ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ທະນາຄານແຫ່ງຊາດລາວ ຂະຫຍາຍອັດຕາການແລກປ່ຽນເງິນ ໃນທະນາຄານທຸລະກິດ ໃຫ້ກວ້າງຂຶ້ນ ແຕ່ເງິນກີບຍັງອ່ອນຄ່າ


ເງິນກີບລາວ
ເງິນກີບລາວ

ທະນາຄານແຫ່ງຊາດລາວ ຂະຫຍາຍອັດຕາການແລກປ່ຽນເງິນໃນທະນາຄານທຸ ລະກິດໃຫ້ກວ້າງຂຶ້ນ ແຕ່ວ່າກໍ່ຍັງບໍ່ສາມາດເຮັດໃຫ້ເງິນກີບແຂງຄ່າຂຶ້ນໄດ້ເລີຍ ເພາະວ່າຕະຫຼາດຍັງຕ້ອງການເງິນຕາຕ່າງປະເທດ ຫຼາຍກວ່າເງິນກີບ.

ນັກທຸລະກິດການຄ້າໃນລາວ ໃຫ້ທັດສະນະວ່າການຂະຫຍາຍອັດຕາການແລກ ປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອທີ່ຈະດຶງເອົາເງິນຕາຕ່າງ ປະເທດ ເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫລາຍຂຶື້ນນັ້ນ ຖືເປັນພຽງມາດຕະການ ທາງດ້ານເທັກນິກຂອງການເງິນ-ການທະນາຄານເທົ່ານັ້ນ ຈຶ່ງບໍ່ສາມາດທີ່ຈະແກ້ ໄຂບັນຫາການຕົກຕໍ່າລົງຂອງຄ່າເງິນກີບໄດ້ຢ່າງແທ້ຈິງ ເພາະວ່າປັດໄຈສຳຄັນທີ່ ເຮັດໃຫ້ຄ່າເງິນກີບຕົກຕໍ່າ ຄືຕະຫຼາດການຄ້າບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງ ເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່່າງປະເທດ ທີ່ເຮັດໃຫ້ ລາວຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດຢ່າງໜັກໜ່ວງ ກໍ່ຄືການປະ ເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງນັ້ນເອງ ດັ່ງທີ່ນັກທຸລະກິດ ລາວ ໄດ້ໃຫ້ການຢືນຢັນວ່າ:

ຕາມທັດສະນະພວກເຮົາຄິດວ່າ ຈະແກ້ໄຂບັນຫາເງິນເຟີ້ ກ່ອນອື່ນໝົດມັນຕິດພັນ ກັບອັດຕາແລກປ່ຽນ ເຮົາຕ້ອງເຂົ້າໃນໂຕນີ້ ເບື້ອງຕົ້ນນີ້ ເຮັດແນວໃດກະເຮັດ ໃຫ້ອັດຕາແລກປ່ຽນນີ້ ໃຫ້ມັນຄົງທີ່ສາກອ່ນ ຄັນອັດຕາແລກປ່ຽນບໍ່ຄົງທີ່ເຮົາເປັນ ປະເທດນຳເຂົ້າ ຜູ້ທີ່ຖືຄອງເງິນກີບກະບໍ່ຢາກຖືກຄອງເງິນກີບ ເຮົາສິລະດົມກັນ ຊໍ່າໃດກະລະດົມເນາະ ແຕ່ວ່າໃນຄວາມເປັນຈິງໃນການເຮັດທຸລະກິດມັນຕ້ອງໄດ້ ໄປຊໍາລະເປັນເງິນຕາຕ່າງປະເທດໄດ້ເງິນກີບມາປຶ໊ບຕ້ອງຂາຍອອກ ຕ້ອງໄປຊື້ ເງິນຕາຕ່າງປະເທດເຂົ້າມາ ສະນັ້ນການດີມານຕໍ່ເງິນກີບມັນນ້ອຍມັນກະເຮັດ ໃຫ້ຄຸນຄ່າມັນກະແຮງຫຼຸດໄປອີກ.”

ໂດຍໃນປີ 2023 ນີ້ ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາການແລກ ປ່ຽນເງິນໃນທະນາຄານທຸລະກິດແລ້ວ 2 ຄັ້ງ ຄືໃນເດືອນກຸມພາ ແລະ ເດືອນມິຖຸ ນາ ເຊິ່ງໄດ້ເພີ້ມລະດັບຄວາມຕ່າງຂອງອັດຕາແລກປ່ຽນລະຫວ່າງອັດຕາແລກປ່ຽນ ທາງການ ກັບອັດຕາທະນາຄານທຸລະກິດເປັນ 4.5 ເປີເຊັນ ກັບ 7.5 ເປີເຊັນ ຕາມລຳດັບ ດັ່ງທີ່ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດ ລາວ ໄດ້ຖະແຫຼງຢືນຢັນວ່າ:

