ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການບໍລິການ ແລະຈັດການໃນການກຳຈັດຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນຍັງ ຂາດເຂີນຢູ່


ສະ​ໜາມ​ບໍ​າ​ບັດ​ຂີ້​ເຫຍື້ອ​ໃນ​ນະ​ຄອນ​​ຼ​ຫຼວງວຽງ​ຈັນ
ສະ​ໜາມ​ບໍ​າ​ບັດ​ຂີ້​ເຫຍື້ອ​ໃນ​ນະ​ຄອນ​​ຼ​ຫຼວງວຽງ​ຈັນ

ໂດຍເປັນສູນກາງທາງເສດຖະກິດ, ການສຶກສາ, ອຸດສາຫະກໍາ ແລະທຸລະກິດ ການຄ້າ
ຂອງ​ປະ​ເທດ, ນະຄອນຫລວງວຽງຈັນກໍາລັງປະສົບກັບບັນຫາ ສິ່ງແວດ ລ້ອມຫລາຍຢ່າງ
ໂດຍ​ສະ​ເພາະ​ແມ່ນບັນຫາການເພີ້ມຂຶ້ນຢ່າງ​ໄວ​ວາຂອງປະ​ລິ​ມານຂີ້ເຫຍື້ອ ທີ່ເປັນ​ຜົນ
ຕາມມາກັບການເຕີບໂຕທາງເສດຖະກິດ, ການເພີ້ມ​ຂຶ້ນ​ຂອງ​ພົນ​ລະ​ເມືອງຕະ​ຫລອດ​ທັງການປ່ຽນແປງແບບ ແຜນການດໍາລົງຊີວິດ ຂອງຄົນຢູ່​ໃນ​ຕົວ​ເມືອງ​ດັ່ງ​ກ່າວ. ແຕ່​ວ່າ
ການ​ພັດ​ທະ​ນາແລະ​ບໍ​ລິ​ຫານ​ຕົວ​ເມືອງ​ໃຫ້​ເປັນ​ລະ​ບົບ ແລະ​ສະ​ອາດນັ້ນ​ຫລາຍກັບ​ຊັກ
​ຊ້າ ​ຈຶ່ງເຮັດ​ໃຫ້​ເກີດ​ບັນ​ຫາ​ໃນ​ການ​ບໍ​ລິ​ຫານ ແລະ​ກຳ​ຈັດ​ຂີ້​ເຫຍື້ອຢູ່​ໃນ​ນະ​ຄອນ​ຫລວງ​
ດັ່​ງ​ກ່າວ ບໍ່​ທົ່ວ​ເຖິງ. ​ດ້ວຍ​ເຫດ​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ​ຂໍ​ເຊີນທ່ານຮັບຟັງລາຍ​ລະ​ອຽດຈາກ
ກິ່ງ​ສະ​ຫວັນ​ໄດ້​ໃນ​ອັນດັບຕໍ່ໄປ

ໃນສອງທົດສະວັດມານີ້ ສປປ ລາວ ເປັນປະເທດນຶ່ງໃນໂລກ ທີ່ມີລະດັບເຕີບໂຕທາງ
ເສດຖະກິດສູງ, ອີງຕາມລາຍງານຂອງທະນາຄານໂລກໃນປີ 2019. ຜົນກະທົບໃນ
ດ້ານລົບອັນນຶ່ງທີ່ຕາມມາກັບຄວາມຈະ​ເລີນກ້າວໜ້າທາງເສດ ຖະກິດ, ການສ້າງ ແລະຂະຫຍາຍອຸດສາຫະກໍາ ແລະ ການ​ເພີ້ມ​ຂຶ້ນ​ຢ່າງວ່ອງ​ໄວຂອງ​ພົນ​ລະ​ເມືອງ​ໃນ​
ຕົວ​ເມືອງ​ໃຫຍ່​ ເຊັ່ນ​ນະ​ຄອນ​ຫລວງວຽງ​ຈັນນັ້ນກໍຄື ການເພີ້ມຂຶ້ນຢ່າງໄວວາຂອງປະ​ລິ​ມານຂີ້ເຫຍື້ອ, ລວມ​ທັງຂີ້​ເຫຍື້ອປະ​ເພດຢາງ ປລາສຕິກ.ອີງຕາມສູນສະຖິຕິແຫ່ງຊາດ
ຂອງລາວ, ຢູ່ນະຄອນຫລວງວຽງຈັນ ທີ່ມີປະຊາຊົນປະມານ 9 ແສນ 7 ພັນຄົນ ໃນປີ
2019ຊຶ່ງ​ກວາມ​ເອົາ​ເຄິ່ງ​ນຶ່ງຂອງ​ຈຳ​ນວນ​ຄົນ​ທີ່​ອາ​ໄສ​ໃນ​ເຂດ​ຕົວ​ເມືອງທັງ​ໝົດ​ທົ່ວ​ປະ
​ເທດ ໂດຍມີອັດຕາ ການເພີ້ມຂຶ້ນຂອງພົນລະເມືອງສະ​ເລ່ຍ 4.3 ເປີເຊັນ. ສະນັ້ນ ເຖິງ
ແມ່ນວ່າ ນະຄອນດັ່ງກ່າວຈະຍັງບໍ່ທັນປະສົບກັບບັນຫາຂີ້ເຫຍື້ອຢ່າງຮ້າຍແຮງເທົ່າ ກັບຕົວເມືອງໃຫຍ່ອື່ນຢູ່ໃນເຂດລຸ່ມແມ່ນໍ້າຂອງກໍຕາມ ແຕ່ມັນກໍເປັນຕົວເມືອງ ທີ່ຢູ່ໃນ
ອັນດັບທີ 3, ທີ່ລອງລົງມາຈາກບາງກອກ ແລະຄຸນໝິງ ທີ່​ມີ​ອັດ​ຕາ​ຜະ​ລິດຂີ້​ເຫຍື້ອສູງ​, ອີງຕາມບົດຄົ້ນຄວ້າຂອງທ່ານ ບຸກສຸກ ສຸກສະຫວັດ​, ອາຈານ ສອນໃນມະຫາວິທະຍາ
ໄລແຫ່ງຊາດ.

ຢູ່ໃນນະຄອນຫລວງວຽງຈັນ ໃນແຕ່ລະມື້ແມ່ນມີຂີ້ເຫຍື້ອຜະລິດຂຶ້ນມາປະມານ 650
ໂຕນ ແລະ ປະ​ມານ 6.1 ເປີ​ເຊັນ​ຂອງ​ຂີ້​ເຫຍື້ອ​ເຫລົ່າແມ່ນ​ຢາງ​ປ​ລາ​ສ​ຕິກ ທີ່ກຳ​ຈັດ​ໃຫ
​ໝົດ​ໄປໄດ້​ຍາກ, ອີງຕາມການລາຍງານ​ຂອງ​ອົງ​ການ​ພັດ​ທະ​ນາ ແລະ​ຄຸ້ມ​ຄອງ​ຕົວ
​ເມືອງທີ່​ເປັນ​ອົງ​ການ​ຮັບ​ຜິດ​ຊອບ​ຕໍ່​ໜ່ວຍ​ຄຸ້ມ​ຄອງ ແລະ​ບໍ​ລິ​ຫານ​ສະໜາມ​ຖິ້ມ​ຂີ້​ເຫຍື້ອ​
ຫລັກ 32, ເມືອງໄຊທານີໃນ​ນະ​ຄອນ​ຫລວງວຽງ​ຈັນ. ໃນການໃຫ້ສໍາພາດກັບn ວີໂອ
ເອນັ້ນ, ເຈົ້າໜ້າຄຸ້ມຄອງ​ບໍ​ລິ​ຫານ​ສະ​ໜາມ​ຖິ້ມຂີ້ ເຫຍື້ອໃນ​ຫລັກ 32 ທ່ານນຶ່ງບອກວ່າ:

“ການຂົນສົ່ງຂີ້ເຫຍື້ອສະເລ່ຍແມ່ນ 400ໂຕນຕໍ່ມື້ ໃນລາຄາບໍລິການຮັບຂົນ ແມ່ນ
ໂຕນລະ 40.000 ກີບ. ສະ ເພາະການບໍາບັດຂີ້ເຫຍື່ອແມ່ນເຮັດແບບຝັງກົບ ຄືໃນ
ລະດູ
ແລ້ງແມ່ນຂຸດຖົມຝັງມ້ຽນຢູ່ພື້ນດິນ, ສ່ວນລະດູຝົນແມ່ນຕ້ອງໄດ້ ກວດແນບຂີ້
ເຫຍື່ອໄວ້ກ່ອນຢູ່ບ່ອນນຶງຊົ່ວຄາວ. ເມື່ອຕົກຍາມ ແລ້ງມາຈຶ່ງ ໄດ້ທໍາການຂຸດຝັງຂີ້
ເຫຍື້ອຄືນອີກ.”

ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ນ​ະ​ຄອນ​ຫລວງວງ​ຈັນ​ນັ້ນ, ຄະ​ນະ​ບໍ​ລິ​ຫານ ແລະ​ຄຸ້ມ​ຄອງ
​ຕົວ​ເມືອງນະ​ຄອນ​ຫລວງ ​ໄດ້​ວ​າງ​ນະ​ໂຍບາຍ​ 6 ສໍ ອອກ​ມາ ໃນຊຸມ​ປີ​ມໍ່ໆ​ມານີ້ ຊຶ່ງ​ໄດ້​
ແກ່ ສ: ສັນ​ຕິ​ພາບ, ສ: ສະ​ອາດ, ສ: ສີ​ຂຽວ, ສ:ສະ​ຫວ່າງ, ສ:ສີ​ວິ​ໄລ ແລະ ສ: ສະ​ຫງ່າ.
ແຕ່ເນື່ອງ​ຈາກວ່າ ​ມີ​ຂໍ້​ຈຳ​ກັດ​ທາງ​ດ້ານການ​ເງິນ, ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ລະ​ບຽບ​ການ ແລະຄວາມຊຳ​ນານ​ງານ​ໃນ​ດ້ານ​ເທັກ​ນິກ ແລະ​ການ​ບໍ​ລິ​ຫານ ຈຶ່ງ​ເຮັດ​ໃຫ້ມີການບໍລິ
ການໃນການກໍາຈັດຂີ້ເຫຍື້ອບໍ່​ປະ​ຕິ​ບັດ​ໄດ້ຢ່າງ​ທົ່ວ​ເຖິງ ​ແລະ​ພັດ​ທະ​ນາ​ໄປ​ຢ່າງ​ຊ້າໆ
ແລະ​ບໍ່​ເປັນ​ໄປ​ຕາມນະ​ໂຍ​ບາຍນັ້ນໄດ້​ດີ​ປານ​ໃດ. ອີງ​ຕາມຄຳ​ຄິດ​ເຫັນ​ຂອງ​ເຈົ້າ​ໜ້າ​ທີ່​
ຄຸ້ມ​ຄອງ​ສະ​ໜາມ​ຖິ້ມ​ຂີ້​ເຫຍື້ອທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ​ທ່ານບອກວ່າ:

ສ່ວນການບໍລິການລູກຄ້າແມ່ນ ບໍ່ທັນກັບຄວາມຕ້ອງການປານໃດ. ສໍາລັບພາຫະນະ
ຮັບໃຊ້ແມ່ນຍັງມີຄວາມຕ້ອງການຫຼາຍສໍາລັບຢູ່ພາກສະໜາມໃນປັດ ຈຸບັນ ເຊັ່ນ: ຕ້ອງ
ການພາຫະນະລົດດ້າມ 5 ຄັນ, ລົດຈົກ 2 ຄັນ, ລົດດຸດ 2 ຄັນ, ລົດເກດ 1 ຄັນ, ລົດໂລ
1 ຄັນ ເພາະຕ້ອງການເຮັດທາງໃນເຂດ ບໍລິເວນ ບ່ອນເກັບຂີ້ເຫຍື່ອສະເພາະໃນປັດ
ຈຸບັນ. ສ່ວນລະບຽບການຂອງ ຂັ້ນເທິງກໍມີການແຈ້ງການໃຫ້ປະຊາຊົນແຕ່ລະຄອບ

ຄົວມີການຈັດແຍກ ຂີ້ເຫຍື້ອແຕ່ ລະປະເພດ ເພື່ອນໍາເອົາຂີ້ເຫຍື້ອໄປດັດສົມເປັນສິນ
ຄ້າຂາຍ ແລະ ສ່ວນຜົນ ກະທົບນັ້ນກໍມີ ຄື: 1) ແມງວັນ,2) ມີກິ່ນເໝັນ. ສໍາລັບການ
ໂຄງ ການໃຫ້ການຊ່ວຍເຫຼືອຕ່າງໆ ຂອງຕ່າງປະເທດຕອນນີ້ກໍຍັງບໍ່ມີຂ່າວ ຄາວ
ແນວ
ໃດເທື່ອ.”

