ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການສິດທິມະນຸດຊົນ ແຫ່ງປະເທດໄທ ຮຽກຮ້ອງໃຫ້ລັດຖະບານໄທ ທົບທວນຂໍ້ຕົກລົງ ຮັບຊື້ກະແສໄຟຟ້າ ຈາກລາວ


ແຜນທີ່ເຂື່ອນ ເທິງແມ່ນໍ້າຂອງ
ແຜນທີ່ເຂື່ອນ ເທິງແມ່ນໍ້າຂອງ

ຄະນະກຳມະການສິດທິມະນຸດຊົນແຫ່ງປະເທດໄທ ຮຽກຮ້ອງໃຫ້ລັດຖະບານໄທ ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ໂດຍສະເພາະແມ່ນໂຄງການເຂື່ອນ ທີ່ກໍ່ສ້າງເທິງແນວນໍ້າຂອງໃນລາວນັ້ນ. ຊົງຣິດ ໂພນເງິນ ມີລາຍງາຍເລື້ອງນີ້ຈາກບາງກອກ.

ເຈົ້າໜ້າຄະນະກຳມາທິການສິດທິມະນຸດຊົນແຫ່ງຊາດໄທ ຫຼື ກສມ ເປີດເຜີຍວ່າ ຄະນະກຳມາທິການສິທິມະນຸດຊົນແຫ່ງຊາດໄທ ໄດ້ຍື່ນໜັງສືເຖິງຄະນະລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍ ໃຫ້ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ກໍ່ສ້າງຢູ່ເທິງແນວແມ່ນໍ້າຂອງໃນລາວນັ້ນ ເພາະເຫັນວ່າການສຶກສາສຳຫຼວດ ເພື່ອປ້ອງກັນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ ທັງຍັງປາກົດດ້ວຍວ່າການຕົກລົງຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທ ຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນ ເທິງແລວແມ່ນໍ້າຂອງໃນລາວນັ້ນ ຈະສົ່ງຜົນກະທົບທີ່ມີລັກສະນະຂ້າມພົມແດນເຖິງໄທດ້ວຍ ຊຶ່ງຖືເປັນການລະເມີດສິດຕາມລັດຖະທຳມະນູນຂອງປະຊາຊົນໄທດ້ວຍນັ້ນເອງ, ດັ່ງເຈົ້າໜ້າທີ່ໄທໄດ້ຢືນຢັນວ່າ:

ຄົນໄທກໍ່ຕ້ອງຮັບຮູ້ຂໍ້ມູນນີ້ ເພາະວ່າເຮົາກໍ່ມີລັດຖະທຳມະນູນ ຮັບຮອງສິດທິການເຂົ້າເຖິງຂໍ້ມູນ-ຂ່າວສານ ສິດທິການມີສ່ວນຮ່ວມໃນການພິຈາລະນາໂຄງການອັນນີ້, ສິດທິທີ່ຈະໄດ້ຮັບການຢຽວຢາຊົດເຊີຍ ແລະ ສິດທິທີ່ຈະໄດ້ຮັບຂໍ້ມູນສຳຄັນວ່າ ຖ້າມີຜົນກະທົບ ເຮົາຈະເຮັດຫຍັງ? ແນວໃດ? ອັນນີ້ ເຂົາຕ້ອງຮູ້ກ່ອນ ມີການພັດທະນາໂຄງການ ອັນນີ້ຄືປະເດັນທີ່ ກສມ ຈະກວດສອບເລື້ອງນີ້ ແລ້ວກໍມີແຜນຈະເຮັດຂະບວນການໄຕ່ສວນສາທາລະນະເລື້ອງແຜນພະລັງງານສຳຮອງໄຟຟ້າ ວ່າ ປະຊາຊົນທຸກຄົນຄວນຮັບຮູ້

ກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບ່ງ ຢູ່ເທິງແລວແມ່ນໍ້າຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມານີ້ ເຊິ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະ ບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍ ແລະ ຜູ້ລົງທຶນກໍ່ສ້າງເຂື່ອນປາກແບ່ງ ທີ່ມີກຳລັງຕິດຕັ້ງ 912 ເມກາວັດ ໂດຍສັນຍາດັ່ງກ່າວນີ້ ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ ໂດຍໄດ້ມີການກຳນົດລາຄາການຊື້-ຂາຍກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ ແຕ່ເມື່ອມີການຮ້ອງຂໍ ໃຫ້ມີການທົບທວນດັ່ງກ່າວ ຈຶ່ງເປັນຄວາມຮັບຜິດຊອບ ພາຍໃຕ້ລັດຖະທຳມະນູນທີ່ລັດຖະບານໄທ ຈະຕ້ອງປະຕິບັດຢ່າງເຄັ່ງຄັດ. ເຊິ່ງລວມເຖິງການທີ່ຈະຕ້ອງຂໍຂໍ້ມູນເພີ່ມຕື່ມ ຈາກກຸ່ມຜູ້ລົງທຶນໃນໂຄງການ ໂດຍຜ່ານຄະນະເລຂາທິການຂອງຄະນະກຳມາທິການແມ່ນໍ້າຂອງ (MRCS) ດ້ວຍ. ດັ່ງທີ່ເຈົ້າໜ້າທີ່ໃນລັດຖະບານໄທ ໃຫ້ການຢືນຢັນວ່າ:

