ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູດ ແລະຂັ້ນຕອນການຜະລິດ ເສັ້ນເຝີ ທີ່ມີຊື່ສຽງ ຈາກບ້ານນາອູ່ ແຂວງຊຽງຂວາງ


ຂັ້ນຕອນໃນການຕາກແຜ່ນ ກ່ອນເອົາມາຕັດເປັນເສັ້ນເຝີ, ບ້ານນາອູ່, ແຂວງຊຽງຂວາງ. (ພາກຈາກເຟສ໌ບຸກ ເຝີນາອູ່ ຊຽງຂວາງ)
ຂັ້ນຕອນໃນການຕາກແຜ່ນ ກ່ອນເອົາມາຕັດເປັນເສັ້ນເຝີ, ບ້ານນາອູ່, ແຂວງຊຽງຂວາງ. (ພາກຈາກເຟສ໌ບຸກ ເຝີນາອູ່ ຊຽງຂວາງ)

ເສັ້ນເຝີ ເປັນອາຫານທີ່ຊາວລາວບໍລິໂພກ ມາດົນນານແຕ່ເໜືອເຖິງໃຕ້, ເຊິ່ງໃນແຕ່ລະທ້ອງຖິ່ນກໍມີເອກະລັກ ແລະຄຸນນະພາບທີ່ໂດດເດັ່ນແຕກຕ່າງກັນ. ທິບສຸດາ ມີລາຍງານກ່ຽວກັບລາຍລະອຽດ ກ່ຽວກັບບາງຂັ້ນຕອນ ການຜະລິດເສັ້ນເຝີຈາກບ້ານນາອູ່ ແຂວງຊຽງຂວາງ ມາສະເໜີທ່ານ.

ດັ່ງທີ່ພວກເຮົາເຄີຍໄດ້ຍິນຢູ່ໃນແຕ່ລະເຂດ ແຕ່ລະພາກ ກ່ຽວກັບເສັ້ນເຝີແຊບປະຈໍາທ້ອງຖິ່ນຕ່າງໆ, ເຊິ່ງມີຊື່ສຽງໃນລົດຊາດ ຄວາມຫອມແລະຄວາມໜຽວ ນຸ້ມທີ່ເປັນເອກະລັກຂອງຕົນ, ດັ່ງເສັ້ນເຝີຈາກບ້ານນາອູ່ ແຂວງຊຽງຂວາງ ທີ່ເປັນສິນຄ້ານຶ່ງບ້ານນຶ່ງຜະລິດຕະພັນປະຈໍາບ້ານນາອູ່. ໃນນັ້ນ ນຶ່ງໃນຄອບຄົວຂອງບ້ານນາອູ່ ທີ່ຜະລິດເສັ້ນເຝີມາດົນນານຫຼາຍລຸ້ນຄົນ ກ່າວໃຫ້ຟັງເຖິງສູດການຜະລິດ ທີ່ບໍ່ມີຄວາມລັບວ່າ:

“ອັນນຶ່ງກໍຕ້ອງໄດ້ມີເຂົ້າເນາະ ເຮົາຕ້ອງໄດ້ເອົາເຂົ້ານັ້ນມາໝ່າປະມານ 1 ຫາ 2 ຊົ່ວໂມງເນາະໝ່າ, ແລ້ວຫຼັງຈາກນັ້ນເຮົາກໍເອົາເມັດເຂົ້າຫັ້ນໄປບົດໃຫ້ມັນເປັນແປ້ງເຂົ້າ ເຮົາກໍຕ້ອງເອົາສ່ວນນຶ່ງຫັ້ນນະໄປຕົ້ມເປັນເຂົ້າສຸກ ເພື່ອຈະເອົາແປ້ງເຂົ້າສຸກມາປະສົບກັບໂຕທີ່ມັນເປັນແປ້ງເຂົ້າ ນໍ້າເຂົ້າດິບຫັ້ນນະ, ຫຼັງຈາກນັ້ນ ເຮົາກະເອົາໄປລີດໃສ່ໜ້າເຕົາທີ່ເຮົາຈະເຮັດໃຫ້ມັນເປັນແຜ່ນ ງວາມຝາໄວ້ໃຫ້ມັນຈັບໂຕກັນ ໃຫ້ມັນສຸກຫັ້ນແຫຼະ ສຸກແລ້ວເຮົາກະເອົາອອກມາໃສ່ກະແຕະ ເພື່ອເອົາໄປຕາກໃຫ້ມັນແຫ້ງ ໃຫ້ມັນສະໝັ່ງເນາະ ແຫ້ງແຕ່ວ່າບໍ່ແມ່ນແຫ້ງແທ້ຫັ້ນນະ ເພື່ອວ່າເຮົາຊິເແອົາໄປຊອຍເປັນເສັ້ນ, ຫຼັງຈາກຊອຍເປັນເສັ້ນ ຜູ້ໃດທີ່ຕ້ອງການເຝີປຽກ ໂຕນັ້ນລະເຮົາເອີ້ນວ່າເຝີປຽກ ແຕ່ຈະມີສ່ວນນຶ່ງທີ່ເຮົາເອົາໄປຕາກເປັນເສັ້ນແຫ້ງ ແລ້ວເຮົາກະແພັກໃສ່ຖົງເພື່ອວ່າຈໍາໜ່າຍ. ອີກຢ່າງນຶ່ງຄືເສັ້ນເຂົ້າປຽກ ຈະເອົາຕອນນີ້ນິລະ ຕອນທີ່ເຮົາເອົາໄປລີດໃສ່ໜ້າເຕົາແລ້ວມັນຈັບກັນຫັ້ນນະ ເຮົາຈະເອົາໂຕນັ້ນເລີຍມາຊອຍ ແລ້ວກໍເອົາແປ້ງໂພະໃສ່ ແລະກະເປັນເສັ້ນເຂົ້າປຽກ.”