ໄດ້ປະຕິບັດນະໂຍບາຍອັດຕາແລກປ່ຽນຕາສມກົນໄກຕະຫຼາດທີ່ມີການຄຸ້ມຄອງ ຂອງລັດ ໂດຍໄດ້ປັບກອບອັດຕາແລກປ່ຽນໃຫ້ທະນາຄານທຸລະກິດ ກວ້າງອອກ 2 ຄັ້ງ ຄັ້ງທີ 1 ໃນເດືອນກຸມພາ ແມ່ນເພີ້ມເປັນບວກ-ລົບ 4.5 ເປີເຊັນ ຄັ້ງທີ 2 ຢູ່ໃນເດືອນມິຖຸນາທີ່ຜ່ານມາ ແມ່ນເພີ້ມຂຶ້ນເປັນບວກ-ລົບ 7.5 ເປີເຊັນ ເພື່ອໃຫ້ທະ ນາຄານທຸລະກິດກຳນົດອັດຕາແລກປ່ຽນຂອງຕົນ ໄດ້ຄ່ອງຕົວກວ່າເກົ່າ ໄດ້ດຳ ເນີນມາດຕະການດັດສົມເງິນຕາຕ່າງປະເທດຢ່າງມີຈຸດສຸມ ແລະ ຍັງໄດ້ປັບປຸງ ໂຄງປະກອບຄັງແຮສຳຮອງ ໃຫ້ສອດຄ່ອງກັບການຄ້າ ແລະ ການລົງທຶນຕ່າງ ປະເທດຂອງ ສປປ ລາວ.

ແຕ່ຢ່າງໃດກໍ່ຕາມ ປະຊາຊົນລາວຍັງຄົງຖືກກະທົບຢ່າງໜັກໜ່ວງຈາກອັດຕາເງິນ ເຟີ້ທີ່ສູງກວ່າ 25 ເປີເຊັນ ແລະ ດັດຊະນີລາຄາການຊົມໃຊ້ທີ່ປັບຕົວສູງຂຶ້ນເກີນ ກວ່າ 200 ເປີເຊັນ ໃນເດືອນກັນຍາ 2023 ໂດຍເຖິງແມ່ນວ່າຈະໄດ້ມີການປັບ ຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນແຕ່ຢ່າງໃດ ເພາະວ່າ ເງິນກີບ ຍັງຕົກຕໍ່າລົງໃນຂະນະທີ່ລາຄາສິນຄ້າອຸປະໂພກບໍລິໂພກ ກໍ່ຍັງຄົງເພີ້ມ ຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບສະພາວະຄ່າຄອງຊີບ ທີ່ເພີ້ມຂຶ້ນສູງກວ່າ 1 ເທົ່າຕົວນັ້ນ ກໍ່ມີສາເຫດທີ່ສຳຄັນປະການນຶ່ງມາຈາກຄວາມ ຫຼົ້ມແຫຼວໃນການຄຸ້ມຄອງການແລກປ່ຽນເງິນຕາ ໂດຍສະເພາະແມ່ນການປ່ອຍໃຫ້ ບັນດານັກທຸລະກິດການຄ້າສາມາດຖືກຄອງເງິນຕາຕ່າງປະເທດ ອັນເປັນຊ່ອງ ທາງເຮັດໃຫ້ສາມາດສວຍໂອກາດເກງກຳໄລຈາກການແລກປ່ຽນເງິນຕາໄດ້ຕະ ຫຼອດເວລາ.

ຍິງໄປກວ່ານັ້ນ ບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງດັ່ງກ່າວນີ້ ກໍຍັງໄດ້ ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວອີກດ້ວຍ ເມື່ອທຽບໃສ່ ເງິນໂດລາສະຫະລັດ ກໍ່ຄື ສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບ ຫຼື ເທົ່າກັບ 2,022 ໂດລາ ຕໍ່ຄົນ ໃນປີ 2022 ນັ້ນ ກໍ່ຈະຄິດເປັນ ພຽງແຕ່ 1,407 ຕໍ່ຄົນເທົ່ານັ້ນໃນປັດຈຸບັນ ໂດຍຫຼຸດລົງເກີນກວ່າ 30 ເປີເຊັນ ທຽນໃສ່ປີ 2022 ພ້ອມກັນນີ້ ການທີ່ທາງການລາວຍັງບໍ່ສາມາດກຳນົດ ແລະ ບັງ ຄັບໃຫ້ນຳໃຊ້ເງິນກີບພຽງສະກຸນດຽວ ເພື່ອການຊໍາລະລາຄາສິນຄ້າ ແລະ ບໍລິ ການໃນລາວໄດ້ຢ່າງແທ້ຈິງ ກໍ່ຄືປັດໄຈນຶ່ງທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ເພາະ ນັກທຸລະກິດສ່ວນໃຫຍ່ໄດ້ຖືຄອງເງິນຕາເປັນດ້ານຫຼັກ.

ທາງດ້ານຜູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ປະຈຳເຂດລຸ່ມແມ່ ນໍ້າຂອງ ໄດ້ປະເມີນວ່າທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໃນປັດຈຸບັນນີ້ ທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ເທົ່ານັ້ນ.

XS
SM
MD
LG