ຝ່າຍໄທເຮົາກໍ່ມີ ຄະນະອະນຸກຳມາທິການວິຊາການ ທີ່ຕັ້ງຂຶ້ນມາໃນການສັງເຄາະ-ວິເຄາະປະເດັນດ້ານເທັກນິກ-ວິຊາການ ເພື່ອລາຍງານຕໍ່ຄະນະກຳມາທິການແມ່ນໍ້າຂອງ ແຫ່ງຊາດໄທ. ເຊິ່ງເຮົາກໍ່ຍັງເຫັນວ່າຍັງບໍ່ຄົບຖ້ວນ ຈຶ່ງເປັນທີ່ມາວ່າໃຫ້ MRCS ໄປດຳເນີນການເພີ້ມ ກໍ່ຄືເຮັດເອກະສານອອກມາໂຕນຶ່ງເອີ້ນວ່າ Rapid Assessment ໃນໄລຍະເລັ່ງດ່ວນວ່າ ໃຫ້ຄອບຄຸມມິຕິທີ່ຝ່າຍໄທຮ້ອງຂໍ ໂດຍສະເພາະມິຕິດ້ານສິ່ງແວດລ້ອມ​, ດ້ານເສດຖະກິດ-ສັງຄົມ,​ ຜົນກະທົບຂ້າມພົມແດນວ່າ ແລວນໍ້າມັນຈະປ່ຽນແນວໃດ? ລະດັບນໍ້າຂຶ້ນ-ລົງແນວໃດ?”

ໂຄງການເຂື່ອນປາກແບ່ງຈະນຳໃຊ້ເງິນ​ລົງທຶນກໍ່ສ້າງທັງໝົດປະມານ ນຶ່ງແສນລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງບໍລິສັດ China Datang Oversea Investment ຈາກຈີນ ກັບບໍລິສັດ Gulf Energy Development (ມະຫາຊົນ) ຈາກໄທໃນສັດສ່ວນ 51 ເປີເຊັນ ຕໍ່ 49 ເປີເຊັນ ເຊິ່ງການລົງນາມໃນສັນຍາດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ໄທ ທີ່ວ່າດ້ວຍການຊື້ພະລັງງານໄຟຟ້າຈາກລາວໃນປະລິມານລວມ 10,500 ເມັກກາວັດ ອັນຈະເປັນຜົນເຮັດໃຫ້ກຸ່ມລົງທຶນໃນໂຄງການສາມາດທີ່ຈະຫາແຫຼ່ງເງິນທຶນກູ້​ຢືມໃນປະເທດໄທໄດ້ໃນໄລຍະຕໍ່ໄປ.

ສ່ວນຜູ້ປະສານງານເຄືອຄ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ກໍ່ເປີດເຜີຍວ່າ ເຄືອຄ່າຍປະຊາຊົນໄທ ໄດ້ດຳເນີນການສຶກສາວິໄຈ ແລະ ຮວບຮວມຂໍ້ມູນກ່ຽວກັບຜົນກະທົບຈາກການສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງສຳເລັດແລ້ວ ເມື່ອບໍ່ດົນມານີ້ ໂດຍຈະໄດ້ນຳສະເໜີຕໍ່ຄະນະລັດຖະບານຊຸດໃໝ່ຂອງໄທ ພາຍໃນທ້າຍປີ 2023 ນີ້ ເພື່ອຈະຂໍ້ໃຫ້ລັດຖະບານໄທສະໜັບສະໜູນການຕັ້ງກອງທຶນບັນເທົາຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນໍ້າຂອງ ໂດຍເງິນສົມທົບເຂົ້າກອງທຶນນັ້ນ ຈະໄດ້ຈາກບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ​ທຳ​ມະ​ຊາດໃນແມ່ນໍ້າຂອງເປັນຫຼັກ.

XS
SM
MD
LG