວວ່າ ຈໍາເປັນຕ້ອງໄດ້ຮັບການຊ່ວຍ ເຫຼືອເພື່ອແກ້ໄຂບັນຫາການຂາດເຂີນຕຽງໃນໂຮງໝໍ, ອຸປະກອນອັອກຊີເຈັນ ແລະສິ່ງອໍານວຍຄວາມສະດວກອື່ນໆ...ທາງດ້ານສຸຂະພາບ ແລະການບໍລິການ.

ທ່ານມະເຮຊິກ ກ່າວວ່າ ກໍາລັງພະຍາຍາມດໍາເນີນການ ເພື່ອບັນເທົາການແຜ່ລະບາດຂອງເຊື້ອໄວຣັສ, ແຕ່ມາດຕະການປ້ອງກັນຈະຕ້ອງໄດ້ຮັບການສະໜັບສະໜຸນດ້ວຍການສັກຢາວັກຊີນທີ່ເພີ້ມຂຶ້ນ. ທ່ານກ່າວວ່າ ອົບພະຍົບບາງຄົນ ລວມທັງໃນເນປານ ແມ່ນໄດ້ຮັບການສັກຢາວັກຊີນເຂັມທໍາອິດ ທີ່ສະໜອງໃຫ້ໂດຍສູນແບ່ງປັນວັກຊີນໂຄແວັກສ໌ (COVAX) ຂອງອົງການອະນາໄມໂລກ.

“ໃນບັນດາພວກອົບພະຍົບຊາວໂຣຮິງຍາທີ່ສູນຊ່ວຍເຫຼືອໃນບັງກລາແດັສ ຍັງບໍ່ມີຜູ້ໃດໄດ້ຮັບການສັກຢາວັກຊີນເທື່ອ ເນື່ອງຈາກຂາດແຄນຢາດັ່ງກ່າວ ພາຍໃນປະເທດ, ເຊິ່ງໃນປັດຈຸບັນຄວາມລ່າຊ້າໃນການຈັດສົ່ງຢາວັກຊີນໃຫ້ ເປັນຜົນມາຈາກການສະໜອງທີ່ຈໍາກັດ ໃຫ້ກັບໂຄແວັກສ໌ (COVAX), ນັ້ນໝາຍຄວາມວ່າ ບາງກຸ່ມຄົນທີ່ອ່ອນແອທີ່ສຸດໃນໂລກ ຍັງສືບຕໍ່ຕິດແປດກັບໄວຣັສໄດ້ຢູ່”.

ອົງການ UNHCR ກໍາລັງຮຽກຮ້ອງໃຫ້ມີຄວາມສະເໝີພາບ ໃນການໄດ້ຮັບຢາວັກຊີນກັນໂຄວິດ-19 (COVID-19) ເພື່ອເປັນການຊ່ວຍຊີວິດ ແລະຄວບຄຸມຜົນກະທົບຮ້າຍແຮງ ຂອງເຊື້ອໄວຣັສນີ້ ໃນພູມິພາກເອເຊຍປາຊີຟິກ. ມີການຮຽກຮ້ອງໃຫ້ບັນດາປະເທດທີ່ຮັ່ງມີກວ່າ ຊ່ວຍບໍລິຈາກຢາວັກຊີນທີ່ມີເກີນຄວາມຕ້ອງການ ໃຫ້ກັບໂຄແວັກສ໌ (COVAX) ເຊິ່ງຈະໄດ້ແຈກຢາຍ ໃຫ້ກັບບັນດາປະເທດທີ່ທຸກຍາກກວ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG