ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພີ່ນ້ອງລາວ ເຜົ່າຂະມຸໃນ ສຫລ ພາກັນສະຫຼອງບຸນປີໃໝ່ ທຸກປີ ເພື່ອຮັກສາປະເພນີອັນດີງາມຂອງຕົນໄວ້


ລິງໂດຍກົງ

ງານສະເຫຼີມສະຫຼອງວັນປີໃໝ່ ຂອງພີ່ນ້ອງຊົນເຜົ່າຂະມຸ, ເມືອງເຟຣສໂນ, ລັດຄາລິຟໍເນຍ.

ອັນ​ດັບ​ຕໍ່​ໄປ ພວກເຮົາຈະນໍາເອົາການສໍາພາດ ກ່ຽວກັບການຈັດງານບຸນປີໃໝ່ຂອງເຜົ່າຂະມຸ ຢູ່ໃນສະຫະລັດມາສະເໜີທ່ານ ຂໍເຊີນທ່ານຮັບຟັງຈາກ ບົວສະຫວັນໄດ້.

ຊາວຂະມຸ ແມ່ນມາຈາກຕະກຸນຊົນເຜົ່າມອນ-ຂະແມ ຊຶ່ງເປັນຕະກຸນຊົນເຜົ່າດັ້ງ ເດີມຂອງປະເທດລາວ. ປັດຈຸບັນເຂົາເຈົ້າມີປະມານ 20 ພັນຄົນ ທີ່ອາໄສຢູ່ໃນ ສະຫະລັດ, ອີງຕາມທ່ານນາງເທຣຊີ ຈຸນລະພັນ ເຟຣດແມນ, ປະທານ ສະຫະ ພັນຂະມຸແຫ່ງຊາດໃນອາເມຣິກາ. ຄ້າຍໆກັບຊົນຊາດຊົນເຜົ່າອື່ນທີ່ມາຈາກລາວ ເຖິງແມ່ນຈະພັດພາກຈາກບ້ານເກີດເມືອງນອນ ມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໄດ້ 4 ທົດສະວັດກວ່າແລ້ວກໍຕາມ ແຕ່ກໍຍັງຮັກສາປະເພນີ ດັ້ງເດີມຂອງຕົນໄວ້ ໂດຍໄດ້ພາກັນເຮັດບຸນປີໃໝ່ຂະມຸ ຫລື ບຸນເກຣິ ຂຶ້ນໃນທຸກໆປີ ຊຶ່ງ ຜັດປ່ຽນການຈັດຢູ່ ໃນເມືອງ ຫຼືລັດຕ່າງໆ ຊຶ່ງທ່ານນາງເທຣຊີ ກ່າວເຖິງບຸນນີ້ວ່າ:

ຊາວຂະ​ມຸ​ພວກ​ເຮົາມີ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນຫຼາຍ​ແທ້ໆ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ເນັ້ນ​ໃຫ້​ເຫັນ​ວັດ​ທະ​ນະ​ທຳຫຼາກຫຼາຍ​ຂອງພວກເຮົາ ແລະ​ຊົນ​ເຜົ່າຂອງເຮົາຢູ່​ໃນ​ບຸນປີ​ໃໝ່​. ເຄື່ອງນຸ່ງຫົ່ມຂອງພວກເຮົາສະແດງໃຫ້ເຫັນສິ່ງນັ້ນໂດຍທີ່ມີສີສົດ ໃສ, ແລະບາງອັນກໍມີສີດໍາເປັນພື້ນ ແລະຈາກນັ້ນກໍເຕີມຫຼາຍສີສັນເຂົ້າໄປເພື່ອໃຫ້ ເປັນສິ່ງຂີດຫມາຍເຖິງຊົນເຜົ່າຕ່າງໆ. ພວກ​ເຮົາ​ມີ​ຊົນ​ເຜົ່າ​ທີ່​ວ່າມາ​ຈາກ​ພາກ​ເໜືອ, ຫລວງນ້ຳ​ທາ, ບໍ່​ແກ້ວ, ຊຽງ​ຂວາງ. ສະນັ້ນ ເມື່ອພວກເຮົາຍ້າຍມາຢູ່ສະ ຫະລັດ ມັນກໍເປັນການສະເຫຼີມສະຫຼອງວັດທະນະທໍາ ແລະລະນຶກເຖິງບັນພະບຸ ລຸດ, ຮັກສາການຟ້ອນປະເພນີຂອງພວກເຮົາ, ດົນຕີຂອງພວກເຮົາ ແລະເປັນໂອກາດອັນນຶ່ງ ທີ່ໃຫ້ພວກເຮົາທຸກຄົນໄດ້ໄປພົບພໍ້ກັນ."

ນັກຟ້ອນເດັກນ້ອຍຍິງຂອງຊົນເຜົ່າຂະມຸ, ເມືອງເຟຣສໂນ, ລັດຄາລິຟໍເນຍ.
ນັກຟ້ອນເດັກນ້ອຍຍິງຂອງຊົນເຜົ່າຂະມຸ, ເມືອງເຟຣສໂນ, ລັດຄາລິຟໍເນຍ.

ທ່ານໂທນີ ຄຸດສະຫວັນ, ຮອງປະ​ທານສະຫະພັນຂະມຸແຫ່ງຊາດທີ່ວ່ານັ້ນ ແລະເປັນ ຜູ້ນຶ່ງຄະນະຈັດງານບຸນປີນີ້ ອະທິບາຍກ່ຽວກັບຄວາມໝາຍຂອງບຸນນີ້ສູ່ຟັງວ່າ:

ຄວາມໝາຍວ່າເກຣິຫັັ້ນ ມັນເປັນພາສາຂະມຸ. ທຸກໆປີຫັ້ນໜະ ພວກເຮົາຫຼັງຈາກ ເກັບກ່ຽວຂອງປູກຂອງຝັງຫັ້ນໜະ ແຕ່ທ້າຍເດືອນ 11 ຫາເດືອນ 12 ຫັ້ນ ແປວ່າ ໄປເກັບກູ້ເອົາເຄື່ອງປູກຂອງຝັງ ເອົາເຜືອກເອົາມັນ ແປວ່າຂຸດເອົາຈາກພື້ນດິນ ອອກມາ ແປວ່າເກຣິ ຄວາມໝາຍໂຕນັ້ນແປວ່າເກຣິ ແລ້ວ ສິ່ງຂອງທີ່ພວກເຮົາໄດ້ ປູກຝັງຫັ້ນ ເພື່ອວ່າມາສະຫຼອງຢູ່ໃນງານນັ້ນ ມັນຊິມີເຂົ້າບໍ ມີເຄື່ອງປູກຂອງຝັງທຸກ ຊະນິດຫັ້ນ. ອັນນີ້ ຄວາມໝາຍຂອງຄໍາວ່າເກຣິ. ແລ້ວທຸກໆປີພວກເຮົາເຮັດ ຄັນປີ ລາວຫລະແມ່ນເດືອນຈຽງເດືອນຍີ່ ມັນຊິຕົກເປັນເດືອນ 12 ຫາເດືອນນຶ່ງຫັ້ນ.”

ທ່ານເລົ່າເຖິງລາຍລະອຽດກ່ຽວກັບບຸນປະເພນີທີ່ສືບສານກັບມາແຕ່ດັ້ງເດີມສູ່ຟັງວ່າ:

ໃນມື້ທີ່ວ່າເຮົາສະຫລອງຫັ້ນ ພວກເຮົາຈະມີການເຕົ້າໂຮມກັນ ຢູ່ຂ້າງນອກສະຖານທີ່ ເພື່ອທໍາພິທີແຫ່ຂະບວນເຂົ້າສູ່ສະຖານທີ່ຫັ້ນ, ແລ້ວພາກທີສອງ ແມ່ນການ ເປີດ, ປະທານບຸນຈະເປີດງານຫັ້ນ. ອັນທີສາມມາກ່ອນ ຊິເຂົ້າສູ່ການເປີດພິທີຫັ້ນ ຊິມີການຟ້ອນດາບປາບມານ. ຟ້ອນດາບປາບມານຫັ້ນມີຄວາມໝາຍວ່າ ຢູ່ໃນ ສະຖານທີ່ຫັ້ນ ຕາມທີ່ພວກເຮົານັບຖືຢູ່ບ້ານຢູ່ສ່ອງເຮົາວ່າ ມັນມີຜີຮ້າຍ ຜີຫຍັງ ຫັ້ນໜະ ແບບທີ່ວ່າມັນບໍ່ດີຫັ້ນໜະ ສິ່ງທີ່ບໍ່ດີຫັ້ນຫລະຜູ້ຟ້ອນດາບຫັ້ນ ກໍາຈັດສິ່ງທີ່ ບໍ່ດີຫັ້ນອອກກ່ອນເຮົາຊິທໍາບຸນຫັ້ນ. ໂຕນີ້ເປັນພາກ ທໍາອິດທີ່ວ່າລາຍການສະ ແດງ. ລະອັນທີສອງມາກະຊິແມ່ນການຟ້ອນນາງແກ້ວ. ຟ້ອນນາງແກ້ວແມ່ນ ພິທີທີ່ວ່າຟ້ອນຕ້ອນຮັບບຸນປີໃໝ່ຫັ້ນ ແລ້ວອັນທີສາມ ພິທີປົດປີເກົ່າແລ້ວຂຶ້ນປີໃໝ່. ແລ້ວຢູ່ພິທີປົດປີເກົ່າຂຶ້ນປີໃໝ່.”

ທ່ານໂທນີ ແລະທ່ານນາງບົວແກ້ວ ຄຸດສະຫວັນ ໃນງານບຸນປີໃໝ່ເຜົ່າຂະມຸ ໃນປີ 2021. ທີ່ເມືອງຊານຕາ ອານາ, ລັດຄາລິຟໍເນຍ.
ທ່ານໂທນີ ແລະທ່ານນາງບົວແກ້ວ ຄຸດສະຫວັນ ໃນງານບຸນປີໃໝ່ເຜົ່າຂະມຸ ໃນປີ 2021. ທີ່ເມືອງຊານຕາ ອານາ, ລັດຄາລິຟໍເນຍ.

ທ່ານໂທນີ ອະທິບາຍອົງປະກອບຂອງບຸນປີໃໝ່ນີ້ຕໍ່ໄປວ່າ:

“ຢູ່ໃນນັ້ນມັນຕ້ອງມີເຄື່ອງປະກອບ, ຜາມໄຊຫັ້ນນະ ຊິມີຕົ້ນກ້ວຍ, ຕົ້ນອ້ອຍ ປະດັບປະດາດ້ວຍດອກໄມ້. ດອກໄມ້ຫັ້ນຊິເປັນດອກໄມ້ສໍາລັບເຜົ່າຂະມຸຫັ້ນແມ່ນດອກຫອນໄກ່ຫັ້ນ ພວກເຮົາເອີ້ນວ່າຣາງຣອນ, ໂຕນັ້ນເປັນດອກສັນຍາລັກຂອງຂະມຸ. ລະຢູ່ໃນນັ້ນຕ້ອງມີເຫຼົ້້າໄຫສອງໄຫ. ໂຕນຶ່ງແມ່ນເຫຼົ້າໄຫປົດປີເກົ່າ ແລະ ໂຕທີສອງແມ່ນຕ້ອນຮັບປີໃໝ່. ແລ້ວກະຊິມີເຜືອກ, ມີມັນ, ມີອ້ອຍ, ມີທຸກສິ່ງທຸກຢ່າງທີ່ວ່າຜົນລະປູກທີ່ພວກເຮົາໄດ້ຮັບມາ. ຫຼັງຈາກປົດປີເກົ່າຕ້ອນຮັບປີໃໝ່ແລ້ວ ກະຊິມີການບາສີສູ່ຂວັນ. ແລ້ວກະຈາກນັ້ນ ກະຊິມີການສະແດງສິນລະປະວັນ ນະຄະດີຂອງເຜົ່າຂະມຸ ແລ້ວກະຊິມີການກິນເຂົ້າສາມັກຄີ ແລ້ວຕອນແລງກະຊິມີ ການລື້ນເລີງມ່ວນຊື່ນ.”

