ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ພຶດສະພາ ໒໐໒໔

ການຫລັ່ງໄຫລຂອງແຮງງານລາວໄປເຮັດວຽກໃນໄທເຮັດໃຫ້ການສະໜອງແຮງງານຢູ່ ລາວຂາດແຄນຢູ່ໃນລະດັບໃດນຶ່ງ


ທີວທັດແຄມທະເລໃນຍາມແລງຢູ່ພັດທະຍາ, ປະເທດ ໄທ.
ທີວທັດແຄມທະເລໃນຍາມແລງຢູ່ພັດທະຍາ, ປະເທດ ໄທ.

ໃນຂະນະທີ່ການຫລຸດລົງຂອງຄ່າເງິນກີບສືບຕໍ່ສົ່ງຜົນກະທົບເຮັດໃຫ້ຄ່າຄອງຊີບ ໃນລາວຍາກລຳບາກຂຶ້ນນັບມື້ ແຮງງານລາວກໍສືບຕໍ່ພາກັນໄປຊອກວຽກເຮັດງານ ທໍາຢູ່ຕ່າງປະເທດ ໂດຍສະເພາະແມ່ນໄທ ທີ່ເປັນປະເທດເພື່ອນບ້ານທີ່ມີພາສາເວົ້າ ແລະວັດທະນະທໍາໃກ້ຄຽງກັນ ແລະໃຫ້ຄ່າຈ້າງສູງກວ່າຢູ່ລາວນັ້ນຫລາຍຂຶ້ນ ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການສະໜອງແຮງງານໃຫ້ແກ່ຂະແໜງການຜະລິດກະສິກໍາ ແລະອຸດສາຫະກໍາທີ່ຕ້ອງການແຮງງານທີ່ມີລະດັບການສຶກສາທີ່ບໍ່ສູງປານໃດ ກໍຄືຈົບມັດທະຍົມປາຍນັ້ນ. ບົວສະຫວັນ ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ແຮງງານເປັນປັດໄຈສໍາຄັນອັນນຶ່ງຕໍ່ການດໍາເນີນທຸລະກິດ ບໍ່ວ່າຈະເປັນທຸລະກິດ ຂະໜາດໃດ ຫລືຂະແໜງໃດກໍຕາມ. ຄວາມສາມາດສະໜອງແຮງງານ ທັງມີສີມືສູງ ແລະບໍ່ສູງເປັນປັດໄຈອັນນຶ່ງທີ່ນັກລົງທຶນຄໍານຶງເຖິງ ກ່ອນຈະເລີ້ມລົງທຶນ ຫລື ຂະຫຍາຍ ທຸລະກິດໃນປະເທດໃດນຶ່ງ. ສໍາລັບ ສປປ ລາວ ທີ່ເປັນປະເທດນຶ່ງທີ່ໄດ້ຮັບສິດທິພິເສດ ທາງການຄ້າຈາກຫລາຍປະເທດ ແລະມີປະຊາກອນທີ່ຢູ່ເກນອອກ ແຮງງານສູງສົມຄວນ ຊຶ່ງກໍຄືມີອາຍຸ 15 ປີ ຂຶ້ນໄປ ປະມານ 4.7 ລ້ານຄົນ ຫລື 68.9 ເປີເຊັນຂອງປະຊາກອນ ທັງໝົດ ແຕ່ການສະໜອງແຮງງານໃນພາກການຜະລິດກະສິກໍາ ແລະສິນຄ້າອຸດສະຫະ ກໍາເພື່ອສົ່ງອອກ ຍັງບໍ່ທົ່ວເຖິງ, ດັ່ງທີ່ທ່ານ ປອ. ໄຊບັນດິດ ຣາຊະພົນ, ປະທານສະມາ ຄົມອຸດສາຫະກຳຕັດຫຍິບລາວ ແລະເປັນຄະນະບໍລິຫານງານຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວໂອ້ລົມ ກັບພວກເຮົາວ່າ:

ຄັນຊິເວົ້າລະກະແມ່ນວ່າ ເລື້ອງການຜະລິດໜີ້ລະເຈົ້າ ຂະແໜງການຜະລິດເນາະ ຊິແມ່ນຜະລິດກະສິກກໍາ ຊິຜະລິດອຸດສາຫະກໍາ, ທຸລະກິດກະສິກໍາໜີ້ແມ່ນ ບໍ່ພໍຫລະ ການບໍລິການໜີ້ຖືວ່າ ໂອເຄ ພຽງພໍເນາະ ມີແຕ່ເລື້ອງການຜະລິດເຈົ້າ ຄືວ່າ ອັນນີ້ຫຼະ ອາດຈະແມ່ນໂຮງງານປະກອບບໍ່, ໂຮງງານຕັດຫຍິບບໍ່ ຫຍັງຕ່າງໆ ຫລືວ່າຂະແໜງກະສິກໍາໜິແມ່ນພວກທີ່ປູກຝັງເນາະ, ປູກປ່າໄມ້ ຫລືວ່າ ຂີດຢາງ ຫລືອື່ນໆ ປະມານນີ້ ຍັງມີຄວາມຕ້ອງການສູງ.”

ໂດຍອ້າງອີງເຖິງການສໍາຫລວດຂອງອົງການເຄື່ອນຍ້າຍຂອງຄົນສາກົນ ຫລື International Migration Organization ຂອງສະຫະປະຊາຊາດທີ່ນໍາອອກເຜີຍແຜ່ ໃນເດືອນທັນວາ 2022 ຜ່ານມາ, ທ່ານເພໂດຣ ມາຕິນສ໌ (Pedro Martins), ນັກເສດ ຖະສາດອາວຸໂສຢູ່ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວຕໍ່ພວກເຮົາ ຜ່ານ ທາງອີເມລວ່າ ຄ່າແຮງງານທີ່ສູງກວ່າ ບວກກັບການທີ່ບໍ່ມີອຸປະສັກດ້ານພາສາ, ພ້ອມທັງໂອກາດທີ່ຈະໄດ້ເຮັດວຽກຫລາຍກວ່າ ແລະສະພາບແວດລ້ອມໃນການເຮັດວຽກ ທີ່ດີກວ່າ ເປັນປັດໄຈຫຼັກທີ່ດຶງດູດແຮງງານລາວ ໃຫ້ຂ້າມຊາຍແດນໄປເຮັດວຽກຢູ່ໃນໄທ ເປັນຈໍານວນຫຼວງຫຼາຍ.

ໃນການໄປເຮັດວຽກໃນປະເທດເພື່ອນບ້ານທີ່ວ່ານີ້ ແມ່ນມີທັງແບບຖືກກົດໝາຍ ຊຶ່ງກໍຄືໄປຕາມສັນຍາໃນບົດບັນທຶກຄວາມເຂົ້າໃຈ ຫລື MOU ທີ່ເຊັນກັນລະຫວ່າງລັດຖະບານລາວ ແລະໄທ ແລະການໄປແບບບໍ່ຖືກກົດໝາຍ ຊຶ່ງກໍຄືພວກທີ່ໄປໃນນາມ ນັກທ່ອງທ່ຽວແລ້ວລັກລອບເຮັດວຽກແບບຜິດກົດໝາຍ ດັ່ງທີ່ນາງນົກຜູ້ທີ່ຫາກໍ່ກັບມາຈາກການໄປເຮັດວຽກເປັນຜູ້ເສີບອາຫານ ໃນເຂດແຄມທະເລພັດທະຍາໂດຍທີ່ໄດ້ໄປແບບມີ MOU ເລົ່າສູ່ພວກເຮົາຟັງວ່າ:

“ຄົນລາວບ້ານເຮົາກະໄປເຮັດຫລາຍຢູ່ ໄປໄປແບບວ່າມີ MOU ແນ່ ແລະກະບໍ່ມີແນ່. ຄັນມີ MOU ຫັ້ນແມ່ນຕ້ອງໃຊ້ເງິນກ່ອນເຮັດບັດ MOU ເວລາເຮົາເຮັດ MOU ໄປແລ້ວ ເຮົາໄປນໍາບໍລິສັດ ບໍລິສັດຈະເປັນຄົນຫາງານໃຫ້. ງານສ່ວນຫລາຍກໍແລ້ວແຕ່ ກໍຈະເປັນໂຮງງານ, ເປັນແມ່ບ້ານແບບນີ້ໜະ. ກະສິກໍາ ກະສ່ວນຫລາຍເພິ່ນຈະຮັບ ເປັນຄູ່ຜົວເມຍແບບມີບັດແຮງງານຮັບເປັນຄູ່ຜົວເມຍ.”

ການທີ່ມີແຮງງານລາວມັກພາກັນໄປຊອກເຮັດວຽກຢູ່ໄທ ແມ່ນມີຜົນກະທົບເຮັດ ໃຫ້ເກີດສະພາບຂາດແຄນແຮງງານ ພໍສົມຄວນຢູ່ໃນຫລາຍຂະແໜງນັບທັງດ້ານ ບໍລິການ ແລະ ການທ່ອງທ່ຽວ, ອີງຕາມທ່ານມາຕິນສ໌. ໂດຍອ້າງເຖິງບົດສໍາຫລວດ ແຮງງານປີ 2022 ໂດຍລັດຖະບານລາວ ແລະການສົນທະນາຂອງເພິ່ນກັບຄູ່ຮ່ວມ ມືພັດທະນາຂອງທະນາຄານໂລກຢູ່ລາວ ທ່ານກ່າວຕໍ່ພວກເຮົາຜ່ານທາງອີເມລວ່າ:

ປາກົດວ່າ ການຂາດແຄນແຮງງານແມ່ນນັບມື້ນັບຫຼາຍຂຶ້ນໃນຂະແໜງການຕ່າງໆ ໂດຍສະເພາະແມ່ນກະສິ ກຳ, ອຸດສາຫະກຳປຸງແຕ່ງສິນຄ້າກະສິກຳ, ຕັດຫຍິບ ແລະ ຂະແໜງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ, ອີງຕາມ​ກົມ​ຈັດ​ຫາ​ງານ​ຂອງ​ໄທ​ແລ້ວ, ນີ້​ແມ່ນ​ຂະ​ແໜງ​ການ​ດຽວ​ກັນ​ທີ່​ຈ້າງ​ຄົນ​ງານ​ເຄື່ອນທີ່ຈາກລາວ ເປັນ​ສ່ວນ​ໃຫຍ່​ຢູ່ໃນ​ໄທ.”

ສ່ວນ ປ.ອ. ໄຊບັນດິດນັ້ນ ເຖິງແມ່ນຈະຍອມຮັບວ່າ ຄ່າແຮງງານຢູ່ໄທສູງກວ່າຢູ່ລາວ ຄືປັດໄຈດຶງດູດແຮງງານລາວໄປເຮັດວຽກຢູ່ທີ່ນັ້ນກໍຕາມ ແຕ່ກໍເຫັນວ່າ ສະພາບການນັ້ນ ບໍ່ໄດ້ມີຜົນກະທົບຕໍ່ການສະໜອງແຮງງານພາຍໃນປະເທດລາວ ຫຼາຍພໍປານໃດ ເພາະ ລາວຍັງມີແຮງງານທີ່ຢູ່ນອກລະບົບໃນເຂດຊົນນະບົດນັ້ນຫຼາຍຢູ່ ດັ່ງທີ່ທ່ານຍົກຕົວຢ່າງ ໃຫ້ຟັງວ່າ:

ເຮັດວຽກຮັບເໝົາ, ກໍ່ສ້າງ, ໄປໄຖນາ, ໄປຂູດຢາງ, ໄປເຮັດກະສິກໍາ, ໄປເຮັດວຽກຫຍິບໆ ຍ່ອຍໆ ລະກາຢູ່ທາງເຂດຊົນນະບົດສ່ວນຫລາຍເນາະ. ອັນນີ້ເປັນແຮງງານເຮົາວ່າ ນອກ ລະບົບເນື່ອງຈາກວ່າ ເຂົາເຈົ້າບໍ່ໄດ້ຢູ່ໃນອົງການ ຢູ່ໃນປະກັນໄພສັງຄົມເນາະ ປະມານວ່າ ຈັ່ງຊັ້ນ. ສະນັ້ນແລ້ວ, ທີ່ຈິງແລ້ວພວກນີ້ເປັນກຸ່ມ ຫລືເປັນກ້ອນກໍາລັງອັນນຶ່ງທີ່ສາມາດນໍາ ເຂົ້າມາເຂົ້າໃນລະບົບໄດ້ເຊັ່ນດຽວກັນ ບໍ່ເວົ້າພວກທີ່ໄປເຮັດວຽກຢູ່ຕ່າງປະເທດເນາະ ພວກທີ່ເຮັດ ພວກທີ່ຍັງຢູ່ເມືອງລາວໜີ້ ກະຍັງຫລາຍ.”

ແຕ່ຢ່າງໃດກໍຕາມບົດລາຍງານຕະຫຼາດແຮງງານ ປີ 2019-2022 ທີ່ຫາກໍ່ເຜີຍ ແຜ່ອອກມາໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມເມື່ອມໍ່ໆມານີ້ພົບວ່າ ຄວາມຕ້ອງການກໍາລັງແຮງງານແມ່ນຕິດພັນກັບລະດັບການສຶກສາທີ່ຕ່າງກັນ ຂອງຜູ້ອອກແຮງງານ ຊຶ່ງໃນລາວແມ່ນມີຄວາມຕ້ອງການແຮງງານທີ່ຮຽນຈົບ ການສຶກສາສາມັນລະດັບມັດທະຍົມປາຍສູງກວ່າໝູ່. ບົດລາຍງານນີ້ພົບວ່າ ຄວາມ ຕ້ອງການແຮງງານລາວໃນປີ 2019 ຄືດັ່ງນີ້: “ໃນຕໍາແຫນ່ງງານທີ່ຫວ່າງທັງຫມົດ 64,121 ຕໍາແຫນ່ງ, ຄວາມຕ້ອງການແຮງງານ ທີ່ສູງກວ່າຫມູ່ແມ່ນການສຶກສາລະດັບ ສາມັນເຊິ່ງກວມເອົາ 33, 833 [ຄົນ] ຫຼື 52.8 [ເປີເຊັນ]. ຄວາມຕ້ອງການສີມືແຮງງານ ໃນລະດັບອາຊີວະຊັ້ນກາງ, ອາຊີວະຊັ້ນສູງ ແລະ ປະລິນຍາຕີແມ່ນມີຄວາມໃກ້ຄຽງກັນ ຄື: 4,637, 4,426, ແລະ 4,776 ຄົນ ຫຼື 7.2 [ເປີເຊັນ], 6.9 [ເປີເຊັນ] ແລະ 7.4 [ເປີເຊັນ], ຕາມລໍາດັບ. ຄວາມຕ້ອງການສໍາລັບ ອາຊີວະສຶກສາຊັ້ນຕົ້ນແມ່ນ 5.1 [ເປີເຊັນ] ແລະຄວາມຕ້ອງການແຮງງານສູງກວ່າ ລະດັບປະລິນຍາຕີ ແມ່ນ 1.4 [ເປີເຊັນ].”

ແຕ່ດັ່ງທີ່ວີໂອເອໄດ້ສະເໜີໄປໃນເມື່ອກ່ອນ ໄພເງິນເຟີ້ທີ່ມີສາເຫດຕົ້ນຕໍມາຈາກການ ຫລຸດລົງຢ່າງຕໍ່ເນື່ອງຂອງຄ່າເງິນກີບ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາ ຊົນສ່ວນໃຫຍ່ ທີ່ມີລາຍຮັບເປັນເງິນກີບ. ພ້ອມກັນນັ້ນ ທ່ານມາກຕິນສ໌ ກ່າວຜ່ານທາງ ອີເມລອີກວ່າ: ອັດຕາເງິນເຟີ້ສະເລ່ຍປະຈໍາປີແມ່ນ 23 ເປີເຊັນ ໃນປີ 2022, ແລະພວກ ເຮົາຄາດວ່າ ຈະເພີ່ມຂຶ້ນເຖິງ 31 ເປີເຊັນ ສໍາລັບປີ 2023. ພວກເຮົາຄາດຄະເນວ່າ ອັດຕາເງິນເຟີ້ຈະມີປະມານ 15 ເປີເຊັນໃນປີ 2024 ໃນກໍລະນີວ່າອັດຕາແລກປ່ຽນ ມີຄວາມຫມັ້ນຄົງພໍສົມຄວນ.”

ເມື່ອເປັນເຊັ່ນນັ້ນ ມັນຍັງມີຄວາມເປັນໄປໄດ້ສູງທີ່ໄພເງິນເຟີ້ອາດຈະສືບຕໍ່ສົ່ງຜົນກະທົບ ແລະຜັກດັນໃຫ້ຊາວໜຸ່ມລາວ ທີ່ມີລາຍໄດ້ຕໍ່າດີ້ນຮົນໄປຫາວຽກງານຢູ່ໃນປະເທດເພື່ອນ ບ້ານເຊັ່ນໄທ ຊຶ່ງອາດຈະສ້າງຄວາມຫຍຸ້ງຍາກໃນການລະດົມເອົາແຮງງານລາວ ເຂົ້າມາຢູ່ໃນລະບົບເພື່ອຕອບ ສະໜອງຕາມຄວາມຕ້ອງການແຮງງານໃຫ້ແກ່ ການຜະລິດຕ່າງໆ ຢູ່ພາຍໃນປະເທດໄດ້.

XS
SM
MD
LG