ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແນວ​ໜ້າ​ດ້ານດິ​ຈິ​ຕອ​ລ ​ຂອງ ຢູ​ເຄ​ຣນ ທຳ​ການຕໍ່​ສູ້​ຕ້ານ ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປາ​ກົດ​ຢູ່​ຈໍ​ໂທ​ລະ​ພາບ ຢູ່​ຕະຫຼາດ​ຮຸ້ນ ​ໃນ​ເມືອງ ແຟ​ຣັງ​ເຝີດ, ປະ​ເທດ ເຢຍ​ຣະ​ມັນ, 25 ກຸມ​ພາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປາ​ກົດ​ຢູ່​ຈໍ​ໂທ​ລະ​ພາບ ຢູ່​ຕະຫຼາດ​ຮຸ້ນ ​ໃນ​ເມືອງ ແຟ​ຣັງ​ເຝີດ, ປະ​ເທດ ເຢຍ​ຣະ​ມັນ, 25 ກຸມ​ພາ 2022.

ການ​ເຮັດ​ວຽກ​ຈາກ​ບ່ອນຫຼົບ​ລີ້​ລະ​ເບີດ​ໄດ້​ກາຍ​ເປັນ​ພາ​ວະ​ປົກ​ກະ​ຕິ​ສຳ​ລັບ​ຊາວ ຢູ​ເຄ​ຣນ ຄື​ທ້າວ ໂຣ​ມັນ ໂອ​ຊາ​ດຈຸກ (Roman Osadchuk).

ລາວ​ໄດ້​ເວົ້າ ໂດຍ​ບໍ່​ໄດ້​ກະ​ກຽມ​ມາ​ກ່ອນ ເວ​ລາ​ທີ່​ລາວ​ໄດ້​ໃຫ້​ຄຳ​ເຫັນ ​ຕໍ່​ວີ​ໂອ​ເອ​ຈາກ​ນະ​ຄອນຫຼວງ ກີ​ຢິບ ວ່າ “ຕອນ​ເລີ່ມ​ຕົ້ນ, ມັນ​ໄດ້​ມີ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດຫຼາຍ. ປັ​ດ​ຈຸ​ບັນ​ນີ້, ບາງ​ເທື່ອ​ສອງ​ຄັ້ງຕໍ່​ທິດ. ຂ້ອຍ​ໝາຍ​ຄວາມ​ວ່າ​ຂ້ອຍ​ໄດ້​ຢູ່​ໃນ​ບ່ອນ​ລີ້​ໄພ​ໃນ​ມື້ນີ້.”

ສ່ວນ​ຫຼາຍ​ທ້າວ ໂອ​ຊາດ​ຈຸ ແມ່ນຍັງ “ມີ​ສັນ​ຍານ​ອິນ​ເຕີ​ເນັດໃຊ້​ດີ​ຢູ່” ແລະ ບາງ​ຄັ້ງ​ລາວ​ກໍ​ໄດ້​ຮັບ​ສັນ​ຍານ WiFi ຢູ່​ໃນ​ບ່ອນ​ລີ້​ໄພ ສະ​ນັ້ນ​ລາວ​ຍັງ​ສາ​ມາດ​ເຮັດ​ວຽກ​ໄດ້, “ພຽງ​ແຕ່ຢູ່​ໃຕ້​ດິນ.”

ວຽກ​ງານ​ນັ້ນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ແນວ​ໜ້າ​ທາງ​ດິ​ຈິ​ຕອ​ລຂອງ​ສົງ​ຄາມ​ໃນ​ຢູ​ເຄ​ຣນ. ການ​ມີ​ຖານ​ປະ​ຕິ​ບັດ​ງານ​ໃນ​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ນັ້ນ, ທ້າວ ໂອ​ຊາດ​ຈຸກ ຈະ​ຕິດ​ຕາມ​ການ​ບິດ​ເບື້ອນ​ຂໍ້​ມູນ​ຂອງ ຣັດ​ເຊຍ ສຳ​ລັບ​ຫ້ອງ​ທົດ​ລອງ​ການ​ຄົ້ນ​ຄວ້າ ກ່ຽວ​ກັບ ການ​ໂຕ້​ແຍ້ງ​ຖົກ​ຖຽງ​ທາງ​ດິ​ຈິ​ຕອ​ລ​ຂອງ​ສະ​ພາ ແອັດ​ແລນ​ຕິກ.

ວຽກ​ຂອງ​ລາວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ປະ​ຕິ​ບັດ​ການ​ສາ​ກົນ​ທີ່ກວ້າງ​ຂວາງ​ນັບ​ຈາກ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ເປີດ, ນັກ​ວິ​ເຄາະ ແລະ ນັກ​ຂ່າວ ເພື່ອ​ສຶກ​ສາ​ການ​ບິດ​ເບືອນ​ຂໍ້​ມູນ ຣັດ​ເຊຍ, ການ​ກ່າວ​ອ້າງ​ທີ່​ຜິດ, ແລະ ການ​ລ່ວງ​ລະ​ເມີດ​ເອ​ກະ​ສານ​ຕ່າງໆ.

ຣັດ​ເຊຍ ໄດ້​ເປີດ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ ກ່ຽວ​ກັບ ຢູ​ເຄ​ຣນ ຫຼາຍ​ປີ​ແລ້ວ.

ແລະ ດ້ວຍ​ການ​ບຸກ​ລຸກ​ຢ່າງ​ເຕັມ​ອັດ​ຕາ​ໃນ​ເດືອນ​ກຸມ​ພາ 2022 ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ກ່າວ​ອ້າງ ​ຢ່າງບໍ່​ຖືກ​ຕ້ອງວ່າ ສົງ​ຄາມ​ນັ້ນ​ແມ່ນ​ຈຳ​ເປັນເພື່ອ “ກຳ​ຈັດ​ອິດ​ທິ​ພົນ​ນາ​ຊີ” ຢູ​ເຄ​ຣນ ແລະ ປ້ອງ​ກັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG