ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະວີບອາຟຣິກາ ມາເຖິງປັດຈຸບັນນີ້ ແມ່ນປາດສະຈາກ ໂຣກໂປລີໂອ ຫຼື ໂຣກເປ້ຍລ່ອຍ ແລ້ວ


ເດັກຍິງສະແດງອາການເມື່ອໄດ້ຮັບການສັກຢາໃນລະຫວ່າງ ໂຄງການສັກຢາປ້ອງກັນ ພະຍາດໝາກສຸກ ພະຍາດໝາກແດງ ແລະໂຣກເປ້ຍລ່ອຍ ໃຫ້ແກ່ພວກເດັກນ້ອຍ ອາຍຸຕ່ຳກວ່າ 15 ປີ ໃນເມືອງ ເອັນໂກຊີ ຕັ້ງຢູ່ຫ່າງຈາກນະຄອນ ກຳປາລາ ປະມານ 84 ກິໂລແມັດ, ຂອງປະເທດອູການດາ, ວັນທີ 19 ຕຸລາ 2019.
ເດັກຍິງສະແດງອາການເມື່ອໄດ້ຮັບການສັກຢາໃນລະຫວ່າງ ໂຄງການສັກຢາປ້ອງກັນ ພະຍາດໝາກສຸກ ພະຍາດໝາກແດງ ແລະໂຣກເປ້ຍລ່ອຍ ໃຫ້ແກ່ພວກເດັກນ້ອຍ ອາຍຸຕ່ຳກວ່າ 15 ປີ ໃນເມືອງ ເອັນໂກຊີ ຕັ້ງຢູ່ຫ່າງຈາກນະຄອນ ກຳປາລາ ປະມານ 84 ກິໂລແມັດ, ຂອງປະເທດອູການດາ, ວັນທີ 19 ຕຸລາ 2019.

ບັນດາປະເທດອາຟຣິກາທັງໝົດໄດ້ບັນລຸຂີດໝາຍທີ່ສຳຄັນຍິ່ງ. ອົງການອະນາ ໄມໂລກຫຼື WHO ໄດ້ປະກາດວ່າ ທະວີບອາຟຣິກາທັງມວນ ດຽວນີ້ແມ່ນປາດສະຈາກໄວຣັສໂປລີໂອແລ້ວ. ເຫດການນີ້ເກີດຂຶ້ນໄດ້ ຫຼັງຈາກທີ່ບໍ່ມີກໍລະນີຕິດພະຍາດດັ່ງກ່າວເລີຍ ໃນຕະຫຼອດໄລຍະສີ່ປີຜ່ານມາ.

ດ້ວຍຂີດໝາຍທີ່ເປັນປະຫວັດສາດນີ້ 5 ໃນ 6 ຂົງເຂດ ຂອງອົງການ WHO ທີ່ເປັນຕົວແທນຂອງປະຊາກອນໂລກກວ່າ 90 ເປີເຊັນ ຊຶ່ງດຽວນີ້ ແມ່ນປາດສະຈາກໂຣກພະຍາດ ທີ່ເຮັດໃຫ້ເປັນເປ້ຍລ່ອຍ. ໂລກຂອງເຮົາບັດນີ້ ແມ່ນໃກ້ເຂົ້າມາແລ້ວ ທີ່ຈະສາມາດກຳຈັດໂປລີໂອໃຫ້ໝົດໄປຈາກໂລກ. ຖ້າມັນຫາກສາມາດເຮັດໄດ້ ມັນກໍຈະເປັນພະຍາດຕິດແປດອັນທີສອງ ຮອງຈາກພະຍາດໝາກສຸກ ທີ່ໄດ້ຖືກກຳຈັດໄປແລ້ວ.

ມັນບໍ່ໄດ້ເປັນການງ່າຍເລີຍ. ມັນໄດ້ໃຊ້ເວລາຫຼາຍທົດສະວັດ ແລະພະນັກງານສາທາລະນະສຸກຫຼາຍລ້ານຄົນທີ່ຕ້ອງໄດ້ເດີນທາງດ້ວຍການຍ່າງແລະດ້ວຍເຮືອ ລົດເມ ແລະລົດຖີບ ເພື່ອໄປຮອດພວກເດັກນ້ອຍຢູ່ໃນເຂດທີ່ຫ່າງໄກສອກຫລີກ. ພວກພະນັກງານສາທາລະນະສຸກ ໄດ້ຜ່ານຜ່າບັນຫາຂັດແຍ້ງເພື່ອປ້ອງກັນບໍ່ໃຫ້ພວກເດັກນ້ອຍທົນທຸກທໍລະມານ ກັບການເປັນຄົນພິການ ແລະອຳມະພາດ ຕະ ຫຼອດຊີວິດ.

ໃນປີ 1996 ທ່ານແນລສັນ ແມນເດລາ ປະທານາທິບໍດີຂອງອາຟຣິກາໃຕ້ ໂດຍການສະໜັບສະໜຸນຂອງອົງການ Rotary International ໄດ້ລິເລີ້ມຄວາມໝັ້ນໝາຍຂອງອາຟຣິກາ ທີ່ຈະລົບລ້າງພະຍາດໂປລີໂອ ຫຼື ໂຣກເປ້ຍລ່ອຍ ດ້ວຍການເລີ້ມຕົ້ນໂຄງການປຸກລະດົມ Kick Polio Out of Africa.

ທ່ານແມນເດລາ ຮຽກຮ້ອງຕໍ່ປະເທດອາຟຣິກາທັງຫຼາຍ ແລະບັນດາຜູ້ນຳໃນທົ່ວທະວີບ ໃຫ້ເພີ້ມຄວາມພະຍາຍາມຂອງພວກເຂົາເຈົ້າເພື່ອໃຫ້ໄປຮອດພວກເດັກ ນ້ອຍໝົດທຸກຄົນ ດ້ວຍການສັກຢາປ້ອງກັນໂປລີໂອ. ໃນຊ່ວງເວລາ ທີ່ໂປລີໂອ ໄດ້ເຮັດໃຫ້ພວກເດັກນ້ອຍປະມານ 75,000 ຄົນເປັນເປ້ຍລ່ອຍ ໃນແຕ່ລະປີ ຢູ່ໃນທະວີບອາຟຣິກາ. ນັບຕັ້ງແຕ່ນັ້ນມາ 9 ພັນລ້ານຄົນ ໄດ້ກິນຢາປ້ອງກັນໂປລີໂອ ແລະສາມາດປ້ອງກັນ ບໍ່ໃຫ້ມີກໍລະນີຕິດໄວຣັສໂປລີໂອໄດ້ ເກືອບ 2 ລ້ານກໍລະນີ ຢູ່ໃນທະວີບດັ່ງກ່າວ ອີງຕາມອົງການອະນາໄມໂລກ.

ທ່ານນາງແຄໂຣ ປານແດັກ ເປັນຫົວໜ້ານຳພາ ໂຄງການ Polio Plus ຂອງອົງການ Rotary International. ທ່ານນາງໄດ້ກ່າວຕໍ່ວີໂອເອ ວ່າ “ພວກເຮົາໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍ ດ້ວຍການເຮັດວຽກກັບບັນດາຜູ້ນຳຊຸມຊົນ ບາງຄັ້ງ ກັບບັນດາເຈົ້າໜ້າທີ່ທະຫານ ສຳລັບຊ່ອຍໃນການນຳສົ່ງຢາປ້ອງກັນ ເພື່ອຫລຸດຜ່ອນຈຳນວນຂອງພວກເດັກນ້ອຍ ທີ່ບໍ່ສາມາດເຂົ້າເຖິງໄດ້ ຍ້ອນບັນ ຫາຂັດແຍ້ງ ໃຫ້ລົງເຫຼືອຢູ່ໃນຈຳນວນໜ້ອຍທີ່ສຸດ.”

ບັນດາຜູ້ນຳຄົນອື່ນໆ ເຊັ່ນວ່າ ອະດີດລັດຖະມົນຕີກະຊວງສາທາລະນະສຸກຂອງໄນຈີເຣຍ ທ່ານໝໍ ມູຮາມມັດ ອາລີ ພາເຕ ໄດ້ໄປແຕ່ລະຄຸ້ມບ້ານ ທີ່ເປັນບ້ານເກີດຂອງທ່ານຢູ່ໃນໄນຈີເຣຍ ເພື່ອຊັກຊວນພວກຜູ້ນຳຊົນເຜົ່າໃຫ້ພວກເດັກນ້ອຍ ໄດ້ຮັບຢາປ້ອງກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG