ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບຣາຊີລ ປະສົບກັບຄວາມເສຍຫາຍ ຢ່າງ ບໍ່ຄາດຝັນ ຈາກການແຂ່ງຂັນ ໂອລິມປິກ ທີ່ ຣີໂອ


Brazilians Hit with Hidden Cost of Rio Olympics
please wait

No media source currently available

0:00 0:02:28 0:00

ການຄຳນວນຢ່າງເປັນທາງການ ຄ່າໃຊ້ຈ່າຍ ສຳລັບການຈັດແຈງເກມກິລາໂອລິມປິກ ໃນນະຄອນ Rio de Janeiro ແມ່ນຕົກຢູ່ໃນ ລະຫວ່າງ 4 ພັນ 5 ຮ້ອຍລ້ານ ແລະ ຫຼາຍກວ່າ 6 ພັນລ້ານໂດລາ ຊຶ່ງຕ່ຳກວ່າ ເກມໂອລິມປິກ ໃນ Sochi ແລະທີ່ London ຢ່າງຫຼວງຫຼາຍ. ເງິນບາງສ່ວນໃນຈຳນວນນັ້ນ ແມ່ນຖືກໃຊ້ຈ່າຍໄປ ໃນໂຄງການພື້ນ ຖານຂອງໂຄງລ່າງຕ່າງໆ ທີ່ຫຼູຫຼາ ຊຶ່ງຄາດກັນວ່າ ຈະເປັນມູນມໍລະດົກຕົກທອດ ອັນ ຍາວນານໄປເມືອໜ້າສຳລັບເມືອງດັ່ງກ່າວ. ແຕ່ດັ່ງທີ່ ນັກຂ່າວ Jeff Swicord ລາຍງານ ມານັ້ນກໍແມ່ນວ່າ ຜົນເສຍຫາຍທາງດ້ານສັງຄົມ ທີ່ກ່ຽວພັນກັບການພັດທະນາທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ພົນລະເມືອງບາງສ່ວນຂອງ Rio ໄປຕະຫຼອດຊີວິດຂອງພວກເຂົາເຈົ້າ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ທ່ານ Daniel Campos ສ້າງເຮືອນຂອງລາວຂຶ້ນມາ ເທື່ອລະຕ່ອນ ຢູ່ໃນຄຸ້ມ Curicica ທາງກ້ຳເໜືອຂອງສະໜາມກິລາໂອລິມປິກເວລາລາວມີເງິນ.

ໃນປີ 2012 ຕຳຫຼວດ ໄດ້ມາຢືນຢູ່ຕໍ່ໜ້າປະຕູເຮືອນຂອງລາວ ແລ້ວເວົ້າວ່າ ລາວຕ້ອງ ໄດ້ໜີ. ໃນເວລານັ້ນ ເຮືອນຂອງລາວ ຖືວ່າ ຕັ້ງຢູ່ໃນເສັ້ນທາງ ບ່ອນທີ່ຈະສ້າງເປັນທາງ ຫຼວງ ທີ່ເອີ້ນວ່າ Transolympic Highway ຊຶ່ງຈະນຳເອົາພວກນັກກິລາ ຈາກສະໜາມ ໂອລິມປິກ ໄປຍັງສະຖານທີ່ແຂ່ງຂັນ ຢູ່ໃນບໍລິເວນເຂດ Deodoro.

ລາວເວົ້າວ່າ ເວລາ ລາວ ກັບພວກເພື່ອນບ້ານຫຼາຍຄົນບໍ່ຍອມ ທາງເມືອງ ກໍປ່ອຍໃຫ້ ລາວຢູ່ຕໍ່ໄປ ແຕ່ ຕ້ອງໄດ້ເປີດຝາ ທີ່ປົກຄຸມຮ່ອງນ້ຳເປື້ອນ ຢູ່ຕໍ່ໜ້າເຮືອນຂອງພວກ ເຂົາເຈົ້ານັ້ນໄວ້.

ທ່ານ Daniel Campos ນັກຕໍ່ສູ້ເພື່ອຊຸມຊົນ ກ່າວວ່າ “ພວກເຂົາເຈົ້າເວົ້າວ່າ ຈະມາ ມ້າງຝາປົກ ທີ່ປະຊາຊົນສ້າງຂຶ້ນມາ ເພື່ອປ້ອງກັນພວກເຂົາເອງຈາກພວກໜູ ແລະ ພວກແມງສາບ ແລະ ນ້ຳເປື້ອນ ຍ້ອນວ່າມັນໄດ້ຖືກຫ້າມ ບໍ່ໃຫ້ມີສິ່ງປົກຄຸມເຫຼົ່ານັ້ນ ເພາະວ່າພວກເພິ່ນຈະມາທຳຄວາມສະອາດແມ່ນ້ຳດັ່ງກ່າວ. ຈົນເຖິງປັດຈຸບັນນີ້ ພວກເພິ່ນ ກໍຍັງບໍ່ທັນມາທຳຄວາມສະອາດແມ່ນ້ຳນີ້ເທື່ອ.”