ເມື່ອ​ເວົ້າ​ເຖິງ​ ​ການ​ບໍ​ລິ​ການ​ເກັບ​ຂີ້​ເຫຍື້ອເພື່ອ​ເອົາ​ໄປ​ຖອກ​ໄວ້​ໃນ​ສະ​ໜາມ​ຖິ້ມ​ຂີ້​ເຫຍື້ອ
​ຫລັກ 32 ນັ້ນ ແມ່ນ​ດຳ​ເນີນ​ງານ​ໂດຍ 9 ບໍ​ລິດ​ສັດຊຶ່ງ​ໃນ​ນັ້ນ 1 ບໍ​ລິ​ສັດ​ແມ່ນ​ເປັນ​ຂອງ​
ລັດ​ວິ​ສາ​ຫະ​ກິດ. ​ການ​ບໍ​ລິ​ການດ້ານນີ້​ ກໍ​ມີໃຫ້​ແຕ່​ສຳ​ລັບ​ຢູ່​ໃນ 8 ເມືອງ​ຂອງ​ນະ​ຄອນ​
ຫລວງວຽງ​ຈັນ​ເທົ່າ​ນັ້ນ, ຊຶ່ງລວມ​ມີ 4 ເມືອງທີ່ຕັ້ງຢູ່ໃຈກາງ ເທດ​ສະ​ບານເມືອງ ຊຶ່ງກໍຄື ຈັນທະບູລີ, ສີສັດຕະນາກ, ສີໂຄດ ຕະບອງ, ໄຊເສດຖາ ແລະ 5 ​ເມືອງ​ທີ່​ຢູ່​ເຂດ​ຊານ​
ເມືອງແລະ​ມີເນື້ອ​ທີ່​ສ່ວນ​ໃຫຍ່​ເປັນ​ເ​ຂດ​ຊົນ​ນະ​ບົດ ຄືເມືອງໄຊ​ທາ​ນີ, ຫາດຊາຍຟອງ,
ປາກງື່ມ ແລະນາຊາຍທອງ. ສ່ວນ​ເມືອງ​ສັງ​ທອງ​ແມ່ນບໍ່​ມີ​ການ​ບໍ​ລິ​ການ​ທີ່​ວ່ານີ້​ເລີຍ,
ອີງຕາມ​ອົງ​ການ​ພັດ​ທະ​ນາ ແລະ​ຄຸ້ມ​ຄອງ​ຕົວ​ເມືອງ. ​ມີ​ແຕ່​ຢູ່​ໃນ​ເຂດ​ 4 ເມືອງ​ໃນ​ເຂດ
​ເທດ​ສະ​ບານ ເທົ່ານັ້ນມີ​ການບໍ​ລິ​ການທີ່​ມີ​ປະ​ສິດ​ທິ​ພາບແລະເປັນ​ລະ​ບົບດີ​ດ​ແດ່ ໂດຍ​
ມີ​ລົດ​ຂົນ​ສົ່ງ​ຂີ້​ເຫຍື້ອໄປ​ເກັບ​ເອົາ​ຂີ້​ເຫຍື້ອ​ຂອງ​ແຕ່​ລະ​ຄົວ​ເຮືອນ ແລະ​ຫ້າງ​ຮ້ານລວມ​
ທັງ​ອົງ​ການ​ຕ່າງໆ​ອາ​ທິດລະ​ເທື່ອ. ສ່ວນ​ຢູ່ 5 ເມືອງທີ່​ເຫລືອນັ້ນ​ແມ່ນມີການ ບໍລິການຢູ່ ແຕ່ກໍຂາດເຂີນ ຫລືບໍ່ດີປານ​ໃດ ດັ່ງການໃຫ້ສໍາພາດຂອງພະນັກງານບໍລິຫານສູນການ
ຄ້າໄອເຕັກທີ່ເປັນ​ບໍ​ລິ​ສັດ​ນຶ່ງ ທີ່ໃຊ້ບໍລິການຂອງ ບໍລິສັດເກັບຂີ້ເຫຍື້ອທີ່ເວົ້າວ່າ:


“ເຮົາມາສັງເກດໂດຍລວມແລ້ວນໍ ການພັດທະນາຢູ່ບ້ານເຮົານີ້ຄວາມຮັບຜິດຊອບ
ມີແຕ່ໃນເມືອງ, ສ່ວນບ່ອນຫ່າງໄກໜ້ອຍໜຶ່ງການບໍລິການບໍ່ຄ່ອຍດີນໍ.”

ສະ​ຫລຸບ​ແລ້ວ, ການ​ບໍ​ລິ​ການ​ເກັບແລະ​ກຳ​ຈັດ​ຂີ້​ເຫຍື້ອ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​ນັ້ນ
ກໍ​ໄດ້​ມີ​ການ​ປະ​ຕິ​ບັດ​ຢ່າງ​ເປັນ​ລະ​ບົບ​ມາ​ຢູ່ ແຕ່​ເນື່ອງ​ຈາກ​ຂໍ້​ຈຳ​ກັດໃນ​ຫລາຍ​ດ້ານ ໂດຍ​
ສະ​ເພາະ​ແມ່ນ​ທາງ​ດ້ານ​ເງິນ​ທຶນ ແລະອຸ​ປະ​ກອນ ຈຶ່ງ​ເຮັດ​ໃຫ້ການ​ບໍ​ລິ​ການ​ດ້ານນີ້ບໍ່​ສາ​
ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງທີ່​ມີ​ພົນ​ລະ​ເມືອງ​ນັບ​ມື້
ນັບ​ເພີ້ມ​ຂຶ້ນນີ້​ໄດ້ ​ດີ​ປານ​ໃດ.

XS
SM
MD
LG