ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທັກ​ໂນ​ໂລ​ຈີ ຫຼ້າ​ສຸດ ຈະ​ຊ່ວຍ​ໃຫ້ ຟາມ​ຫອຍ​ນາງ​ລົມ ຈະ​ເລີນ​ເຕີບ​ໂຕ


The Latest Drone Technology Helps Keep an Oyster Farm Thriving
please wait

No media source currently available

0:00 0:02:00 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໃນ​ຂະ​ນະ​ທີ່​ການ​ເຮັດຟາມ​ໃນ​ນ້ຳ​ກຳ​ລັງ​ເຕີບ​ໂຕ​ຢູ່ໃນ​ທົ່ວ​ໂລກ​ນັ້ນ, ແຕ່ມັນກໍ​ຍັງມີຄວາມ​
ຕ້ອງການອັນຮີບດ່ວນອີກຢ່າງນຶ່ງ ເພື່ອສຶກສາຜົນກະທົບຕ່າງໆທັງໃນແງ່ບວກ ແລະ
ແງ່ລົບ ກ່ຽວກັບ ລະບົບນິເວດໃນທ້ອງຖິ່ນ. ນັກຂ່າວວີໂອເອ ດີນາ ມິດແຊລ ໄດ້ເດີນ
ທາງໄປຢ້ຽມຢາມອ່າວ ໂທມາເລສ໌ ໃນລັດຄາໂຣໄລນາເໜືອ ບ່ອນທີ່ບັນດານັກຄົ້ນຄວ້າ
ກຳລັງໃຊ້ເທັກໂນໂລຈີເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເພື່ອທຳການສືບສວນສອບສວນ
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຕາມ​ປະ​ຫວັດ​ສາດ​ແລ້ວ, ການ​ເຮັດ​ຟາມ​ຫອຍນາ​ງ​ລົມ​ ຕ້ອງໄດ້​ໃຊ້​ເທັກ​ນິກ​ຕ່າງໆ​ທີ່​
ຕ້ອງໄດ້ໃຊ້ການຂູດ ຫຼື ການດູດ, ເປັນການສ້າງຄວາມເສຍຫາຍຕໍ່ຫຍ້າອ່ຽນ ຫຼື
eelgrass, ເຊິ່ງມັນມີຄວາມສຳຄັນຕໍ່ການມີຊີວິດລອດຂອງປາຂະໜາດນ້ອຍ ແລະ
ສັດບໍ່ມີກະດູກສັນຫຼັງອື່ນໆ.

ທ່ານ ເຄີກ ຄ​ລອ​ສ​ເມ​ເຢີ ກຳ​ມະ​ກອນ​ລ້ຽງ​ຫອຍ​ນາງ​ລົມ ແລະ ຟາມ​ຫອຍ​ນາງ​ລົມ​ໃນ​
ເກາະ ຮອກ, ແລະ ນັກວິທະຍາສາດອະນຸລັກທຳມະຊາດ ກ່າວວ່າ “ສະນັ້ນເມື່ອຫຍ້າ
ອ່ຽນຖືກພົບເຫັນຢູ່ໃກ້ໆກັບບ່ອນລ້ຽງຫອຍນາງລົມທີ່ເປັນຂອງບໍລິສັດຫອຍນາງລົມ
ເກາະ ຮອກ ນັ້ນ, ເຈົ້າໜ້າທີ່ຄຸ້ມຄອງກໍຈະຖືກແຈ້ງໃຫ້ຮູ້. ເກາະ ຮອກ ໄດ້ລວມກຸ່ມກັບ
ບັນດານັກຄົ້ນຄວ້າຈາກອົງການອະນຸລັກທຳມະຊາດ ແລະ ມະຫາວິທະຍາໄລແຊນຕາ
ຄຣູສ ລັດຄາລິຟໍເນຍ ເພື່ອສືບສວນສອບສວນເບິ່ງສາຍພົວພັນ ລະຫວ່າງ ຫອຍນາງ
ລົມຂອງເຂົາເຈົ້າ ກັບ ຫຍ້າອ່ຽນ. ກະແຈສຳຄັນໃນການຄົ້ນຄວ້າຂອງເຂົາເຈົ້າແມ່ນ
ຫຍັງ? ມັນແມ່ນໂດຣນ.

ທ່ານ ເຄີກ ຄ​ລອ​ສ​ເມ​ເຢີ ກ່າວ​ວ່າ “ກ້ອງ​ໜ່ວຍນີ້​ມີ​ຄວາມ​ລະ​ອຽດ​ສູງຫຼາຍ ແລະ ມັນ​ຈະ
ຖ່າຍເອົາພາບຕ່າງໆເປັນວິດີໂອ ແລະ ພາບນິ້ງ ທີ່ມັນຈະເຮັດແຜນທີ່ ກ່ຽວກັບ ລະບົບ
ນິເວດທີ່ພວກເຮົາໃຫ້ຄວາມສຳຄັນນັ້ນ.

ທ່ານ ຄ​ລອ​ສ​ເມ​ເຢີ ກ່າວ​ວ່າ ກ່ອນ​ມີ​ໂດ​ຣນ​ນັ້ນ, ນັກ​ວິ​ທະ​ຍາ​ສາດ​ໄດ້​ອາ​ໄສ​ການ​ມຸດນ້ຳ,
ການສຶກສາດ້ວຍຄື້ນສຽງ ຫຼື ເຮືອບິນເພື່ອຕິດຕາມເບິ່ງຫຍ້າອ່ຽນ. ທັງໝົດນັ້ນໃຊ້ແຮງ
ງານຢ່າງຫຼວງຫຼາຍ ແລະ ມີລາຄາແພງ.

ທ່ານ ຄ​ລອ​ສ໌ ເວົ້າ​ວ່າ “ສິ່ງ​ທີ່ຕ້ອງ​ໄດ້​ໃຊ້​ປະ​ມານ 50 ບາດ​ກ້າວ​ແຕກ​ຕ່າງ​ກັນເມື່ອ​ຫ້າ​ປີ​
ທີ່ຜ່ານມາ ແລະ ຄົງໃຊ້ເວລາບາງເທື່ອ 1 ຫຼື ສອງວັນຈຶ່ງຈະສຳເລັດ. ຕອນນີ້ພວກເຮົາ
ສາມາດເຮັດໄດ້ໃນເວລາ 15 ນາທີ.

ເມື່ອ​ໃຊ້ມັນ​ກັບ​ແວ່ນ​ຕາ​ອັນ​ນີ້, ການ​ເຄື່ອນ​ໄຫວ​ຂອງ​ຫົວ​ຈະ​ເຄື່ອນ​ທີ່​ໄປ​ພ້ອມໆ​ກັບ​ກ້ອງ​
ຂອງໂດຣນ.”

ທ່ານ ເຄີກ ກ່າວ​ວ່າ “ມັນ​ເກືອບ​ວ່າ​ ຄື​ກັບ​ຕອນ​ນັ່ງ​ສະ​ມາ​ທິ​ເລີຍ ເພາະ​ວ່າ​ແທ້​ຈິງ​ແລ້ວ ​
ເຈົ້າຈະສາມາດທີ່ຈະບິນ ແລະ ເຈົ້າສາມາດຫຼອກສະໝອງຂອງເຈົ້າໄດ້ ເພື່ອຄິດວ່າ
ເຈົ້າແມ່ນຢູ່ເທິງໂດຣນນັ້ນແທ້.”