ທາງເມືອງໄດ້ຕິດຕັ້ງທາງຍ່າງທີ່ບໍ່ຊົງປອດໄພ ຂ້າມຮ່ອງນ້ຳເປື້ອນໄປຫາເຮືອນພວກເຮົາ ຢູ່ຄຸ້ມບ້ານ. ທ່ານ Daniel ໄດ້ເອົາແມວມາລ້ຽງ ຫຼາຍໂຕ ເພື່ອປ້ອງກັນບໍ່ໃຫ້ໜູ ໃນຮ່ອງ ນ້ຳເປື້ອນເຂົ້າມາໃນເຮືອນຂອງລາວ.

ການລົງທຶນກໍ່ສ້າງໂຄງລ່າງພື້ນຖານ ທີ່ປະກອບດ້ວຍ ທາງຫຼວງ ທາງລົດໄຟ ໂຮງແຮມ ແລະ ສະໜາມແຂ່ງຂັນກິລາ ຕ່າງໆ ເປັນຕົ້ນ ແມ່ນເປັນຜົນທາງບວກສຳລັບ ກິລາ ໂອລິມປິກ. ແຕ່ການພັດທະນານັ້ນ ໄດ້ມີຂຶ້ນ ບົນພື້ນຖານຄວາມເສຍຫາຍດ້ານສັງຄົມ. ມັນໄດ້ມີການຄຳນວນໄວ້ວ່າ ຜູ້ຄົນ 20,000 ຄົນ ໃນເມືອງ Rio ຈະໄດ້ຖືກໄລ່ໜີອອກໄປ ຈາກເຮືອນຊານຂອງພວກເຂົາເຈົ້າ ເພື່ອການສ້າງສາສຳລັບໂອລິມປິກ.

ທ່ານ Robert Muggah ຜູ້ອຳນວຍການ ຄົ້ນຄວ້າ ທີ່ ອົງການບໍ່ຫວັງຜົນກຳໄລ ບໍ່ຂຶ້ນ ກັບລັດຖະບານ Instituto Igarape ກ່າວວ່າ “ພວກປະຊາຊົນເຫຼົ່ານີ້ ໄດ້ຖືກບອກໃຫ້ ຍົກຍ້າຍອອກໄປຈາກທີ່ດິນຂອງພວກເຂົາເຈົ້າ ໃນເວລາຂ້າມຄືນ ຊຶ່ງເວົ້າແທ້ແລ້ວ ຈະກ່ຽວພັນກັບການໃຊ້ກຳລັງ ແລະກັບກຸ່ມພວກທະຫານບ້ານ ທີ່ບັງຄັບປະຊາຊົນ ແລະ ກົດດັນໃຫ້ພວກເຂົາເຈົ້າອອກໄປດ້ວຍກຳລັງ. ແລະເປັນທີ່ແນ່ນອນ ນີ້ຄື ມໍລະດົກອັນຂີ້ຮ້າຍ ຂອງໂອລິມປິກ ທີ່ຈະສົ່ງຜົນກະທົບອັນຍາວນານ ຕໍ່ໄປ ຫຼັງຈາກ ທີ່ພວກນັກກິລາ ເກັບເຄື່ອງໃສ່ຫີບ ແລ້ວກັບຄືນເມືອບ້ານ.”

ແມ່ຕູ້ Enida Sousa ອາຍຸ 74 ປີ ພົນລະເມືອງ Curicica ກ່າວວ່າ ທາງເມືອງຢາກເອົາ ເພິ່ນ ໄປຢູ່ເຮືອນຜູ້ເຖົ້າ ເພາະຢາກມ້າງເຮືອນຂອງເພິ່ນຖິ້ມ.

ແມ່ຕູ້ Sousa ເວົ້າວ່າ “ແມ່ຕູ້ຢ້ານຫຼາຍ ເວລາ ໄດ້ຍິນວ່າ ພວກເຮົາຕ້ອງໄດ້ຍ້າຍໜີ. ແມ່ຕູ້ໂສກເສົ້າຫຼາຍ ເວລາ ເຫັນພວກເພິ່ນມ້າງເຮືອນຂອງພວກເພື່ອນບ້ານພວກເຮົາ. ແລ້ວມັນກໍເລີ້ມມີຂີ້ຝຸ່ນກຸ້ມໄປທົ່ວ ແມ່ຕູ້ກິນເຂົ້າບໍ່ແຊບ. ແລະກໍເລີ້ມເຈັບປ່ວຍ.”

ແມ່ຕູ້ Sousa ອ້າງວ່າ ເພິ່ນໄດ້ເລີ້ມເປັນໂຣກປອດບວມຍ້ອນຂີ້ຝຸ່ນ. ການສັ່ນສະເທືອນ ຂອງການກໍ່ສ້າງ ໄດ້ເຮັດໃຫ້ໂຄງສ້າງເຮືອນ ຂອງເພິ່ນເປ່ເພ. ບັດນີ້ ເຈົ້າໜ້າທີ່ຂອງເມືອງ ກ່າວວ່າ ເພິ່ນຢູ່ເຮືອນຂອງເພິ່ນຕໍ່ໄປໄດ້ ແຕ່ບໍ່ຍອມມາສ້ອມແປງເຮືອນໃຫ້ເພິ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG