ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ປະເຊີນກັບການຂາດດຸນ ທາງດ້ານງົບປະມານຫຼາຍຂຶ້ນ ຍ້ອນມີການປະເມີນມູນຄ່າໂຄງການ ສູງເກີນຄວາມເປັນຈິງ


ຖະໜົນໃນເຂດຊົນນະບົດຂອງລາວ
ຖະໜົນໃນເຂດຊົນນະບົດຂອງລາວ

ລັດຖະບານລາວ ປະເຊີນກັບການຂາດດຸນ ທາງດ້ານງົບປະມານຫຼາຍຂຶ້ນ ຍ້ອນບັນດາໂຄງການທີ່ເອກະຊົນອອກທຶນພັດທະນາໂຄງການໃຫ້ກ່ອນນັ້ນ ໄດ້ມີການປະເມີນມູນຄ່າ ສູງເກີນຄວາມເປັນຈິງ. ຊົງຣິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ສາເຫດສຳຄັນປະການນຶ່ງ ທີ່ເຮັດໃຫ້ລັດຖະບານລາວຍັງຕ້ອງປະເຊີນກັບບັນຫາຂາດດຸນທາງດ້ານງົບປະ ມານເພີ້ມຂຶ້ນ ທັງເຮັດໃຫ້ລັດຖະບານຕ້ອງແບກຫາບພາລະໜີ້ສິນສາທາລະ ນະຫຼາຍຂຶ້ນນັບມື້ດ້ວຍນັ້ນ ກໍຄືໂຄງການພັດທະນາຕ່າງໆ ທີ່ເອກະຊົນລາວເປັນຝ່າຍອອກເງິນທຶນເພື່ອພັດທະນາໂຄງການໃຫ້ກ່ອນ ແລ້ວໃຫ້ລັດຖະບານລາວຊໍາລະຄືນໃນພາຍຫຼັງ ໄດ້ມີການປະເມີນມູນຄ່າຂອງໂຄງການສູງເກີນຄວາມເປັນຈິງ ກວ່າ 2 ເທົ່າຕົວ ໂດຍນອກຈາກຈະເຮັດໃຫ້ລັດຖະບານ ຕ້ອງແບກຮັບພາລະໜີ້ສິນສູງເກີນຈິງແລ້ວ ກໍຍັງເຮັດໃຫ້ໄດ້ໂຄງການພັດທະນາທີ່ມີຄຸນນະພາບ ບໍ່ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ເປັນເລື້ອງທີ່ແປກທີ່ສຸດໃນບັນດາປະເທດ ແຕ່ເຮົານີ້ ລັດເປັນໜີ້ເອກະຊົນ ສ່ວນຫຼາຍທົ່ວໂລກນີ້ມີແຕ່ເອກະຊົນເປັນໜີ້ລັດ ອັນນີ້ ແມ່ນໃນການປະມູນທາງ 1 ກິໂລແມັດນີ້ 2 ລ້ານກວ່າຫຼຽນສະຫະລັດ ຊຶ່ງຈິງໆແລ້ວ ມູນຄ່າຂອງທາງນີ້ ຈະຕີປະເມີນຢູ່ ເຈັດແສນ ເຖິງ ນຶ່ງລ້ານຫຼຽນສະຫະລັດເທົ່ານັ້ນ ແຕ່ເນື່ອງຈາກວ່າການທີ່ລັດບໍ່ມີງົບປະມານ ເລີຍເຮັດໃຫ້ເອກະຊົນເຮັດກ່ອນນັ້ນ ແລະ ຍົກລາຄາສູງຂຶ້ນນີ້ ມັນກະເຮັດໃຫ້ລັດເຮົາກະເປັນໜີ້ ສຸດທ້າຍ ພວກເຮົາກໍ່ຈະເຫັນກັນວ່າ ທາງທີ່ຍົກຂຶ້ນລາຄາສູງນັ້ນ ປັດຈຸບັນມັນກະເພໄປໝົດທົ່ວປະເທດ ຕັ້ງແຕ່ເໜືອຮອດໃຕ້”

ທາງດ້ານເຈົ້າໜ້າທີ່ໃນກະຊວງການເງິນ ເປີດເຜີຍວ່າ ລັດຖະບານ ເກັບລາຍຮັບຈາກພາສີອາກອນ ແລະຄ່າທຳນຽມຕ່າງໆ ໄດ້ໃນມູນຄ່າລວມ 38,440 ຕື້ກີບ ໃນປີ 2023 ເພີ້ມຂຶ້ນເຖິງ 22 ເປີເຊັນ ທຽບໃສ່ປີ 2022 ແຕ່ວ່າດ້ວຍການທີ່ລັດຖະບານມີລາຍຈ່າຍສູງເຖິງ 43,490 ຕື້ກີບ ຊຶ່ງ ເຖິງລາຍຈ່າຍທີ່ເປັນດອກເບ້ຍເງິນກູ້ໃນປະເທດ ແລະ ຊໍາລະຄືນໃຫ້ກັບເອກະຊົນທີ່ອອກທຶນໃຫ້ກ່ອ ນໃນໂຄງການພັດທະນາຕ່າງໆ ຄິດເປັນມູນຄ່າລວມ 11,940 ຕື້ກີບດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບການຂາດດຸນດ້ານງົບປະມານສູງກວ່າ 15,560 ຕື້ກີບ ແຕ່ການທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ໃນມູນຄ່າລວມ 10,150 ຕື້ກີບ ຈຶ່ງເຮັດໃຫ້ການຂາດດຸນທາງດ້ານງົບປະມານຂອງລັດຖະບານລາວຫຼຸດລົງເຫຼືອພຽງ 5,050 ຕື້ກີບເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຍັງຈະຕ້ອງພັດທະນາການຈັດເກັບລາຍຮັບໃຫ້ມີປະສິດທິພາບສູງຂຶ້ນ ໂດຍສະເພາະແມ່ນການພັດທະນາລະບົບການຈັດເກັບລາຍຮັບຈາກພາສີມູນຄ່າເພີ້ມ ແລະ ອາກອນການຄ້າໃຫ້ເປັນລະບົບ Electronic ທີ່ທັນສະໄໝນັ້ນ ເພາະວ່າ ລະບົບການຈັດເກັບລາຍຮັບໃນປັດຈຸບັນນີ້ ຍັງມີຢ່າງຈຳກັດ ດັ່ງທີ່ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຖະແຫຼງຢືນຢັນວ່າ:

“ອາກອນມູນຄ່າເພີ້ມ ສາມາດປະຕິບັດໄດ້ 11,845 ຫົວໜ່ວຍ ເທົ່າກັບ 81 ເປີເຊັນ ແລະ ໄດ້ຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການເຊື່ອມກັບລະບົບຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ 6,793 ຫົວໜ່ວຍກວມເອົາ 46 ເປີເຊັນ ໄດ້ປະມານສົມທົບກັບຂະແໜງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໃນການເກັບກູ້ຊັບສິນ ທີ່ຖືກຮິບຕາມຄຳຕັດສິນຂອງສານ ເປັນຕົ້ນ ພາຫະນະ ເຄື່ອງຈັກ ທີ່ດິນ ໄມ້ ວັດຖຸມີຄ່າ ແລະ ຊັບສິນອື່ນໆ 742 ລາຍການ ລວມເປັນມູນຄ່າ 43 ຕື້ກີບ.”

ທັງນີ້ ຜູ້ຊ່ຽວຊານຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ປະຈຳເຂດລຸ່ມນໍ້າຂອງ ປະເມີນວ່າ ສະພາວະໜີ້ສິນຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ເພີ້ມຂຶ້ນຈາກອັດຕາສະເລ່ຍ 110 ເປີເຊັນ ຂອງມູນຄ່າ ຜະ ລິດຕະພັນລວມພາຍໃນ (GDP) ໃນປີ 2022 ເປັນເກີນກວ່າ 120 ເປີເຊັນຂອງ GDP ໃນປີ 2023 ໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວມີພັນທະທີ່ຈະຕ້ອງຊໍາລະຄືນໜີ້ຕ່າງປະເທດ ຄິດເປັນມູນຄ່າສະເລ່ຍ 1,600 ລ້ານໂຕລາ ຕໍ່ປີ ໃນຊ່ວງປີ 2023-2026 ທັງຍັງຈະເພີ້ມຂຶ້ນເປັນເກີນກວ່າ 1,780 ລ້ານໂດລາ ຕໍ່ປີ ໃນຊ່ວງປີ 2027-2030 ຊຶ່ງກໍ່ເຮັດໃຫ້ລັດຖະບານລາວຈະຕ້ອງເກັບລາຍຮັບໃຫ້ໄດ້ເຖິງ 19 ເປີເຊັນຂອງ GDP ໃນແຕ່ລະປີ ຈຶ່ງຈະເຮັດໃຫ້ລັດຖະບານລາວ ມີ ລາຍຮັບພຽງພໍກັບລາຍຈ່າຍຕົວຈິງທີ່ເພີ້ມຂຶ້ນຈາກການເພີ້ມຂຶ້ນຂອງໜີ້ສິນຕ່າງປະເທດດັ່ງກ່າວ ແຕ່ວ່າທີ່ຜ່ານມາ ລັດຖະບານລາວສາມາດຈັດເກັບລາຍຮັບໄດ້ບໍ່ເຖິງ 16 ເປີເຊັນຂອງມູນຄ່າ GDP ເພາະສະນັ້ນ ຖ້າຫາກວ່າການເກັບລາຍຮັບຍັງບໍ່ດີຂຶ້ນກວ່າທີ່ຜ່ານມາກໍ່ຍ່ອມຈະເຮັດໃຫ້ລັດຖະບານລາວຕ້ອງກູ້ຍືມຈາກຕ່າງປະເທດເພີ້ມຂຶ້ນອີກຢ່າງຫຼີກລ້ຽງບໍ່ໄດ້.

XS
SM
MD
LG