ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດໂຄວິດ 19 ໄດ້ຮັບຜົນກະທົບຕໍ່ ການຫລຸດຜ່ອນຄວາມຍາກຈົນໃນ ສປປ ລາວ


ກອງປະຊຸມຫລຸດຜ່ອນຄວາມຍາກຈົນໃນ ສປປ ລາວ
ກອງປະຊຸມຫລຸດຜ່ອນຄວາມຍາກຈົນໃນ ສປປ ລາວ

ການແຜ່ລະບາດຂອງເຊື້ອໄວຣັສ Covid-19 ສົ່ງຜົນກະທົບຕໍ່ການຫລຸດຜ່ອນບັນຫາ
ຍາກຈົນໃນລາວ ທັງຍັງຄາດວ່າປະຊາຊົນລາວຈະຕົກຢູ່ພາຍໃຕ້ສະພາບ ທຸກຈົນເພີ້ມ
ຂຶ້ນອີກໃນປີ 2020 ນີ້ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງ ກະຊວງ
ແຜນການແລະການລົງທຶນຖະແຫຼງວ່າ ເປົ້າໝາຍສຳຄັນຂອງການຈັດ ຕັ້ງປະຕິບັດ
ໂຄງການພັດທະນາຊົນນະບົດໃນປີ 2020 ນີ້ກໍຄືການຍົກລະດັບສະ ພາບຊີວິດການ

ເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ແລະຫລຸດພົ້ນອອກຈາກ ຄວາມຍາກຈົນໃຫ້ໄດ້ 3,234 ຄອບຄົວເພື່ອເພື່ອເຮັດໃຫ້ຍັງເຫຼືອ 60,160 ຄອບຄົວທີ່ຍາກຈົນ ຫຼື 4.9 ເປີ
ເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະ ເທດ ພ້ອມກັນນີ້ກໍຍັງຈະສ້າງບ້ານພັດ
ທະນາໃຫ້ໄດ້ 100 ບ້ານ ແລະຍົກລະດັບ ບ້ານໃຫຍ່ເປັນໂຕເມືອງນ້ອຍໃນຊົນນະບົດ
ໃຫ້ໄດ້ເພີ້ິມຂຶ້ນອີກດ້ວຍ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຕະຖານຄອບຄົວພົ້ນທຸກ ໃຫ້ໄດ້ 3,234
ຄອບຄົວ ຈະໃຫ້ຍັງເຫຼືອ 60,160 ຄອບຄົວ ເທົ່າກັບ 4.9 ເປີເຊັນ ແລ້ວກະສູ້ຊົນສ້າງ
ບ້ານພັດທະນາ ທີ່ເປັນຕົວແບບໃຫ້ບັນລຸມາດຕະຖານໃຫ້ໄດ້ 100 ບ້ານ ແລະກະສ້າງ
ດ້ວຍແບບບ້ານໃໝ່ກາຍເປັນຕົວເມືອງຢູ່ຊົນນະບົດ ໃຫ້ໄດ້ຕື່ມອີກ 18 ບ້ານ ຈາກ 65

ມາເປັນ 83 ບ້ານ.

ທາງດ້ານເຈົ້າໜ້າທີ່ທະນາຄານໂລກປະຈຳລາວເປີດເຜິຍວ່າ ກອງທຶນລົບລ້າງ ຄວາມ
ທຸກຍາກຍາກໃນລາວໄດ້ຮັບການສະໜັບສະໜູນງົບປະມານຄິດເປັນມູນ ຄ່າລວມ 54
ລ້ານໂດລາສະຫະລັດ ສຳລັບນໍາໃຊ້ໃນການຈັດຕັ້ງປະຕິບັດວຽກ ງານພັດທະນາພື້ນ
ຖານໂຄງລ່າງ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາ ຊົນໃນເຂດຊົນນະບົດ ໃນ
ປີ 2017-2019 ໃນນີ້ລັດຖະບານລາວທີ່ໄດ້ປະ ກອບສ່ວນພຽງ 6 ລ້ານໂດລາສະຫະລັດ
ໂດຍາສາມາດແກ້ໄຂບັນຫາຍາກຈົນ ໄດ້ 12,011 ຄອບຄົວ ລົບລ້າງບັນຫາຍາກຈົນໄດ
ຢ່າງສິ້ນເຊີງໃນ 200 ບ້ານ ສ້າງຕັ້ງບ້ານພັດທະນາໄດ້ ເພີ້ມຂຶ້ນເປັນ 4,138 ບ້ານ ທັງ
ພັດທະນາບ້ານໃໝ່ ເປັນຕົວເມືອງນ້ອຍໃນຊົນ ນະບົດໄດ້ເພີ້ມຂຶໍ້ນຈາກ 45 ເປັນ 56
ເມືອງ ຫາກແຕ່ກໍຍັງມີປະຊາຊົນທີ່ຍາກຈົນຢ່າງຍິ່ງ ເຫຼືອອີກກວ່າ 65,000 ຄອບຄົວ ຫຼື
5.34 ເປີເຊັນ ຂອງຄອບຄົວທັງໝົດໃນລາວໃນປັດຈຸບັນ.

ສ່ວນສະພາເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ ລາວ
ຈະຫລຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານ ລາວປະຕິ
ບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຕ້ອງບໍ່ຫລຸດ 1,242 ໂດລາສະຫະລັດ ຕໍ່ຄົນ ຊຶ່ງລາວປະຕິບັດໄດ້ທີ່ ລະດັບ 1,996 ໂດລາ
ສະຫະລັດ ຕໍ່ຄົນໃນປີ 2015 ສ່ວນດັດຊະນີຊັບສິນມະ ນຸດ (HAI) ທີ່ຕ້ອງເຖິງອັດຕາ ສະເລ່ຍ 66 ເປີເຊັນ ລາວປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ຈຶ່ງຍັງເຫຼືອພຽງດັດຊະນີ ຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ຈະຕ້ອງຕໍ່າກວ່າ 32 ເປີເຊັນ
ແຕ່ລາວຍັງປະຕິບັດໄດ້ທີ່ 33.7 ເປີ ເຊັນນັ້ນເອງ.

ທາງດ້ານທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະສິ່ງແວັດລ້ອມສະພາແຫ່ງຊາດ ຢືນຢັນວ່າ ການປະຕິບັດ ແຜນການພັດ
ທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາຊົນລາວຍັງມີ ປະສິດທິ ພາບຕໍ່າໃນ
ທຸກດ້ານ ໂດຍສະເພາະແມ່ນບັນຫາດ້ອຍປະສິດພາບ ຂອງໜ່ວຍງານ ແລະພະນັກ
ງານລັດເຮັດໃຫ້ການຫລຸດຜ່ອນຄວາມຍາກຈົນ ດຳເນີນໄປໄດ້ຢ່າງຊັກຊ້າທີ່ສຸດ ດັ່ງ
ຈະເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງ ລັດຖະບານລາວໃນປີ 2019 ບໍ່ສາມາດ
ບັນລຸເປົ້າໝາຍທີ່ວາງໄວ້ເກືອບທຸກ ດ້ານເຊັ່ນ ການເຂົ້າເຖິງ ຫລັກປະກັນດ້ານສຸ
ຂະພາບຂອງປະຊາຊົນ ທີ່ສາ ມາດປະຕິບັດໄດ້ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍ
ວາງໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວ ທັງໝົດ.

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)
ປະຈຳລາວຢືນຢັນວ່າ ບັນຫາແຜ່ລະບາດຂອງເຊື້ອໄວຣັສ Covid-19 ຈະເຮັດໃຫ້ມີ
ປະຊາຊົນລາວທີ່ຍາກຈົນເພີ້ມຂຶ້ນອີກ ທັງຍັງຈະເຮັດໃຫ້ການ ຈັດຕັ້ງປະຕິບັດເພື່ອລົບ
ລ້າງບັນຫາທຸກຍາກຂອງປະຊາຊົນລາວດຳເນີນໄປໄດ້ຢ່າງຊັກຊ້າອີກດ້ວຍ.

ທັງນີ້ໃນສະພາບການປົກກະຕິ ລັດຖບານລາວກໍສາມາດເຮັດໃຫ້ຄອບຄົວຍາກຈົນ
ລົດລົງໄດ້ບໍ່ເຖິງ 12,000 ຄອບຄົວໃນຊ່ວງ 3 ປີທີ່ຜ່ານມາຈຶ່ງຍັງເຫຼືອຄອບ ຄົວຍາກ
ຈົນເກືອບ 65,000 ຄອບຄົວ ຫຼື 5.34 ເປີເຊັນ ຂອງຄອບຄົວທັງໝົດ ສ່່ວນບ້ານຍາກ
ຈົນກໍລົດລົງພຽງ 200 ບ້ານ ແລະຍັງມີບ້ານຍາກຈົນ 1,536 ບ້ານ ເທົ່າກັບ 18,73 ເປີ
ເຊັນຈຶ່ງບໍ່ສາມາດຈະລົບລ້າງໄດ້ໃນປີນີ້ຢ່າງແນ່ນອນ.


XS
SM
MD
LG