ກຸ່ມແມ່ຍິງ ແລະເດັກຍິງເຜົ່າຂະມຸ, ເມືອງຊານຕາ ອານາ, ລັດຄາລິຟໍເນຍ.
ກຸ່ມແມ່ຍິງ ແລະເດັກຍິງເຜົ່າຂະມຸ, ເມືອງຊານຕາ ອານາ, ລັດຄາລິຟໍເນຍ.

ທ່ານນາງບົວແກ້ວ ຄຸດສະຫວັນ ຊຶ່ງເປັນຜູ້ນຶ່ງໃນຄະນະຈັດງານບຸນປີນີ້ ອະທິ ບາຍເຖິງອົງປະກອບອັນສໍາຄັນຂອງພິທີປົດປີເກົ່າ ຂຶ້ນປີໃໝ່ອັນນຶ່ງຊຶ່ງກໍຄື ເຫຼົ້າໄຫນັ້ນ ໃຫ້ຟັງວ່າ:

ເລື້ອງເຫລົ້າໄຫເນາະ ມີສອງໄຫ. ໂຕທໍາອິດຫັ້ນຫຼັງຈາກໝໍພອນເພິ່ນເຮັດພິທີ ແລ້ວ ເພື່ອເຊີນກິນເຫຼົ້າໄຫໂຕປີເກົ່າ ໂຕນີ້ຂໍເຊີນແຂກຜູ້ມີກຽດທີ່ນັ່ງຢູ່ຕໍ່ໜ້າ ເຊັນເຕີພີສຫັ້ນມາດື່ມເຫລົ້າໄຫ ແຕ່ວ່າຈະບໍ່ມີການເຕີມ ຫຼືວ່າເອີ່ຍພາສາ ຂະມຸເຮົາໄດ້ປົດປີເກົ່າຫຼັງຈາກໂຕນັ້ນແລ້ວ ໝໍພອນຈະດໍາເນີນຕໍ່ໄປ ເພື່ອຕ້ອນຮັບປີ
ໃໝ່ອວຍພອນໃຫ້ຜູ້ເຖົ້າຜູ້ແກ່, ແຂກຜູ້ສໍາຄັນຢູ່ທີ່ພິທີນັ້ນແລ້ວມາກິນເຫຼົ້າໄຫໂຕຕ້ອນຮັບປີໃໝ່. ແຕ່ວ່າ ເຫຼົ້າໄຫທີ່ຕ້ອນຮັບປີໃໝ່ນັ້ນ ຈະມີການເຕີມເຫຼົ້າຕ້ອນ ຮັບປີໃໝ່ ແລ້ວໃຫ້ທຸກຄົນໄດ້ມາກິນເຫຼົ້າໄຫໂຕນັ້ນ.”

ສໍາລັບບຸນປີໃໝ່ຂະມຸປີນີ້ ຈະຈັດຂຶ້ນໃນວັນທີ 13 ມັງກອນ ຢູ່ທີ່ເມືອງຣີສມອນ, ລັດຄາລິຟໍເນຍ ຊຶ່ງເປັນເມືອງນຶ່ງທີ່ມີຊົນເຜົ່າຂະມຸອາໄສຢູ່ຢ່າງຫຼວງຫຼາຍ ແລະ ຄາດວ່າ ຈະມີປະມານ 300 ຫາ 500 ຄົນ ເຂົ້າຮ່ວມ. ພິເສດສໍາລັບບຸນປີນີ້ ຄາດວ່າຈະມີເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ແລະນັກຮ້ອງເຜົ່າຂະມຸມາຈາກລາວສອງຄົນ ມາຮ່ວມສະຫຼອງນໍາອີກ, ອີງຕາມທ່ານນາງເທຣຊີ.

ພິທີບາສີສູ່ຂັວນຂອງຊົນເຜົ່າຂະມຸ, ລັດຄາລິຟໍເນຍ.
ພິທີບາສີສູ່ຂັວນຂອງຊົນເຜົ່າຂະມຸ, ລັດຄາລິຟໍເນຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG