ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ເປົ້າໝາຍຂອງການສະຫຼອງບຸນປີໃໝ່ລາວ ຢູ່ທີ່ວັດລາວ ໃກ້ກັບນະຄອນຫຼວງວໍຊິງຕັນ ຂອງ ສະຫະລັດ


ງານສະຫຼອງບຸນປີໃໝ່ລາວ ຢູ່ທີ່ວັດລາວໃນຂົງເຂດອ້ອມແອ້ມນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.

ການສະເຫຼີມສະຫຼອງງານບຸນປະເພນີທີ່ປະຕິບັດກັນມາຕັ້ງແຕ່ມາຕັ້ງຖິ່ນຖານໃໝ່ຂອງຄົນລາວຢູ່ໃນຕ່າງຖິ່ນ ກໍເພື່ອສືບສານຕາມຮີດຄອງດັ່ງເດີມ ຄື ຮີດ 12 ຄອງ 14 ເໝືອນດັ່ງ ພໍ່-ແມ່ ແລະບັນພະບູລຸດເຄີຍສືບທອດມາ ຕັ້ງແຕ່ບູຮານ, ທິບສຸດາ ມີລາຍງານເພີ້ມເຕີມກ່ຽວກັບການປະຕິບັດງານບຸນປະເພນີດັ່ງກ່າວນີ້ ຢູ່ທີ່ວັດລາວພຸດທະວົງ ໃນເມືອງແຄັດເລັດທ໌ ລັດເວີຈິເນຍ ມາສະເໜີທ່ານ.

ສໍາລັບວັດລາວພຸດທະວົງ ເປັນວັດໃຫຍ່ທີ່ຖືກສ້າງຕັ້ງຂຶ້ນ ໃນວັນທີ 17 ມີນາ ປີ 1985, ຕັ້ງຢູ່ເມືອງແຄັດເລັດທ໌ (Catlett), ລັດເວີຈິເນຍ. ເປັນວັດທໍາອິດທີ່ຕັ້ງຂຶ້ນມາຢູ່ໃນຂົງເຂດໃກ້ຄຽງກັບນະຄອນຫຼວງສະຫະລັດ ເພື່ອເຕົ້າໂຮມຊາວພຸດລາວທີ່ພາກັນມາຕັ້ງຖິ່ນຖານໃໝ່ຢູ່ທີ່ນີ້ ໃຫ້ໄດ້ມີໂອກາດຈັດບຸນປະເພນີອັນສໍາຄັນຕ່າງໆຮ່ວມກັນ. ສໍາລັບບຸນປີໃໝ່ລາວ ໃນປີນີ້, ທາງວັດເພິ່ນໄດ້ຈັດບຸນປີໃໝ່ລາວຂຶ້ນກົງກັບວັນ 4-5 ພຶດສະພາ 2024, ເຊິ່ງ ຍານາງແກ້ວວຽງໄຊ ທໍາວົງສາ ປະທານຜູ້ຮັບຜິດຊອບຈັດງານບຸນປະຈໍາປີນີ້ກ່າວວ່າ ເຫດຜົນທີ່ເລືອກເອົາມື້ນີ້ ກໍເນື່ອງຈາກຄວາມພ້ອມຂອງໂອກາດ ແລະເວລາ:

“ສໍາລັບການກະກຽມປີໃໝ່ລາວໃນແຕ່ລະປີ ສະເພາະປີນີ້ ກ່ອນອື່ນໝົດພວກເຮົາຕ້ອງມີການປະຊຸມຄົ້ນຄິດກັນ ວ່າຈະເຮັດໃນມື້ໃດໃຫ້ມັນເໝາະສົມ, ເພາະວ່າຖ້າຈະເອົາຖືກຕ້ອງຕາມມື້ປີໃໝ່ລາວແທ້ໆມັນກໍຈະເປັນໄປບໍ່ໄດ້ຍ້ອນວ່າ: ນຶ່ງມາສະພາບອາກາດ, ສອງມາ ຢູ່ອາເມຣິກາມັນມີຫຼາຍວັດ, ຖ້າເຮົາຈະເຮັດຖືກກັບວັດອື່ນ ຄົນກະຈະຕ້ອງບໍ່ມາ. ສະນັ້ນ ເຮົາຕ້ອງມີການຄຸ້ນຄິດພິຈາລະນາ ແລະກະປະຊຸມຕົກລົງກັນວ່າຈະເຮັດມື້ໃດ ອັນນີ້ແມ່ນແຜນທໍາອິດຂອງວັດລາວພຸດທະວົງ. ຖາມ: ແລ້ວເປັນຫຍັງພວກເຮົາຈື່ງເລືອກເອົາຊ່ວງນີ້? ຕອບ: ພວກເຮົາເລືອກເອົາເດືອນ 5 ລະຫວ່າງວັນທີ 4 ຫາ ວັນທີ 5 ເພາະວ່າ ວັດອື່ນໆໄດ້ເຮັດໄປໝົດແລ້ວ ພວກເຮົາກະເລີຍເລືອກເຮັດສຸດທ້າຍ ເພື່ອຕ້ອງການແຂກເຂົ້າມາຊົມວັດຂອງພວກເຮົາ ແລະກໍມາຮ່ວມມື່ນຊື່ນໃນງານປີໃໝ່ລາວ.”