ຫຼ້າ, ເປັນນຶ່ງໃນສະມາຊິກຄອບຄົວຂອງເຮືອນທີ່ຜະລິດເສັ້ນເຝີ ເຊິ່ງມີຊື່ໜ້າຮ້ານວ່າ ຮ້ານແສງຈັນນາອູ່, ຕັ້ງຢູ່ບ້ານນາອູ່ ແຂວງຊຽງຂວາງ. ນາງກ່່າວໃຫ້ຟັງວ່າ ເສັ້ນເຝີ ທີ່ຄອບຄົວຂອງນາງຜະລິດ ແມ່ນຜະລິດຈາກ ເຂົ້າຈ້າວແດງ 100 ເປີ ເຊັນ, ເຊິ່ງຄວາມຫອມ ຊິແຕກຕ່າງຈາກເສັ້ນເຝີທົ່ວໄປແລະແຊບເປັນເອກະລັກ ເນື່ອງຈາກເຂົ້າຈ້າວແດງນີ້ ຈະເປັນເຂົ້າທ້ອງຖິ່ນຂອງແຂວງຊຽງຂວາງ ໂດຍເຂົ້າຈ້າວຊະນິດນີ້ ຈະບໍ່ສາມາດຫູງກິນໄດ້ຄືເຂົ້າຈ້າວທົ່ວໄປ ຍ້ອນວ່າມັນແຂງ ແຕ່ເໝາະສໍາລັບເຮັດເຂົ້າປາດ ເຂົ້າປຸ້ນ ເສັ້ນເຝີ ແລະອື່ນໆ ເຊິ່ງຂັ້ນຕອນໃນການຜະລິດແມ່ນເປັນຂັ້ນຕອນແບບພື້ນຖານເກືອບ 100 ເປີເຊັນ ຍົກເວັ້ນ ເຄື່ອງໂມ້ແປ້ງ ແລະເຄື່ອງຕັດເສັ້ນເທົ່ານັ້ນ.

ເສັ້ນເຝີທີ່ຕັດແລ້ວ (ເຝີປຽກ) ແລະພ້ອມຂາຍ, ເຝີຮ້ານແສງຈັນນາອູ່, ບ້ານນາອູ່, ແຂວງຊຽງຂວາງ, ສປປ ລາວ. (ພາກຈາກເຟສ໌ບຸກ ເຝີນາອູ່ ຊຽງຂວາງ)
ເສັ້ນເຝີທີ່ຕັດແລ້ວ (ເຝີປຽກ) ແລະພ້ອມຂາຍ, ເຝີຮ້ານແສງຈັນນາອູ່, ບ້ານນາອູ່, ແຂວງຊຽງຂວາງ, ສປປ ລາວ. (ພາກຈາກເຟສ໌ບຸກ ເຝີນາອູ່ ຊຽງຂວາງ)

ໃນນັ້ນ, ວັດຖຸດິບທີ່ເປັນເຂົ້າຈ້າວແດງ ຈະມີສະໜອງໃຫ້ໄດ້ຕາມຄວາມຕ້ອງ ການໝົດປີ ໂດຍມາຈາກຊາວບ້ານຢູ່ໃນທ້ອງຖິ່ນ ແລະຈາກນາຂອງຄອວຄົວເອງ. ໃນການຜະລິດ, ແຕ່ລະມື້ຈະນໍາໃຊ້ເຂົ້າປະມານ 200 ຫາ 300 ກິໂລ ແລະຜະລິດໄດ້ເສັ້ນເຝີທັງໝົດປະມານ 400 ຫາ 500 ກິໂລ ໂດຍໃນຈໍານວນທັງໝົດນີ້ ຈະແຍກອອກມາເປັນເຝີແຫ້ງສ່ວນ, ເຝີປຽກ ແລະເສັ້ນເຂົ້າປຽກ ເຊິ່ງຜະລິດຈາກແຜ່ນສົດກ່ອນເອົາໄປຕາກເປັນເສັ້ນເຝີ ແລ້ວໂຮຍແປ້ງ. ນາງກ່າວວ່າ ເສັ້ນເຝີປຽກຈະຂາຍດີກວ່າໝູ່.

ນາງກ່າວວ່າ ແຕ່ກ່ອນກໍຜະລິດກັນກິນເອງ ແຕ່ເຫັນວ່າການຜະລິດ ແລະຈໍາໜ່າຍ ສາມາດສ້າງລາຍຮັບໄດ້ ຈຶ່ງໄດ້ກາຍມາເປັນອາຊີບຫຼັກ ທີ່ບໍ່ສະເພາະແຕ່ຄອບຄົວຂອງນາງເອງ ແຕ່ສໍາລັບໝົດທຸກຄອບຄົວຢູ່ໃນບ້ານນາອູ່.

“ເລື້ອງການວ່າເຮັດເຝີຫັ້ນເນາະ ຢູ່ໃນຄອບຄົວ ກະເຮັດມາຕັ້ງແຕ່ລຸ້ນປູ່ ລຸ້ນຍ່າ ຈົນວ່າສືບທອດມາຮອດພໍ່ເຖົ້າແມ່ເຖົ້າເນາະ ແລະກະຮອດລຸ້ນພໍ່ລຸ້ນແມ່ ແລະກະຮອດລຸ້ນເຮົານິ ຖາມວ່າມັນສ້າງລາຍຮັບ ຫຼືວ່າສ້າງເປັນກິດຈະການໃຫ້ຄອບຄົວໄດ້ບໍ ມັນກະໄດ້ຫຼາຍເຕີບຫັ້ນລະເນາະ ມັນສາມາດສ້າງເປັນສິນຄ້າ ສ້າງລາຍຮັບໃຫ້ຫັ້ນນະ ເປັນຊ່ອງທາງທີ່ຈະສ້າງລາຍຮັບໃຫ້ຄອບຄົວເຮົາໄດ້, ແລ້ວອີກຢ່າງບໍ່ແມ່ນແຕ່ພາຍໃນຄອບຄົວເຮົາຜູ້ດຽວເນາະ ພາຍໃນບ້ານນາອູ່ຫັ້ນນະ ກະເອີ້ນວ່າໝົດບ້ານຫັ້ນແຫຼະ ເພາະວ່າມັນເປັນສິນຄ້າ ODOP ຂອງບ້ານເນາະ ເກືອບທຸກໆຄົວຫັນ້ແຫຼະ ເຮັດເຝີຂາຍເປັນລາຍຮັບຂອງຄອບຄົວພາຍໃນບ້ານເລີຍ.”

ເວົ້າລວມແລ້ວ, ການສ້າງອາຊີບດ້ວຍການຜະລິດເສັ້ນເຝີ ບໍ່ສະເພາະແຕ່ຈະສ້າງລາຍຮັບໃຫ້ຄອບຄົວ ແຕ່ຍັງສາມາດນໍາໃຊ້ ພ້ອມທັງຫັນປ່ຽນ ແລະຍົກຜົນຜະລິດຂອງເຂົ້າ ໃຫ້ກາຍມາເປັນສິນຄ້າທີ່ມີຊື່ສຽງຂອງທ້ອງຖິ່ນ, ແລະສ້າງລາຍຮັບໃຫ້ແກ່ຄອບຄົວ ແລະໃນຊຸມຊົນອີກດ້ວຍ.

XS
SM
MD
LG