ຫອຍ​ນາງ​ລົມ​ຈະ​ອະ​ນາ​ໄມ​ນ້ຳ​ທີ່​ຂຸ່ນ​ແບບ​ທຳ​ມະ​ຊາດ, ເຮັດ​ໃຫ້​ມັນ​ເປັນ​ສິ່ງ​ແວດ​ລ້ອມ​
ທີ່ດີທີ່ສຸດສຳລັບຫຍ້າອ່ຽນ, ສະນັ້ນສິ່ງທີ່ບັນດານັກຄົ້ນຄວ້າກຳລັງຊອກຫາຢູ່ນັ້ນກໍແມ່ນ
ວ່າ ວິທີເຮັດຟາມຫອຍນາງລົມຍຸກໃໝ່ ທີ່ບໍ່ລວມມີການຂຸດ ຫຼື ດູດ ມັນອາດມີຜົນໃນ
ແງ່ບວກຕໍ່ຫຍ້າອ່ຽນດ້ວຍຊ້ຳ, ເຊິ່ງອາດເປັນການປ່ຽນແປງໃນເລື່ອງກົດລະບຽບທີ່ເຂັ້ມ
ງວດ ໃນການເຮັດຟາມຫອຍນາງລົມ.

ທ່ານ ເທີ​ຣີ ຊໍ​ເຢີ ຜູ້​ຮ່ວມກໍ່​ຕັ້ງ​ບໍ​ລິ​ສັດ​ຫອຍ​ນາງ​ລົມ​ເກາະ ຮອກ ກ່າວ​ວ່າ “ຄຸນ​ນະ​ພາບ​
ຂອງຮູບໄດ້ເຮັດໃຫ້ເຮົາມີເຄື່ອງມືທີ່ສຸດຍອດ ສະແດງໃຫ້ບັນດາເຈົ້າໜ້າທີ່ລັດຖະບານ
ຂອງພວກເຮົາເຫັນວ່າ ມັນກຳລັງເກີດຫຍັງຂຶ້ນຢູ່.”

ມັນ​ຈະ​ໃຊ້​ເວ​ລາ​ໃນ​ການ​ຄົ້ນຄວ້າ​ອີກ​ສອງ​ສາມ​ປີ ກ່ອນ​ຜົນ​ຕ່າງໆ​ຈະ​ຖືກ​ພິ​ຈາ​ລະ​ນາ​
ວ່າເປັນທີ່ເຊື່ອໝັ້ນໄດ້, ແຕ່ບັນດານັກວິທະຍາສາດໝັ້ນໃຈວ່າ ເຂົາເຈົ້າຈະຄົ້ນພົບຄໍ
າຕອບຕ່າງໆຍ້ອນໂດຣນຈໍາພວກດັ່ງກ່າວ.

As marine farming grows worldwide, there is an urgent need to study the effects—both positive and negative—on the local ecosystems. Deana Mitchell visits Tomales Bay in Northern California where researchers are using the latest drone technology to investigate.

Historically, oyster farming used techniques that required raking or vacuuming, damaging eelgrass, which is vital to the survival of tiny fish and other invertebrates.

So when eelgrass was found near oyster beds belonging to Hog Island Oyster Company, policy makers were alarmed. Hog Island teamed up with researchers from the Nature Conservancy and UC-Santa Cruz to investigate the relationship between theiroysters and the eelgrass. Key totheir research? Drones.

"This camera is a really high resolution camera and it captures imagery in both video and still that makes a map of ecosystems we care about.

Before drones, scientist had to rely on scuba diving, sonar studies or airplanes to monitor eelgrass— all of them labor intensive and expensive.

"What would have taken about 50 separate steps just five years ago and would have taken maybe one or two days to complete. Now we can do it in 15 minutes.

When paired with these goggles, head movement is synced with the drone's camera.

"It's almost a zen moment because you're actually able to fly and, and you can trick your brain to think you're actually up there in that drone."

Oysters naturally clean turbid water, creating an ideal environment for eelgrass. So what researchers are finding is that modern-day oyster farming methods that do not include raking or vacuuming, might even being having a positive effect on eelgrass, which could be a game-changer in regard to the strict regulations on oyster farming.

"The quality of the imagery has given us an amazing tool--showing our policymakers what's going on."

It will take a few more years of researchbefore results are considered conclusive, but scientists are confident they will find the answers—thanks to the drones.

XS
SM
MD
LG