ການຈັດງານບຸນຢູ່ໃນສະຫະລັດຂອງຊຸມຊົນລາວ ຫຼືຊຸມຊົນອື່ນໆ ອາດຈະຕ່າງຈາກການຈັດງານບຸນຕາມປະຕິທິນຂອງຈັນທະຣະຄະຕິ ເນື່ອງຈາກປະຊາຊົນຢູ່ໃນຊຸມຊົນ ສາມາດມາພົບປະກັນໄດ້ ແຕ່ຍາມວັນພັກທ້າຍອາທິດເທົ່ານັ້ນ.

ນາງສັງຂານປະຈໍາປີ 2567, ວັດລາວພຸດທະວົງ, ເມືອງແຄັດເລັດທ໌ມ ລັດເວີຈິເນຍ.
ນາງສັງຂານປະຈໍາປີ 2567, ວັດລາວພຸດທະວົງ, ເມືອງແຄັດເລັດທ໌ມ ລັດເວີຈິເນຍ.

ໃນມື້ທໍາອິດຂອງການສະຫຼອງງານບຸນທີ່ນີ້, ພວກເພິ່ນຈະມີການຈັດພິທີທາງສາສະໜາ ດ້ວຍການໃສ່ບາດຈາກບັນດາອອກຕົນຍາດໂຍມ, ເຊິ່ງໃນປີນີ້ ເຖິງຈະມີຝົນຕົກລິນໜ້ອຍນຶ່ງກໍຕາມ ແຕ່ກໍຍັງມີຜູ້ມີສັດທາຈໍານວນຫຼາຍເຂົ້າມາຮ່ວມທໍາບຸນ. ນອກຈາກນັ້ນ ໃນເວລາຕອນບ່າຍ, ເພິ່ນກໍຍັງໄດ້ມີການແຫ່ພຣະພຸທະສິຣິຣາດ ສັນຕິສຸກມິ່ງມົງຄຸນ ເຊິ່ງເປັນພຣະທອງຄຳມິ່ງຂັວນຂອງຊຸມຊົນລາວ ປະຈໍາວັດລາວພຸດທະວົງ, ແລະກໍມີການແຫ່ນາງສັງຂານ ໂດຍນາງສັງຂານໃນປີນີ້ ມີນາມວ່າ ມະໂຫທອນເທວີ ປະທັບມາເທິງຫຼັງນົກຍຸງ ມືຂວາຖື ກົງຈັກ ມືຊ້າຍຖື ຕຣີສູນ (ຫອກສາມຫງ່າມ).

ສາດສະດາຈານ ດຣ. ສາຍສະໝອນ ປຣະສອນໄຊ, ອະດີດຄະນະບໍດີປະຈໍາພາກວິຊາການສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະເປັນອະດີດທີ່ປຶກສາດ້ານການສຶກສາຂອງ ສປປ ລາວ ປະຈໍາອົງການ UNESCO ທີ່ມີສໍານັກງານໃນນະຄອນຫຼວງປາຣີ, ທ່ານມີໂອກາດໄດ້ມາຢ້ຽມຢາມສະຫະລັດ ແລະໄດ້ໄປເຫັນການສະຫຼອງບຸນປີໃໝ່ລາວ ຢູ່ທີ່ນີ່ ໄດ້ກ່າວວ່າ ທ່ານປະທັບໃຈຫຼາຍທີ່ເຫັນຄົນລາວ ແລະຊຸມຊົນລາວຢູ່ທີ່ນີ້ ຍັງຄົງຮັກສາຮີດເກົ່າຄອງເດີມໄວ້ຢ່າງງົດງາມ:

