ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ການລັກລອບຕັດໄມ້ ແລະ ຄ້າໄມ້ເຖື່ອນຍັງຄົງເກີດຂຶ້ນໃນທົ່ວປະເທດ ທັງຍັງເຮັດໃຫ້ສະຫະພາບ ຢູໂຣບ ບໍ່ຍອມຕົກລົງທາງການຄ້າ ເພື່ອຮັບການນຳເຂົ້າສິນຄ້າໄມ້ສຳເລັດຮູບຈາກ ລາວ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຍອມຮັບວ່າການລັກລອບຕັດໄມ້ ແລະ ຄ້າໄມ້ເຖື່ອນຍັງຄົງເກີດຂຶ້ນໃນທົ່ວປະເທດ ລາວ ເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ດຳເນີນມາດຕະການປາບປາມ ແລະ ກວດສອບຕາມຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາກໍຕາມ ຫາກແຕ່ກໍຍັງມີການບຸກລຸກ ແລະ ລັກລອບຕັດໄມ້ຢູ່ໃນເຂດຫວງຫ້າມເກີດຂຶ້ນຢູ່ເລື້ອຍມາ ຊຶ່ງເຫັນໄດ້ຈາກການທີ່ໜ່ວຍສະເພາະກິດຂອງລັດຖະບານ ສາມາດຍຶດໄມ້ເຖື່ອນ ແລະ ກວດພົບການບຸກລຸກເຂດປ່າຫວງຫ້າມໃນຫຼາຍພື້ນທີ່ທົ່ວປະເທດ ລາວ ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ
"ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ແລະ ກວດເຫັນການບຸກລຸກປ່າໄມ້ທັງໝົດ 6,421 ເຮັກຕາ ພາຍຫຼັງລັດຖະບານໄດ້ອອກຄຳສັ່ງສະບັບດັ່ງກ່າວຈົນຮອດເດືອນມິຖຸນາ 2019 ຄະນະຮັບຜິດຊອບປະມູນຂາຍໄມ້ໃນທົ່ວປະເທດໄດ້ຮັບໄມ້ຍຶດລວມທັງໝົດ 98,023 ແມັດກ້ອນ ແລະ 531.44 ໂຕນ"
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຢືນຢັນວ່າ ຄະນະຜູ້ຕາງໜ້າ
ການຄ້າຂອງສະຫະພາບຢູໂຣບ ຍັງບໍ່ມີທີທ່າວ່າຈະຕົກລົງອະນຸຍາດໃຫ້ມີການນຳເຂົ້າ
ສິນຄ້າປະເພດໄມ້ສຳເລັດຮູບຈາກ ລາວ ແຕ່ຢ່າງໃດ ເຖິງແມ່ນວ່າຄະນະຜູ້ແທນການ
ຄ້າຂອງ ລາວ ກັບສະຫະພາບ ຢູໂຣບ ໄດ້ເຈລະຈາກັນມາແລ້ວ 3 ຄັ້ງໃນຊ່ວງປີ 2017-
2019 ແຕ່ຍັງຈະສືບຕໍ່ການເຈລະຈາຈົນກວ່າສະຫະພາບຢູໂຣບ ຈະໝັ້ນໃຈວ່າ ລັດຖະ
ບານ ລາວ ສາມາດຢຸດຢັ້ງການລັກລອບຕັດໄມ້ໄດ້ຢ່າງຊິ້ນເຊີງແລ້ວ ຈຶ່ງຈະພິຈາລະນາ
ເປີດຕະຫຼາດສະຫະພາບ ຢູໂຣບ ເພື່ອຮັບເອົາການນຳເຂົ້າຜະລິດຕະພັນໄມ້ສຳເລັດຮູບ
ຈາກ ລາວ.
ທັງນີ້ ສະຫະພາບ ຢູໂຣບ ກໍໄດ້ກຳນົດເງື່ອນໄຂເພື່ອປະກອບການພິຈາລະນາດັ່ງກ່າວ
ໃນ 6 ດ້ານດ້ວຍກັນ ຊຶ່ງໃນນີ້ທາງການ ລາວ ສາມາດປະຕິບັດໄດ້ແລ້ວ 3 ດ້ານກໍຄືການ
ກຳນົດໃຫ້ນຳເອົາໄມ້ຈາກປ່າຜະລິດເທົ່ານັ້ນມາແປຮູບເປັນສິນຄ້າສຳເລັດຮູບ ການກຳ
ນົດພັນທະລະຫວ່າງ ແຮງງານກັບການຜະລິດ ແລະ ການຂຶ້ນທະບຽນຫົວໜ່ວຍທຸລະ
ກິດຄ້າໄມ້ ສ່ວນ 3 ເງື່ອນໄຂທີ່ຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບ ຢູໂຣບ
ຍັງບໍ່ເຊື່ອໝັ້ນວ່າ ທາງການ ລາວ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຄືການພັດທະ
ນານິຕິກຳ ກ່ຽວກັບ ປ່າໄມ້ ການພັດທະນາລະບົບຄ້ຳປະກັນໄມ້ທີ່ຖືກກົດໝາຍໃຫ້ເປັນ
ເອກະສານທີ່ສົມບູນ ແລະ ການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບ ໂດຍສະ
ເພາະແມ່ນການຮັບປະກັນວ່າ ໄມ້ທີ່ນຳເອົາມາແປຮູບນັ້ນເປັນໄມ້ທີ່ຖືກກົດໝາຍຢ່າແທ້
ຈິງນັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການອະທິບາຍວ່າ
"ໄມ້ ແລະ ຂະບວນການທີ່ຖືກຕ້ອງຕາມກົດໝາຍອັນນຶ່ງລະແມ່ນໄມ້ຈາກປ່າຜະລິດ ຊຶ່ງ
ມາຮອດປັດຈຸບັນພາຍໃຕ້ການສະໜັບສະໜູນທຶນຮອນຈາກທະນາຄານໂລກ ແລະ
ລັດຖະບານ ຟິນແລນ ພວກເຮົາໄດ້ເຮັດສຳເລັດໝົດແຜນຈັດສັນປ່າຜະລິດ ແລະ ຮູ້ໄດ້
ແລ້ວວ່າ ໃນແຕ່ລະເຂດປ່າຜະລິດນີ້ ຈະສາມາດຂຸດຄົ້ນໄມ້ອອກມາໄດ້ເທົ່າໃດ ຂົນສົ່ງ
ອອກມາສະໜາມ 2 ແນວໃດ ມາຮອດສະໜາມ 3 ແນວໃດ ໝາຍຄວາມວ່າ ເຮົາຕ້ອງມີ
ນິຕິກຳເປັນຕົວຢັ້ງຢືນ. ອັນທີສອງແມ່ນໄມ້ຈາກເຂດຫັນປ່ຽນທີ່ລັດຖະບານອະນຸຍາດ
ແລະ ສະພາຮັບຮອງເປັນຕົ້ນແມ່ນຫັນປ່ຽນໄປເປັນໂຄງການພື້ນຖານໂຄງລ່າງເຂື່ອນ
ໄຟຟ້າ ບໍ່ແຮ ຫຼືວ່າເຂດພັດທະນາທີ່ຈຳເປັນ."
ລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍ
ການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016
ເປັນຕົ້ນມາ ແລະ ໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ 1,545 ແຫ່ງ ຈັບກຸມຜູ້ ກະທຳຄວາມຜິດ 700 ຄົນ ປິດໂຮງເລື່ອຍ 1,206 ແຫ່ງທີ່ມີສ່ວນກ່ຽວຂ້ອງໃນການ
ລັກລອບຕັດໄມ້ ແລະ ຄ້າໄມ້ໂດຍຜິດກົດໝາຍໃນປີ 2017 ສ່ວນໃນປີ 2018 ກໍສັ່ງປິດ
ໂຮງງານໄມ້ທີ່ບໍ່ໄດ້ມາດຕະຖານ 952 ແຫ່ງຈາກທີ່ມີຢູ່ທັງໝົດ 2,102 ແຫ່ງທົ່ວປະເທດ
ແລະ ຍຶດໄມ້ທີ່ຜິດກົດໝາຍທີ່ໄດ້ນຳອອກປະມູນຂາຍໄດ້ເງິນເຂົ້າງົບປະມານລັດຖະບານ
ເກີນກວ່າ 51 ຕື້ກີບກັບ 2 ລ້ານໂດລາ.
ກະຊວງກະສິກຳ ແລະປ່າໄມ້ກໍປະເມີນວ່າ ສະພາບປ່າໄມ້ໃນລາວ ຍັງຄົງມີຄວາມໜາ
ແໜ້ນເຫຼືອຢູ່ ປະມານ 58 ເປີເຊັນ ຂອງເນື້ອທີ່ທັງໝົດໃນ ລາວ ໝາຍຄວາມວ່ານັບຈາກ
ປີ 2020 ລັດຖະບານລາວ ຕ້ອງເພີ້ມປ່າໄມ້ໃຫ້ໄດ້ 12 ເປີເຊັນຈຶ່ງຈະບັນລຸເປົ້າໝາຍ
ການເພີ້ມການ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ
ໃນປີ 2020 ດັ່ງກ່າວ ຫາກແຕ່ບັນຫາທ້າທາຍກໍຄື ການລັກລອບຕັດໄມ້ທີ່ເກີດຂຶ້ນຢ່າງ
ກວ້າງຂວາງ ທັງນີ້ອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າ ເຂດ
ທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດຄືຊາຍແດນ ລາວ ທີ່ຕິດຕໍ່ກັບ ຫວຽດນາມ ແລະ ຈີນ.