“ໃນນາມຂ້າພະເຈົ້າມາແຕ່ວຽງຈັນ ໄດ້ມາຮ່ວມງານປີໃໝ່ລາວຢູ່ວັດລາວພຸດທະວົງ ຂ້າພະເຈົ້າຮູ້ສຶກດີໃຈ ຄືເຮົາເຄີຍທໍາບຸນຮ່ວມຊາດ ຕັກບາດຮ່ວມຂັນ ເຮົາເປັນຊາວພຸດ, ແຕ່ປະເພນີອັນດີງາມຂອງພວກເຮົາແນວນີ້ນະ ກະບ່ມີຄວາມແຕກຕ່າງ ມັນຕ່າງແຕ່ສະຖານທີ່ ທີ່ເຮົາຊາວພຸດຮອດຍາມກໍພາກັນສະເຫຼີມສະຫຼອງ ເຊິ່ງວ່າຢູ່ໃສກໍບ່ຕ່າງກັນ, ເລື້ອງຮີດຄອງປະເພນີ ຂະບວນການຕ່າງໆ ຂ້າພະເຈົ້າຮູ້ສຶກພູມໃຈ ແລະຮູ້ສຶກດີໃຈຫຼາຍທີ່ເຮົາວ່າເອີ ເຫັນພີ່ນ້ອງເຮົາເຖິງວ່າຈະຢູ່ຕ່າງແດນ ຢູ່ໄກປານໃດກະຢ່າ ຮີດຄອງປະເພນີອັນດີງາມນີ້ເຮົາຍັງພ້ອມກັນຮັກສາໄວ້ ແລະກໍສົ່ງເສີມຕະຫຼອດໄປ.”

ການແຫ່ນາງສງຂານປະຈໍາປີ 2567 ຢູ່ທີ່ວັດລາວພຸດທະວົງ, ເມືອງແຄັດເລັດທ໌ມ ລັດເວີຈິເນຍ.
ການແຫ່ນາງສງຂານປະຈໍາປີ 2567 ຢູ່ທີ່ວັດລາວພຸດທະວົງ, ເມືອງແຄັດເລັດທ໌ມ ລັດເວີຈິເນຍ.

ທ່ານນາງທິບສະຫວັນ, ກໍເປັນນັກທ່ອງທ່ຽວອີກຄົນນຶ່ງທີ່ມາແຕ່ ສປປ ລາວ, ທ່ານນາງກ່າວວ່າ ການປະຕິບັດຕາມຮີດຄອງແມ່ນຄືກັນທຸກຢ່າງ ເຖິງແມ່ນວ່າຈະບໍ່ກົງກັບມື້ໃນປະຕິທິນຈັນທະຣະຄະຕິກໍຕາມ:

“ຮີດຄອງປະເພນີອັນດີງາມທີ່ ເຊື້ອຊາດລາວຍັງຮັກສາໄວ້ ໂດຍສະເພາະແລ້ວ ຮີດບໍ່ໃຫ້ໝອງ ຄອງບ່ໃຫ້ເສົ້າ, ເຫັນວ່າໂຕທີ່ແຕກຕ່າງແມ່ນວັນເວລາ ທີ່ວ່າອັນອື່ນໆແມ່ນມີຄ້າຍຄືກັນ ມີຕັກບາດ ໃສ່ບາດ ມີຕັ້ງກອງບຸນແມ່ນຫຍັງຕ່າງໆ ແລະກະມີການນຸ່ງຖືຕາມຮີດຄອງປະເພນີລາວ ນີ້ແມ່ນສິ່ງທີ່ພາກພູມໃຈ.”

ນອກຈາກການປະຕິບັດຕາມຮີດຄອງປະເພນີຂອງງານບຸນແລ້ວ, ເພິ່ນຍັງໄດ້ຈັດໃຫ້ມີງານຕະຫຼາດນັດ ມີການຄ້າຂາຍເຄື່ອງຂອງ ນັບຕັ້ງແຕ່ອາຫານການກິນທັງຄາວ-ຫວານຕ່າງໆ, ຕະຫຼອດເຖິງ ເສື້ອຜ້າ, ເຄື່ອງໃຊ້ ແລະອື່ນໆອີກຫຼວງຫຼາຍ ເຊິ່ງໃນນັ້ນ ຜູ້ທີ່ມາຄ້າຂາຍເບ້ຍໄມ້ ແລະອາຫານ ນາງຄັນ ເດີນທາງມາຈາກລັດ ຄາໂຣໄລນາເໜືອ ກ່າວວ່າ ນາງຈະໄປຂາຍເຄື່ອງທຸກໆຂົງເຂດ ທາງທິດຕາເວັນອອກ ແລະລັດໃກ້ຄຽງທີ່ມີງານບຸນ, ນາງກ່າວວ່າ ການຂາຍກໍຖືວ່າດີຢູ່, ແຕ່ສິ່ງທີ່ເຮັດໃຫ້ນາງມັກໄປຄ້າຂາຍຕາມສະຖານທີ່ຕ່າງໆຄື ມັນໄດ້ເຮັດໃຫ້ນາງໄດ້ພົບປະກັບຜູ້ຄົນທີ່ຫຼາກຫຼາຍ ໄດ້ເວົ້າລົມກັບຜູ້ຄົນ, ໄດ້ທັກທາຍ ແລະມີຮອຍຍິ້ມໃຫ້ກັນ.

ຜູ້ຂາຍເບ້ຍພັກ ແລະເບ້ຍໄມ້ຊາວອາເມຣິກັນເຊື້ອສາຍເອເຊຍ, ຈາກລັດຄາໂຣໄລນາເໜືອ.
ຜູ້ຂາຍເບ້ຍພັກ ແລະເບ້ຍໄມ້ຊາວອາເມຣິກັນເຊື້ອສາຍເອເຊຍ, ຈາກລັດຄາໂຣໄລນາເໜືອ.

ທ້າວໂຕ້, ຜູ້ຄ້າຂາຍອີກຄົນນຶ່ງກ່າວວ່າ ລາວໄປເລາະຂາຍແບບນີ້ເລື້ອຍຂອງທ້າຍອາທິດ ໂດຍສະເພາະໃນຊ່ວງຍາມບຸນ, ແລະກໄດ້ດີຢູ່ ເຖິງແມ່ນໃນມື້ນີ້ຈະມີຝົນຕົກກໍຕາມ:

“ນອກຈາກຝົນຕົກແລ້ວກໍພໍໄດ້ຢູ່ໃດ ແຮັບປີຢູ່ ດີ ດີຢູ່.”

ແລະສິ່ງທີ່ຂາດບໍ່ໄດ້ອີກອັນນຶ່ງໃນງານບຸນຂອງຊຸມຊົນຕ່າງໆ ກໍຄືສຽງເພງຂອງບັນດາສີລປິນ ທີ່ມາຂັບຮ້ອງ ແລະສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ກັບທຸກຄົນທີ່ມາຮ່ວມໃນງານ, ເຊິ່ງຍານາງ ຄານາງ, ໝໍລໍາຈາກລັດນິວຢອກ ທີ່ມາຮ້ອງເພງຢູ່ວັດດັ່ງກ່າວ ໃນທຸກໆປີ ເປັນເວລາ 15 ປີ ກ່າວວ່າ ຮູ້ສຶກດີໃຈທີ່ມີສ່ວນຊ່ວຍສ້າງຄວາມສຸກ ແລະຮອຍຍິ້ມໃຫ້ທຸກໆຄົນ.

“ຄໍານາງເອງກະໄດ້ມາລໍາຢູ່ວັດລາວພຸດທະວົງນີ້ໄດ້ສິບກວ່າປີ, 15 ປີ, ຄວາມຮູ້ສຶກທີ່ວ່າວັດລາວພຸດທະວົງ ທີ່ໄດ້ມາຊ່ວຍເພິ່ນນິ ກະດີທຸກສິ່ງທຸກຢ່າງ, ເຮົາເຮັດເພື່ອພະພຸດທະສາສະໜາ ວັດອັນນີ້ກະຄືວັດທຸກໆຄົນ ແລະທົ່ວໂລກ, ຄືສາສະໜາພຸດ ຄົນລາວ ຄົນໄທ ຄົນອາເມຣິກາ ກະມາຮ່ວມໄດ້ໝົດສູ່ຄູ່ສູ່ຄົນ...ເອື້ອຍຄໍານາງ ກໍຂໍຝາກ.”

ເວົ້າລວມແລ້ວ, ເຖິງແມ່ນການຈັດງານບຸນ ຈະບໍ່ກົງກັບວັນເວລາຕາມປະຕິທິນຈັນທະຣະຄະຕິ ແຕ່ງານບຸນປີໃໝ່ລາວ ກໍຍັງສືບສານປະເພນີ ແລະວັດທະນະທໍາຂອງບັນພະບູລຸດ ເພື່ອໃຫ້ທຸກໆຄົນ ທຸກໆເຊື້ອຊາດ ໄດ້ເຂົ້າມາຮ່ວມແລະເຕົ້າໂຮມກັນ ພ້ອມທັງຍັງເປັນໂອກາດທີ່ດີໃຫ້ຫຼາຍໆຄົນ ໄດ້ເຂົ້າມາຫົດສົງພະ ແລະຜູກຂໍ້ຕໍ່ແຂນໃຫ້ກັນ ທັງຍັງເຮັດໃຫ້ຜູ້ຄົນມີໂອກາດໄດ້ເວົ້າລົມກັນ ແລະຫົດນໍ້າສົມມາ ຂໍອະໂຫຊິກໍາເຊິ່ງກັນ ແລະກັນ ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG